ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

                                        ມີຮ້ານອາຫານແຫ່ງໜື່ງເປັນຮ້ານອາຫານຕາມສັ່ງ ເປັນຮ້ານແຂກໄປ ໄທມາມັກແວ່ກິນເຂົ້າ   

                      ມີມື້ໜື່ງຄົນຈີນຂີ່ລົດກະບະມາພໍດີມາຮ້ານສິມາກີນເຂົ້າ ມາກະໄດ້ພາສາລາວໜ້ອຍໜື່ງພໍ ປູໆ ປາໆ ນີ້ແຫລະ ເຂົ້າໄປສັ່ງອາຫານແຫລະ

               - ຄົນຈີນຖາມ : ມີຫຍັງກີນແນ່

               -  ແມ່ຄ້າ : ມີແກງ ມີລາບ ມີຂົ້ວ ມີຫລາຍແນວຢູ່ ສິກີນຫຍັງ ?

                           ພາກັນສັ່ງນຳ ພາກັນກິນໄປນຳ  ລະມີຄົນໜື່ງຢາກຂົ້ວຜັກ ເພີ່ນລະເວົ້າພາສາລາວແນ່ ພາສາຈີນແນ່ ເວົ້າກະເວົ້າບໍ່ຂອດ ແນວຄົນບໍ່ຮູ້ພາສາເນາະ

              -  ຄົນຈີນຖາມ : ແມ່ຄ້າ ມີສາວໃຊ້ ຢູ່ຫວາ

             -  ແມ່ຄ້າ : ບໍ່ມີຢູ່ຮ້ານເຮົາບໍ່ມີສາວໃຊ້ ສິເອົາຫຍັງເນາະ ດຽວສິເອົາໃຫ້

            -  ຄົນຈີນ : ສາວໃຊ້ຫັ້ນນາ! ຕາຍແຫລະອາຫານອັນໃດກະມີໝົດ ບາດຢາກກິນສ່ຳນີ້ບໍ່ມີຂາຍເນາະ

              

Delicious Digg Fark Twitter