ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2010 | ມີ 52 ຄຳເຫັນ ແລະ 0 trackback(s)

 ຄໍາສາລະພາບຕໍ່ໄປນີ້ເປັນຂອງສະມາຊິກພັນລາວທັງໝົດ4ຄົນທີ່ໄດ້ສົນທະນາກັນ

ແລະ ຕົກລົງນໍາເອົາມາບອກເຫຼົ່າໃຫ້ຊາວພັນລາວນໍາກັນໄດ້ຮູ້ຢ່າງໝົດເປືອກ

ແລະບໍ່ມີຄວາມອາຍ ທັງໝົດມີ4ເລື່ອງ ແລະ 4ຄົນປະກອບໄປດ້ວຍຊາຍ 3 ຍິງ 1

ເຊິ່ງເລື່ອງດັ່ງກ່າວເປັນຄວາມຈິງທີ່ເກີດຂຶ້ນ ດັ່ງນັ້ນຈົ່ງອ່ານດ້ວຍສະຕິ ແລະ

ອ່ານໃຫ້ເປັນປະໂຫຍດເພື່ອເປັນອຸດທາຫອນໃນການດໍາລົງຊີວິດ. 

    ( ຄໍາ​ສາລະພາບ​ທີ່​ໜຶ່ງ: “ ຂ້ອຍ​ຂາຍ​ທຸກ​ສິ່ງ​ທີ່​ຂ້ອຍ​ມີ “ )
 
      ສະບາຍດີ​ຊາວ​ພັນ​ລາວ​ຂ້ອຍ​ເປັນ​ໜຶ່ງ​ໃນ​ສະມາຊິກພັນ​ລາວ​ທີ່​ຫຼາຍໆ​ຄົນ​ອາດໄດ້​ເຫັນ
​ໂປ​ຟາຍ​ແລະ​ເປັນ​ໝູ່​ຂອງ​ຂ້ອຍ​ຮຽບຮ້ອຍ​ແລ້ວ ​ແຕ່​ຂ້ອຍ​ຂໍ​ບໍ່​ເປີດ​ເຜີຍ​ຊື່​ ຂ້ອຍ​ຈະ​ມາ​​ແບ່ງປັນ​
ປະສົບ​ການ​ຜ່ານ​ໂປ​ຟາຍ​ຂອງ​ຄົນໆ​ໜຶ່ງ​ທີ່​ຂ້ອຍ​ສົນທະນາ​ນໍາ ຂ້ອຍ​ບໍ່​ອາຍ​ທີ່​ຈະ​ເລົ່າ​ດອກ​ !
​ແຕ່​ຢ່າ​ອາຍ​ທີ່​ຈະ​ອ່ານ​ກໍ່​ແລ້ວ​ກັນ !
