ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

 ອັນດັບທີ 10 ພະຍາດ​ອາຫານ​ເປັນ​ພິດຈາກ​ເຫັດ​ພິດ ໃນ​ໄລຍະ​ລະດູ​ຝົນ​ທຸກປີ​ຈະ​ເປັນ​ໄລຍະທີ່​ມີ​ເຫັດ​ພິດ​ເກີດ​ຂຶ້ນ​ເອງ​ຕາມ​ ທຳມະຊາດ​ເປັນ​ຈຳນວນ​ຫລາຍ ຊຶ່ງ​ຫາກ​ໃຜ​ໄປ​ຮັບປະທານ​ເຫັດ​ພິດ​ເຫລົ່າ​ນີ້​ ​ໂດຍ​ຮູ້​ເທົ່າ​ບໍ່​ເຖິງ​ການ ອາດ​ບໍ່​ສະບາຍ​ໄດ້ ​ດ້ວຍ​ພະຍາດ​ອາຫານ​ເປັນ​ພິດ​ໄດ້ ແລະ​ອາດ​ຮຸນແຮງ​ເຖິງ​ຂັ້ນ​ເສຍຊີວິດ​ໄດ້​.

    ອັນດັບທີ 9 ອັນຕະລາຍ​ຈາກ​ສັດ​ມີ​ພິດ ໃນ​ໄລຍະ​ນ້ຳ​ຖ້ວມອາດ​ມີ​ສັດ​ມີ​ພິດເຊັ່ນ ງູ ຂີ້ເຂັບ ແມງງອດ ແມງເງົາໜີ​ນ້ຳ​ທ່ວມ​ເຂົ້າ​ມາ​ອາໄສ​ຢູ່ໃນ​ບ້ານ ໃນເຮືອນຊຶ່ງ​ຫາກ​ບໍ່​ລະ​ວັງ​ກໍ​ອາດ​ຖືກ​ສັດ​ເຫລົ່າ​ນີ້​ກັດ ຫລື​ຕອດ​ໄດ້ ຄວນດູແລຮັກສາ​ຄວາມ​ສະ​ອາດ​ໃນ​ເຮືອນ ຂອງທ່ານຫຼືຈັດ​ໃຫ້ເປັນ​ລະບຽບ​ຮຽບຮ້ອຍ ເພື່ອ​ບໍ່​ໃຫ້​ສັດ​ມີ​ພິດ​ມາ​ຢູ່​ອາໄສຢູ່ ຫລື​ເປັນ​ແຫລ່ງ​ເພາະ​ພັນ​ແມງ​ວັນໄດ້.

    ອັນດັບທີ 8 ພະຍາດ​ເຍື່ອ​ຕາ​ອັກ​ເສບ ຫລື ພະຍາດ​ຕາ​ແດງ ເປັນ​ອີກ​ໜຶ່ງ ພະຍາດ​ທີ່​ພົບ​ເລື້ອຍ​ໃນ​ໄລຍະລະດູ​ຮ້ອນ ຊຶ່ງ​ເກີດ​ຈາກ​ເຊື້ອ​ໄວ​ລັດ ແລະ​ ຕິດ​ຕໍ່​ກັນ​ງ່າຍ​ພຽງ​ການ​ສຳ​ຜັດ ຫລື​ ໃຊ້​ຂອງ​ສ່ວນ​ຕົວ​ຮ່ວມ​ກັນລວມ​ທັງ​ການ​ໃຊ້​ນ້ຳ​ທີ່​ບໍ່​ສະ​ອາດ​ລ້າງ​ໜ້າ ອາບ​ນ້ຳ ນ້ຳ​ເປືອນ​ກະ​ເດັນ​ເຂົ້າ​ຕາ ກໍ​ເຮັດໃຫ້​ເຍື່ອ​ຕາ​ອັກ​ເສບ ແລະ ​ຕາ​ແດງ​ໄດ້ ຄວນລະ​ວັງ​ຢ່າ​ໃຫ້​ນ້ຳ​ເປື້ອນກະ​ເດັນ​ເຂົ້າ​ຕາ ຫາກ​ມີ​ນ້ຳນໍ້າເປືອນກະ​ເດັນ​ເຂົ້າ​ຕາ​ແລ້ວ ໃຫ້​ຮີບ​ລ້າງ​ຕາ​ດ້ວຍ​ນ້ຳ​ສະ​ອາດ​ທຸກ​ເທື່ອ​ທັນ​ທີ. ຢ່າ​ໃຊ້​ມື ແຂນ ຫລື​ ຜ້າ​ທີ່​ເປືອນສີ​ຕາ ຫລື​ ເຊັດ​ຕາ. ຢ່າ​ໃຊ້​ສິ່ງ​ຂອງ​ຮ່ວມ​ກັບ​ຜູ້​ທີ່​ເປັນ​ພະຍາດ​ຕາ​ແດງ ຫລື​ເຍື່ອ​ຕາ​ອັກ​ເສບ.

