ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

 

ການຫາຍໄປຂອງຈຸດຕ່າງໆໃນຂອງດວງອາທິດ ໄດ້ເຮັດໃຫ້ ນັກວິທະຍາສາດ ສົງໄສວ່າ ພວກເຂົາກຳລັງສັງເກດເຫັນຄວາມງຽບສະຫງົບ ກ່ອນພາຍຸພະລັງ ງານຈະເກີດຂື້ນ.

໑. ຈຸດຕ່າງໆໃນດວງອາທິດປະກົດຂື້ນແລະຫາຍໄປເປັນປົກກະຕິ, ແຕ່ວ່າຊ່ວງ ນີ້ມັນເກືອບ ວ່າຈະໝົດໄປ. ຫລາຍສະຕະວັດຜ່ານມາ, ນັກດາຣາສາດໄດ້ບັນທຶກເອົາໄວ້ເມື່ອ​ໃດຈຸດມືດດຳ ເຫລົ່ານີ້ປະກົດຂື້ນຢູ່ພື້ນຜິຂອງດວງອາທິດ ແລະມັນຈະມະຫັບມະຫາຍໄປພາຍໃນສອງ ສາມວັນ ຫລືບໍ່ກໍເປັນຫລາຍໆອາທິດ ຫລາຍເດືອນ. ຂອບໃຈໃນຄວາມພະຍາຍາມຂອງ ພວກເຂົາ(ນັກວິທະຍາສາດ), ພວກເຮົາຮູ້ວ່າ ຈຸດຕ່າງໆໃນດວງອາທິດປ່ຽນແປງໄປມາ ແລະແກ່ຍາວກວ່າປະມານ​ໃນ​ຮອບ 11 ປີ.

໒. ​ແຕ່​ວ່າ ພາຍ​ໃນ​ 2 ປີຜ່ານມາ, ຈຸດ​ຕ່າງໆ​​ເທິງ​ດວງ​ອາທິດ​ສ່ວນ​ໃຫຍ່​ຈະ​ຫາຍ​ໄປ. ຕໍ່​ການ​ຫາຍ​ໄປ​ຂອງ​ຈຸດ​ຕ່າງໆ​ນັ້ນ ​ມັນ​ເປັນ​ເວລາ​ທີ່​ຍາວ​ນານ​ທີ່​ສຸດ​ພາຍ​ໃນ 100 ປີ ຈົນ​ວ່າ​ເຮັດ​ໃຫ້​ຜູ້​ມັກ​ສັງ​ເກດ​ເບິ່ງ​ດວງ​ອາທິດ​ຕາມ​ລະດູ​ການ​ມີ​ຄວາມ​ປະຫລາດ​ໃຈ. ​ເດ​ວິດ ຮາດ​ທາ​ເວ​ຢ໌, ນັກຟິຊິກສາດ ປະຈຳ ອົງການນາຊາ ສູນຄວບ​ຄຸມຍານອາວະກາດໃນຮັນສະວີວ ເອແອລເອ ກ່າວ​ວ່າ “ພວກເຮົາເກືອບວ່າຈະບໍ່ເຄີຍເຫັນປະກົດການຂອງສຸຣິຍະຈັກກະວານໃນຄວາມຊົງຈຳ ແບບນີ້ມາກ່ອນເລີຍ.”