      ​ເລື່ອງ​ມັນ​ເກີດ​ຂຶ້ນ​ເມື່ອ​ 6 ປີ​ທີ່​ແລ້ວ​ ​​ຕອນ​ນັ້ນ​ຂ້ອຍ​ອາຍຸ20​ເຂົ້າ21ປີ ​ແລະ ກໍາ​ລັງຂະນອງ​ສຸດໆ​ຂ້ອຍ​ເປັນ​ນັກ​ສຶກສາ​ຕ່າງ​ແຂວງ​ທີ່​​ໄດ້​
ມີ​ໂອກາດ​ເຂົ້າ​ມາ​ສຶກສາ​ຕໍ່​ໃນ​ນະຄອນຫຼວງ​ ສິ່ງທີ່​ຂ້ອຍ​ບໍ່​ເຄີຍ​ເຫັນ​ຂ້ອຍ​ກໍ່​ໄດ້​ເຫັນ​ສິ່ງ​ທີ່​ຂ້ອຍ​ບໍ່​ເຄີຍ​ໄດ້​ເຮັດ​ຂ້ອຍ​ກໍ່​ໄດ້​ເຮັດ ​ແລະ​ຂ້ອຍ​ກໍ່​ໄດ້​ມີ​ໂອ
ກາດ​ພົບ​ກັບ​ໝູ່​ໃໝ່ໆ​ຫຼາຍໆ​ຄົນ​ຂ້ອຍເປັນນັກສຶກສາຫໍພັກເກົ່າໆຄືສິຄິດສະພາບອອກເນາະ !​ແລະ​ຕົກ​ແລງ​ຂອງ​ວັນ​ສຸດ​ຂ້ອຍ​ກໍ່​ເລີ່​ມອອກ​ທ່ຽວ​
ກັບ​ໝູ່​ທີ່​ເຂົ້າ​ຮຽນ​ປີ​ໜຶ່ງ​ນໍາ​ກັນ​ທຸກ​ຢ່າງ​ມັນ​ກໍ່​ອາດຈະ​ບໍ່​ມີ​ຫຍັງ​ຫຼາຍ​ກໍ່​ພຽງ​ແຕ່​ເດັກ​ບ້ານນອກ​ຕື່ນ​ຄວາມ​ສິວິ​ໄລ​ໃນ​ເມືອງ​ ແຕ່​ພໍ​ເມື່ອ​ເລີ່​ມ​ເຂົ້າ​ປີ​ສອງ
ສະພາບ​ແວດ​ລ້ອມ​ຕ່າງໆ​​ໄດ້​ລອມ​ຂ້ອຍ​​ເປັນ​ຄົນ​ໃໝ່​ບໍ່​ເຫຼືອ​ແລ້ວ​ເດັກ​ບ້ານນອກ​ທີ່​ໃສ​ຊື່​ຕໍ່​ໂລກ​ ແລະ ​ຄໍ່າ​ວັນໜຶ່ງ​ໝູ່​ຂອງ​ຂ້ອຍ​ໄດ້​ຊວນ​ຂ້ອຍ​ໄປ​ຍັງ​
ສະຖານ​ທີ່​ແຫ່ງ​ໜຶ່ງ​ທີ່ຢູ່​ໃກ້ໆ​ກັບ​ໂຮງຮຽນ​ເປັນ​ສະຖານ​ທີ່ໆ​ຄົນ​ໃນ​ວຽງ​ຈັນ​ເອງ​ອາດ​ຈະ​ບໍ່​ເຄີຍ​ຮູ້​ວ່າ​ໃນ​ລາວ​ນີ້​ກໍ່​ມີ​ສະຖານທີ່ແບບນີ້ແຕ່​ວ່າ​ມັນ​ມີ​ຢູ່​ແທ້
