ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 18, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ໝາກມ່ວງ​ອັດສະຈັນ

 

ກິ​ຣະ ດັ່ງ​ໄດ້​ຍິນ​ມາ

      ພຣະຣາຊາ​ພຣະອົງ​ໜຶ່ງ ຊົງ​ປົກຄອງ​ບ້ານ​ເມືອງ​ດ້ວຍ​ທົດ​ສະ​ພິດຣາຊະ​ທັມ ຊົງ​ດູ​ແລ​ສຸກ​ທຸກ​ຂອງ​​ໄພ່ຟ້າ​ປະຊາ​ຊົນ​ຢ່າງ​ໃກ້ຊິດ. ພຣະອົງ​ໄດ້​ສະ​ເດັດ​ປອມ​ໂຕ​ໄປ​ຕາມ​ຖະໜົນ​ຫົນທາງ ​ແລະ​ຕາມ​ຊົນນະບົດ ​ເພື່ອ​ຢາກ​ຮູ້​ຄວາມ​ເປັນ​ຢູ່​ຂອງ​ຊາວບ້ານດ້ວຍ​ພຣະອົງ​ເອງ​ສະ​ໝ່ຳສະ​ເໝີ.

      ຄັ້ງ​ໜຶ່ງ​ໄດ້​ສະ​ເດັດ​ພ້ອມ​ດ້ວຍ​​ເສນາ​ອຳມາດ 2-3 ຄົນ ພໍ​ໄປ​ເຖິງ​ໝູ່​ບ້ານ​ແຫ່ງ​ໜຶ່ງ ກໍ​ໄດ້​ທອດ​ພະ​ເນ​ດ​ເຫັນ​ຊາຍ​ຊະ​ຣາຄົນ​ໜຶ່ງ​ກຳລັງ​ຂຸດ​ດິນ​ຢູ່​ຂ້າງ​ຮົ້ວ​​ເຮືອນ​ຂອງ​ຕົນ ທ່າມກາງ​ແສງ​ແດດ​ຍາມ​ບ່າຍ​ທີ່​ກຳລັງ​ແຜດ​ເຜົາ ຈິ່ງ​ສະ​ເດັດ​ເຂົ້າ​ໄປ​ຖາມ.

      “ ຂຸດ​ຫຼຸມ​ເຮັດ​ຫຍັງ​ນໍ​ລຸງ? “

      ພໍ​ເມື່ອ​ພໍ່​ເຖົ້າ​ຄົນ​ນັ້ນ​ໄດ້​ຍິນສຽງ​ຮ້ອງ​ຖາມ ກໍ​ເງີຍ​ໜ້າ​ຂື້ນ​ມາ​ເບິ່ງ​ໜ້ອຍ​ໜຶ່ງ ກ່ອນ​ຕອບ​ວ່າ
      “ ຂຸດ​ຫຼຸມ​ປູກ​ຕົ້ນ​ໝາກມ່ວງ​ຈັກ​ຕົ້ນ​ສອງ​ຕົ້ນ​ນີ້​ແຫຼະ​ຫຼານ​ເອີຍ!“
      “ ​ແດດ​ກຳລັງ​ທ່ຽງ​ຟ້າ​ຢູ່​ແນວ​ນີ້ ຊິ​ຟ້າວ​ຮີ​ບຮ້ອນ​ປູກ​ເຮັດ​ຫຍັງ ​ແລງ​ໆ​ໄປ​ຈິ່ງ​ຄ່ອຍ​ປູກ​ກໍ​ໄດ້​ຕີ“ ພຣະຣາຊາ​ລອງ​ຖາມ​ຢັ່ງ​ເບິ່ງ.
      ບໍ່​ໄດ້​ຫຼອກ​ຫຼານ​ເອີຍ ລຸງ​ເຖົ້າ​ແລ້ວ ຄົນ​ເຖົ້າ​ເໝືອນ​ໄມ້​ໃກ້​ຝັ່ງ ຈະ​ຕາຍ​ມື້​ນີ້​ມື້​ອື່ນ​ນີ້​ກໍ​ຍັງ​ບໍ່​ຮູ້ ມີ​ຫຍັງ​ພໍ​ຈະ​ຈັບ​ຈະ​ເຮັດ​ໄດ້ ກໍ​ຕ້ອງ​ຮີບ​ເຮັດ​ຮີບ​ສ້າງກ່ອນ​ທີ່​ຈະ​ບໍ່​ໄດ້​​ເຮັດ ມື້​ນີ້​ພໍ​ມີ​ເວລາ​ວ່າງ ກໍ​ຕ້ອງ​ຮີບ​ເຮັດ​ໃຫ້​ສຳ​ເລັດ ມື້​ອື່ນ​ຫາກ​ຍັງ​ມີ​ລົມ​ຫາຍ​ໃຈ​ຢູ່ ກໍ​ຈະ​ໄດ້​ໄປ​ເຮັດ​ວຽກ​ອື່ນ​ທີ່​ຕ້ອງ​ເຮັດ​ຕໍ່​ໄປ“
    
