ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຢ່າບູຊາສິ່ງທີ່ບໍ່ຄວນບູຊາ ເພາະຈະນຳໄປສູ່ຄວາມງົມງວາຍຫລົງຜິດຈິດຂຸ່ນມົວ ກາຍເປັນຄົນພານໄປເຊິ່ງຈິເຮັດໄດ້ດັ່ງນີ:

1. ຄວນບູຊາຄົນພານ ຄືບໍ່ຍ້ອງຍໍ ບໍ່ເຊີດຊູ ບໍ່ສົ່ງເສີມບໍ່ສະໜັບສະໜູນຄົນພານເຖິງຈະມີຍົດສັກ ສະຖານະພາບສູງສົ່ງ ປານໃດກໍຕາມ

2. ບໍ່ບູຊາສິ່ງທີ່ເນື່ອງດ້ວຍຄົນພານ ເຊັ່ນ: ຮູບປັ້ນ, ຜົນງານ, ສິ່ງຂອງເຄື່ອງໃຊ້ຕ່າງໆຂອງຄົນພານ

3. ບໍ່ບູຊາສິ່ງທີ່ບູຊາແລ້ວບໍ່ເຮັດໃຫ້ເກີດສິຣິມຸງຄຸນ ບໍ່ເຮັດໃຫ້ເກີດປັນຍາ ເຊັ່ນ: ປ້າຍໂຄສະນາກ່ຽວກັບອະບາຍຍະມຸກໆລໆ ຢ່ານຳມາປະດັບເອ້ບ້ານ ເອ້ເຮືອນ

4. ບໍ່ບູຊາສິ່ງທີ່ບູຊາແລ້ວໂວ່ເຊັ່ນ: ຕົ້ນໄມ້ໃຫຍ່ ພູເຂົາສູງ ສານພະພູມ ຫໍນາງທຽມ ໝໍຜີ ພູດຜີປີສາດ ໆລໆ

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ສຳລັບນັກຮຽນ ນັກສຶກສາ ຫລື ນັກປະຕິບັດທັມ ຄວນສຳນຶກສະເໝີວ່າ ສິ່ງທີ່ເຮົາຈະຮຽນຮູ້ນັ້ນ ຖ້າເຮົາເທີດທູນບູຊາ ຕັ້ງໃຈຄ້ຳຈູນຮັກສາຢ່າງດີບໍ່ນຳໄປລໍ້ຫລິ້ນ ຫລື ເວົ້າຫລິ້ນ ຜົນການສຶກສາຮຳ່ຮຽນ ຕະຫລອດຈົນການປະຕິບັດທັມຂອງເຮົາ ຍ່ອມມີຄວາມຈະເລີນກ້າວໜ້າປະສົບຜົນສຳເລັດໄດ້ຢ່າງໜ້າອັດສະຈັນ

 ກົງກັນຂ້າມ ຖ້າເຮົາບໍ່ເຄົາລົບແຕ່ຫລົບຫລູ່ຄູອາຈານ ແລະ ສິ່ງທີ່ຈະຮຽນຮູ້ ຄວາມເຂົ້າໃຈ ຄວາມຊາບຊຶ້ງ ທີ່ຈະປະຕິບັດຕາມຄຳສອນນັ້ນໆ ກໍໝົດໄປ ເກີດຄວາມຮູ້ສຶກບໍ່ຢາກຮຽນບໍ່ຢາກສຶກສາ ແລະ ບໍ່ຢາກບູຊາ ເພາະຂາດສັດທາ ໃຈທີ່ຄວນຈະນຶກເຖິງບົດຮຽນ ກໍ່ມືດມົນເປັນການປິດກັ້ນຫົນທາງທີ່ຈະເຂົ້າເຖິງປັນຍາອັນຈະເປັນແສງສະຫວ່າງ ສອ່ງນຳຊີວິດ ໃຫ້ກ້າວໄປໃນທາງທີ່ຖືກທີ່ຄວນ ທີ່ຈະກ້າວໜ້າຍິ່ງຂຶ້ນໄປ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 1, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
  1. ທາງກາຍ ບໍ່ວ່າຈະ ຢືນ ຍ່າງ ນັ່ງ ນອນ  ຫລື ປະກອບກິດຈະການໃດໆກໍຕາມ ກໍຢູ່ໃນການສຳລວມ ເມື່ອຢູ່ຕໍ່ໜ້າທ່ານ ຫລື ສັນຍາລັກຕົວທນຂອງທ່ານ ເຊັ່ນຮູບປັ້ນດພາຍຖ່າຍ
  2. ທາງວາຈາ ສັນລະເສີນ ຍ້ອງຍໍ ຄຸນງາມຄວາມດີຂອງທ່ານທັງຕໍ່ໜ້າແລະລັບຫລັງ ເຊັ່ນ: ການສູດມົນບູຊາພຣະຣັດຕະນະໄຕຣ ການນຳຄຸນງາມຄວາມດີຂອງທ່ານໄປສັນລະເສີນ ໆລໆ
  3. ທາງໃຈ ຕາມລະລຶກນຶກເຖິງຄຳສັ່ງສອນຂອງທ່ານ ດ້ວຍຄວາມເຄົາລົບ ແລະ ຊາບຊຶ້ງ

ປະເພດຂອງການບູຊາ

  1. ອາມິດຊະບູຊາ ຄືການບູຊາດ້ວຍສິ່ງຂອງ ເຊັ່ນ: ລູກລະນຶກເຖິງຄຸນຂອງພໍ່ແມ່, ສິດລະນຶກເຖິງຄຸນຂອງຄູອາຈານ ຈິ່ງບູຊາດ້ວຍການນຳຊັບສິນ ເງິນຄຳ ເຄື່ອງໃຊ້ ໆລໆ ໄປມອບໃຫ້ເປັນຕົ້ນ ການບູຊາພຣະຣັດຕະນະໄຕຣດ້ວຍດອກໄມ້ ທູບທຽນ ກໍ່ຈັດເປັນອາມິດສະບູຊາເຊັ່ນກັນ
  2. ປະຕິບັດບູຊາ ຄືການບູຊາດ້ວຍການຕັ້ງໃຈ ປະພຶດປະຕິບັດຕາມຄຳສັ່ງສອນຕາມແບບຂອງທ່ານ ເຊັ່ນ: ພະຍາຍາມກຳຈັດຄວາມໂລບ, ຄວວາມໂກດ, ຄວາມຫລົງ ດ້ວຍການໃຫ້ທານ ຮັກສາສິນ ແລະ ຈະເລີນພາວະນາ ຕາມຄຳສັ່ງສອນຂອງທ່ານ ການປະຕິບັດບູຊານີ້ ຈັດເປັນ ການບູຊາສູງສຸດເພາະເປັນວິທີຈະເຮັດໃຫ້ ກາຍ ວາຈາ ແລະ ໃຈ ໃສສະອາດ ເປັນບັນດິດນຳທ່ານໄດ້ໂດຍໄວ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 31, 2012 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ນອກຈາກບຸກຄົນທີ່ກ່າວກ່ອນແລ້ວ ບັນດິດທີ່ມີເພດຖານະສູງເກີນກວ່າທີ່ຈະຄົບ ໃນຖານະຜູ້ສະເໝີກັນໄດ້ ລ້ວນຈັດເປັນບຸກຄົນທີ່ຄວນແກ່ການບູຊາທັງໝົດ

ວັດທີ່ເນື່ອງດ້ວຍທ່ານເຫລົ່ານີ້ ກໍຈັດເປັນສິ່ງທີ່ຄວນບູຊາເຊັ່ນເພາະເມື່ອເຮົາບູຊາວັດຖຸເຫລົ່ານີ້ແລ້ວ ກໍເຮັດໃຫ້ເຮົາລະນຶກເຖິງຄຸນງາມຄວາມດີຂອງບຸກຄົນທີ່ວັດຖຸນີ້ກ່ຽວຂ້ອງດ້ວຍ ຕົວຢ່າງ:

