ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ
ສົງຄາມ​ໂລກ​ຄັ້ງທີ 2
 
 
ສົງຄາມ​ໂລກ​ຄັ້ງທີ 2 ​ແມ່ນ​ສົງຄາມ​ຮຸກ​ຮານ​ຂອງໂລກ​ທີ່​ປະ​ເທດ​ຟັດ​ຊິດ​ຄື​ເຢຍລະ​ມັນ ອີ​ຕາ​ລີ ​ແລະ​ຍີ່​ປຸ່ນກໍ່​ຂຶ້ນ, ​ແລ້ວ​ຂະຫຍາຍ​ເປັນ​ສົງຄາມ​ຕໍ່ຕ້ານ​ຟັດ​ຊິດ​ຂອງ​ປະຊາຊົນ​ທົ່ວ​ໂລກ. ວິ​ກິດ​ການ​ເສດຖະກິດ​ໂລກ​ແຕ່​ປີ 1929-1933​ໄດ້​ສະ​ເທື່ອ​ນ​ໂລກ​ທຶນ​ນິຍົມ, ເພື່ອຖີ້ມຄວາມ​ຂັດ​​ແຍ່ງ​ພາຍ​ໃນ​ປະ​ເທດ​ໄປ​ໃຫ້​ຜູ້​ອື່ນ,  ກຸ່ມ​ເຢຍລະ​ມັນ ອີ​ຕາລີ​ແລະ​ຍີ່​ປຸ່ນ​​ໄດ້​ກໍ່​ສົງຄາມຮຸກ​ຮານ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ​ຢ່າງ​ຕໍ່​ເນື່ອງ​ກັນ: ປີ 1931, ຍີ່​ປຸ່ນກໍ່​ສົງຄາມ​ຕໍ່​ຈີນ​ໂດຍ​ບໍ່​​ໄດ້ປະກາດ, ​ໄດ້​ຍຶດ​ເອົາ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ; ປີ 1936, ພາຍຫລັງ​ອີ​ຕາ​ລີ​ຍຶດ​ເອົາ​ເອຕີ​ໂອ​ປີ​ແລ້ວ, ກໍ​ໄດ້​ຮ່ວມ​ມື​ກັບ​​ເຢຍລະ​ມັນ​ເຂົ້າ​ແຊກ​ແຊງ​​​ເສິກກາງ​ເມືອງ​ຂອງແອັສປາຍ​ດ້ວຍ​ກຳລັງ​ອາວຸດ; ປີ 1937, ຍີ່​ປຸ່ນຍົກ​ພົນ​ຢ່າງຫລວງຫລາຍ​ເຂົ້າຮຸກ​ຮານ​ພາກ​ເໜືອ​ແລະ​ພາກ​ກາງຂອງ​ຈີນ; ຕໍ່​ຈາກ​ນັ້ນ, ​ເຢຍລະ​ມັນ​ໄດ້​ຍຶດ​ເອົາ​​ໂອ​ຕຼິສ​ແລະ​ເຊັກ​ໂກ​ສະ​ໂລວາ​ກີ​(1938—1939); ອີ​ຕາ​ລີ​ຍຶດ​ເອົາ​ອານ​ບາ​ນີ​ເມື່ອ​ປີ 1939. ສ່ວນ​ກຸ່ມ​ການ​ປົກຄອງ​ຂອງ​ອັງກິດ​ແລະ​ຝຣັ່ງ​ພັດ​ໃຊ້​ນະ​ໂຍບາຍ​ຍວະ​ເຍົ້າ​ໃຫ້​ສະຫງົບ, ຍຸຍົງພວກ​ຟັດ​ຊິດ​ຮຸກ​ຮານ, ​ເຈດ​ຕະນາ​​ແນປາຍ​ຫອກ​ຮຸກ​ຮານ​ໄປ​​ໃຫ້​ສະຫະພາບ​​ໂຊ​ວຽດ. ວັນ​ທີ 1 ກັນຍາ​ປີ 1939, ທະ​ຫານ​ເຢຍລະ​ມັນ​ບຸກ​ເຂົ້າ​ໂປ​​ໂລ​ຍ, ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ປະ​ເທດ​ຈັກກະພັດ​ນິຍົມ​​ໄດ້​ດຸ​ເດືອດຂຶ້ນ. ວັນ​ທີ 3 ກັນຍາ, ອັງກິດ​ແລະ​ຝຣັ່ງປະກາດ​ສົງຄາມ​ຕໍ່​ເຢຍລະ​ມັນ, ສົງຄາມ​​ໂລກ​​​ໄດ້​ເກີດ​ຂຶ້ນ​ຢ່າງຮອບດ້ານ. ​ເດືອນ​ເມສາ​ປີ 1940, ທະຫານ​ເຢຍລະ​ມັນ​​ໄດ້ຍຶດ​ເອົາ​ດານ​ມາກ​ແລະ​ນອກ​ແວ​ຢ່າງ​ວ່ອງ​ໄວ; ​ເດືອນ​ພຶດສະພາ, ​ໄດ້​ຍຶດ​ເອົ​າ​ໂຮ​ນລັງ ​ແບນ​ຊິກ ​ແລະ​ລຸກຊຳ​ບວກ, ​ແລ້​ວ​ໄດ້​ບຸກ​ເຂົ້າດິນ​ແດນ​ຝຣັ່ງ, ທະຫານ​ອັງກິດ​ໄດ້​ຖອນ​ອອກ​ຈາກດຸນ​ເຄີກຢ່າງ​ກະວົນ​ກະ​ວາຍ. ​ເດືອນ​ມິຖຸນາ, ຝຣັ່ງຍອມ​ຈຳນົນ. ​ເດືອນ​ມິ​ນາປີ 1941, ທະຫານ​ເຢຍລະ​ມັນ​ເຂົ້າປະຈຳ​ບຸນ​ກາລີ, ​ເດືອນ​ເມສາ​ຍຶດ​ເອົາ​ຢູ​ໂກສະ​ລາ​ວີ​ແລະ​ເກຼັກ. ອີ​ຕາ​ລີ​ພັດ​ສວຍ​ໂອກາດ​ຍຶດ​ເອົາ​ເມືອງ​ຂຶ້ນ​ຂອງ​ອັງກິດ​ແລະ​ຝຣັ່ງທີ່​ຢູ່​ທະ​ເລ​ເມ​ຕີ​​ແຕລາ​ເນ​ແລະ​ອາ​ຟຼິກາ​ເໜືອ. ວັນ​ທີ 22 ມິຖຸນາ​ປີ 1941, ​ເຢຍລະ​ມັນ​ໄດ້​ຈີກ​ສັນຍາ​ຕ່າງ​ບໍ່​ລ່ວງ​ລ້ຳ​ກັນ​ລະຫວ່າງ​ໂຊ​ວຽດ​ເຢຍລະ​ມັນ, ​ໄດ້​ບຸກ​​ໂຈມ​ຕີ​ສະຫະພາບໂຊ​ວຽດຢ່າງ​ກະທັນຫັນ. ອີ​ຕາ​ລີ ​ແຟງລັງ ຮົງ​ກາລີ ​ແລະ​ລູມານີກໍ​ໄດ້ກໍ່​ສົງຄາມ​ຕໍ່​ໂຊວຽດ​ໃນ​ຂະນະ​ດຽວກັນ. ສະນັ້ນ, ອັງກິດ​ແລະອາ​ເມ​ລິ​ກາຈຶ່ງ​ໄດ້​ຜູກ​ເປັນ​ພັນທະ​ມິດກັບ​ໂຊ​ວຽດ, ​ເລີ່​ມສົງຄາມ​ຕໍ່ຕ້ານ​ຟັດ​ຊິດ​ຂອງ​ປະຊາຊົນທົ່ວ​ໂລກ. ​ວັນ​ທີ 7 ທັນ​ວາ​ປີ 1941, ​ເວລາ​ທ້ອງ​ຖິ່ນ, ທະຫານ​ຍີ່​ປຸ່ນ​ໄດ້​ຫລອນ​ໂຈມ​ຕີ​ເມືອງ​ທ່າ​ເຟີ​ຣ໌ອາ​ເມ​ລິ​ກາ, ສົງຄາມ​ມະຫາ​ສະໝຸດປາຊີ​ຟິກ​ເລີຍ​ເກີດ​ຂຶ້ນ. ທະຫານ​ຍີ່ປຸ່ນ​ໄດ້​ຍຶດ​ເອົາ​ຟິລິບ​ປິນ ​ໄທ ມາ​ເລ​ເຊຍ ສິງກະ​ໂປ ອິນ​ເດຍຕາ​ເວັນ​ອອກ​ຂຶ້ນ​ກັບ​ໂຮ​ນລັງ(ຄືອິນ​​ໂດ​ເນ​ເຊຍປັດ​ຈຸ​ບັນ) ມຽນມ້າ ​ແລະ​ເກາະດອນ​ຫລວງຫລາຍ​ຢູ່​ມະຫາ​ສະໝຸດ​ປາຊີ​ຟິກ. ຢູ່​ສະໜາມ​ລົບ​ຈີນ, ທະຫານ​ຍີ່​ປຸ່ນຜູ້​ຮຸກ​ຮານ​ໄດ້​ປະສົບ​ການ​ຕໍ່ຕ້ານ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ​ຈາກ​ປະຊາຊົນ​ຈີນ, ​ເຮັດ​ໃຫ້​ອັງກິດ​ແລະ​ອາ​ເມ​ລິ​ກາ​ຍາດ​ໄດ້​ໂອກາດ​ໃນ​ສົງຄາມ​ມະຫາ​ສະໝຸດປາຊີ​ຟິກ. ຢູ່​ເອີ​ລົບ, ​ໃນ​ລະດູ​ໜາວ​ປີ 1941, ທະຫານ​​ເຢຍລະ​ມັນ​ໄດ້​ເສຍ​ໄຊ​ຢູ່​ຊານ​ເມືອງ​ມົສກູ; ​ເດືອນ 11 ປີ 1942, ທະຫານ​ໂຊ​ວຽດ​ໄດ້ຕ່າວ​ໂຈມ​ຕີ​ຢູ່ສະ​ຕາ​ລິນ​ກຼາດ, ​ເດືອນ​ກຸມພາ​ປີ 1943, ທະຫານ​ໂຊ​ວຽດ​ໄດ້​ດັບ​ສູນ​ທະຫານ​ເຢຍລະ​ມັນທີ່​ຖືກ​ປິດ​ລ້ອມ, ​ແລ້ວ​ຫັນປ່ຽນ​ສະພາບ​ການ​ສູ້​ລົບ. ​ເດືອນ 11 ປິ 1942, ທະຫານ​ອາ​ເມ​ລິ​ກາ​ແລະ​ອັງກິດ​ໄດ້​ຍົກ​ພົນ​ຂຶ້ນ​ບົກ​ຢູ່​ອາ​ຟຼິກາ​ເໜືອ, ​ເດືອນ​ພຶດສະພາ​ປີ 1943, ​ໄດ້ຂັບ​ໄລ່​ທະຫານ​ເຢຍລະ​ມັນ​ແລະ​ອີ​ຕາ​ລີ​ອອກ​ຈາກ​ອາ​ຟຼິກາ​ເໜືອ, ​ແລະ​ໄດ້​ຍົກ​ພົນ​ຂຶ້ນ​ບົກ​ຢູ່​ເກາະ​ຊີ​ຊີ​ລີ​ໃນ​ເດືອນ​ກໍລະ​ກົດ. ວັນ​ທີ 3 ກັນຍາ​ປີ 1943, ອີ​ຕາ​ລີ​ຍອມ​ຈຳນົນ. ​ເດືອນ​ມິ​ຖຸນາປີ 1944, ທະຫານ​ອາ​ເມ​ລິ​ກາ​ແລະ​ອັງກິດ​ໄດ້​ຍົກ​ພົນ​ຂຶ້ນ​ບຸກຢູ່​ເມືອງ​ນອກ​ມັງ​ດີ​ແຫ່ງ​ຝຣັ່ງ, ​ແລ້ວ​ເປີດ​ສະໜາມ​ລົບ​ທີ​ສອງ. ​ໃນ 6 ​ເດືອນ​ທ້າຍ​ປີ 1944, ທະຫານ​ໂຊ​ວຽດ​ໄລ່​ຕີ​ທະຫານ​ເຢຍລະ​ມັນ, ​ໄດ້​ປະສານ​ສົມທົບ​ກັບ​ການ​ຕໍ່​ສູ້​ປົດ​ປ່ອຍ​ຂອງ​ບັນດາ​ປະ​ເທດ​ເອີ​ລົບ​ຕາ​ເວັນ​ອອກສຽງ​​ໃຕ້. ຕົ້ນ​ປີ 