ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ຄົນ​ຢູ່​ໃນ​ ສັງຄົມ​ນັ້ນ​ຍ່ອມ​ມີ​ການ​ຄົບ​ຄ້າ​ສະມາຄົມກັບຫຼາຍໆຄົນ, ບໍ່​ມີ​ຄົນ​ໃດ​​ໃນ​ໂລກ​ນີ້​ທີ່​ຈະ​ດໍາລົງ​ຊີວິດ​ຢູ່​ຄົນ​ດຽວ​ໂດຍ​ປາດ​ສະ​ຈາກ ​ເພື່ອ​ນມິດ​ສະຫາຍ. ນອກ​ຈາກ​ນັ້ນ​ເມື​ອ່ມີ​ເພື່​ອນ​ແລ້​ວ ຄວນມີ​ຄວາມ​ຮັກ​ແພງ​ຊ່ວຍ​ເຫຼືອຊຶ່ງ​ກັນ​ແລະ​ກັນນໍາ​ອີກ​ໄດ໋!, ​ເວົ້າ​ງ່າ​ຍໆ​​ເວລາຍາມ​ມີ​ອັນ​ໃດ​ຂັດ​ສົນ​ກໍ​ຊ່ວຍ​ກັນ​ແກ້​ໄຂ​ບັນຫາຊ່ວຍ​ ກັນ​​, ພ້ອມ​ກັນ​ເຮັດ-​ພ້ອມ​ກັນ​ທຳ​ມາ​ຫາ​ກິນ​ຢູ່​ໃນ​ສັງຄົມ, ມີ​ຄຳ​ສຸພາສິດ-​ຄຳ​ຄົມ​ບູຮານ​ຂອງ​ລາວຫຼາຍອັນ​ທີ່​ເວົ້າ​ເຖິງຄວາມ​ສາມັກຄີ​ ຮັກ​ແພງ​ກັນ​ຂອງ​ຄົນ​ໃນ​ສັງຄົມ, ຂໍ​ຍົກ​ຕົວຢ່າງ​ອັນໜຶ່ງກໍ​ຄື: " ຮົ້ວຫຼາຍຫຼັກຈຶ່ງໜັ້ນ ພີ່ນ້ອງຫຼາຍຊັ້ນ​ຈຶ່ງ​ດີ ".

​ແຕ່​ບໍ່ວ່າຢູ່​ ໃນ​ສັງຄົມ​ຂອງ​ປະ​ເທດ​ໃດ​ກໍ່​ຕາມ​ຈະ​ເປັນ​ສັງຄົມ​ທີ່​ມີ​ແຕ່​ຄົນ​ດີ​ ທັງໝົດນັ້ນ​ເປັນ​ໄປ​​ໄດ້​ຍາກ, ​ເພາະ​ມີ​ບາງ​ຄົນ​ຕົກ​ເປັນ​ທາດ​ຂອງ​ກິ​ເລດ​, ຕົກ​ເປັນ​ທາດ​​ແຫ່ງ​ສິ່ງ​ຊົ່ວ​ຮ້າຍ​ຕ່າງໆ ເລີຍ​ກາຍ​ເປັນ​ຄົນ​ບໍ່ດີ. ການ​ພົບ​ປະຄົບ​ຄ້າ​ສະມາ​ຄົນ​​ເຊິ່ງກັນ​ແລະ​ກັນ​ເຮົາ​ເອງ​ຄວນ​ເປັນ​ຜູ້​ ຮູ້ຈັກ​ເລືອກ​ເຝັ້ນ​ສິ່ງ​ທີ່​ດີ​ແລະ​ສິ່ງ​ທີ່​ບໍ່ດີ, ຮູ້ຈັກ​ມິດ​ແລະ​ສັດຕູ, ຖ້າ​ຮູ້​ແຍກ​ສິ່ງ​ເຫຼົ່ານີ້​ໄດ້​ກໍ​ຈະ​ມີໝູ່​ເພື່ອນ​ຄົນ​ຮັກ​ແພງ​ທີ່​ດີ​ ແລ້ວ​ຊີວິດ​ກໍ​ຈະ​ດີນໍາ​ອີກ​ໄດ໋!.

    ກົງກັນຂ້າມ​ຖ້າ​ໄປ​ພົວພັນ​ກັບ​ຄົນ​ບໍ່ດີ​ແລ້ວ​ກໍ​ມີ​ແຕ່​ຈະ​ເຮັດ​ໃຫ້​ຊີວິດ​ ຂອງ​ຕົນ​ເອງ​ນັບ​ມື້​ນັບໝົ່ນໝອງ​ຄື​ດັ່ງ​ສຸພາສິດ​ບູຮານ​ລາວ​ເວົ້າ​ວ່າ: " ຄົບ​ຄົນ​ດີ​ມີ​ສີ​ແກ່​ຕົວ ຄົບ​ຄົນ​ຊົ່ວ​ພາ​ຄົວໝົ່ນມອງ ".