  1. ວັດຖຸທີ່ເນື່ອງດ້ວຍພຣະພຸດທະເຈົ້າເຊັ່ນ: ພຣະທັມຄຳສອນຂອງພຣະອົງ ພຣະບໍລົມສາລີລິກະທາດ ສັງເວສະນິຍະສະຖານ
  2. ວັດຖຸເນື່ອງດ້ວຍພຣະສົງ ເຊັ່ນ: ພຣະທາດ ພຣະສົງສາວົກ
  3. ຄຳສັ່ງສອນ, ຮູບພາບຂອງບິດາມານດາ, ຄູບາອາຈານ, ຜູ້ບັງຄັບບັນຊາ, ຜູ້ນຳປະເທດ, ທີ່ຕັ້ງໃຈປະພຶດທັມ ເປັນບັນດິດ ຈັດເປັນວັດຖຸທີ່ຄວນບູຊາທັງນັ້ນ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄືບຸກຄົນທີ່ມີຄຸນງາມຄວາມດີ ຄວນຄ່າແກ່ການລະນຶກເຖິງ ແລະ ຍຶດຖືເອົາເປັນແບບຢ່າງໃນການປະຕິບັດຕາມ ໄດ້ແກ່ຜູ້ມີສິນ ສະມາທິ ປັນຍາ ສູງກວ່າເຮົາເອງ ເຊິ່ງຈະພໍສະຫລຸບໄດ້ດັ່ງນີ້

  1. ພຣະພຸດທະເຈົ້າ ເປັນບັນດິດທີ່ປະເສີດທີ່ສຸດໃນໂລກ ຊົງໄວ້ດ້ວຍພຣະປັນຍາທິຄຸນ ພຣະກະລຸນາທິຄຸນ ແລະ ພຣະວິສຸດທິຄຸນ ຈັດເປັນບຸກຄົນທີ່ຄວນບູຊາຂອງພຸດທະສາສະນິກະຊົນທັງຫລາຍ
  2. ພຣະສົງ ຜູ້ປະພຶດດີປະພຶດຊອບກ່ອນແລ້ວ ຈິ່ງສອນໃຫ້ຜູ້ອື່ນປະພຶດປະຕິບັດຊອບນຳເປັນແບບຢ່າງ ຈັດເປັນບຸກຄົນທີ່ຄວນບູຊາຂອງພຸດທະສາສະນິກະຊົນທັງຫລາຍ
  3. ບິດາມານດາ ແລະ ຍາດຜູ້ໃຫຍ່ທີ່ມີຄວາມປະພຶດດີ ເປັນບັນດິດຢູ່ໃນຖານະເກີນກວ່າຈະຄົບ ຈັດເປັນບຸກຄົນທີ່ຄວນບູຊາ ຫລື ປູຊະນິຍະບຸກຄົນຂອງບຸດຫລານ
  4. ຄູບາອາຈານທີ່ມີຄວາມຮູ້ ຄວາມສະຫລາດ ມີການປະພຶດດີ ເປັນບັນດິດ ຢູ່ໃນຖານະເພີນກວ່າລູກສິດຈະຄົບຫາ ຈັດເປັນບຸກຄົນທີ່ຄວນແກ່ການບູຊາຂອງລູກສິດ
  5. ຜູ້ບັງຄົບບັນຊາທີ່ມີຄວາມປະພຶດດີ ຕັ້ງຢູ່ໃນທັມມະ ຈັດເປັນບຸກຄົນທີ່ຄວນແກ່ການບູຊາ ຂອງຜູ້ຢູ່ໃຕ້ບັງຄົບບັນຊາ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຕົ້ນໄມ້ເມື່ອຍັງນ້ອຍເປັນເບ້ຍຢູ່ ຈຳເປັນຕ້ອງຫລັກຄ້ຳຊູໄວ້ ເພື່ອປ້ອງກັນບໍ່ໃຫ້ລົ້ມ ຮາກຂາດຕາຍເສຍກ່ອນ ສັນໃດ

ຜູ້ທີ່ຫວັງຄວາມຈະເຣີນກ້າວໜ້າ ກໍຈຳເປັນຕ້ອງບູຊາຄົນທີ່ຄວນບູຊາ ໄວ້ເປັນຕົວຢ່າງແຫ່ງການດຳເນີນຊີວິດທີ່ຖືກຕ້ອງເປັນຫລັກປ້ອງກັນຄວາມເຫັນຜິດ ແລະ ອະກຸສົນລະກຳຕ່າງໆ

ບໍ່ໃຫ້ຫວນກັບຄືນມາແຜ່ຂະຫຍາຍ ເກີດຂຶ້ນອີກໄດ້ ສັນນັ້ນ

ການບູຊາຄືຫຍັງ?

ການບູຊາ ຄືການເຫລື້ອມໃສ ຍົກຍ້ອງ ເຊີດຊູ ດ້ວຍກິຣິຍາອາການອັນສຸພາບທີ່ເຮົາສະແດງຕໍ່ຜູ້ທີ່ຄວນບູຊາ ທັງຕໍ່ໜ້າ ແລະ ລັບຫລັງການສະແດງຕໍ່ໜ້າເປັນການສະແດງໃຫ້ທ່ານຮູ້ວ່າ ເຮົາມີຄວາມເຄົາລົບແລະ ສຳນຶກຮູ້ໃນຄຸນນະທັມຄວາມດີທີ່ມີຢູ່ໃນຕົວຂອງທ່ານຢ່າງຈິງໃຈ ການສະແດງລັບຫລັງເປັນການເຕືອນເຮົາເອງ ໃຫ້ຜູກໃຈໄວ້ກັບຄຸນນະທັມອັນສູງສົ່ງຂອງທ່ານໃຫ້ເກີດຄວາມຮູ້ສຶກຢາກເຮັດນຳ ໃຈຂອງເຮົາຈະໄດ້ຍົກສູງຂຶ້ນ ແລະ ບໍ່ຫລົງໄຫລໄປໃນທາງທີ່ຊົ່ວຮ້າຍ

 ການບູຊາ ເປັນອຸບາຍຢ່າງໜຶ່ງ ສຳລັບໃຶກໃຈທີ່ຍັງຫຍາບກະດ້າງເພາະບໍ່ອາດຍອມຮັບຄຸນງາມຄວາມດີ ຂອງຜູ້ອື່ນໃຫ້ລະອຽດອ່ອນລົງ ຜູ້ທີ່ຍັງດ້ອຍປັນຍາ ຍັງບໍ່ເຂົ້າໃຈດີໃນຄຸນນະທັມຄວາມດີ ຂອງຜູ້ທີ່ຄວນບູຊາ ແຕ່ຫາກບໍ່ລື້ງເຄີຍກັບການບູຊາແລ້ວ ໃນທີ່ສຸດຍ່ອມສາມາດເບິ່ງເຫັນຄຸນນະທັມ ຄວາມດີທີ່ມີຢູ່ໃນຕົວຂອງຜູ້ທີ່ເຮົາເຄົາລົບບູຊາຢ່າງແທ້ຈິງ ຢາກເຮັດຄວາມດີໄປນຳທ່ານດ້ວຍ ຜູ້ໃຫຍ່ຈິ່ງຄວນສອນລູກຫລານ ໃຫ້ຮູ້ຈັກສູດມົນບູຊາພຣະລັດຕະນະໄຕຼ ເປັນການຝັງສັດທາຕັ້ງແຕ່ຍັງນ້ອຍ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 26, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ບັນດິດມີ 2 ປະເພດ ໄດ້ແກ່:

  1. ບັນດິດພາຍນອກ ຄືບຸກຄົນທົ່ວໄປ ບໍວ່າໃຜກໍຕາມທີ່ເປັນຜູ້ປະພຶດດີມີຄຸນນະທັມ ດຳເນີນຊີວິດດ້ວຍປັນຍາອັນຊອບ.
  2. ບັນດິດພາຍໃນ ຄືຕົວເຮົາເອງທີ່ຄິດດີ ເວົ້າດີ ແລະ ກະທຳດີນັ້ນເອງ ດັ່ງນັ້ນການຄົບບັນດິດພາຍໃນ ກໍຄືການພະຍາຍາມຝຶກຕົນໃຫ້ເປັນຜູ້ມີຈິດໃຈຜ່ອງໃສ ມີສະຕິສຳນຶກເຖິງແຕ່ຄວາມຄິດດີໆເພື່ອຄວາມສ້າງສັນ ມີຄຳເວົ້າດີໆ ເພື່ອຍົກຈິດໃຈຂອງຜູ້ເວົ້າ ແລະ ຜູ້ຟັງໃຫ້ສູງຂຶ້ນ ແລະ ມີການກະທຳດີໆ ເພື່ອປະໂຫຍດຕົນເອງແລະຜູ້ອື່ນ ເຊິ່ງເຮັດໄດ້ໂດຍການໝັ່ນຝຶກຝົນຕົນເອງ ໝັ່ນໃຫ້ທານ ຮັກສາສິນ ແລະ ຝຶກສະມາທິພາວະນາຢ່າງສະໝ່ຳສະເໝີ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
  • ຄຸນສົມບັດຂອງບັນດິດ
  1. ກະຕັນຍູ ຮູ້ອຸປະກາລະຄຸນ ທີ່ເພິ່ນໄດ້ເຮັດຕໍ່ຕົນ
  2. ອັດຕະບໍລິສຸດ ທຳຕົນໃຫ້ບໍລິສຸດຈາກບາບ
  3. ປະລິສຸດທິ ເຮັດໃຫ້ຜູ້ອື່ນບໍລິສຸດຈາກບາບ
  4. ສັງຄະຫະ ສົງເຄາະຊ່ວຍເຫລືອແກ່ຊຸມຊົນທັງຫລາຍ

 

  • ວິທີສັງເກດບັນດິດ

ບັນດິດມັກເຮັດໃນສິ່ງຕໍ່ໄປນີ້:

  1. ບັນດິດມັກຊັກນຳໃນສິ່ງທີ່ຖືກຕ້ອງ ເຊັ່ນ: ການຊັກຊວນໃຫ້ເຊົາສູບຢາ ເຊົາດື່ມເຫລົ້າ ເຊົາຫລິ້ນການພະນັນ ຊວນໃຫ້ສູດມົນກ່ອນນອນ ໃຫ້ຮັກສາສິນ ໃຫ້ເຮັດວຽກການ ຫາກິນໃນທາງສຸດຈະຣິດ ເປັນຕົ້ນ
  2. ບັນດິດມັກເຮັດແຕ່ສິ່ງທີ່ເປັນທຸລະ ເປັນການບໍ່ກໍ່ກວນໃຜໆ ຮີບຮ້ອນເຮັດໜ້າທີ່ຂອງຕົນໃຫ້ສຳເລັດລຸລ່ວງໄປດ້ວຍດ້ວຍດີ ບໍ່ປ່ອຍວາງໃຫ້ຄ້າງຄາ ແລະ ບໍ່ລ່ວງເກີນວຽກງານໜ້າທີ່ຂອງຄົນອື່ນເວັ້ນແຕ່ຖືກຮ້ອງຂໍໃຫ້ຊ່ວຍ ຫລື ເຮັດເພື່ອການສົງເຄາະ
  3. ບັນດິດມັກເຮັດແຕ່ສິ່ງທີ່ຖືກທີ່ຄວນ ເຊັ່ນ: ມັກເວົ້າ ແລະ ເຮັດຢ່າງກົງໄປກົງມາ ມັກສົນທະນາທັມ ຊັງການນິນທາໃສ່ຮ້າຍປ້າຍສີ ມັກບຳເພັນຕົນໃຫ້ເປັນປະໂຫຍດທັງແກ່ຕົນເອງແລະຜູ້ອື່ນ ເປັນຕົ້ນ
  4. ບັນດິດເມື່ອຖືກກ່າວຕັກເຕືອນໂດຍດີຍ່ອມບໍ່ຄຽດ ເຊັ່ນ: ມີນິດໄສຖືເອົາຄວາມຖືກ ຄວາມດີ ແລະ ຄວາມມີປະໂຫຍດເປັນທີ່ຕັ້ງ ບໍ່ຖືຕົວໂອີອວດ ດື້ດ້ານ ແຕ່ເຫັນວ່າຜູ້ທີ່ເຕືອນຕົນ ຄື ຜູ້ທີ່ຊີ້ບອກຂຸມຊັບໃຫ້ ແລ້ວພະຍາຍາມແກ້ໄຂປັບປຸງຕົນເອງໃຫ້ດີຂຶ້ນ ຕາມຄຳແນະນຳນັ້ນໆ ໂດຍບໍ່ຄິດລັງກຽດວ່າຜູ້ທີ່ຕັກເຕືອນຕົນຈະມີອາຍຸ ຖານະ ສູງ ຫລື ຕ່ຳກວ່າຕົນ ຫາກມີຜູ້ອື່ນເຂົ້າໃຈຜິດເວົ້າລ່ວງເກີນບໍ່ສົມຄວນ ກໍ່ອົດທົນໄວ້ ບໍ່ຄຽດຕອບແຕ່ພະຍາຍາມຫາໂອກາດຊີ້ແຈງ ໃຫ້ເຂົ້າໃຈພາຍຫລັງ ຈຶ່ງເປັນການສ້າງຄວາມອົບອຸ່ນໃຈ ແລະ ເຢັນໃຈໃຫ້ແກ່ທຸກຄົນ
  5. ບັນດິດຍ່ອມຮັບຮູ້ລະບຽບວິໄນ ຮັກທີ່ຈະປະຕິບັດຕົນຕາມລະບຽບວິໄນຂອງໝູ່ຄະນະຢ່າງເຄັ່ງຄັດ ເພາະສຳນຶກວ່າວິໄນເປັນເຄື່ອງຍົກໝູ່ຄະນະໃຫ້ຈະເຣີນຂຶ້ນໄດ້ຢ່າງແທ້ຈິງ ເຮັດໃຫ້ໝູ່ຄະນະສະຫງົບຮຽບຮ້ອຍ ບໍ່ວຸ້ນວາຍ ເຮັດໃຫ້ເກີດຄວາມປະຫຍັດໄດ້ຢ່າງແທ້ຈິງ ໆລໆ ດັ່ງນັ້ນ ຈິ່ງຊັງຄວາມບໍ່ເປັນລະບຽບຮຽບຮ້ອຍ ຄວາມບໍ່ສະອາດ ເປິເປື້ອນ

(ຍາວໄປແດ່ອົດທົນອ່ານເອົານະ)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 18, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເນື່ອງຈາກບັນດິດເປັນຜູ້ມີຈິດໃຈຜ່ອງໃສ ມີຄວາມເຫັນຖືກ ດຳເນີນຊີວິດດ້ວຍປັນຍາ ສະຫລາດໃນການຊອກຫາເຫດຜົນ ຈຶ່ງມີລັກສະນະພິເສດສູງກວ່າຄົນທັງຫລາຍ 3 ປະການຄື:

  1. ມັກຄິດດີເປັນປົກກະຕິວິໄສ ໄດ້ແກ່ຄິດໃຫ້ທານຄິດໃຫ້ອະໄພຢູ່ສະເໝີ ບໍ່ຜູກພະຍາບາດ ຄິດເຫັນຖືກຕ້ອງຕາມຄວາມເປັນຈິງເປັນຕົ້ນ
  2. ມັກເວົ້າດີເປັນປົກກະຕິວິໄສ ໄດ້ແກ່ເວົ້າຄວາມຈິງ ເວົ້າຄວາມຜູກໄມຕຣີ ເວົ້າແຕ່ຄຳທີ່ມີປະໂຫຍດ ເວົ້າຖືກຕ້ອງຕາມກາລະເທສະ ແລະ ເວົ້າດ້ວຍຈິດທີ່ປະກອບດ້ວຍເມດຕາ
  3. ມັກສ້າງຄວາມດີເປັນປົກກະຕິວິໄສ ໄດ້ແກ່ ເວັ້ນຈາກການຂ້າກັນ ການລັກຂອງກັນ ບໍ່ປະພຶດຜິດໃນກາມ ພໍໃຈສະເພາະແຕ່ຄູ່ຄອງຂອງຕົນເທົ່ານັ້ນ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ບັນດິດຄື ຄົນທີ່ມີຈິດໃຈຜ່ອງໃສເປັນປົກກະຕິວິໄສ ເຮັດໃຫ້ມີຄວາມເຫັນຖືກ ຍຶດຖືຄ່ານິຍົມທີ່ຖືກຕ້ອງ ສາມາດດຳເນີນຊີວິດຢູ່ໄດ້ດ້ວຍປັນຍາ