      ຂ້ອຍ​ໄປ​ຕາມ​ຄໍາ​ຊວນ​ຂອງ​ໝູ່​ຂ້ອຍ ​ພໍ​ແຕ່​ຂ້ອຍ​ໄປ​ຮອດ​ທີ່​​ແຫ່ງ​ນັ້ນ​​ເຮືອນ​ໄມ້​ສອງ​ຊັ້ນປະດັບ​ໄຟ​ທາງ​ດ້ານ​ໜ້າ​ບໍ່​ໃຫ້​ຮູ້​ວ່າ​ເປັນ​ຮ້ານ​ກິນ​ດື່ມ
ພ້ອມ​ກັບ​​ເຄົ້າ​ເຕີ້​ເຫຼົ້າ​ນ້ອຍໆຕັ້ງ​ຢູ່​ທາງ​ດ້ານ​ໜ້າ​ຂອງ​ຮ້ານ ​ແລະ ​ໃນ​ນັ້ນ​ຂ້ອຍ​ໄດ້​ພົບ​ເຫັນ​ກັບ​ໝູ່​ນັກສຶກສານໍາກັນນັ່ງລຽງກັນຢູ່ຫ້າຫົກຄົນ
ບາງ​ຄົນ​ຂ້ອຍ​ກໍ່​ຮູ້ຈັກ​ດີ ​ແຕ່​ຂ້ອຍ​ບໍ່​ສັງ​ເກດ​ເຫັນ​ວ່າ​ສິມີ​ຜູ້ສາວ​ແມ້​ແຕ່​ຄົນ​ດຽວ​ໃນ​ທີ່​ແຫ່ງ​ນີ້​ ຂ້ອຍ​ຫັນ​ໜ້າ​ໄປ​ຫາ​ໝູ່​​ແລ້ວ​ຖາມ​ວ່າ​ເຮົາ​ມາ​ເຮັດ
​ຫຍັງ​ຢູ່​ບ່ອນ​ນີ້? ​ໝູ່​ຂອງ​ຂ້ອຍ​ພາ​ຂ້ອຍ​ໄປ​ນັ່ງ​ທີ່​​ເຄົ້າ​ເຕີ້ພ້ອມ​ກັບ​ແນະ​ນໍາ​ຂ້ອຍ​ໃຫ້​ກັບ​ຄົນ​ທີ່​ຂ້ອຍຄິດ​ວ່າ​ໜ້າ​ຈະ​ເປັນ​ເຈົ້າ​ຂອງ​ຮ້ານ ຈັກ​ໜ້ອຍ​ກໍ່​ມີ​ຜູ້​ຊາຍ​ສອງ
ຄົນ​ອາຍຸ​ປະມານ40​ໄດ້​ຕີ່​ ຍ່າງ​ເຂົ້າ​ໄປ​ທາງ​ໃນ​ຮ້ານ​ແລ້ວ​ໝູ່​ຂອງ​ຂ້ອຍ​ກໍ່​ຍ່າງ​ຕາມ​ເຂົ້າ​ໄປ​ປ່ອຍຂ້ອຍ​ໄວ້​ທີ່​ໜ້າ​ເຄົ້າ​ເຕີ້​ກັບ​ເຈົ້າ​ຂອງ​ຮ້ານ ​ຂ້ອຍ​ລອງ​
ແນມ​ເຂົ້າ​ໄປ​ທາງ​ໃນ​ເຫັນ​ທ່າ​ທາງ​ທີ່​ສະໜິດສະໜົມກັນຂອງ​ຜູ້​ຊາຍ​ສອງ​ຄົນ​ນັ້ນ​ກັບ​ໝູ່​ຂ້ອຍ ບວກ​ກັບ​ຄໍາ​ຖາມ​ຂອງ​ເຈົ້າ​ຂອງ​ຮ້ານ​ທີ່​ເຮັດ​ໃຫ້​ຂ້ອຍ
​ເຂົ້າ​ໃຈ​ໃນ​ເລື່ອງ​ລາວ​ທັງ​ໝົດ​ນີ້​ແລ້ວ​ວ່າ​ທີ່​​ແຫ່ງ​ນີ້​ມັນ​ກໍ່​ຄື​ທີ່​ຂາຍ​ບໍ່​ລິ​ການ​ຂອງ​ຜູ້​ຊາຍ​ນັ້ນ​ເອງ ຫົວໃຈ​ຂ້ອຍ​ມາ​ສັ່ນ​ຂ້ອຍ​ຈະ​ຍ່າງ​ກັບ​ຕອນ​ນີ້​ກະ​ຄື​ສິ​
