ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 18, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

10 ພຶດຕິກຳ​ຫລັງ​ຕື່ນ​ນອນ​ທີ່​ເຮັດໃຫ້​ອາລົມ​ດີ​ໝົດ​ມື້

(GMT+08:00) 2012-07-10 10:14:03     cri
ເມື່ອ​ບໍ່ດົນມານີ້ ນີ້ ສະມາຄົມ​ການ​ນອນ​ຂອງ​ອັງ​ກິດ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ​ປະຊາຊົນ​ກວ່າ​ພັນ​ຄົນ ຊຶ່ງ​ສະແດງ​ໃຫ້​ເຫັນ​ວ່າ ຄົນ​ຈຳນວນ​ບໍ່​ໜ້ອຍ​ມັກ​ຈະ​ມີ​ອາລົມບໍ່ດີ​ຫລັງ​ຕື່ນ​ນອນ ບໍ່​ຢາກ​ຕື່ນ ເຮັດໃຫ້​ຕື່ນ​ມາ​ແລ້ວ​ອາລົມ​ບໍ່​ດີ ຮູ້ສຶກ​ຫງຸຸດງິດ ຫລັງ​ຕື່ນ​ນອນ​ຂຶ້ນ, ທ່ານເດ​ເຄີຍ​ມີ​ຄວາມ​ຮູ້ສຶກ​ດັ່ງ​ກ່າວ​ນີ້​ຫລື​ບໍ່ ຖ້າ​ມີຕໍ່ໄປ​ນີ້​ຄື​ພຶດຕິກຳ 10 ຢ່າງທີ່ເມື່ອ​ເຮັດ​ນຳ​ແລ້ວ ຈະ​ເປັນ​ເຫດ​ເຮັດໃຫ້​ມີ​ອາລົມ​ດີ​ຂຶ້ນ​ໝົດ​ມື້

1. ຫາ​ສຽງ​ໂມງ​ປຸກ​ທີ່​ເປັນ​ສຽງ​ທຳມະຊາດ ໃນ​ສະໄໝ​ບູຮານ​ບໍ່​ມີ​ໂມງ​ປຸກ ແຕ່​ເມື່ອ​ໄດ້ຍິນ​ສຽງ​ໄກ່​ຂັນ​ຫລື​ນົກ​ຮ້ອງ​ຈະ​ຮູ້​ວ່າ​ເຖິງ​ເວລາ​ຕື່ນ​ ນອນແລ້ວ ຄົນ​ດ໋ຽວ​ນີ້​ຢ້ານ​ວ່າ​ຕົວ​ເອງ​ບໍ່​ຕື່ນ ຈຶ່ງ​ຕັ້ງ​ສຽງ​ໂມງ​ປຸກ​ເປັນ​ເພງ​ຮິບ​ຮອບ, ເມື່ອ​ຕື່ນ​ຈາກ​ສຽງ​ລົບກວນ​ຫູ​ແບບ​ນີ້​ມັກ​ຈະ​ເຮັດໃຫ້​ຮູ້ສຶກບໍ່ດີ, ນັກ​ຈິດ​ວິທະຍາ​ເມືອງ​ຊູ​ໂຈວ​ຂອງ​ຈີນ​ລະ​ບຸ​ວ່າ ເພງ​ທີ່​ດີ​ຈະ​ຜ່ອນ​ຄາຍ​ອາລົມ​ໄດ້ ຢ່າງ​ແມ່ນ: ສຽງ​ນ້ຳ​ໄຫລ ສຽງ​ນົກ​ຮ້ອງ ຊຶ່ງ​ຕ່າງ​ກໍ​ສາມາດ​ຜ່ອນ​ຄາຍ​ອາລົມ​ທີ່​ຕຶງ​ຄຽ​ດໄດ້ ສະ​ນັ້ນ ການຕັ້ງ​ໂມງ​ປູກ​ເປັນ​ສຽງ​ທຳມະຊາດ​ຈະ​ເຮັດໃຫ້​ຕື່ນ​ນອນຢ່າງ​ຜ່ອນ​ ຄາຍແລະຮູ້ສຶກສະບາຍສົດຊື່ນ.