  • ເປັນຜູ້ຮູ້ດີ ຄືຮູ້ວ່າອັນໃດດີ ອັນໃດຊົ່ວ
  • ເປັນຜູ້ຮູ້ຖືກ ຄືຮູ້ວ່າອັນໃດຖື ອັນໃດຜິດ
  • ເປັນຜູ້ຮູ້ຊອບ ຄືຮູ້ສ່າອັນໃດເປັນບຸນ ອັນໃດເປັນບາບ

ບັນດິດເປັນໃຜກໍໄດ້ເຊັ່ນ: ອາດເປັນຜູ້ອ່ານໜັງສືບໍ່ອອກ ເປັນຊາວໄຮ່ຊາວນາ ອາດເປັນຄົນທີ່ມີການສຶກສາສູງ ຫລື ອາດເປັນຍາດຕິພີ່ນ້ອງຂອງເຮົາກໍໄດ້ ແຕ່ບໍ່ວ່າຈະເປັນໃຜກໍຕາມ ຈະຕ້ອງເປັນຜູ້ທີ່ມີຈິດ

ໃຈຜ່ອງໃສຢູ່ສະເໝີ ແລະ ດຳເນີນຊີວິດຢູ່ໄດ້ດ້ວຍປັນຍາຄືເປັນຄົນດີນັ້ນເອງ ຄົນທົ່ວໄປມັກເເຂົ້າໃຈວ່າຜູ້ທີ່ຮຽນໜັງສືຈົນໄດ້ຮັບປະຣິນຍານັ້ນຄືບັນດິດ ແທ້ຈິງແລ້ວນັ້ນເປັນພຽງບັນດິດທາງໂລກເທົ່ານັ້ນ

ຍັງບໍ່ແມ່ນບັນດິດທີ່ແທ້ຈິງເພາະຜູ້ທີ່ຮັບປະຣິນຍາແລ້ວຖ້າປະພຶດບໍ່ດີອາດໄປຕິດຄຸກຕິດຄາໄດ້ ແຕ່ບັນດິດທີ່ແທ້ຈິງຍ່ອມເປັນຜູ້ທີ່ັຕັ້ງໃຈລະຊົ່ວປະພຶດຊອບປະກອບແຕ່ຄວາມດີ ຄວາມຖືກຕ້ອງ ຄວາມສຸດຈະລິດ ສາມາດປ້ອງກັນຕົນ ໃຫ້ພົ້ນຈາກທຸກໄພ ຈາກຫ້ອງຂັງຕະຫລອດຮອດນາຣົກນຳດ້ວຍ

”ບັນດິດ ບໍ່ແມ່ນ ຜູ້ມີພຽງແຕ່ ປະຣິນຍາເທົ່ານັ້ນ ແຕ່ແມ່ນຄົນ ທີ່ອຸດົມດ້ວຍສິນ ສະມາທິ ປັນຍາຕ່າງຫາກ”

ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

4. ການຮັກສາວິໄນ ຕ້ອງຄິດສະເໝີວ່າ ເຮົາເປັນພຣະໄດ້ເພາະມີວິໄນຖ້າຖອດວິໄນອອກແລ້ວ ເຖິງຈະໂກນຫົວນຸ່ງຜ້າເຫລືອງກໍ່ບໍ່ແມ່ນພຣະແລ້ວ ຊາວພຸດຍັງຖືວ່າພວກນີ້ເປັນໂຈນຜຸ້ນສາສະໜາອີກດ້ວຍ ບໍ່ດັ່ງນັ້ນສິກອອກມາກໍ່ຈະມາເສຍໃຈຈົນຕາຍວ່າ ບວດເສຍຜ້າເຫລືອງຊື່ໆ

5. ການປະພຶດທັມ ຄວນໃຊ້ເວລາທັງໝົດໃນການສຶກສາພຣະທັມວິໄນ ແລະ ເຮັດສະມາທິ ສຶກສາທັມມະ ງົດເວັ້ນການສົນທະນາໂອ້ລົມເຮຮາບໍ່ມີສາລະ

6. ການສົງເຄາະສັງຄົມ ພຣະບວດ 3 ເດືອນ ຄວນເນັ້ນປະໂຫຍດສ່ວນຕົນຄື ການປະພຶດປະຕິບັດທັມເປັນຫລັກ ແລະ ກໍຫາເວລາຊ່ວຍເຫລືອງານໝູ່ຄະນະພ້ອມ ແຕ່ຕ້ອງບໍ່ໃຫ້ເສຍການປະຕິບັດທັມ ຖ້າຈະສົງເຄາະຍາດໂຍມກໍ່ຂໍໃຫ້ຕັ້ງໃຈປະຕິບັດຕົວໃຫ້ດີ ບິນທະບາດກໍ່ໃຫ້ເປັນລະບຽບ ຈະຍ່າງຈະເດີນກໍ່ໃຫ້ມີກິລິຍາສຳລວມເປັນທີ່ຕ້ັງແຫ່ງສັດທາ ໃຫ້ຍາດໂຍມເຂົາເຫັນເປັນຕົວຢ່າງໃນຄວາມມີວິໄນແລະຄວາມສຳລວມຕົນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ບໍ່ຄົບຄົນພານ

ໃບໄມ້ທີ່ຫໍ່ປາເນົ່າ ຍ່ອມຕິດແປດ ຍ່ອມເປື້ອນເປິ ເນົ່າເໝັນໄປນຳກັນ ສັນໃດ ຜູ້ທີ່ຄົບຄັນພານກໍ່ຍ່ອມຖືກເສຍຊື່ສຽງຕິດຄວາມເປັນພານເສື່ອມເສຍເດືອດຮ້ອນໄປດ້ວຍກັນ ສັນນັ້ນ

ຄົນພານແມ່ນໃຜ?

ຄົນພານແມ່ນຄົນທີ່ມີຈິດໃຈຂຸ່ນມົວເປັນປະຈຳ ເປັນຜົນໃຫ້ມີຄວາມເຫັນຜິດໆ ແລະ ມີນິດໄສເສຍ ຄືບໍຮູ້ອັນໃດດີ ອັນໃດຊົ່ວ ອັນໃດຄວນ ອັນໃດບໍ່ຄວນເຊັ່ນ ບັນດິດເຫັນ ເຫລົ້າ ວ່າເປັນຂອງຈັງໄຮ ຮັດໃຫ້ຂາກສະຕິ ນຳຄວາມເສື່ອມເສຍມາໃຫ້ນາໆປະການ ແຕ່ຄົນພານກັບເຫັນເປັນຂອງອັນເລີດເປັນເຄື່ອງເຮັດໃຫ້ມິດຕະພາບມີຄວາມແໜ້ນແຟ້ນ ດັ່ງນີ້ເປັນຕົ້ນ

