ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2010 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

..........................................................................................................................

........................................................................................................................

           "ເຈົ້າດີເກີນໄປສໍາລັບຂ້ອຍ"  ເປັນຄໍາເວົ້າທີ່ໃຜບາງຄົນໃຊ້ເວົ້າເພື່ອປະສົດກັນ

ຫຼືກໍ່ເປັນຄໍາເວົ້າຂອງຄົນທີ່ໝົດໃຈ ແລະ ຕ້ອງການທີ່ຈະຢ່າງຈາກໄປ

           ແຕ່ສໍາລັບໃຜບາງຄົນເມື່ອໄດ້ເວົ້າຄໍາວ່າ "ເຈົ້າດີເກີນໄປສໍາລັບຂ້ອຍ" ດ້ວຍຄວາມຮູ້ສຶກແບບນັ້ນແທ້ໆ

ມັນຊ່າງເປັນຄວາມຮູ້ສຶກທີ່ເຈັບປວດສຸດທີ່ຈະຫາຄໍາບັນຍາຍ

ເມື່ອຄົນທີ່ເຂົາຮັກເຮົາ ແລະ ດີພ້ອມໝົດທຸກຢ່າງຢືນຢູ່ຕໍ່ໜ້າເຮົາແຕ່ເປັນຕົວເຮົາທີ່ບໍ່ມີຫຍັງເລີຍທີ່ເໝາະສົມເຂົາ

ວັນນີ້ຄວາມເໝາະສົມມັນອາດຈະບໍ່ສໍາຄັນ ແຕ່ວັນໃດວັນໜຶ່ງສິ່ງນັ້ນມັນຈະປະກົດເຕືອນອອກມາເອງ

ກ່ອນທີ່ມັນຈະເຖິງມື້ນັ້ນກໍ່ຕັດໃຈຊະແຕ່ຕອນນີ້ເລີຍດີກ່ວາ

ແລະ ກໍ່ເຮັດໄດ້ພຽງແຕ່ເທົ່ານີ້ຍອມປ່ອຍໃຫ້ເຂົາຍ່າງຈາກໄປຈົນລັບສາຍຕາ !

         (ຫາກເຮົາເກີດມາຄູ່ກັບວັນໜຶ່ງເຮົາຈະກັບມາພົບກັນໃໝ່ຂ້ອຍຈະພະຍາຍາມເຮັດໂຕໃຫ້ດີຂຶ້ນ

      ທຸກຄັ້ງເທົ່າທີ່ຄົນຄືຂ້ອຍຈະເຮັດໄດ້ ແລະຂ້ອຍຈະເກັບເຈົ້າໄວ້ໃນຫົວໃຈຕະຫຼອດໄປ ແລະ ກໍ່ຈະມີຮອຍຍິ້ມ

      ໃຫ້ເຈົ້າສະເໝີໃນທຸກຄັ້ງທີ່ເຈົ້າແນມມາ ເຖິງແມ້ວ່າຮອຍຍິ້ມນີ້ມັນຈະເປື້ອນໄປດ້ວຍນໍ້າຕາ

      ແຕ່ມັນກໍ່ເປັນນໍ້າຕາແຫ່ງຄວາມພູມໃຈໃນໂຕເອງຂອງຂ້ອຍທີ່ຄັ້ງໜຶ່ງ ມີຄົນທີ່ດີພ້ອມທຸກຢ່າງ

      ໄດ້ເຄີຍມາຮັກຄົນທໍາມະດາຄືຂ້ອຍ.............................. )

Delicious Digg Fark Twitter