2. ຕື່ນ​ແລ້ວ​ນວດ​ໜ້າ​ກ່ອນ ບໍ່ຄວນ​ຮີບ​ລຸກ​ຂຶ້ນ​ເມື່ອ​ຕື່ນ​ແລ້ວ ຄວນ​ນວດ​ໜ້າ​ກ່ອນ ສາດ​ສະດາຈານຈາກໂຮງໝໍຊີ​ຫຍວນ, ຊຶ່ງເປັນໂຮງໝໍ​ແພດຢ່າພື້ນເມືອງຂອງ​ຈີນ​ທີ່​ມີ​ຊື່​ສຽງ​ແນະ​ນຳ​ວ່າ ການ​ນວດ​ໜ້າ​ສາມາດ​ເພີ່ມ​ການ​ໝຸນ​ວຽນ​ຂອງ​ເລືອດເຮັດໃຫ້​ອາລົມ​ດີ.

3. ຂັບ​ຖ່າຍ​ໃຫ້​ຖືກຕາມ​ເວລາ ແພດ​ຈາກ​ໂຮງໝໍໄຕ້ຫວັນຂອງຈີນລະ​ບຸ​ວ່າ ການ​ຂັບ​ຖ່າຍ​ໃຫ້ເປັນ​ປົກກະຕິ​ເປັນ​ຄວາມ​ເຄີຍ​ຊິນ​ທີ່​ດີ​ຕໍ່​ຮ່າງກາຍ ຫລັງ​ຕື່ນ​ນອນ​ຫລື​ຫລັງ​ອາຫານ​ເຊົ້າ​ຈະ​ເປັນ​ເວລາ​ທີ່​ດີ​ທີ່ສຸດ​ສຳລັບ​ ຮ່າງກາຍ ຝຶກ​ເຂົ້າ​ຫ້ອງ​ນ້ຳ​ເປັນ​ປະຈຳ​ໃນ​ເວລາ​ນີ້ ຈະ​ເຮັດໃຫ້​ຮ່າງກາຍ​ມີ​ຄວາມ​ເຄີຍ​ຊິນ​ກັບ​ການ​ຂັບ​ຖ່າຍ ຄ່ອຍ​ ໆ ກາຍ​ເປັນ​ຄວາມ​ເຄີຍ​ຊິນ​ທີ່​ຖາວອນ

4. ​ແຍ່ງ​ແວນ ທຸກ​ເຊົ້າ​ຄວນ​ໃຊ້​ເວລາ​ປະ​ມານ 10 ນາ​ທີ​​ແຍງ​ແວ່ນ ນັກ​ຈິດ​ວິທະຍາ​ຊາ​ວອາເມ​ລິ​ກັນ​ກ່າວ​ວ່າ ການ​​ແຍ່ງ​ແວນຈະ​ເຮັດໃຫ້​ເກີດ​ຄວາມຫມັ້ນ​ໃຈ​ແລະ​ມີ​ອາລົມ​ດີ ການ​​ແຍ່ງ​ແວນ​ຄວນ​ຍືນ​ຊື່ຢູ່​ໜ້າ​​ແວນ ຍິ້ມ​ໃຫ້​ຕົວ​ເອງ ແລ້ວ​ຫາຍ​ໃຈ​ເຂົ້າ​ເລິກ​ໆ 3-4 ເທື່ອ ຄິດ​ເຖິງ​ເລື່ອງ​ທີ່​ດີ ໆ ຈະ​ເຮັດໃຫ້​ໝັ່ນໃຈ​ຂຶ້ນ.