ໄດ້​ເພາະວ່າ​ຫໍ​ພັກ​ຂອງ​ຂ້ອຍ​ຢູ່​ຫ່າງ​ຈາກ​ບ່ອນ​ນີ້​ບໍ່​ໄກ​ພໍ​ເທົ່າ​ໃດ ຈັກ​ໜ້ອຍ​ໝູ່​ຂອງ​ຂ້ອຍ​ກໍ່​ຍ່າງ​ມາ​ຊວນ​ໃຫ້​ຂ້ອຍ​ໄປ​ນັ່ງ​ນໍາທີ່​ໂຕະ ! ຂ້ອຍ​ບໍ່​ຮູ້​ຈະ​
​ເຮັດ​ແບບ​ໃດ​ຂ້ອຍ​ຫັນ​ໜ້າ​ໄປ​ຫາ​ເຈົ້າ​ຂອງ​ຮ້ານ​ລາວ​ບອກ​ຂ້ອຍ​ວ່າ “​ບໍ່​ເປັນ​ຫຍັງ​ດອກ​ໄປ​ແມ້ມີ​ຄົນ​ສິລ້ຽງ​ເບຍ​ຟຼີ “ ຂ້ອຍ​ຍ່າງ​ຄໍ​ຕົກຕາ​ມໝູ່​
ຂ້ອຍ​ເຂົ້າ​ໄປ​ເບຍ​ເຫງັ້ນລອງ​ຈອກ​ແລ້ວ​ຈອກ​ເຫຼົ່າພ້ອມ​ດ້ວຍ​ຄໍາ​ຖາມ​ຂອງ​ຊາຍ​ນຸ່ມ​ໄວ40ປີ​ທີ່​ຕ້ອນ​ຂ້ອຍເຂົ້າ​ມູນ​ເລື່ອຍໆ ​ແລະ ຄໍາ​ຖາມ​ທີ່​ເຮັດ​ໃຫ້
ຂ້ອຍ​ຢຸດ​ສະດຸດ​ກໍ່​ຄື “ຄືນ​ນີ້​ໄປ​ນອນ​ເປັນ​ໝູ່​ອ້າຍ​ແດ່​ໄດ້​ບໍ່ ? ອ້າຍ​ມັກ​ນິ​ໄສ​ນ້ອງ​ນະ !”
      ຂ້ອຍ​ກົມ​ໜ້າ​ລົງ ຂ້ອຍ​ມັກການ​ສົນ​ທະ​ນາ​ກ່ອນ​ໜ້າ​ນີ້​ຫຼາຍ​ແຕ່​ເປັນ​ຫຍັງ​ຕອນ​ນີ້​ຂ້ອຍ​ຄືຮູ້ສຶກ​ເສົ້າ​ສະ​ເທືອ​ນ​ໄປ​​ໃນ​ຫົວ​ໃຈ​ແທ້ ! ຂ້ອຍ​​ໄດ້​ຍິນ​
ສຽງ​ຫົວ​ຂອງ​ໝູ່​ຂ້ອຍ​ກັບ​ຊາຍ​ອີກ​ຄົນ​ຂ້າງໆ ພໍ​ແຕ່​ຢາກ​ລຸກ​ຂຶ້ນ​ຖີບ​ຕົກ​ຕັ່ງ​ທັງ​ສອງ​ຄົນ​ຫັ້ນ​ເລີຍ​ສາ ! ​ແລ້ວ​ຂ້ອຍ​ກໍ່​ຕອບ​ໄປ​ວ່າ ​“​ເອົາ​ໄວ້​ມື້​ໜ້າ​ສາ
​ອ້າຍ​ມື້​ນີ້ນ້ອງ​ເມົາ​ແລ້ວ​ມື້​ອື່ນ​ນ້ອງ​ມີ​ຮຽນ​ແຕ່​ເຊົ້າ !” ລາວ​​ແນມ​ເບິ່ງ​ໜ້າ​ຂ້ອຍ​ແລ້ວ​ຫັ້ນ​ໄປ​ເວົ້າ​​ໃສ່​ຫູ​ຂອງ​ໝູ່​ຂອງ​ລາວ ​ແລ້ວ​ລາວ​ກໍ່​ເອົາ​ເງີ​ນ