ຄົນພານເປັນຄົນຄືກັນກັບເຮົາຄື ມີຮ່າງກາຍ ປະກອບດ້ວຍເລືອດເນື້ອຄືກັບເຮົາແລະ ອາດມີຄວາມສຳພັນກ່ຽວຂ້ອງກັບເຮົາກໍໄດ້ ເຊັ່ນວ່າ: ຍາດພີ່ນ້ອງກັນ, ເປັນສາມີພັນລະຍາ, ຄູບາອາຈານ ໆລໆ ອາດເປັນຜູ້ມີການສຶກສາສູງ ອາດມີຕຳແໜ່ງການງານສູງ ອາດມີພັກພວກຫລວງຫລາຍ ຫລື ອາດເປັນນັກບວດ ເປັນພຮະພິກຂຸສົງກໍເປັນໄດ້ໆລໆ ແຕ່ບໍ່ວ່າຈະເປັນຫຍັງກໍຕາມມີຄວາມສຳພັນກັບເຮົາຫລືບໍ່ກໍຕາມ ຂຶ້ນຂື່ວ່າ ເປັນຄົນພານແລ້ວເຖິງແມ່ນຈະມີຄວາມຮູ້, ມີຄວາມສາມາດກໍບໍ່ໃຊ້ຄວາມຮູ້ຄວາມສາມາດໄປໃນທາງທີ່ຖືກ ທີ່ຄວນ ເພາະເຂົາຕ້ານຕໍ່ຄວາມດີ ຄືກັນກັບຄົນໄຂ້ຈັບໜາວຕ້ານຕໍ່ຄວາມເຢັນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄົນລາວຊາວພຸດນິຍົມບັນພະຊາອຸປະສົມບົດ ເທື່ອອາຍຸຄົບ 20 ປີ ຈັດເປັນການຝຶກການປະພຶດພົມມະຈັນທີ່ໄດ້ຜົນດີວິທີໜຶ່ງ ຈິ່ງຄວນທີ່ພວກເຮົາຈະໄດ້ຮູ້ເລື່ອງກ່ຽວກັບການບັນພະຊາອຸປະສົມບົດໄວ້ແດ່ ດັ່ງນີ້:

1. ອາຍຸຂະນະບວດ ພວກເຮົາຖ້າມີເວລາຄວນຫາໂອກາດບັນພະຊາເປັນສາມະເນນ ຫລື ຈົວຈັກໄລຍະໜຶ່ງ ຄື ອາຍຸລະຫວ່າງ 15-20 ປີ ເພາະໄລຍະນີ້ພາລະໜ້າທີ່ຍັງໜ້ອຍຢູ່ ຍັງບໍ່ມີຄວາມກັງວົນຫລາຍ ຈະມີຄວາມກ້າວໜ້າໃນການປະພຶດທຳໄວ ຫລື ບໍ່ດັ່ງນັ້ນກໍຄວນຫາເລາທີ່ເໝາະສົມໃນການບວດພຣະ ເມື່ອອາຍຸ 20-25 ປີ ຫລື ເວລາອືນທີ່ສະດວກ ແຕ່ບໍ່ຄວນລໍຖ້າຈົນອາຍຸແກ່ຫລາຍເກີນໄປ ເພາະສັງຂານຈະບໍ່ອຳນວຍ ຈະລຸກຈະນັ່ງຈະຝຶກສະມາທິກໍບໍ່ສະດວກ ຍິ່ງກວ່ານັ້ນອາຍຸແກ່ແລ້ວມັກຈະມີທິດຖິ ຖືວ່າຜ່ານມາຫລາຍໂລກ ເວົ້າຍາກສອນຍາກຄື ກັບໄມ້ແກ່ກາຍເບັດ

2. ໄລຍະເວລາທີ່ບວດ ອາດບວດໃນຍາມເຂົ້າພັນສາຈັກ 3 ເດືອນ ຫລື ບວດໃນຍາມພັກພາກຮຽນ 1-2 ເດືອນ ບວດໃນເວລາທີ່ສະດວກລາພັກການໄດ້ ຫລື ບວດຕະຫລອດຊີວິດກໍໄດ້ ແຕ່ຄວນບວດຫລາຍກວ່າ 1 ເດືອນ ເພາະຈະໄດ້ມີເວລາສຶກສາພຣະທັມວິໄນພໍສົມຄວນ

 

3. ການເລືອກສຳນັກບວດ ຂໍ້ນີ້ສຳຄັນຫລາຍ ການບວດຈະໄດ້ຜົນພຽງໃດຂຶ້ນຢູ່ກັບສຳນັກບວດນັ້ນເອງ ການເລືອກສຳນັກບວດຄວນເລືອກສຳນັກທີ່ມີການເຂັ້ມງວດເຄັ່ງຄັດໃນການປະພຶດທັມ ແລະ ເຄັ່ງຄັດຕໍ່ພຣະທັມວິໄນ ສຳນັກທີ່ດີພຣະອຸປັດຊາອາຈານມີການອົບຮົມສັ່ງສອນພຣະໃໝ່ຢູ່ຕະຫລອດ ມີການໃຫ້ໂອວາດຊຸກຍູ້ໃນການປະຕິບັດທັມ ມີການໃຫ້ໂອວາດທີ່ຂ້ຽວເຂັນໃຫ້ປະພຶດທັມຈົນບໍ່ມີເວລາໄປຟຸ້ງຊ່ານກັບເລື່ອງອື່ນ ແບບນີ້ຈິ່ງດີ ສ່ວນສຳນັກໃດປ່ອຍປະລະເລີຍບວດແລ້ວບໍ່ສົນໃຈ ປ່ອຍໃຫ້ຕາມສະບາຍ ບາງເທື່ອ ຕັ້ງແຕບວດຈົນສິກພຣະບວດໃໝ່ບໍ່ໄດ້ສົນທະນາທັມກັບພຣະອຸປັດຊາເລີຍ ແບບນີ້ໃຊ້ບໍ່ໄດ້ເສຍເວລາໃນການບວດຊື່ໆ ການທີ່ເຮົາບວດກໍ່ເພື່ອມຸ່ງຫວັງ ຈະຝາກຕົນໃຫ້ທ່ານອົບຮົມສັ່ງສອນ ຖ້າທ່ານບໍ່ເອົາໃຈໃສ່ເຮົາແລ້ວ ຈະບວດໄປເຮັດຫຍັງ ບຸນກຸສົນບໍ່ໄດ້ຢູ່ທທີ່ຜ້າເຫລືອງເທົ່ານັ້ນ(ຕິດຕາມສະບັບໜ້າ)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 2, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມຸງຄືຫຍັງ?

ຄຳວ່າ ມຸງຄຸນ ຮວມຄວາມໄດ້ວ່າ ເຫດແຫ່ງຄວາມສຸກຄວາມຈະເຣີນກ້າວໜ້າຂອງທຸກຊີວິດ

ເຫດທີ່ຕ້ອງຮຽນຮູ້ມຸງຄຸນຊີິວິດ

ມີສິ່ງທີ່ຕ້ອງຄິດຢູ່ຢ່າງໜຶ່ງຄື: ການເກີດມາເປັນຄົນ ແລະ ກໍພຽງແຕ່ສຶກສາຫາຄວາມຮູ້ສູງໆເພື່ອໃຫ້ມີສະຕິປັນຍາ ທີ່ຈະຫາລ້ຽງຊີບໃຫ້ສະດວກສະບາຍໂດຍບໍ່ຂັດຂ້ອງເທົ່ານີຍັງບໍ່ພໍ ເພາະຍັງບໍ່ແນ່ໃຈວ່າຈະຫາຄວາມສຸກໄດ້ຫລືບໍ່? ເພາະຄວາມຮູ້ທີ່ມີຢູ່ໃນໂລກໂດຍທົ່ວໄປແລ້ວ ເປັນພຽງຄວາມຮູ້ພຽງແຕ່ລ້ຽງປາກລ້ຽງທອ້ງຄື: ລ້ຽງສ່ວນທີ່ເປັນຮ່າງກາຍເທົ່ານັ້ນ  ແຕ່ສ່ວນທີ່ເປັນໃຈນັ້ນຍັງບໍ່ໄດ້ລ້ຽງເທື່ອ