5. ດື່ມ​ນ້ຳ 1 ຈອກ ການ​ດື່ມ​ນ້ຳ​ຈອກ​ທຳ​ອິດໃນ​ຕອນ​ເຊົ້າ ສາມາດ​ປ້ອງ​ກັນ​ການ​ເຈັບທ້ອງ​ໄດ້ ເຮັດໃຫ້​ສະຫມອງ​ປອດ​ໂປ່ງ ມີ​ບົດ​ບາດ​ຕໍ່​ການ​ປິ່ນປົວ​ສຸຂະພາບ ເວັບ​ໄຊຕ໌ ວິ​ກິ​ພີ​ເດຍລະ​ບຸ​ວ່າ ນ້ຳ​ຊະນິດ​ຕ່າງໆ ມີ​ປະ​ສິດ​ທິ​ຜົນ​ຕ່າງ​ກັນ ນ້ຳ​ທໍາ​ມະ​ດາ​ສາມາດ​ເຮັດໃຫ້​ເລືອດ​ຈາງ ສົ່ງ​ເສີມ​ການ​ໝຸນ​ວຽນ​ເລືອດ ແລະ​ສົ່ງ​ເສີມ​ໃຫ້​ປອດ​ໂປ່ງ​ໂດຍ​ໄວ ນ້ຳ​ເ​ຜີ້ງ​ເໝາະ​ກັບ​​ແມ່ຍິງ​ໄວ​ກາງຄົນ ສາມາດ​ປ້ອງ​ກັນ​ກະດູກ​ຜ່ອຍ ປັບ​ສະພາ​ວະ​ອ່ອນ​ເພຍ ນ້ຳ​ເກືອ​ຈະ​ດີ​ຕໍ່​ຄົນ​ທ້ອງ​ອຶດ.

6. ອາຫານ​ເຊົ້າ​ຕ້ອງ​ມີ​ໂພຊະ​ນາ​ການ​ພຽງ​ພໍ ສາດ​ສະ​ດາຈານຄະນະ​ໂພຊະນາ​ການ​ມະຫາ​ວິທະຍາ​ໄລ​ຈົ່ງ​ຊານ​ກ່າວ​ວ່າ ອາຫານ​ເຊົ້າ​ທີ່​ມີ​ໂພຊະ​ນາ​ການ​ພຽງ​ພໍ​ຕ້ອງ​ລວມ​ອາຫານ​ທັງ 4 ປະ​ເພດ ຄື ປະ​ເພດ​ທັນ​ຍະ​ພືດ ເຊັ່ນ ​ເຈົ້າ​ຈີ່ ເຂົ້າ​ໂພດ ປະ​ເພດ​ຊີ້​ໄກ່ ປະ​ເພດ​ນົມ ປະ​ເພດ​ຜັກ​ແລະ​ຫມາກໄມ້ ຫາກ​ຮັບປະທານ​ອາຫານ​ເຫລົ່າ​ນີ້​ໄດ້​ທຸກ​ເຊົ້າ ຈະ​ມີ​ໂພຊະ​ນາ​ການ​ພຽງ​ພໍ ນອກ​ຈາກ​ນີ້ ຄວນ​ນັ່ງ​ກິນ​ອາຫານ​ເຊົ້າ​ທຸກ​ມື້​ໂດຍ​ໃຊ້​ເວລາ 15-20 ນາ​ທີ ບໍ່​ຄວນ​ຍ່າງ​ໄປ​ກິນ​ໄປ.

7. ອ່ານ​ຫນັງສື​ພິມ​ຫລື​ເບິ່ງ​​ໂທລະພາບ ໃນ​​ເວລາ​ຫວ່າງຫລັງ​ອາຫານ​ເຊົ້າ​ຫລື​ດື່ມ​ນ້ຳ ຄວນ​ອ່ານ​ຫນັງສື​ພິມ​ຫລື​ເບິ່ງ​​ໂທລະພາບ ໄດ້ຮັບ​ຂ່າວ​ລ່າ​ສຸດ ໄດ້​ອ່ານ​ເນື້ອ​ຫາ​ທີ່​ຕົວ​ເອງ​ມັກຊຶ່ງ​ຈະ​ເຮັດໃຫ້​ອາລົມ​ດີ.

8. ຕື່ນ​ນອນ​ໃຫ້​ເຊົ້າ​ໜ້ອຍ​ເພື່ອ​ເຮັດວຽກ​ເຮືອນ ການເຮັດວຽກງານ​ເຮືອນ​ຕັ້ງ​ແຕ່​ເຊົ້າ​ອາດຈະ​ຟັງ​ແລ້ວ​ຮູ້ສຶກ​ແປກ ແຕ່​ນັກ​ວິ​ໄຈ​ຂອງ​ມະຫາ​ວິທະຍາ​ໄລ​ລອນ​ດອນ​ອະທິບາຍ​ວ່າ ຜົນ​ວິ​ໄຈ​ສະແດງ​ໃຫ້​ເຫັນ​ວ່າ ຜູ້​ທີ່​ຕື່ນ​ຕອນ 7 ໂມງ​ເຊົ້າ ແລ້ວ​ອອກ​ກຳ​ລັງ​ກາຍ​ແລະ​ເຮັດວຽກ​ເຮືອນ ຈະ​ມີ​ຜົນ​ການເຮັດວຽກງານ​ດີ​ເມື່ອ​ທຽບ​ກັບ​ຜູ້​ທີ່​ຕື່ນ​ສວາຍ ຄົົນທີ່​ຕື່ນ​ນອນ​ເຊົ້າ​ກວ່າ ຈະ​ມີ​ສຸກຂະພາບ​ແຂງ​​ແຮງກວ່າ​ແລະ​ມີ​ຄວາມ​ສຸກ​ຫລາຍກວ່າ.