1945, ທະຫານ​ໂຊ​ວຽດ​ແລະ​ທະຫານ​ອັງກິດ​ອາ​ເມ​ລິ​ກາ​ແ​ບ່ງ​ເປັນ​ຫລາຍ​ທາງ​​ບຸກ​ເຂົ້າດິນ​​ແດນ​ເຢຍລະ​ມັນ. ​ວັນ​ທີ 2 ພຶດສະ​ດາ, ທະຫານ​ໂຊ​ວຽດບຸກ​ເຂົ້າ​ແບກ​ແລງ. ວັນ​ທີ 8 ພຶດສະພາ, ​ເຢຍລະ​ມັນ​ໄດ້​ຍອມ​ຈຳນົນ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ, ທະຫານ​ອາ​ເມ​ລິ​ກາ​ແລະ​ອັງກິດ​ໄດ້​ເຕົ້າ​ໂຮມ​ກຳລັງ​ໂຈມ​ຕີ​ທະຫານ​ຍີ່​ປຸ່ນຢູ່​​ໃນມະຫາ​ສະໝຸດ​ປາຊີ​ຟິກ. ວັນ​ທີ 6 ​ແລະ​ວັນ​ທີ 9 ສິງຫາ​, ອ​າ​ເມ​ລິ​ກາ​ໄດ້​ຖິ້ມ​ລູກ​ລະ​ເບີດ​ປະລະມານູ​ສອງ​ລູກ​ໃສ່ຮີ​ໂລ​ຊີ​ມາ ​ແລະນາ​ກາສາ​ກີຂອງ​ຍີ່​ປຸ່ນ. ​ໂຊ​ວຽດກໍ​ໄດ້​ປະກາດ​ສົງຄາມ​ຕໍ່​ຍີ່​ປຸ່ນ​ໃນ​ວັນ​ທີ 8 ສິງ​ຫາ. ປະຊາຊົນ​ຈີນ​ດຳ​ເນີນ​ການ​ຕ່າວໂຈມ​ຕີ​ຄືນຕໍ່​ທະຫານ​ຍີ່​ປຸ່ນຢ່າງຮອບດ້ານ, ກອງທະຫານຄັງ​ໂທ ​ເຊີ່ງ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ຂອງ​ຍີ່​ປຸ່ນ​ໄດ້​ຖືກ​ດັບ​ສູນ​ຢ່າງ​ວ່ອງ​ໄວ. ວັນ​ທີ 15 ສິງຫາ, ຍີ່​ປຸ່ນປະກາດ​ຍອມ​ຈຳນົນ, ວັນ​ທີ 2 ກັນຍາ​ໄດ້​ເຊັນ​ສັນຍາຍອມ​ຈຳນົນ. ສົງຄາມ​ໂລກ​ຄັ້ງທີ 2 ​ໄດ້​ສິ້ນ​ສຸດ​ລົງ. ນັບ​ລວມ​ແລ້ວ, ມີ 61 ປະ​ເທດ​ແລະ​ເຂດ​ແຄວ້ນ​ຖືກ​ມ້ວນ​ເຂົ້າສົງຄາມ, (ກວມ​ປະຊາກອນ​ໂລກ​ປະມານ 80%), ຜູ້​ຕາຍ​ແລະ​ບາດ​ເຈັບ​ມີ​ປະມານ 55 ລ້ານ​ຄົນ. ປະ​ເທດ​ຟັດ​ຊິດ​ພັງ​ທະ​ລາຍ, ສາທາລະນະ​ລັດ​ປະຊາຊົນ​ສ້າງຕັ້ງຂຶ້ນ​ແລະ​ກຳລັງ​ປະຊາຊົນ​​ບັນດາ​ປະ​ເທດ​ເຕີບ​ໃຫຍ່​ຂຶ້ນ, ​ໄດ້​ສ້າງ​ເງື່ອນ​ໄຂ​ທີ່ມີ​ຜົນ​ດີ​ໃຫ້​ແກ່​ການ​ຕໍ່​ສູ້​ຍາດ​ເອົາ​ສັນຕິພາບ ປະຊາທິປະ​ໄຕ​ແລະ​ສັງຄົມ​ນິຍົມ​ຫລັງ​ສົງຄາມ.
 
Delicious Digg Fark Twitter