 ໓. ຜ່ານ​ມາ ການ​ສຳ​ຫລວດ​ວິ​ໄຈ​ກ່ຽວ​ກັບ​ດວງ​ອາທິດ​ບໍ່​ເຄີຍ​ມີ​, ຕ້ອງ​ຂໍ​ຂອບ​ໃຈ​ການ​ສ່ອງ​ກ້ອງ​ທາງ​ໄກ​ຂອງ​ຖານ​ທັບ​ຍານ​ອາ​ວະ​ກາດ. ຜົນ​ຂອງ​ການ​ສ່ອງ​ແສງ​ລັດສະໝີ​ກັບ​ມາ ສະ​ແດງ​ໃຫ້​ເຫັນ​​ເຖິງ​ດາວ​ທີ່ຢູ່​ໃກ້​ພວກ​ເຮົາ​ທີ່​ສຸດ ​ແລະ​ມີ​ຜົນ​ກະທົບ​ຕໍ່​ໂລກ​ຂອງ​ເຮົາ ​ໃນ​ແສງ​ສະຫວ່າງ​ອັນ​ໃໝ່. ຈຸດ​ຕ່າງໆ​ໃນ​ດວງ​ອາທິດ ​ແລະ​​ຮ່ອງຮອຍຕ່າງໆ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ກິດຈະກຳ​ສະໜາມ​ແມ່​ເລັກ​ໃນ​ດວງ​ອາທິດ​ໄດ້​ຄ່ອຍ​ຫລຸດ​ໜ້ອຍ​ລົງ ​ແລະ​ບາງ​ຄັ້ງ​ດວງ​ອາທິດ​ອາດ​ຈະ​ຫົດ​ຕົວ​ເຂົ້າກໍ​ເປັນ​ໄດ້. ພ້ອມ​ດຽວ​ກັນ​ນີ້, ຜົນສຳ​ຫລວດ​ໄດ້​ໄຂ​ເງື່ອນ​ປິດສະໜາ​ໃຫ້​ຮູ້​ວ່າ ບາງ​ສິ່ງ​ທີ່​ສຳຄັນ​ອາດ​ເກີດ​ຂື້ນ​ໃນ​ດວງ​ອາທິດ. ຄຳ​ຖາມ​ສຳຄັນ​ທີ່​ຕາມ​ມາ​ນັ້ນ​ຄື : ມັນ​ແມ່ນ​ຫຍັງ​ກັນ​ແທ້?

 ໔. ກຸ່ມ​ຈຸດ​ຕ່າງໆ​ຂອງ​ດວງ​ອາທິດ ​ໄດ້​ເຕືອນ​ລ່ວງ​ໜ້າ ​ກ່ຽວ​ກັບ​ພາຍຸ​ຍັກຂອງ​ລະບົບ​ສຸ​ຣິຍະຈະ​ເກີດ​ຂື້ນ ​ເຊິ່ງສາມາດ​ປ່ອຍ​ພະລັງ​ອອກ​ຫລາຍ​ຕື້​ເທື່ອ​​ແຮງ​ກວ່າ​ລະ​ເມີດ​ປະລາ​ມະນູ. ຢ້ານ​ວ່າ ການລະ​ເມີດ​ຄັ້ງ​ຍິ່ງ​ໃຫຍ່​ນີ້ ອາດ​ກໍ່​ໃຫ້​ເກີດ​ຄວາມ​ຫາ​ຍະ​ນະ​ຢ່າງ​ໃຫຍ່​ຫລວງ​ແກ່​​ໂລກ​ມະນຸດ ​ແລະ ​ບັນຫາ​ການ​ໂຕ້​ແຍ້​ງກັນ​ກ່ຽວ​ກັບ​ບົດບາດ​ຂອງ​ດວງ​ອາທິດ​ຕໍ່​ການ​ປ່ຽນ​ແປງ​ຂອງ​ອາກາດ ກໍ​​ເປັນ​ການ​ຮີບ​ດ່ວນ​ທີ່​​ເພີ່ມ​ເຂົ້າ​ມາ​ໃນ​ການ​ສຶກສາວິ​ໄຈ​ເຫລົ່ານີ້. ​ເມື່ອ​ອົງການ​ນາ​ຊາ ​ແລະ​ສູນ​ຄວບ​ຄຸມ​ຍານ​ອາ​ວະ​ກາດ​ຂອງ​ຍູ​ໂຣບ(European Space Agency) ​ໄດ້​ຕິດ​ຕັ້ງຫໍ​ດູດ​ວງອາທິດ (the Solar and Heliospheric Observatory) ​ເປັນ​ເວລາ​ເກືອບ 15 ປີຜ່ານມາ​ແລ້ວ, “ ຄວາມເຂົ້າໃຈກ່ຽວກັບ ວົງຈອນຂອງດວງອາທິດ ກໍຍັງບໍ່ທັນແມ່ນໜຶ່ງໃນວັດຖຸປະສົງ ທາງວິທະຍາສາດ.” ເບີນຮາດ ເຟລກ ກ່າວ, ນັກໂຄງການຂອງສູນປະຕິບັດການ ວິທະຍາສາດ. “ ຕອນນີ້ ມັນໄດ້ກາຍເປັນໜຶ່ງຂອງບັນຫາທີ່ສຳຄັນ”.