9. ລະຫວ່າງ​ທາງ​ໄປ​ເຮັດວຽກ​ຄວນ​ເບິ່ງ​ດອກ​ໄມ້​ຕົ້ນ​ໄມ້​ໃບ​ຫຍ້າ​ສີ​ຂຽວ ຜົນງານ​ວິ​ໄຈ​ທາງ​ວິທະຍາ​ສາດ​ທີ່​ຕີ​ພິມ​ໃນ "ນິຕິ​ສານ​ກ່ຽວກັບ​ຈິດ​ວິທະຍາ​ສິ່ງ​ແວດ​ລ້ອມ" ຂອງ​ສະຫະລັດ ລະ​ບຸ​ວ່າ ທິວທັດ​ທຳມະຊາດ​ສາມາດ​ຊ່ວຍ​ຄາຍ​ອາລົມ, ແຕ່​ຖ້າ​ເປັນ​ພາບ​ຫລື​ງານ​ສິລະປະ​ກຳ ກໍ​ຈະ​ບໍ່​ມີ​ບົດ​ບາດ​ໃນ​ການ​ຜ່ອນ​ຄາຍ​ອາລົມປານ​ໃດ, ສາດ​ສະ​ດາ​ຈານດ້ານ​ຈິດ​ວິ ທະຍາ​ມະຫາ​ວິທະຍາ​ໄລ​ວໍ​ຊິງ​ຕັນ​ແນະ​ນຳ​ວ່າ ເມື່ອ​ອອກຈາກ​ເຮືອນ​ຕອນ​ເຊົ້າ ບໍ່ຄວນ​ເບິ່ງ​ຂ້າມ​ຕົ້ນ​ໄມ້​ໃບ​ຫຍ້າ​ແຄມ​ທາງ, ທຳມະຊາດ​ເຫລົ່າ​ນີ້​ຈະ​ເຮັດໃຫ້​ເຮົາ​ອາລົມ​ດີ

10. ເມື່ອ​ເຖິງບ່ອນເຮັດວຽກ​ໃນ​ຕອນ​ເຊົ້າ ຄວນ​ໃຊ້​ເວລາ​ເວົ້າ​ລົມ​ທັກ​ທາຍ​ກັບ​​ເພື່ອນຮ່ວມ​ງານ, ການ​ລົມ​ກັບ​ໝູ່ເພື່ອນ​ ຈະ​ມີ​ສ່ວນ​ຊ່ວຍ​ໃຫ້​ເຮົາ​ໄດ້​ຜ່ອນ​ຄາຍ​ຄວາມ​ຄຽດ​ທີ່​ຈະ​ຕ້ອງ​ຜະເຊີນ​ຈາກ​ ການເຮັດວຽກງານ
   ທັງ​ໝົດ​ເຫລົ່າ​ນີ້​ກໍ​ຄື10 ພຶດຕິກຳ​ທີ່​ເຮັດ​ຫລັງ​ຕື່ນ​ນອນ​ແລ້ວ ຈະ​ມີ​ສ່ວນ​ຊ່ວຍ​ເຮັດໃຫ້​ມີ​ອາລົມ​ດີ​ໝົດມື້ ຫາກ​ເຈົ້າ​ສົນ​ໃຈກໍ​ລອງ​ເຮັດ​​ເບິ່ງ​ເດີ, ຖ້າໄດ້​ຜົນ​​ແນວໃດ​ເລົ່າ​ສູ່​ກັນ​ຟັງ​ໄດ້​ທີ່ ອີ​​ເມ​ວ Laos@cri.cn
Delicious Digg Fark Twitter