ມາ​ຢັດ​ໃສ່​ມື​ຂອງ​ຂ້ອຍ500ບາດ​ແລ້ວ​ເວົ້າ​ກັບ​ຂ້ອຍວ່າ “​ນ້ອງ​​ກັບ​ໄປ​ນອນ​ສາ​ຊັ້ນ​ນະ ! ​ແຕ່​ມື້​ໜ້າ​ນ້ອງ​ຕ້ອງ​ໄປ​ກັບ​ອ້າຍ​ເດີ້ “​ແລ້ວ​ຂ້ອຍ​ກໍ່​
ຍ່າງ​ອອກມາ​ຈາກ​ໂຕະ​ແບບ​ໂຕ​ແຂງ ໝູ່​ຂອງ​ຂ້ອຍ​ຢືນ​ກະ​ແຈ​ລົດຈັກ​ໃຫ້​ຂ້ອຍ​ແລ້ວບອກ​ໃຫ້​ຂ້ອຍ​ກັບ​ກ່ອນ ກ່ອນ​ຂ້ອຍ​ຈະ​ກັບ​ເຈົ້າ​ຂອງ​ຮ້ານ​ຍ່າງ​ມາ​ຫາ
​ຂ້ອຍ​ແລ້ວ​ບອກ​ວ່າ “​ຖ້າ​ຢາກ​ມາຍາ​ມ​ໃດ​ກະ​ມາ​ໂລດເດີ້​ບ່ອນ​ນີ້​ມີ​ແຕ່​ໄດ້​ບໍ່​ມີ​ເສຍ !” ຂ້ອຍ​ກໍ່​ຍິ່ງ​ເຂົ້າ​ໃຈ​ຢ່າງ​ເລີກ​ເຊິ່ງວ່າ​ນີ້​ເປັນ​ຄໍາ​ຊວນ
​ໃຫ້​ມາ​ເປັນ​ເດັກຂາຍ​ໂຕ​ປະ​ຈໍາ​ຮ້ານ​ຂອງ​ລາວ​ຕີ່​ເນາະ ! ຂ້ອຍ​ກັບ​ຮອດ​ຫໍ​ລໍຖ້າ​ຟັງ​ວ່າ​ຍາມ​ໃດ​ໝູ່​ຂ້ອຍ​ຈະ​ກັບ​ມາ ຂ້ອຍ​ມີ​ຫຼາຍ​ຄໍາ​ຖາມ​ເຫຼືອ​ເກີນ
​ຂ້ອຍ​ຈັບ​ເງິນ​ໃບ500ບາດ​ຂຶ້ນມາແລ້ວຖາມໂຕເອງໃນ​ໃຈ​ວ່າຂ້ອຍ​ເປັນ​ຄົນ​ຂາຍ​ໂຕ​ແລ້ວ​ຫຼື​ຍັງ ?
      ຮອດ​ຕອນ​ເຊົ້າ​ບໍ່​ເຫັນ​ແມ້​ແຕ່​ເຫງົາ​ໝູ່​ຊົ່ວ ຫຼັງ​ເລີກ​ໂຮງຮຽນ​ກັບ​ມາ​ຮອດ​ຫ້ອງ​ຂ້ອຍ​ເຫັນມັນນອນປານກັບຄົນໝົດແຮງສິຕາຍ​ມາ​ແຕ່​ໄສ
ມັນ​ລຸກຂຶ້ນ​ມາ​ຖາມ​ຂ້ອຍ​ວ່າ​ເປັນ​ຫຍັງ​ມື້​ຄືນ​ນີ້​ຂ້ອຍຈຶ່ງ​ກັບ​ໄວ​ແທ້​ຂ້ອຍ​ຕອບ​ໄປ​ວ່າ “ ມຶງ​ຢ່າເວົ້າ​ເລື່ອງ​ມື້ວານ​ນີ້​ອີກ ​ແລະ ກໍ່​ຢ້ານ​ຊວນ​ກູ​ອີກ​ເດີ້ !