ເນື່ອງໃຈາກຄົນເຮົາມີເລື່ອງສຳຄັນຢູ່ 2 ສ່ວນຄື ກາຍກັບໃຈ ໃນເມື່ອກາຍຕ້ອງການອາຫານໄປລ້ຽງເພື່ອໃຫ້ພົ້ນຈາກຄວາມຫີວ ແລະ ບຳລຸງຮ່າງກາຍໃຫ້ເກີດຄວາມຈະເຣີນເຕີບໂຕໃຫຍ່ຂຶ້ນ ໃຈກໍ່ເຊັ່ນດຽວກັນຕ້ອງກາອາຫານຄືທັມມະມາຫລໍ່ລ້ຽງ ເພື່ອເປັນເຄື່ອງຍຶດໝັ້ນໃຫ້ພົ້ນຈາກຄວາມໂລບ, ຄວາມໂກດ, ຄວາມຫລົງ ແລະ ເພື່ອຍົກລະດັບຈິດໃຈຂອງເຮົາໃຫ້ສູງຂຶ້ນ ຈະໄດ້ພົບຄວາມສຸກຄຽງຄູ່ກັນໄປກັບການປະກອບອາຊີບ ດຳລົງຊີບິດປະຈຳວັນ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
  1. ທານ=ໃຫ້ແບ່ງປັນສິ່ງຂອງໆຕົນແກ່ຄົນທີ່ຄວນໃຫ້
  2. ປິຍະວາຈາ=ເວົ້າຖ້ອຍຄຳທີ່ອ່ອນຫວານ
  3. ອັດຖະຈະຣິຍາ=ປະພຶດຕົນໃຫ້ເປັນປະໂຫຍດແກ່ຜູ້ອື່ນ
  4. ສະມານັດຕະຕາ=ເປັນຄົນບໍ່ຖືເນື້ອຖືຕົວວ່າຍິ່ງໃຫຍ່ມີຄວາມຮູ້ມີຖານະ

ທານ= ໄດ້ແກ່ການໃຫ້ແບ່ງປັນສິ່ງຂອງຂອງຕົນແກ່ຄົນທີ່ຄວນໃຫ້ ແບ່ງປັນຕາມກາລະສະໄໝເຊັ່ນ: ຍາດມິດຂອງເຮົາເຂົາຂັດສົນເຄື່ອງໃຊ້ສອຍ ເຊິ່ງເປັນຂອງທີ່ເຮົາມີຢູ່ກໍ່ໃຫ້ແກ່ເຂົາໄປ ເພື່ອປົດເປື້ອງຄວາມຂັດສົນຂອງເຂົາ

ປິຍະວາຈາ= ໃນເວລາໃດສົງເຄາະດ້ວຍວາຈາທີ່ອ່ອນຫວານ ເຊັ່ນ: ໃນເວລາທີ່ພົບພໍ້ຍາດ ຫລື ມິດສະຫາຍທີ່ມາຈາກທາງໄກ ເພິ່ງທັກທາຍປາໄສ ດ້ວຍວາຈາທີ່ອ່ອນຫວານໃຫ້ສົມແກ່ຖານະຂອງຜູ້ຟັງ ເປັນຜູ້ໃຫຍ່ກໍ່ເພິ່ງກ່າວທັກທາຍປາໄສຕໍ່ຜູ້ນ້ອຍກ່ອນ ແລະ ໃຫ້ໂອວາດສັ່ງສອນຕາມສົມຄວນ ຖ້າເຂົາຖາມເຖິງກິດຈະການຕ່າງໆກໍ່ຄວນຕອບໃຫ້ເປັນທີ່ເຂົ້າໃຈ ດັ່ງນີ້ເປັນຕົ້ນ

ອັດຖະຈະຣິຍາ= ປະພຶດຕົນໃຫ້ເປັນປະໂຫຍດແກ່ຜູ້ອື່ນຄື: ປະພຶດກາຍ ວາຈາ ອັນປະກອບດ້ວຍເມຕຕາ ຕາມຖານະຂອງຜູ້ໃຫຍ່ ເອົາໃຈໃສ່ຕໍ່ໝູ່ເພື່ອນ ທີ່ຢູ່ຮ່ວມກັນບ້ານໃກ້ເຮືອນຄຽງ ຊ່ວຍກິດຈະການງານທີ່ເກີດຂຶ້ນ ຕາມໂອກາດ ທີ່ພໍຈະຊ່ວຍເຫລືອໄດ້ ເປັນຕົ້ນ

ສະມານັດຕະຕາ= ເປັນຄົນບໍ່ຖືຕົວ ວາງທ່າທີໃຫ້ສະເໝີແກ່ຖານະ ຖ້າເປັນຜູ້ໃຫຍ່ກໍ່ບໍ່ຖືອຳນາດ ແລະ ຍົດສັກເກີນໄປ ຈົນຜູ້ນ້ອຍເຂົ້າຫາບໍ່ໄດ້ ຄັນແມ່ນຜູ້ນ້ອຍກໍ່ສະແດງຄວາມເຄົາລົບນົບນ້ອມຕໍ່ຜູ້ໃຫຍ່ ຢ່າເປັນຄົນແຂງກະດ້າງ ບໍ່ຮູ້ຈັກຖານະຂອງຕົນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

6. ກຽດຊັງ ແລະ ຫີຼກເວັ້ນຈາກຄວາມຊົ່ວ

ເວັ້ນຈາກການດື່ມສິ່ງມືນເມົາເສບຕິດ

ບໍ່ເບື່ອໜ່າຍໃນການປະຕິບັດດີ ນີ້ເປັນມຸງຄຸລອັນຍິ່ງໃຫຍ່

7. ມີຄວາມເຄົາຣົບແລະຮູ້ຈັກອ່ອນນ້ອມຖ່ອມຕົວ

ມີຄວາມສັນໂດດ ແລະ ກະຕັນຍູ

ຟັງທັມຕາມກາລ ນີ້ເປັນມຸງຄຸລອັນປະເສີດ

8.ມີຄວາມອົດທັນ ແລະ ເປັນຜູ້ວ່າງ່າຍສອນງ່າຍ

ພົບປະເຂົ້າຫາທ່ານຜູ້ສະຫງົບ

ສົນທະນາທັມຕາມກາລ ນີເ້ປັນມຸງຄຸລອັນປະເສີດ

9. ເມື່ອຖືກກະທົບຈາກການປ່ຽນແປງການຜັນຜວນຂອງຊີວິດຈິດໃຈກໍ່ຢ່າຫວັ່ນໄຫວ

ຈິດໃຈທີ່ປາສະຈາກຄວາມເສົ້າ ແລະ ອາລົມຮັກ ໂລບ ໂກດ ຫລົງ ຈິດທີ່ໝັ້ນຄົງ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເທວະດາມີ 3 ປະເພດດັ່ງຕໍ່ໄປນີ້:

1. ເທວະດາໂດຍສົມມຸດ ໂດຍການນັດໝາຍກັນຮັບຮູ້ ຫລື ສົມມຸດຕິເທວະດາໝາຍເຖິງ ພຣະມະຫາກະສັດແລະ ພຣະຣາຊວົງ

2. ເທວະດາໂໂດຍກຳເນີດຜູ້ເກີດມາໃນຖານະນັ້ນໂລດ

3. ເທວະດາໂດຍຄວາມບໍລິສຸດຢ່າງສົມບູນ ໝາຍເຖິງພຣະພຸດທະເຈົ້າແລະ ພຣະອະຣະຫັນຜູ້ດັບກິເລດທີ່ມາທຳລາຍຈິດໃຈໃຫ້ເສົ້າໝອງໄດ້ຢ່າງສິ້ນເຊີງ ເທວະດາປະເພດທີ່ສາມນີ້ຈັດວ່າສູງສຸດ”ມີພຣະພຸດທະພົດກ່າວໄວ້ວ່າ”ຜູ້ສົມບູນດ້ວຍຄວາມຮູ້ດີ ແລະ ປະພຶດດີ ເປັນຜູ້ປະເສີດສຸດ