ພໍ່​ເຖົ້າ​ຄົນ​ນັ້ນ​ຕອບ​ຢ່າງ​ຍືດຍາວ ​ໂດຍ​ບໍ່​ຮູ້​ຕົວ​ເລີຍ​ວ່າ​ກຳລັງ​ເວົ້າ​ກັບ​ໃຜ​ຢູ່.
      “ລຸງ​ອາ​ຍຸ​ເທົ່າ​ໃດ​ແລ້ວ“ ພຣະຣາຊາ​ຕັດຖາມ
      “ 80 ປີ​ແລ້ວ​ຫຼານ​ເອີຍ ​ແຕ່​ຍັງ​ພໍ​ມີ​ແຮງ​ຢູ່​ກໍ​ເຮັດ​ໄປ“
      “ໝາກມ່ວງ​ທີ່​ກຳລັງ​ປູກ​ຢູ່​ນີ້ ຈັກ​ປີ​ຈິ່ງ​ຊິ​ໄດ້​ກິນ​ໝາກ? “
      “ກໍ​ປະມານ 5-6 ປີ​ພຸ້ນ​ແຫຼະ​ຫຼານ“
      “ລຸງ​ຈະ​ມີ​ອາຍຸ​ໄດ້​ກິນ​ມັນ​ບໍ ຫຼື ກວ່າ​ຈະ​ໄດ້​ກິນ​ລຸງ​ກໍ​ອາຍຸ 85 ປີ​ແລ້ວ“ ພຣະຣາຊາ​ລອງ​ຖາມ​ຢັ່ງ​ເບິ່ງ​ອີກ
      “ບໍ່​ເປັນ​ຫຍັງ​ຫຼານ ຖ້າ​ຢູ່​ເຖິງ​ກໍ​ໄດ້​ກິນ ຖ້າ​ຢູ່​ບໍ່​ເຖິງ​ບໍ່​ໄດ້​ກິນ​ກໍ​ບໍ່​ເປັນ​ຫຍັງ“