ມຶງ​ກະ​ເຊົາ​ໄປ​ບ່ອນ​ນັ້ນ​ຊະ ! “ ຂ້ອຍ​ເວົ້າ​ແລ້ວ​ກໍ່​ເກີດ​ຄວາມ​ອາຍ​ໃນ​ຫົວ​ໃຈ​ຄົນ​ທີ່​ອາຍ​ຄວນ​ຈະເປັນ​ມັນ​ບໍ່​ແມ່ນ​ຂ້ອຍ !
        ​ເວລາ​ກໍ່​ຜ່ານ​ໄປ​ແຕ່​ຂ້ອຍ​ກໍ່​ຮູ້​ວ່າ​ມັນ​ຍັງ​ຄົງ​ໄປ​ເຮັດ​ແບບ​ເກົ່າ​ຂ້ອຍ​ເຮັດ​ເປັນ​ບໍ່​ສົນ​ໃຈ ຂ້ອຍ​ເລີ່​ມມີ​ຜູ້​ສາວ​ມາ​ຕິດ​ພັນ​ແຕ່​ຂ້ອຍ​ມັນ​ພວກ​ກະ​
ເປົາ​ບໍ່​ໝາ​ນະ​ເຮັດ​ໄດ້​ກໍ່​ພຽງ​ພາ​ໄປ​ນັ່ງ​ກິນປິງຫູໜູ​ໃກ້​ໂຮງຮຽນຫັ້ນ ! ຍຸກ​​ແຫ່ງ​ການ​ຕິດ​ຕໍ່​ສື​ສານ​ກໍາ​ລະບາດ​ມື​ຖື​ລຸ້ນນັ້ນ​ລຸ້ນນີ້​​ເບິ່ງ​ແລ້ວ
​ເປັນຕາ​ໜ້າ​ສະ​ອອນ ! ຊ່ວງ​ນີ້​ໝູ່​ຂອງ​ຂ້ອຍ​ມັນ​ກໍ່​ຊື້​ມື​ຖື​ໃໝ່​ເຄື່ອງນຸ່ງ​ໃໝ່ໆ​ໂຄດ​ເທ້ເລີຍ ! ​ແຖມ​ຊື້​ຂອງຂວັນ​ລາຄາ​ແພງໆ​ໃຫ້​ຜູ້​ສາວ​ມັນ​ອີກ​ !
​ເອົາລະ​ເຮັດ​ຈັ່ງ​ໃດ​ດີ​ລະບາດ​ນີ່​ຢາກ​ມີ​ນໍາ​ເຂົາ​ແດ່....ຂ້ອຍ​ກັ້ນ​ໃຈ​ຖາມ​ມັນ” ມຶງ​ໄປ​ເອົາ​ເງິນ​ມາ​ແຕ່​ໄສ​ຫຼາຍ​ແທ້​ຄືມີ​ເງິນ​ຊື້​ນັ້ນ​ຊື້​ນີ້ ? “ ມັນ​ຕອບ​ວ່າ :
“ ກູ​ກະ​ມີ​ວິ​ທີ່​ຂອງ​ກູ​ຄົນ​ຫຼໍ່​ຄື​ກູ​ນີ້​ມັນ​ບໍ່​ລໍາບາກ​ດອກ​ພໍ່​ແມ່​ກູ​ກະ​ບໍ່​ເປືອງ​ນໍາ​ກູ​ອີກ ! “
      ຟັງ​ຄໍາ​ເວົ້າ​ທີ່​ວ່າ​ພໍ່​ແມ່​ກູ​ກະ​ບໍ່​ເປືອງ​ນໍາ​ກູ​ອີກ​ຊ່າງ​ເປັນ​ຄໍາ​ເວົ້າ​ທີ່​ດູ​ດີ​ຢູ່​ໄດ່​ເນາະ ! ຂ້ອຍ​ບອກ​ມັນ​ວ່າ​ມື້​ໃດ​ມຶງ​ໄປ​ຫັ້ນ​ອີກ​ກູ​ສິ​ໄປ​ນໍາ​ມຶງ​ !