ຄຳວ່າ”ຄວາມຮູ້” ໃນທີ່ນີ້ໝາຍເຖິງ ປັນຍາທີ່ເຮັດໃຫ້ຄວາມທຸກສິ້ນໄປ ສວ່ນຄຳວ່າ ”ຄວາມປະພຶດດີ” ໝາຍເຖິງ ມາດຖານຊັ້ນສູງແຫ່ງການປະຕິບັດທາງສີລທັມ ແລະ ຈິດໃຈ

ທັມທີ່ເຮັດໃຫ້ເປັນເທວະດາ

1. ປະກອບດ້ວຍ

  • ຄວາມລະອາຍຕໍ່ຄວາມຊົ່ວ(ຫິຣິ)
  • ຄວາມເກງກົວ(ຢ້ານ)ຕໍ່ຄວາມຊົ່ວ(ໂອຕຕຕັບປະ)

2. ປະກອບດ້ວຍ

  • ຄວາມເຊື່ອຢ່າງມີເຫດຜົນ(ສັດທາ)
  • ຄວາມປະພຶດດີງາມ(ສີລ)
  • ການສະດັບຮັບຟັງ ຫລື ການຮຽນຮູ້(ສຸຕະ)
  • ການເອື້ອເຟື້ອ(ຈາຄະ)
  • ຄວາມສະຫລາດ(ປັນຍາ)

3. ປະກອບດ້ວຍພົມວິຫານສີ່ປະການຄື

  • ໄມຕຣີຈິດຄິດຈະໃຫ້ເປັນສຸຂ(ເມດຕາ)ກົງກັນຂ້າມກັບພະຍາບາດຫລືຄິດປອງຮ້າຍເອົາປຽບກັນ
  • ອິນດູຫລືສົງສານຄິດຈະຊ່ວຍໃຫ້ພົ້ນທຸກ(ກະລຸນາ)ກົງກັນຂ້າມກັບວິຫິງສາຫລືການບຽດບຽນ
  • ພອຍຍິນດີໃນເມື່ອຜູ້ອື່ນໄດ້ດີ(ມຸທິຕາ)ກົງກັນຂ້າມກັບລິດສະຫຍາ
  • ວາງໃຈເປັນກາງ(ອຸເປກຂາ)ກົງກັນຂ້າມກັບລຳອຽງ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເຊິ່ງຈະຄັດເອົາແຕ່ສວ່ນທີ່ເປັນຂໍ້ປະຕິບັດເບື້ອງຕົ້ນຈະບໍ່ໄດ້ຮວມເອົາຂໍ້ທີ່ເປັນປະຣະມັດ

ເທວະດາອົງໜຶ່ງກ່າວວ່າ: ເທວະດາ ແລະ ມະນຸດຫລວງຫລາຍເຊື່ອໝັ້ນໃນສິ່ງຕ່າງໆ ອັນເປັນຄວາມສຸຂຄວາມຈະເຣີນ ເມື່ອພວກເຂົາປາຖະໜາຫາຄວາມສຸຂ ທ່ານໂປຣດປະກາດຄຸນຄວາມດີອັນສຳຄັນທີ່ສຸດນີ້ໃຫ້ພວກເຮົາຮູ້ແຈ້ງດ້ວຍເຖີດ ພຣະສະມະນະໂຄດົມ(ພຣະພຸທເຈົ້າ)ຕອບວ່າ:

1. ບໍ່ຄົບຄົນພານ

ຄົບແຕ່ບັນດິດ

ບູຊາຄົນທີ່ຄວນບູຊາ ນີ້ເປັນມຸງຄຸລອັນປະເສີດ

2. ຢູ່ໃນຖິ່ນທີ່ມີສິ່ງແວດລ້ອມດີ

ເຮັດຄວາມດີກຽມພ້ອມໄວ້ແຕ້ຕົ້ນ

ຕັ້ງຕົນໄວ້ໃຫ້ຖືກຕ້ອງ(ຄວາມຊອບທຳ) ນີ້ເປັນມຸງຄຸລອັນປະເສີດ

3. ມີຄວາມຮອບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ສຶກສາເລົ່າຮຽນໃຫ້ຫລາຍ

ຮູ້ຈັກບັງຄັບຄວບຄຸມຕົນ ແລະ ວາຈາໜ້າຟັງ

ຮູ້ຈັກໃຊ້ຖ້ອຍຄຳທີ່ກ່າວດີ ນີ້ເປັນມຸງຄຸລອັນປະເສີດ

4. ບຳລຸງພໍ່ແມ່

ຮັກ ແລະ ຄຸ້ມຄອງສາມີພັນລະຍາ ແລະ ບຸຕ(ລູກ)

ປະກອບອາຊີບການງານທີ່ສົ່ງເສີມຄວາມສະຫງົບສຸຂ ນີ້ເປັນມຸງຄຸລອັນປະເສີດ

5. ຮູ້ຈັກໃຫ້ທານ ແລະ ລ້ຽງຊີບຢ່າງຖືກຕ້ອງຖືກຕ້ອງຕາມຄອງທັມ

ສົງເຄາະຍາດພີ່ນ້ອງ

ກະທຳກິດທີ່ບໍ່ສາມາດຈະຖືກຕຳນິຕິສິນນິນທາໄດ້ ນີ້ເປັນມຸງຄຸລອັນປະເສີດ

(ຍັງມີຕໍ່ ຕິດຕາມຕອນຕໍ່ໄປ)

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຫລັກທັມເພື່ອເຮັດໃຫ້ເກີດປະໂຫຍດໃນປັດຈຸບັນ 4 ຢ່າງ

  1. ອຸດຖານະສັມປະທາ=ມີຄວາມດຸໝັ່ນລຸກຂຶ້ນເຮັດວຽກງານ ຫາລ້ຽງຊີວິດຂອງຕົນເອງ ແລະ ຄອບຄົວກໍ່ດີ ດຸໝັ່ນໃນການສຶກສາຮ່ຳຮຽນກໍ່ດີ
  2. ອາຣັກຂາສັມປະທາ=ເປັນຜູ້ຮູ້ຈັກັຮກສາຊັບທີ່ຫາມາໄດ້ໄວ້ໃຫ້ດີ ແລະ ຮັກສາໜ້າທີ່ວຽກງານຂອງຕົນໄວ້ໃຫ້ດີດ້ວຍ
  3. ກັນລະຍານະມິດຕະຕາ=ຄົບຫາສະມາຄົມໝູ່ເພື່ອນທີ່ເປັນຄົນດີໄວ້ເປັນມິດສະຫາຍ ເວັ້ນຈາກຄົບຄົນພານບໍ່ດີ ເຊິ່ງຈະນຳຄວາມເສຍຫາຍມາສູ່ຕົນ
  4. ສັມມາຊີວິຕາ=ຮູ້ຈັກລ້ຽງຊີວິດຕາມສົມຄວນແກ່ກຳລັງຊັບທີ່ຫາມາໄດ້ ບໍ່ໃຫ້ຝືດເຄືອງຫລາຍ ບໍ່ໃຫ້ຟຸມເຟືອຍ ໃຊ້ຈ່າຍເກີນກວ່າລາຍໄດ້ຂອງຕົນ