໕. ຈຸດຕ່າງໆໃນດວງອາທິດ ແມ່ນປະຕູສູ່ວິນຍານຂອງແມ່ເຫລັກຂອງມັນ. ມັນໄດ້ສ້າງຂື້ນ ບ່ອນທີ່ເປັນຫ່ອມຫລຸບຂອງສະໜາມແມ່ເຫລັກ, ກໍ່ໃຫ້ເກີດຄວາມ ເລິກເຂົ້າໄປໃດດວງອາທິດ, ເປັນບໍ່ຂື້ນມາແລ້ວກໍລະເບີດພື້ນຜິວຂອງມັນ, ນຳໄປສູ່ການຫລຸດລົງເປັນຈຸດໆຂອງອຸນຫະພູມ ທີ່ເຮົາສາມາດແນມເຫັນເປັນຈຸດບອດດຳ.   ການປ່ຽນແປງໃດໆ ໃນຈຳນວນຈຸດ ຕ່າງໆຂອງ ດວງອາທິດ ສະທ້ອນໃຫ້ເຫັນເຖິງການປ່ຽນແປງພາຍໃນດວງອາທິດ. ຮາທາເວຢ໌ ກ່າວວ່າ “ ໃນລະຫວ່າງການປ່ຽນແປງນີ້, ດວງອາທິດໄດ້ໃຫ້ເຮົາສັງເກດເຫັນພາຍໃນຂອງມັນ”

໖. ເມື່ອຈຳນວນ​ຈຸດ​ຕ່າງໆ​ຂອງ​ດວງ​ອາທິດ​ຫລຸດ​ລົງ​ໃນ​ທຸກໆ​ສຸດ​ທ້າຍ​ຂອງ​ຮອບ 11 ປີ, ພາ​ຍຸ​ຂອງ​ດວງ​ອາທິດ​ສິ້ນ​ສຸດ​ລົງ ​ແລະ​ທຸກ​ຢ່າງ​ກໍ​ງຽບ​ສະຫງົບ​ຫລາຍ​ຂື້ນ. ປະກົດ​ການ​ຫລຸດ​ລົງ​ຕ່ຳ​ແບບ​ນີ້​ບໍ່​ຄ່ອຍ​ແກ່ຍາວ​ເວລາ. ພຽງ​ພາຍ​ໃນ​ໜຶ່ງ​ປີ, ຈຸດ​ຕ່າງໆ​ແລະ​ພາຍຸ​ກໍ​ຈະ​ເລີ່​ມກໍ່ຕົວ​ຂື້ນສູ່​ຄວາມ​ອຶກ​ກະ​ທຶກ​ຂື້ນ​ອີກ​ເທື່ອ​ໃໝ່, ປັນຂັ້ນ​ຕອນ​ທີ່​ປະກົດ​ການ​ຂອງ​ດວງ​ອາທິດ​ເພີ່ມ​ຫລາຍ​ຂື້ນ(maximum).