ຄວາມ​ຄິດ​ເລີ່​ມ​​​ໄຫຼ​ເຂົ້າ​ມາ​ໃນ​ຫົວ​ ເຮົາເປັນຜູ້ຊາຍ​ສິມີ​ຫຍັງ​ເສຍ​ຫວະ​ເຂົາ​ກະ​ໄປ​ຂາຍ​ຕັ້ງ​ຫຼາຍ​ຄົນ​ກະ​ບໍ່​ເຫັນ​ສິ​​ເກີດ​ຫຍັງ​ຂຶ້ນ​ເລີຍ ! ເອົາເລີຍ !
      ​ແລະ​ແລ້ວ​ຂ້ອຍ​ກໍ່​ກັບ​ມາ​ທີ່​ແຫ່ງ​ນີ້​ອີກ​ເທື່ອ​ໜຶ່ງ​ຈົນ​ໄດ້ ​ແຕ່​ຄວາມ​ຮູ້ສຶກ​ຍັງ​ຄົງ​ເຂີນ​ອາຍບໍ່​ປ່ຽນ​ຂ້ອຍ​ໄດ້​ນັ່ງ​ລົມ​ກັບ​ເຈົ້າ​ຂອງ​ຮ້ານ​ແລ້ວ​ລາວ​ກໍ່
​ເວົ້າ​ສິ່ງ​ທີ່​ກະ​ຕຸ້ນ​ຂ້ອຍວ່າ : “ ນ້ອງແນມໄປເບິ່ງຂ້າງໆນ້ອງແມ້ ບ່ອນນີ້ບໍ່ມີຄົນໜ້າຕາຂີ້ຮ້າຍມານັ່ງຂາຍດອກ !
ຂາຍໂຕມັນບໍ່ແມ່ນເລື່ອງແປກແລະກໍ່ບໍ່ແມ່ນວ່າໃຜສິສາມາດຂາຍໄດ້ຖ້າເຮົາຂາຍໄດ້ກໍ່ສະແດງວ່າເຮົາມີຄຸນຄ່າ ແລະ ກໍ່ເປັນທີ່
ຕ້ອງການຂອງຄົນອື່ນຕ່າງຝ່າຍຕ່າງໄດ້ແລ້ວກະຈົບ “ ຄໍາເວົ້ານັ້ນຟັງຢາກແຕ່ມັນກໍ່ໄດ້ຜົນກັບຂ້ອຍແມ່ນແລ້ວ ຂ້ອຍກະມີດີຄືກັນຂ້ອຍຫຼໍ່ຂ້ອຍເທ້ !ລູກຄ້າຄົນທໍາອິດເປັນກະເທີຍໄທ ເອົາເລີຍປ່ອຍໂຕຕາມສະບາຍແລ້ວກໍ່ບໍ່ມີຫຍັງເສຍຫາຍເງິນໃບພັນບາດປີວເຂົ້າຖົງຢ່າງສະບາຍ ໂອ້ !
