ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2008 | ມີ 10 ຄຳເຫັນ ແລະ 0 trackback(s)
ມື້ວານຂ້ອຍພານ້ອງສາວແລະໝູ່ໄປຫຼີ້ນວັດຢູ່ໃນເມື່ອງ..ແຜນການວາງໄວ້ແມ່ນຈະໄປວັດສີສະເກດກ່ອນແລ້ວໄປວັດຫໍພະແກ້ວແລ້ວຕົບທ້າຍດ້ວຍສູດລົດນຳ້ຢູ່ສີເມື່ອງແລ້ວກໍ່ໄປນັ່ງຫຼີ້ນຢູ່ປະຕູໄຊ. ບາດໄປແທ້ມາລະໄປສວາຍໂພດເຂົ້າໄຫວ້ພະຢູ່ສີສະເກດໄດ້10ນາທີ່ເພີ່ນກໍ່ປິດບໍ່ໃຫ້ເຂົ້າອີກເລີຍບໍ່ໄດ້ເຂົ້າວັດຫໍພະແກ້ວຊຳ້..ກະວ່າກິນເຂົ້າສວາຍແລ້ວຈະມາ ແຕ່ຕອນຊອກຫາເຂົ້າຍ່າງໄກໂພດເລີຍບໍ່ມີໃຜຢາກຍ່າງກັບມາຫໍພະແກ້ວອີກກໍ່ເລີຍແວະວັດໃກ້ໆແລ້ວກໍ່ໄປວັດສີເມືອງພໍດີຫຼານສາວຄົນນ້ອຍຂອງເຈົ້າຊີວິດໄທມາເລີຍໄດ້ນັ່ງຖ້າເພີນໄຫວ້ພະແລ້ວຈິ່ງໄດ້ສູດລົດນຳ້
ໄດ້ເຫັນໂຕແທ້ກໍ່ມື້ວານນີ້ແຫຼະ ໂຕກໍ່ນ້ອຍໆໜ້າໃສໆດີ...ຕືນມາຕອນເຊົ້າມື້ນີ້ທຸກຄົນເັຈບໂຕປວດຂາເປັນໄຂ້ໝົດຈົ່ມເວົ້າໃຫ້ຂ້ອຍວ່າພາຍ່າງຕາກ ແດດຫຼາຍໂພດເທື່ອໜ້າບໍ່ຍ່າງໄປອີກຈະເອົາລົດໄປເອົາ..ເຣເຣ ຂ້ອຍເລີຍໄດ້ຂໍໂທດທຸກຄົນທມີ່ເປັນໂຕຕົ້ນຄິດພາເຂົາຍ່າງເລາະຊົມເມື່ອງ..ສຸດທ້າຍປະຕູໄຊບໍ່ໄດ້ໄປຊຳ້ທຸກຄົນເມື່ອຍໄປບໍ່ໄຫວ..ເຫຼືອແຕ່ຂ້ອຍທີ່ບໍ່ເປັນຫຍັງ..ເຣເຣ.. ເຈົາຂອງຄວາມຄິດຖືກເທດຊຳ້..
Delicious Digg Fark Twitter