໗. ສິ່ງ​ທີ່​ພິ​ເສດ​ກ່ຽວ​ກັບ​ປະກົດການ​ຫລຸດ​ລົງ​ຫລ້າ​ສຸດ​ນີ້ ​ແມ່ນ​ວ່າ ດວງ​ອາທິດ​ກຳລັງ​ມີ​ບັນຫາ​ຕໍ່​ວົງ​ຈອນ​ຂັ້ນ​ຕໍ່​ໄປ. ດວງ​ອາທິດ​​ໄດ້​ເລີ່​ມງຽບ​ສະຫງົບ​ລົງ​ໃນ​ທ້າຍ​ປີ 2007, ​ແລະ​ບໍ່​ມີ​ໃຜ​ຄາດ​ຄະ​ເນ​ວ່າ​ຈະ​ມີ​ຈຸດ​ຕ່າງໆ​ຫລາຍ​ຂື້ນ​ໃນ​ປີ 2008. ​ແຕ່​ວ່າ ​ເຄື່ອງ​ຄອມ​ພິວ​ເຕີ ສາມາດ​ພະຍາກອນ​ໄດ້​ວ່າ ​ເມື່ອ​ຈຸດ​ຕ່າງໆ​ກັບ​ຄືນ​ມາ ມັນ​ອາດ​ຈະ​​ເປັນ​ຜົນ​ກະທົບ. ຮາ​ທາ​​ເວ​ຢ໌ ​ໄດ້​ລາຍ​ງານ​ວ່າ ​ຄິດ​ກ່ຽວ​ກັບ​ວົງ​ຈອນ​ຂອງ​ດວງ​ອາທິດ​ໃນ​ຕໍ່ໜ້າ ຈະ​ພິ​ເສດ​ຂື້ນ​ອີກ: ຈະ​ມີ​ຈຸດ​ຕ່າງໆ​ຂອງ​ດວງ​ອາທິດ​ຫລາຍ​ຂື້ນ, ພາຍຸ​ດວງ​ອາທິດ​ຈະ​ຫລາຍ​ຂື້ນ ​ແລະ​ພະລັງງານ​ຈະລະ​ເບີດ​ສູ່​ອາ​ວະ​ກາດ. ​ແລະ ການ​ພະຍາກອນ​ອື່ນໆ​ອີກ​ວ່າ ມັນ​ຈະ​​ເປັນ​ການ​ປະຕິກິລິຍາ​ຄັ້ງ​ຍິ່ງ​ໃຫຍ່​ຂອງ​ດວງ​ອາທິດ​ເປັນ​ປະຫວັດ​ການ.

໘. ບັນ​ຫາ​ກໍ​ມີ​ຢູ່​ວ່າ, ບໍ່​ມີ​ໃຜ​ບອກ​ດວງ​ອາທິດ.

ສິ່ງ​ທີ່​ເປັນ​ນິມິດໝາຍ​ໃຫ້​ຮູ້​ຄັ້ງ​ທຳ​ອິດ​ນັ້ນ​ກໍ​ຄື​ວ່າ ການ​ພະຍາກອນ​ຜິດພາດ​ໃນ​ປີ 2008 ​ເມື່ອ​ຜົນ​ອອກ​ມາ​​ແມ່ນ​ມັນ​ສະຫງົບ​ປົກກະຕິ​ເກີນ​ຄາດໝາຍ. ​ໃນ​ປີ​ນັ້ນ, ບໍ່​ມີ​ຈຸດ​ຕ່າງໆ​ໃນ​ດວງ​ອາທິດ 73 ສ່ວນ​ຮ້ອຍ​ຂອງ​ເວລາ, ຍິ່ງ​ມີ​ການ​ຫລຸດ​ໜ້ອຍລົງ​ຂອງ​ຈຸດ​ຕ່າງໆ​ໃນ​ດວງ​ອາທິດ​ຊ້ຳ. ພຽງ​ແຕ່​ຈຸດ​ໜ້ອຍ​ສຸດ​ໃນ​ປີ 1913 ທີ່​ໄດ້​ປາກົດ​ເຫັນ​ຫລາຍ​ກວ່າ, 85 ສ່ວນ​ຮ້ອຍ​ຂອງ​ປີ​ນັ້ນ​ແຈ່ມ​ແຈ້ງ​ດີ.

 

(ບໍ່​ຮູ້​ເລື່ອງ​ດາຣາສາດ​ປານ​ໃດ ຖ້າ​ແປ​ຜິດ​ຂໍອະ​ໄພ​ນຳທ່ານ​ຜູ້​ຮູ້)

ເພື່ອອ່ານພາສາອັງກິດ ໃຫ້ເບິ່ງ ທີ່​ມາ​ຂອງ​ຂ່າວ :

http://www.washingtonpost.com/wp-dyn/content/article/2010/06/21/AR2010062104114.html?wprss=rss_technology

Delicious Digg Fark Twitter