ພໍ່​ເຖົ້າ​ຄົນ​ນັ້ນ​ຕອບ​ຢ່າງ​ໜ້າ​ຕາ​ເສີຍ ພ້ອມ​ທັງ​ຂຸດ​ຫຼຸມ​ໄປ​​ເລື້ອຍໆ
      “ຄັນ​ຊັ້ນ ຊິ​ປູກ​ໃຫ້​ເມື່ອຍ​ເຮັດ​ຫຍັງ​ລະ? “ ພຣະຣາຊາ​ຢັ່ງ​ເບິ່ງ​ເພື່ອ​ຟັງ​ຄວາມ​ໃນ​ໃຈ​.
      “ຫຼານ​ເອີຍ ລຸງ​ບໍ່​ໄດ້​ຄິດ​ວ່າ​ຕົວ​ເອງ​ຈະ​ໄດ້​ກິນ ຫຼື​ບໍ່​ໄດ້​ກິນ ​ແຕ່​ລຸງ​ຄິດ​ວ່າ ການ​ປູກ​ຕົ້ນ​ໄມ້​ທຸກ​ຢ່າງ ຈະ​ເປັນ​ຕົ້ນ​ໄມ້​ກິນ​ໝາກ ຫຼື​ຕົ້ນ​ໄມ້​ໃຫ້​ຮົ່ມ​ເງົາ ລ້ວນ​ແຕ່​ເປັນ​ປະ​ໂຫຍ​ດທັງ​ມວນ ບໍ່​ເປັນ​ປະ​ໂຫຍ​ດ​ແກ່​ຕົວ​ເອງ ກໍ​ເປັນ​ປະ​ໂຫຍ​ດ​ແກ່​ລູກ​ຫຼານ ຕົ້ນ​ໝາກມ່ວງ​ນີ້ ​ເຖິງ​ແມ່ນ​ວ່າ​ລຸງ​ຈະ​ບໍ່​ໄດ້​ກິນ​ມັນ ​ແຕ່​ລູກຫຼານຂອງ​ລຸງ​ຕ້ອງ​ໄດ້​ກິນ​ແນ່ນອນ ຕົ້ນ​ໝາກຂາມ​ຕົ້ນ​ນັ້ນ​ກໍ​ດີ ຕົ້ນ​ໝາກມ່ວງ​ຕົ້ນ​ນີ້​ກໍ​ດີ ບ້ານ​ທີ່​ລຸງ​ຢູ່​ກໍ​ດີ ທີ່​ລຸງ​ໄດ້​ກິນ​ໄດ້​ອາ​ໄສຢູ່​ທຸກ​ວັນ​ນີ້ ​ກໍ​ຍ້ອນ​ປູ່​ແລະ​ພໍ່​ຂອງ​ລຸງ​ປູກ​ສ້າງ​ໄວ້​ໃຫ້ ຖ້າ​ປູ່​ແລະພໍ່​ຂອງ​ລຸງ​ບໍ່​ເຮັດ​ໄວ້​ໃຫ້ ລຸງ​ກໍ​ຄື​ຊິ​ລຳບາກ​ກວ່າ​ນີ້ ດັ່ງ​ນັ້ນ ການ​ທີ່​ລຸງ​ປູກ​ຕົ້ນ​ໄມ້ ຫຼື ​ເຮັດ​ແນວ​ໃດ​ໄວ້​ໃຫ້​ລູກ​ໃຫ້​ຫຼານ​ນັ້ນ ຈຶ່ງ​ເທົ່າ​ກັບ​ວ່າ ​ເຮົາ​ໄດ້​ລ້ຽງ​ເຂົາ​ຕໍ່​ໄປ ​ແມ່ນ​ວ່າ​ຊີວິດ​ເຮົາ​ຈະ​ສິ້ນ​ສະຫຼາຍ​​ໄປ​ແລ້ວ ລຸງ​ຄິດ​ວ່າ​ແນວ​ນີ້“
      ພໍ່​ເຖົ້າ​ຕອບ​ຢ່າງ​ຍືດຍາວ ພຣະຣາຊາ​ກໍ​ຊົງ​ສະດັບ​ຢ່າງ​ຕັ້ງ​ພຣະທັຍ ​ແລະ​ຊົງ​ເຫຼື້ອມ​ໃສ​ໃນ​ຄວາມ​ຄິດ​ຂອງ​ລຸງ​ຄົນ​ນີ້​ຫຼາຍ ຈິ່ງ​ຮັບ​ສັ່ງ​ໃຫ້​​ເສນາ​ອຳມາດ​ນຳ​ຖົງ​ເງິນ​ອອກ​ມາ​ໜຶ່ງ​ຖົງ ​ແລ້ວ​ພຣະຣາຊະ​ທານ​ໃຫ້​ລາວ ​ເມື່ອ​ພໍ່​ເຖົ້າ​ຮັບ​ຖົງ​ມາ​ແລ້ວ​ກໍ​ເປີດ​ເບິ່ງ ພໍ​ເມື່ອ​ເຫັນ​​ເງິນ​ໃນ​ຖົງ​ເທົ່າ​ນັ້ນ ກໍ​ຮູ້​ທັນທີ​ວ່າ ຊາຍ​ຜູ້​ນັ້ນ​ແມ່ນ​ພຣະຣາຊາ ລາວ​ເກີດ​ປິ​ຕິ​ດີ​ໃຈ​ຢ່າງ​ສູງ ດ້ວຍ​ຄາດ​ບໍ່​ເຖິງ ຈິ່ງ​ກົ້ມ​ລົງ​ຂາບ​ທີ່​ພຣະບາ​ທພ້ອມ​ທັງ​ກ່າວ​ຂໍພຣະຣາຊະ​ທານ​ອະ​ໄພ​ໂທດ ທີ່​ບໍ່​ໄດ້​ສະ​ເດືອ​ກ​ໃຈ ກ່າວ​ແນວ​ໃດ​ລົງ​ໄປ​ໂດຍ​ບໍ່​ລະມັດລະວັງ ​ເຊິ່ງພຣະຣາຊາ​ກໍ​ຊົງ​ປອບ​ໃຈ​ໃຫ້​ລາວ​ສະບາຍ​ໃຈ ຈິ່ງ​ກ້າ​ຂາບ​ທູນ​ອີກ​ວ່າ