    ອັນ​ດັບ​ທີ 7 ພະຍາດ​ໄຂ້​ສະຫມອງ​ອັກ​ເສບເກີດ​ຈາກ​ເຊື້ອໄວ​ຣັດໂດຍ​ມີ " ຍຸງ​ລາຍ " ຊຶ່ງ​ແພ່​ພັນ​ຕາມ​ແຫລ່ງ​ນ້ຳ​ໃນ​ທົ່ງນາ​ເປັນ​ພາ​ຫະ​ນຳ​ພະຍາດ ໂດຍ​ຍຸງ​ລາຍ​ໄດ້ຮັບ​ເຊື້ອ​ມາ​ຈາກ " ໝູ " ແລະ​ເມື່ອ​ມາ​ກັດ​ຄົນ​ກໍ​ຈະ​ປ່ອຍ​ເຊື້ອ​ເຂົ້າ​ສູ່​ຮ່າງກາຍ​ຄົນ​ໄປ​ດ້ວຍ ຫາກ​ຄົນ​ໄດ້ຮັບ​ເຊື້ອ​ແລ້ວ​ມັກ​ຈະ​ບໍ່​ມີ​ອາການ​ສະແດງ​ໃຫ້​ເຫັນ ແຕ່​ໃນ​ບາງ​ຄົນ​ອາດ​ມີ​ອາການ​ໄຂ້​ສູງ ເຈັບ​ຫົວ​ຫລາຍ ປວດຮາກ ແລະ​ ອ່ອນ​ເພຍ ບາງ​ຄົນ​ທີ່​ມີ​ອາການ​ຮຸນແຮງອາດ​ບໍ່​ຮູ້ສຶກ​ຕົວ ແລະ​ ເສຍຊີວິດ​ໄດ້. ພະຍາຍາມ​ຢ່າ​ໃຫ້​ຖືກ​ຍຸງ​ກັດ ​ ຄວນ​ກຳຈັດ​ແຫລ່ງ​ເພາະ​ພັນ​ຂອງ​ຍຸງ​ເປັນ​ປະຈຳ ທັງ​ໃນໂທ​ດອກ​ໄມ້ ກະໂປະ ກະປ໋ອງ ຈານ​ຮອງ​ຕົ້ນ​ໄມ້.

    ອັນ​ດັບ​ທີ 6 ພະຍາດ​ມາ​ລາ​ເລຍ ເກີດ​ຈາກ​ເຊື້ອ​ໂປ​ໂຕຊົວ​ທີ່​ມາ​ກັບ " ຍຸງ​ກົ້ນ​ປ່ອງ " ຊຶ່ງ​ມັກ​ອາໄສ​ຢູ່ໃນ​ປ່າ​ ຜູ້​ທີ່ເປັນພະຍາດຊະນິດນີ້ ຈະ​ມີ​ອາການ​ໄຂ້​ສູງ ໜາວ​ສັ່ນ​ເປັນ​ໄລຍະ ແຕ່​ຫາກ​ໄປ​ພົບ​ແພດ​ທັນ​ກໍ​ສາມາດ​ປິ່ນປົວ​ໃຫ້ເຊົາໄດ້ ແຕ່​ຫາກ​ໄປ​ພົບ​ແພດ​ຊ້າ ອາດ​ເກີດ​ພາ​ວະ​ແຊກ​ຊ້ອນ ເຊັ່ນ ພາ​ວະ​ມາ​ລາ​ເລຍ​ຂຶ້ນ​ສະຫມອງ ພາ​ວະ​ປອດ​ບວມ​ນ້ຳ ພາ​ວະ​ຫມາກໄຂ່ອັກເສບ ຊຶ່ງ​ເຮັດໃຫ້​ເສຍຊີວິດ​ໄດ້ ວິທີ​ປ້ອງ​ກັນ​ທີ່​ດີ​ທີ່ສຸດ​ຄື ຢ່າ​ໃຫ້​ຕົວ​ເອງ​ຖືກ​ຍຸງ​ກັດ ເຊັ່ນ ອາດ​ທາ​ຢາ​ກັນ​ຍຸງ ຫລື​ນອນ​ໃນ​ມຸ້ງ​.

