ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

Divider

ເວລາຖືກເຊີນໄປຮ່ວມງານລ້ຽງຕ່າງໆ ມັນກໍບໍ່ແມ່ນເລື່ອງແປກ ທີ່ຕ້ອງມານັ່ງຄິດໃຫ້ມັນເຈັບສະໝອງແມ່ນບໍ ? ແຕ່ບາງທີສິ່ງເລັກໆນ້ອຍໆ ທີ່ຄິດວ່າງ່າຍໆໃນເບື້ອງຕົ້ນນັ້ນ ມັນກໍພາໃຫ້ເຮົາບໍ່ສະບາຍໃຈ ໂດຍສະເພາະ ໃນຍາມທີ່ຕ້ອງຢູ່ທ່າມກາງ ກັບຫຼາຍໆຄົນດ້ວຍຄວາມລຳບາກ ຈົນມີຄຳຢອກຫຼິ້ນໃນພາສາຂອງຄົນຮູ້ໃຈວ່າ: ກິນເຂົ້າກັບນາຍ ຟ້ອນລຳວົງກັບເມຍ ຈັ່ງແມ່ນມັນເພຍຫົວໃຈ... ຄືຈັ່ງວ່າ ! ມັນບໍ່ເປັນທຳມະຊາດ ຫຼື ຂາດສີສັນ ແລະ ຫຼົດຊາດຈັ່ງໃດຈັ່ງໜຶ່ງ ຈັ່ງຊັ້ນລະ ! ເພື່ອບໍ່ໃຫ້ທ່ານຮູ້ສຶກອຶດອັດ ຈົນ ຕ້ອງກິນເຂົ້າບໍ່ແຊບ ຫຼື ກິນບໍ່ອີ່ມ ຈົນຕ້ອງກັບມາຈ້ຳແຈ່ວປາແດກຢູ່ເຮືອນນັ້ນ ຂໍຍົກເອົາບາງບັນຫາມາແລກປ່ຽນດັ່ງນີ້:

- ເມື່ອຖືກເຊີນ ຄວນມາກົງເວລາ ເພື່ອຈະໄດ້ທຳຄວາມຮູ້ຈັກ ສະພາບຂອງງານໄດ້ຢ່າງລະອຽດ.

- ບໍ່ຄວນລຸກອອກໄປຫັ້ນມາໜີ້ ໂດຍບໍ່ຈຳເປັນ ລະວັງການໄອ ຈາມ ຫາວ ແລະ ເບະສົບທີ່ບໍ່ຕັ້ງໃຈ.

-ບໍ່ຄວນອ່ານໜັງສື ຫຼື ຈົດໝາຍ ຍົກເວັ້ນລາຍການອາຫານ ແລະ ກິດຈະກຳທີ່ເຈົ້າພາບຢາຍໄວ້.

-ບໍ່ຄວນກາງສອກ ເດ່ແຂນ ຄືກັບຕີມວຍ ອັນເປັນການກີດຂວາງຄົນ ທີ່ນັ່ງຢູ່ທາງຂ້າງ.

- ເວລາຍົກນ້ຳ ເບຍ ຫຼື ຍໍເຫຼົ້າດື່ມ ບໍ່ຄວນຍົກສູງຈົນໄດ້ແຫງນຄໍໃສ່.

- ບໍ່ຄວນໃຊ້ມືກ້ຳຊ້າຍຈັບຈອກ ຖ້ວຍ ຫຼື ເຄື່ອງໃຊ້ທີ່ເພິ່ນຈັດວາງໄວ້ ໃຫ້ສຳລັບຄົນແຮງກ້ຳຂວາ.

- ເວລາຕັກອາຫານ ຄວນລະວັງ ບໍ່ໃຫ້ເຮ່ຍ ຫຼື ຕົກໂຢດຊະຊາຍ ເຊິ່ງພາໃຫ້ບໍ່ງາມຕາ.

- ຖ້າບັງເອີນເຮົາເຮັດສິ່ງໃດສິ່ງໜຶ່ງຜິດ ກໍຈົ່ງວາງທ່າເສີຍເປັນທຳມະຊາດ ຢ່າແກ້ຕົວ.

- ບໍ່ຈັບບາຍ ຫຼິ້ນບ່ວງ ອົມສ້ອມ ແລະ ແພເຊັດປາກ ບໍ່ຄວນຍື່ນມືຢິບເອົາເຄື່ອງໃຊ້ຂອງຄົນອື່ນ.

- ຕ້ອງໃຈໃຫຍ່ ຊ່ວຍເຫຼືອຜູ້ທີ່ຢູ່ທາງຂ້າງ ໂດຍສະເພາະແມ່ຍິງ ໃນການບໍລິການເຂົ້າປາອາຫານ.

- ບໍ່ຄວນຕັກຈົນລົ້ນ ກິນຄຳໃຫຍ່ ບໍ່ຫຍ້ຳອາຫານໃຫ້ມີສຽງດັງ ແລະ ອາຫານທີ່ຕັກມາ ຄວນກິນໃຫ້ໝົດ.

- ບໍ່ໃຊ້ມີດສຽບຕັກອາຫານໃສ່ປາກ ບໍ່ຍົກບ່ວງ ຫຼື ສ້ອມສູງເກີນໄປ ບໍ່ເວົ້າລົມເມື່ອອາຫານຢູ່ປາກ.

- ບໍ່ຄາກຖົ່ມກ້າງ ກະດູກ ເມັດ ແກ່ນ ອອກຈາກປາກ ຄວນໃຊ້ຜ້າ ຫຼື ເຈ້ຍອະນາໄມຮອງຮັບ.

- ບໍ່ເອົາຜ້າເຊັດປາກ ເໜັບໃສ່ບ່ອນໃດບ່ອນໜຶ່ງ ແຕ່ຄວນພືອອກ ພາດໄວ້ກົກຄາ ໜັາຕັກ ຫຼື ໜ້າໂຕະ.

- ຢ່າພັບ ຫຼື ມ້ຽນຜ້າເຊັດມື ຄວນປະຕາມທຳມະຊາດ ຄືກັບຜ້າທີ່ເປື້ອນແລ້ວ.

ອາຫານທຸກປະເພດ ຖ້າເຮົາບໍ່ທັນເຄີຍສັນ ກໍຢ່າຟ້າວກິນ ຄວນສັງເກດຄົນຢູ່ທາງຂ້າງ ແລ້ວຈຶ່ງຄ່ອຍຮັບປະທານຊ້າໆ ບໍ່ຟ້າວບໍ່ຝັ່ງ ສຳລັບເມຍທີ່ຍິ້ມຢູ່ທາງຂ້າງນັ້ນ ໃຫ້ຄິດ ສາວ່າ ເປັນຄົນຮັກໃໝ່ ທີ່ເຮົາຫາກໍຮູ້ຈັກ ແລະ ຢາກຟ້ອນນຳຈົນໃຈຈະຂາດ ຖ້າເຮັດໄດ້ຊ່ຳນີ້ແລ້ວ ຍັງບໍ່ມີຄວາມສຸກ ກໍບໍ່ຄວນມີຄວາມຮັກ...

ໂດຍ: ສາຍດາຣາ


Delicious Digg Fark Twitter