      “ທຳ​ມະ​ດາ ໝາກມ່ວງ​ນັ້ນ ກວ່າ​ຈະ​ໄດ້​ກິນ​ໝາກ ກໍ​ຕັ້ງ​ຫ້າ​ປີ​ຫົກ​ປີ ​ແຕ່​ໝາກມ່ວງ​ຂອງ​ຂ້ານ້ອຍ​ນີ້ ກາຍ​ເປັນ​ໝາກມ່ວງ​ອັດສະຈັນ ພຽງ​ແຕ່​ຂຸດ​ຫຼຸມ​ກໍ​ໄດ້ໝາກຜົນ​ແລ້ວ“
      ພຣະຣາຊາ​ພໍພຣະທັຍ​ໃນ​ຄາລົມ​ຂອງ​ລາວ ຈິ່ງ​ຮັບ​ສັ່ງ​ໃຫ້​ພຣະຣາຊະ​ທານ​ເງິນ​ອີກ​​ຖົງ​ໜຶ່ງ ພໍ່​ເຖົ້າ​ນັ້ນ​ຮັບ​ແລ້ວ​ກໍ​ໄດ້​ຂາບທູນ​ດ້ວຍ​ຄາລົມ​ອີກ​ວ່າ
      “ທຳ​ມະ​ດາ ໝາກມ່ວງ​ຍ່ອມ​ໃຫ້​ໝາກປີ​ລະ​ຄັ້ງ ​ແຕ່​ໝາກມ່ວງ​ອັດສະຈັນ​ຕົ້ນ​ນີ້ ຍັງ​ບໍ່​ທັນ​ປູກ​ເລີຍ​ກໍ​ໃຫ້​ໝາກ​ສອງ​ຄັ້ງ​ແລ້ວ ດ້ວຍ​ພຣະມະຫາ​ກະຣຸນາ​ທິຄຸນ​ແທ້ໆ“
      ພຣະຣາຊາ​ຊົງ​ພໍ​ພຣະທັຍ​ໃນ​ຄາລົມ​ຂອງ​ພໍ່​ເຖົ້າ​ນັ້ນ ​ໄດ້​ພຣະຣາຊະ​ທານ​ເງິນ​ໃຫ້​ອີກ​ຖົງ​ໜຶ່ງ ​ແລ້ວ​ຮີບ​ສະ​ເດັດ​ອອກ​ໄປ​ຈາກ​ທີ່​ນັ້ນ​ທັນທີ ດ້ວຍ​ຊົງ​ຢ້ານ​ວ່າ ຖ້າ​ຢູ່​ອີກ​ຕໍ່​ໄປ ຜູ້​ເຖົ້າ​ຄົນ​ນີ້​ຄົງ​ຈະ​ສະ​ແດງ​ວາທະ​ຄວັກ​ເງິນ​ໃນ​ຖົງ​ໄປ​ຈົນ​ໝົດ​ແນ່​ແທ້.

​ເລື່ອງ​ນີ້​ສື່​ຄວາມ​ໝາຍ​ໄວ້​ວ່າ…

      ຄົນ​ທີ່​ມີ​ຈິຕ​ໃຈ​ສູງ
     ມີ​ວິ​ໄສ​ທັດ​ກ້ວາງ​ໄກ ​ແລະ​ມຸ້ງ​ພ່ຳ​ເພັງ​ປະ​ໂຫຍ​ດ​ແກ່​ຜູ້​ອື່ນ​ນັ້ນ
     ຍ່ອມ​ຈະ​ເຮັດ​ສິ່ງ​ໃດ​ລົງ​ໄປ ​ໂດຍ​ບໍ່​ໄດ້​ຫວັງ​ວ່າ​ຕົວ​ເອງ​ຈະ​ຕ້ອງ​ໄດ້​ຮັບ​ຜົນ​ເທົ່າ​ນັ້ນ​ຈິ່ງ​ຈະ​ເຮັດ
     ຄິດ​ແຕ່​ວ່າ​ຕົນ​ຈະ​ເຮັດ​ອັນ​ໃດ​ໃຫ້​ແກ່​ຄົນ​ອື່ນ​ໄດ້​ແນ່.
    