    ອັນ​ດັບ​ທີ 5 ພະຍາດ​ໄຂ້​ເລືອດ​ອອກ ພາ​ຫະ​ນຳ​ພະຍາດ​ໄຂ້ ເລືອດ​ອອກ​ກໍ​ຄື "ຍຸງ​ລາຍ" ຊຶ່ງ​ຫາກ​ໄດ້ຮັບ​ເຊື້ອ​ປະ​ມານ 5-8 ມື້ ຜູ້​ປ່ວຍ​ຈະ​ມີ​ອາການ​ໄຂ້​ສູງ ຕິດ​ຕໍ່​ກັນ 2-7 ມື້ ໜ້າ​ແດງ ປວດ​ຫົວ ປວດ​ກ້າມ​ເນື້ອ ປວດ​ກະດູກ ບາງ​ລາຍ​ເບື່ອ​ອາຫານ ​ເຈັບທ້ອງ ຮາກ ຈາກ​ນັ້ນ​ຈະ​ມີ​ຈຸດ​ແດງ​ນ້ອຍ​ ໆ ຂຶ້ນ​ຕາມ​ລຳ​ຕົວ ຂໍ້​ຄວນ​ລະ​ວັງ​ຄື ຜູ້​ປ່ວຍ​ພະຍາດ​ໄຂ້​ເລືອດ​ອອກ ຫ້າມ​ກິນຢາ​ແອດ​ໄພ​ລິນ​ເດັດ​ຂາດ ເພາະ​ຈະ​ເຮັດໃຫ້​ເລືອດ​ອອກ​ໄດ້​ງ່າຍ​ຂຶ້ນ.

    ອັນ​ດັບ​ທີ 4 ພະຍາດ​ນ້ຳ​ກັດ​ຕີນກຸ່ມ​ສ່ຽງ​ຕໍ່ພະຍາດ​ນີ້​ຄື​ຄົົນທີ່​ຕ້ອງ​ຍ່າງ​ໃນ​ແຫລ່ງ​ ນ້ຳ ຄົົນທີ່​ພັກ​ອາໄສ​ຢູ່ໃນ​ພື້ນ​ທີ່​ນ້ຳ​ຖ້ວມ​ຂັງ ຫລື​ ຕ້ອງ​ລຸຍ​ນ້ຳ​ຂັງ​ໃນ​ໄລຍະ​ຝົນ​ຕົກ ແຕ່​ຫາກ​ຈຳ​ເປັນ​ຕ້ອງ​ຍ່າງ​ລຸຍ​ນ້ຳ ຄວນ​ຮີບ​ເຊັດ​ຕີນ​ໃຫ້​ແຫ້ງ​ທຸກ​ເທື່ອ ຫາກ​ຜິວ​ໜັງ​ເລີ່ມ​ເປື່ອຍເກີດ​ຕຸ່ມ​ຄັນ ນ້ຳ​ກັດ​ຕີນຫລື​ມີ​ບາດແຜໃຫ້​ຮີບ​ໄປ​ພົບ​ແພດ ເພື່ອ​ປິ່ນປົວ​ອາການ​ດັ່ງ​ກ່າວ​.    