    ໝູ່​ຄູ່​ຫຼື​ວ່​າໝູ່​ເພື່ອນກໍ່​ສໍາ​ຄັນ​​​ເຊັ່ນ​ດຽວ​ກັນ​ ຄວນເລືອກ​​ໃຫ້​ມັກ​ຄັກ​ແນວ​ໃດ​ຈຶ່ງ​ຖື​ວ່າ​ເປັນ​ເພື່ອນ​ທີ່​ດີ? ​ໃນ​ປື້​ມ​ເຄັດ​ລັບ​ສູ່​ຄວາມ​ສຳ​ເລັດທີ່ ທ່ານ ສີສະ​ເຫີ​ວຍ ຈັນທະ​ວີ​ສັກ ​ໄດ້​ຂຽນ​ໄວ້​ວ່າ: ​ເພື່​ອນທີ່ດີ​ຄວນປົກ​ປ້ອງ​​ເພື່ອນ​ຜູ້​ພາດ​ພັ້ງ​ໄປ​ແລ້ວ, ປົກ​ປ້ອງ​ຊັບ​ສົມບັດ​ຂອງ​ເພື່ອນ​ຜູ້​ພາດ​ພັ້ງ​ໄປ​ແລ້ວ, ​ເມື່ອມີ​ໄພກໍ​ເປັນ​ທີ່​ອາ​ໃສ​ໄດ້, ​ເມື່ອ​ເພື່ອນມີ​ທຸລະກໍ​ຊ່ວຍຊັບ​ເກີນ​ກວ່າ​ທີ່​ອອກປາກ​ໄວ້, ໄຂ​ຄວາມ​ລັບ​ຂອງ​ຕົນ​ເອງ​ຕໍ່​ເພື່ອນ, ປົກ​ປິດ​ຄວາມ​ລັບ​ຂອງ​ເພື່ອນ​ໄວ້​ບໍ່​ໃຫ້​ແຜ່​ຜ່າ​ຍ, ບໍ່ຖອດ​ຖີ້ມ​ເພື່ອນ​ໃນ​ຍາມ​ຫຍຸ້ງຍາກ​ຂັດ​ສົນ, ສະຫຼະຊີວິດ​ແທນ​ເພື່ອນ​ໄດ້, ​ເກືອດ​ຫ້າມ​ບໍ່​ໃຫ້​ເພື່ອນ​ທຳ​ຄວາມ​ຊົ່ວ​ແນະນຳ​ໃຫ້​ເພື່ອນ​ທຳ​ແຕ່​ຄວາມ​ດີ, ​ເມື່ອ​ເພື່ອນມີ​ຄວາມສຸກ​ກໍ​ສຸກ​ນຳມີ​ຄວາມທຸກ​ກໍ​ທຸກ​ນຳ, ​ໂຕ້​ຖຽງຄົນ​ທີ່​ຕຳນິ​ເພື່ອນເຫັນ​ດີ​ກັບ​ຄົນທີ​ສັນລະ​ເສີນ​ເພື່ອນ.

  ຖ້າ​ຜູ້​ໃດ​ທີ່​ກໍ​ລັງ​ຕິດ​ໝູ່​ຕິດ​ຄູ່ຫຼາຍ​ກວ່າ​ພໍ່-​ແມ່​ຫຼື​ວ່າ​ຄົນ​ທີ່​ ຮັກ​ແລ​ະ​ເປັນ​ຫ່ວງ​ຄວນ​ເບີ່​ງຄືນ​ວ່າ​ສິ່ງ​ທີ່​ເຮົາ​ກໍາລັງ​​ເຮັດ​ຫຼື​ວ່າ​ ປະ​ຕິ​ບັດ​ ກໍາລັງ​ກະທໍາ​ຢູ່​ນີ້​ມັນ​ຖືກ​ຕ້ອງ​ແລ້ວບໍ່? ​ຫຼື​ວ່າ​ໝູ່​ເພື່ອນ​ຂອງ​ເຮົາ​ມີ​​ຄຸນສົມ​ບັດຄືທີ່​ເວົ້າມາ​ຫຼື​ບໍ່? ​ແຕ່​ວ່າ​ຖ້າ​ຜູ້​ໃດ​ມີ​ເພື່ອລັກ​ຊ​ະນະ​ນີ້​ແມ່ນ​​ໂຊກດີ​ທີ່​ສຸດ​ລະ! ​ ບັນດາ​ລັກສະນະ​​ເລົ່າ​ນີ້​ຈະ​​ແມ່ນ​ຄວາມ​ຈິງຫຼືບໍ່ມັນ​ຂື້ນ​ຢູ່​ກັບ​ຄວາມ​ ເປັນ​ຈິງ, ອ່ານ​ແລ້ວ​ໃຫ້​ໃຊ້​ພິຈາລະນາ​ຍານ​ແດ່​ເດີ.
Delicious Digg Fark Twitter