ຜິ​ດ​ແຜກ​ແຕກ​ຕ່າງ​ຈາກ​ຄົນ​ເຫັນ​ແກ່​ຕົວ ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ​ໂດຍ​ບໍ່​ຄຳນຶງ​ເຖິງ​ຄົນ​ອື່ນ ຄິດ​​ແຕ່​ວ່າ ຕົນ​ຈະ​ໄດ້​ຫຍັງ​ຈາກ​ຄົນ​ອື່ນ​ທ່າ​ດຽວ ​ແລະ​ມັກ​ຄິດ​ຫຼາຍ​ເມື່ອ​ຈະ​ຕ້ອງ​ເຮັດ​ແນວ​ໃດ​ທີ່​ເປັນ​ປະ​ໂຫຍ​ດ​ແກ່​ຜູ້​ອື່ນ ວຽກ​ງານ ຫຼື​ໂຄງການ​ອັນ​​ໃດ ທີ່​ຕ້ອງ​ໃຊ້​ເວລາ​ເຮັດ​ຫຼາຍ ​ເມື່ອ​ເຮັດ​ແລ້ວ ຕົ​ນ​ເອງ​ບໍ່​ໄດ້​ເຫັນ​ຜົນງານ ຫຼື​ບໍ່​ໄດ້​ຮັບປະ​ໂຫຍ​ດ ກໍ​ຈະ​ບໍ່​ເຮັດ​ບໍ່​ອະນຸມັດ ຖ້າ​ເປັນ​ແນວ​ນີ້ ​ເອີ້ນ​ໄດ້​ວ່າ ​ເປັນ​ຄົນ​ເຫັນ​ແກ່​ຕົວ.

      ອັນ​ທີ່​ຈິງ​ແລ້ວ ​ໃນ​ເຮືອນ​ທີ່​ມີ​ທີ່ຢູ່​ອາ​ໄສ ມີ​ຕົ້ນ​ໄມ້​ຮົ່ມ​ເຢັນ ມີ​ສວນ​ໝາກ​ໄມ້ ​ແລະ​ມີ​ສິ່ງ​ທີ່​ລູກ​ຫຼານ​ໄດ້​ກິນ​ໄດ້​ໃຊ້​ສົມບູນ ສະດວກ​ສະບາຍ ຫຼື​ໃນ​ເມືອງ​ທີ່​ມີ​ສິ່ງ​ສວຍ​ງາມ​ເກົ່າ​ແກ່ ມີ​ສີ​ລະ​ປະ​ເກົ່າ​ໆ ​ເຊັ່ນ ຕຶກ, ອາຄານ​ຮ້ານ​ຄ້າ, ປູຊະນີຍະສະຖານ, ສະຖາປັດຕະຍະ​ກັມ ທີ່​ຜູ້​ຄົນ​ໃນ​ສັງຄົມ​ພາກພູມ​ໃຈ​ຮ່ວມ​ກັນ ສາມາດ​ເປັນ​ທີ່​ເອກອ້າງ​ທະ​ນົງ​ໃຈ ​ແກ່​ຄົນ​ຕ່າງ​ຖິ່ນ​ໄດ້​ນັ້ນ ລ້ວນ​ແຕ່​ເປັນ​ສິ່ງ​ທີ່​ບັນພະບຸລຸດ​ໄດ້​ສ້າງ​ໄວ້ ​ແລະ​ຮັກສາ​​ໄວ້​ໃນ​ບ້ານ​ໃນ​ເມືອງ​ໃຫ້​ລູກ​ຫຼານ​ທັງ​ສິ້ນ ​ເພາະວ່າ​ທ່ານ​ເຫຼົ່າ​ນັ້ນ​ແນມ​ເຫັນ​ການ​​ໄກ ​ເຫັນ​ເຖິງ​ປະ​ໂຫຍ​ດສຳລັບ​ລູກ​ຫຼານ ຄື​ສ້າງ​ແລະ​ຮັກສາ​ໄວ້​ເພື່ອ​ລ້ຽງ​ລູກ​ຫຼານ​ໃນ​ອະນາຄົດ ຈິ່ງ​ໄດ້​ເສັຍ​ສະຫຼະ​ສ້າງສັນ​ໄວ້​ໃຫ້

      ຫາກ​ທ່ານ​ເຫຼົ່າ​ນັ້ນ ມີ​ວິ​ໄສ​ທັດ​ທີ່​ຄັບ​ແຄບ
     ​ແລະ​ເຫັນ​ແກ່​ຄວາມສຸກ​ສ່ວນ​ຕົວ​ສະ​ເພາະ​ໜ້າ
     ​ຄັນ​ຊັ້ນ ​ໃນ​ບ້ານ​ໃນ​ເມືອງ​ເຮົາ…
     ຄົງຈະ​ບໍ່ມີ​ສິ່ງທີ່​ລູກ​ຫຼານ​ກິນ​ໃຊ້​ບໍ່​ມີ​ວັນ​ໝົດ​ເຊັ່ນ​ທຸກ​ວັນ​ນີ້.

........................................

ຖອດຄວາມຈາກ : ກິຣະ ດັ່ງໄດ້ສະດັບມາ (ນິທານທັມຈາກພຣະໄຕປິດົກ)
ໂດຍ: ພຣະທັມກິຕຕິວົງສ໌(ທອງດີ ສຸຣະເຕໂຊ)

Delicious Digg Fark Twitter