   ອັນ​ດັບ​ທີ 3 ພະຍາດ​ເລບ​ໂຕດ​ໄປ​ໂລ​ຊິດ ຫລື ໄຂ້​ຍ່ຽວ​ໜູຫລາຍ​ຄົນ​ເຂົ້າໃຈ ຜິດ​ວ່າ ພະຍາດ​ຍ່ຍວ​ໜູ​ມີ​ພາ​ຫະ​ຄື " ໜູ " ເທົ່າ​ນັ້ນແຕ່​ແທ້ໆແລ້ວພາ​ຫະ​ຂອງ​ພະຍາດ​ຍ່ຽວ​ໜູມີ​ໄດ້​ທັງ​ສັດ​ລ້ຽງເຊັ່ນ ໝາ ໝູ ງົວ ຄາວຍ ລວມ​ທັງ​ສັດ​ປ່າ ແລະ​ ສິ່ງ​ແວດ​ລ້ອມ​ໃນ​ທີ່​ທີ່​ມີ​ນ້ຳ​ຖ້ວມ​ຂັງຫາກ​ໃຜ​ສຳ​ຜັດ​ຖືກ ເຊື້ອ​ຈະ​ເຂົ້າ​ສູ່​ຮ່າງກາຍ​ຜ່ານ​ທາງ​ບາດແຜ ເຍື່ອ​ບຸ​ດັງ ເຍື່ອ​ບຸ​ຕາ ເຍື່ອ​ບຸ​ໃນ​ຊ່ອງ​ປາກ​ໄດ້​ງ່າຍ ໆ ອາການ​ເດັ່ນ​ ໆ ຂອງ​ພະຍາດ​ນີ້​ຄື ຫລັງ​ໄດ້ຮັບ​ເຊື້ອ​ປະ​ມານ 1-2 ອາທິດ ຈະ​ມີ​ໄຂ້​ສູງ​ຮຸນແຣງ ປວດ​ຫົວ​ມັກ​ປວດ​ກ້າມ​ເນື້ອ​ບໍລິເວນ​ນ່ອງ ແລະ​ໂຄນ​ຂາ​ຢ່າງ​ຮຸນແຮງ ແລະ​ຕາ​ແດງ ຄໍ​ແຂງ ສະ​ຫລັບ​ກັບ​ໄຂ້​ລຸດ ຫາກ​ເປັນ​ຫລາຍ​ອາດ​ມີ​ຈຸດ​ເລືອດ​ອອກ​ທີ່​ເພ​ດານ​ປາກ ຫລື ​ຕາມ​ຜິວ​ໜັງ ສຳລັບ​ຄົົນທີ່​ມີ​ໄຂ້ ແຕ່​ໄຂ້​ບໍ່​ສູງ​ຫລາຍ ຄວນ​ເຊັດ​ຕົວ​ລຸດ​ໄຂ້​ເປັນ​ລະ​ຍະ ແລະ​ ຮັບປະທານ​ຢາລົດ​ໄຂ້ ເຊັ່ນ ພາ​ລາ​ເຊ​ຕາ​ມອນ ແຕ່​ຫ້າມ​ໃຊ້​ແອດ​ໄພ​ລິນ​ເດັດ​ຂາດ. ຫາກ​ຢ່າງ​ນໍາ​ນໍ້າ​ຖ້ວມ ຄວນ​ລ້າງ​ຕີນ​ໃຫ້​ສະ​ອາດ​ທຸກ​ເທື່ອໃຊ້​ຜ້າ​ສະ​ອາດ​ເຊັດ​ຕີນ​ໃຫ້​ແຫ້ງ ຢ່າ​ປ່ອຍ​ໃຫ້​ຕີນ​ປຽກ ນອກ​ຈາກ​ນີ້ ຫາກ​ຈຳ​ເປັນ​ຕ້ອງ​ຢູ່ໃນ​ພື້ນ​ທີ່​ນ້ຳ​ທ່ວມ ຕ້ອງ​ສວມ​ໃສ່​ຮອງ​ຕີນ​ບູດ​ໃຫ້​ຮຽບຮ້ອຍ.

