ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຢູ່ບ້ານນຶ່ງ ນອນຢູ່ໃນແຂວງຄຳມ່ວນ ຊຶ່ງມີການຊົດເຊີຍພາຍຫຼັງຖືກນ້ຳຖ້ວມ ຂອງບໍລິສັດຈີນ ທີ່ກຳລັງຂຸດຄົ້ນບໍ່ເກືອ ກາລີ

ໃນປີຜ່ານມາ,  ມີພໍ່ນາຜູ້ນຶ່ງໄດ້ອາສັຍນາຂອງຄົນອື່ນເຮັດ ຜ່ານມານ້ຳບໍ່ຖວ້ມພໍເທົ່າໃດ ຜົນຜະລິດ ກໍພໍໄດ້ຈູນເຈືອຄອບຄົວ

ແຕ່ຕົກມາປີກາຍນີ້ ປີ 2011, ຖືກພັຍນ້ຳຖ້ວມແຮງ ຜູ້ກ່ຽວບໍ່ໄດ້ກ່ຽວເຂົ້າພໍຕົ້ນເລີຍ. ແຕ່ໃນປີນີ້ຫຼາຍຄອບຄົວກໍໂຊກດີ

ບໍ່ໄດ້ໄປຂໍເຂົ້າຢູ່ບ່ອນອື່ນມາກິນ ກໍຍ້ອນມີບໍລິສັດຂອງຈີນ ທີ່ກຳລັງຂຸດຄົ້ນແຮ່ກາລີ ໃນບໍລິເວນນີ້ຊ່ວຍເຫຼືອ ດ້ວຍເງິນສົດ ຕາມຈຳ

ນວນເສຍຫາຍ ຂອງແຕ່ລະຄົນ, ຄອບຄົວຜູ້ນີ້ຖືກຊົດເຊີຍໃນອັດຕາເຕັມສ່ວນ ຄືຖືກຊົດເຊີຍທັງໝົດເລີຍ ຄື ເປັນເງິນ 11 ລ້ານ

ກີບ. ບາດໄດ້ຮັບເງິນແຕ່ແທ້ແມ່ນ ເຈົ້າຂອງນາ ເອົາເກືອບໝົດ, ຕົວເອງໄດ້ພຽງ 1 ລ້ານເທົ່ານັ້ນ. ຢາກຖາມວ່າ ເພື່ອນ ພັນລາວ

ທຸກຄົນວ່າ ມັນມີຄວາມເປັນທຳຢູ່ບ່ອນໃດ? ອັນທີ່ເສຍ ຄອບຄົວລະ 4-5 ລ້ານ ໃຫ້ນາຍບ້ານ ເພື່ອຄ່າຄຳປາກ ຄຳເວົ້ານັ້ນບໍ່ວ່າດອກ.

Delicious Digg Fark Twitter