ລືມບອກວ່າຮ້ານນີ້ບໍ່ເຄີຍມີຜູ້ຍິງແມ່ຮ້າງແມ່ໝ່າຍມາເຂົ້ານອກຈາກກະເທີຍກັບເກເຖົ້າໆ !ຂ້ອຍເສຍໝົດທຸກຢ່າງແລ້ວສິໃຫ້ເວົ້າແຈ້ງໆອີກກໍ່ຄື
ປະຕູຫຼັງຂອງຂ້ອຍໄປໝົດແລ້ວ ! ຂ້ອຍຍັງຄົງຫຼົງໃນໂຕເອງຕໍ່ໄປ ແລະ ຮູ້ສຶກດີທຸກຄັ້ງທີ່ໂຕເອງເປັນທີ່ສົນໃຈຂອງແຂກທີ່ເຂົ້າຮ້ານບາງທີ່
ແຂກເຂົ້າພ້ອມກັນແລ້ວເລືອກຂ້ອຍທັງສອງຄົນຂ້ອຍກໍ່ຕ້ອງເປັນຝ່າຍຕັດສິນໃຈເອງວ່າສິໄປກັບຜູ້ໃດ ຂ້ອຍຍິ່ງຮູ້ສຶກດີຂ້ອຍຕື່ມອີກ ! ນັບໄປນັບມາຂ້ອຍທຽວໄປທຽວມາທີ່ຮ້ານແຫ່ງນີ້ອາທິດລະເທື່ອເປັນເວລາສອງປີແລ້ວ ! ຈົນຂ້ອຍໃກ້ຈະຮຽນຈົບແລ້ວແລະກໍ່ບ້ານເມືອງກໍາລັງ
ມີການປະຊຸມຫຍັງກໍ່ບໍ່ຮູ້ຮ້ານເລີຍປິດໄປປະມານສອງເດືອນຂ້ອຍກໍ່ກໍາລັງຊອກບ່ອນຝຶກງານຢູ່   ຂ້ອຍກໍ່ເລີຍຕັດສິນໃຈຢຸດ ! ເງິນທີ່ໄດ້ມາມັນ
ຊ່າງງ່າຍເຫຼືອເກີນ ແລະກໍ່ໃຊ້ຢ່າງສະບາຍໝົດໄປຢ່າງງ່າຍເຊັ່ນດຽວກັນ !
      ຕອນນີ້ຂ້ອຍເປັນຜູ້ໃຫ່ຍແລ້ວແລະຍັງຄົງໃຊ້ຊີວິດຢູ່ໃນເມືອງຫຼວງແຫ່ງນີ້ ! ກັບວຽກທີ່ຂ້ອຍຫາມາໄດ້ທີ່ບໍ່ລິສັດແຫ່ງໜຶ່ງ ແລະ ຂ້ອຍກໍ່ບັງເອີນໄດ້ໄປຕິດຕໍ່ພົວພັນກັບລູກຄ້າຂອງບໍ່ລິສັດທີ່ບັງເອີນລາວກໍ່ເຄີຍເປັນລູກຄ້າເກົ່າຂອງຂ້ອຍຄືກັນມັນຊ່າງອຶດອັດໃນຫົວໃຈເຫຼືອເກີນທີ່
ເຫັນສາຍຕາຄູ່ນັ້ນແນມມາດ້ວຍຄວາມຮູ້ສຶກໜ້າລັງກຽດແຕ່ຊີວິດຂອງຂ້ອຍກໍ່ຍັງຄົງດໍາເນີນຕໍ່ໄປຫ້ອງເຊົ່າກັບໝູ່ຄົນສະໜິດ ແລະ ທຸກຄືນທີ່ມີເວລານັ່ງຄິດຂ້ອຍກໍ່ຈະຄິດເຖິງເລື່ອງພວກນີ້ຢູ່ສະເໝີດ້ວຍຄວາມຮູ້ສຶກລະອາຍໃນຫົວໃຈ ແລະ ມັນຈະຕິດເປັນຈຸດສີດໍາຢູ່
ໃນຫົວໃຈຂອງຂ້ອຍແບບນີ້ໄປຮອດມື້ຕາຍຂອງຂ້ອຍ ຂ້ອຍຈະບໍ່ມີວັນກັບໄປທີ່ຮ້ານແຫ່ງນັ້ນອີກ ຂ້ອຍຂໍສາບານຕໍ່ພໍ່ແມ່ຂອງຂ້ອຍເລີຍ !

 (ຄໍາສາລະພາບທີ່ສອງ : " ສິ່ງທີ່ເຫັນກັບສິ່ງທີ່ຂ້ອຍເປັນ ") ສະບັບຕໍ່ໄປ !

Delicious Digg Fark Twitter