    ອັນ​ດັບ​ທີ 2 ກຸ່ມ​ພະຍາດ​ຕິດ​ເຊື້ອ​ທາງເດີນ​ຫາຍ​ໃຈເມື່ອ​ອາ​ກາດປ່ຽນ​ແປງ​ເລື້ອຍ ທັງ​ຮ້ອນ​ຫຼາຍ ຝົນ​ຕົກ ກໍ​ເຮັດໃຫ້​ຄົນ​ເປັນ​ພະຍາດ​ລະບົບ​ທາງເດີນ​ຫາຍ​ໃຈ​ໄດ້​ງ່າຍ ໂດຍ​ສະເພາະ​ພະຍາດ​ຫວັດ ໄຂ້​ຫວັດ​ໃຫຍ່ ຊຶ່ງ​ເກີດ​ຈາກ​ເຊື້ອ​ໄວ​ລັດ​ແລະ​ແບກ​ທີ​ເລຍ​ໃນ​ອາ​ກາດ ແຖມ​ຍັງ​ຕິດ​ຕໍ່​ກັນ​ໄດ້​ງ່າຍ​ພຽງ​ແຕ່ການ​ໄອ ຈາມ ຫລື​ ມື​ທີ່​ເປື້ອນ​ນ້ຳ​ມູກ ນ້ຳ​ລາຍ ເສມ​ຫະ ເພື່ອ​ບໍ່​ໃຫ້​ເຊື້ອ​ພະຍາດ​ແພ່​ກະ​ຈາຍ​ສູ່​ຜູ້​ອື່ນ ຄວນ​ໃຊ້​ຜ້າ​ປິດ​ປາກ​ແລະ​ດັງ​ເມື່ອ​ເວລາ​ໄອ ຈາມ ຫລື​ຈະ​ສວມ​ໜ້າ​ກາກ​ອະນາໄມ​ກໍ​ເປັນ​ວິທີ​ປ້ອງ​ກັນ​ທີ່​ດີ ທີ່​ສຳຄັນ ຢ່າ​ລືມ​ໝັ່ນ​ລ້າງ​ມື​ເລື້ອຍ ໆ ເພື່ອ​ຂ້າ​ເຊື້ອ​ພະຍາດ​ທີ່​ເຮົາ​ອາດຈະ​ໄປ​ສຳ​ຜັດ​ມາ ຫລື​ປ້ອງ​ກັນ​ບໍ່​ໃຫ້​ເຮົາ​ແພ່​ເຊື້ອ​ພະຍາດ​ໄປ​ສູ່​ຄົນ​ອື່ນ ແລະ​ນອກ​ຈາກ​ພະຍາດ​ຫວັດ ໄຂ້​ຫວັດ​ໃຫຍ່​ແລ້ວ ຍັງມີ​ພະຍາດ​ຄໍ​ອັກ​ເສບ ຫລອດລົມ​ອັກ​ເສບ ແລະ​ ພະຍາດ​ປອດ​ບວມ​
.
    ອັນ​ດັບ​ທີ 1 ກຸ່ມ​ພະຍາດ​ຕິດ​ຕໍ່​ທາງ​ນ້ຳ​ແລະ​ອາຫານ ທີ່​ພົບ​ເລື້ອຍ​ຄື ພະຍາດ​ຖອກທ້ອງ  ທ້ອງບິດ ອາຫານ​ເປັນ​ພິດ ຕັບ​ອັກ​ເສບ ຊຶ່ງ​ສາ​ເຫດ​ເກີດ​ຈາກ​ຮັບປະທານ​ອາຫານ ຫລື​ ດື່ມ​ນ້ຳ​ທີ່​ມີ​ເຊື້ອ​ພະຍາດ​ປົນ​ເປື້ອນ ລວມ​ທັງ​ການ​ຮັບປະທານ​ອາຫານ​ສຸກ ໆ ດິບ ໆ ຫລື​ໃຊ້​ນ້ຳ​ທີ່​ບໍ່​ສະ​ອາດມາ​ປະກອບ​ອາຫານ ແລະ​ ຍັງ​ລວມ​ເຖິງ​ການ​ຮັບປະທານ​ອາຫານ​ທີ່​ປຸງ​ໄວ້​ດົນ​ຂ້າມ​ມື້ ຫລື​ ເກີນ 6 ຊົ່ວ​ໂມງ ເຊັ່ນ ອາຫານ​ກ່ອງ​ທີ່​ເຮັດ​ໄວ້​ສຳລັບ​ຄົນ​ຈຳນວນ​ຫລາຍ ທີ່​ອາດຈະ​ບູດ​ເສຍ​ໄດ້​ງ່າຍ ໆ.

    ຄວນ​ຮັບປະທານ​ອາຫານ​ທີ່​ປຸງ​ສຸກ​ໃໝ່​ ໆ ບໍ່​ມີ​ແມງ​ວັນ​ຕອມ ບໍ່​ຄວນຮັບ​ປະ​ທານ​ອາຫານ​ຄ້າງ​ຄືນ ຫລື​ ປຸງ​ສຳເລັດ​ຮູບມາ​ດົນ​ຫລາຍ​ຊົ່ວ​ໂມງ​ແລ້ວ ເພາະ​ອາຫານ​ອາດ​ບູດ​ເນົ່າ.     

    ດື່ມ​ນ້ຳ​ສະ​ອາດນ້ຳ​ທີ່​ຕົ້ມ​ແລ້ວ ຫລື ​ນ້ຳ​ບັນ​ທີ່ຮັບຮອງ​ຄຸນນະພາບ, ກ່ອນ​ຮັບປະທານ​ອາຫານ​ທຸກ​ເທື່ອ ຄວນ​ລ້າງ​ມື​ໃຫ້​ສະ​ອາດ​ເປັນ​ນິ​ໄສ. ຖ່າຍ​ໜັກ​ລົງ​ໃນ​ສ້ວມ ແລະ ​ລ້າງ​ມື​ທຸກ​ເທື່ອ​ຫລັງ​.

Delicious Digg Fark Twitter