ທັມ 4 ປະການນີ້ເປັນຄຸນນະທັມທີ່ພາໃຫ້ບຸກຄົນຜູ້ປະພຶດໄດ້ບັນລຸຜົນຄື: ລາບ ຍົດ ສັນລະເສີນ ສຸຂ ແລະ ໄມຕຣີຈິດ ມິດຕະພາບ ເຊິ່ງເປັນປະໂຫຍດປັດຈຸບັນ ເຖິງແມ່ນວ່າ ຜູ້ໃດຕ້ອງການຄວາມສຸຂຢ່າງອື່ນໆນອກຈາກທີ່ກ່າວມາ ຄຸນນະທັມນີ້ກໍ່ມີທາງກໍ່ຈະຊ່ວຍໃຫ້ສຸຂອື່ນໆ ນັ້ນໄດ້ປະສົບຜົນຕາມຄວາມປາຖະນາ ເພາະວ່າຄຸນນະທັມ 4 ປະການນີ້ເປັນເຄື່ອງພາເກີດຄວາມສຳເລັດ ຄວາມປະສົງໃນໂລກນີ້ທຸກປະການ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 29, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄຳວ່າ”ເມດຕາ”ມີຮາກສັບມາຈາກຄຳດຽວກັບຄຳວ່າ”ມິຕຕະ” ຫລື ”ມິຕ” ນັ້ນເອງ ໃນພາສາລາວເຮົາກໍ່ມີໃຊ້ກັນຢູ່ຄື”ນ້ຳໃຈໄມຕຼີ” ຫລື ບາງເທື່ອກໍ່ໃຊ້ຄຳວ່າ ”ມິດຕະພາບ” (friendship) ເມຕຕາຈຶ່ງແປງ່າຍໆວ່າ ”ຄວາມຮູ້ສຶກເປັນມິດຕໍກັນແລະກັນ ຫລື ຄວາມຮູ້ສຶກມີເຍື້ອໃຍໄມຕຣີຕໍ່ກັນສັນມິດ” ເພາະສະນັ້ນ ການທີ່ເຮົາແຜ່ເມຕຕາໃຫ້ໃຜຕໍ່ໃຜກໍ່ໝຍຄວາມວ່າເຮົາຍອມຮັບນັບເອົາຄົນໆນັ້ນວ່າ ເປັນມິດທີ່ຮັກຂອງເຮົານັ້ນເອງ

  ໃນທາງພຸດທະສາດສະໜາ ພຣະພຸດທະເຈົ້າຊົງສອນໃຫ້ພຸດທະສາສະນິກະຊົນເປັນມິດກັບຄົນທຸກຄົນແລະ ກັບສັບພະສັດທົ່ວທັງສາກົນຈັກກະວານເລີຍແຫລະ ທ່ານເຄີຍໄດ້ຍິນຄຳແຜ່ເມຕຕາທີ່ວ່າ ”ສັພເພ ສັຕຕາ........”ບໍ່??? ຄຳວ່າ ”ສັດທັງຫລາຍທັງປວງ” ໃນທີ່ນີ້ຈະມີຄວາມໝາຍກວ້າງຂວາງຂະໜາດສຸດຂອບຟ້າມະຫາສະໝຸດເລີຍແຫລະ ຖ້າທ່ານບໍ່ໝັ້ນໃຈ ຜູ້ຂຽນຈະຂໍຄັດເອົາບົດແຜ່ເມຕຕາຈາກກະລະນີຍະເມຕຕະສູຕມາໃຫ້ທ່ານອ່ານ ເພື່ອທ່ານຈະໄດ້ເຂົ້າໃຈດ້ວຍຕົນເອງວ່າ ຄວາມໝາຍແລະຂອບເຂດຂອງເມຕຕາ ຫລື ມິດຕະພາບໃນພຸດທະສາດສະໜານັ້ນກວ້າງຂວາງໄຮ້ພົມແດນພຽງໃດ

ກະຣະນີຍະເມຕຕສູຕ(ພຣະສູດວ່າດ້ວຍເມຕຕາເປັນກິດຈະທີ່ຄວນເຮັດ)

”......ຂໍສັດທັງຫລາຍທັງປວງຈົ່ງເປັນຜູ້ມີຄວາມສຸກກາຍ ສຸກໃຈ ປອດຈາກໄພທັງປວງເຖີດ

ສັດທັງຫລາຍທີ່ມີຄວາມຫວາດກົວກໍ່ດີ ທີ່ບໍ່ຫວາດກົວກໍ່ດີທັງໝົດ ທັງທີ່ມີກາຍຍາວ ໃຫຍ່ ປານກາງ ສັ້ນ ລະອຽດ ຫລື ຫຍາບ ທີ່ເຄີຍເຫັນຫລືບໍ່ເຄີຍເຫັນ ຢູ່ໄກຫລື ຢູ່ໃກ້

ທີ່ເກີດມາແລ້ວຫລືຍັງສະແຫວງຫາທີ່ເກີດຢູ່ ຂໍໃຫ້ສັດທັງຫລາຍທັງປວງເຫລົ່ານັ້ນຈົ່ງມີຄວາມສຸກກາຍ ສຸກໃຈເຖີດ

ບຸກຄົນບໍ່ເພິ່ງຫລອກລວງກັນ ບໍ່ເພິ່ງດູໝິ່ນກັນບໍ່ວ່າຈະດ້ວຍເຫດຜົນໃດກໍ່ຕາມ ບໍ່ເພິ່ງປາຖະໜາໃຫ້ມີຄວາມທຸກໄປຕົກຕ້ອງເຊ່ິງກັນແລະກັນ

ດ້ວຍການມຸ່ງຮ້າຍ ຫລື ດ້ວຍການຄິດຮ້າຍ

ມານດາຖະໜອມຮັກສາລູກຄົນດຽວຂອງຕົນດ້ວຍຊີວິດສັນໃດ ບຸກຄົນເພິ່ງຈະເລີນເມຕຕາຈິຕບໍ່ມີປະມານໃນສັດທັງປວງສັນນັ້ນ

ບຸກຄົນເພິ່ງຈະເລີນເມຕຕາຈິຕອັນບໍ່ມີພົມແດນ ບໍ່ມີເວນ ບໍ່ມີສັດຕູ ໃນສັດໂລກທັງປວງ

ທັງໃນອະຮູບພູມເບື້ອງເທິງ(ບ່ອນຢູ່ຂອງສັດທີ່ບໍ່ມີຮູບຮ່າງ) ຮູບພູມເບື້ອງກາງ ແລະ ກາມາວະຈອນເບື້ອງຕ່ຳ

ເມື່ອຢືນ ຍ່າງ ນັ່ງ ນອນ ເພິ່ງເປັນຜູ້ປາສະຈາກຄວາມງ້ວງ ເພິ່ງຕັ້ງສະຕິໄວ້ຢ່າງນີ້ແລ ພຣະພຸດທະເຈົ້າທັງຫລາຍຕັດການປະຕິບັດເຊັ່ນນີ້ວ່າ ເປັນຄວາມປະພຶດອັນປະເສີດໃນພຣະສາດສະນານີ້......”

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 23, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຣະສາດສະດາ ເຊິ່ງເປັນຜູ້ຕັດສະຮູ້ສັດຈະທຳ ພຣະອົງຊົງຄົ້ນພົບຄວາມຈິງອັນສູງສຸດ ແລະ ບໍ່ໄດ້ຊົງບັງຄັບໃດໃຫ້ເຊື່ອຢ່າງງົມງວາຍໃນຄຳສອນຂອງພຣະອົງ ຄວາມມີເຫດຜົນຂອງພຣະທຳຄຳສອນຂອງເພິ່ນ ຢູ່ທີ່ການເປີດໂອກາດໃຫ້ມີການສອບສວນຢ່າງຖີ່ຖ້ວນໃນທຸກຂັ້ນແຫ່ງວິຖີທາງໄປສູ່ການເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ເພື່ອທີ່ຈະເຂົ້າໃຈສະພາບແຫ່ງປະກົດການທັງປວງ ຈຳເປັນຕ້ອງອາໄສປັນຍາຍານກຳກັບຕະຫລອດສາຍ

 ກາລະຄັ້ງໜຶ່ງພຣະສາດສະດາ ຊົງສັ່ງສອນຊາວກາລາມະ ເຖິງທ່າທີອັນເໝາະສົມກ່ຽວກັບຄວາມເຊື່ອທາງສາດສະໜາ ພຣະອົງໄດ້ກ່າວວ່າ

     ”ຢ່າເຊື່ອ ຫລື ຖືເອົາສິ່ງໃດໆພຽງການຟັງຕາມໆກັນມາ”

     ”ຢ່າເຊື່ອພຽງແຕ່ຖືສືບກັນມາ”

     ”ຢ່າເຊື່ອພຽງຂ່າວລື”

     ”ຢ່າເຊື່ອໂດຍອ້າງຕຳລາ”

     ”ຢ່າເຊື່ອໂດຍນຶກເດົາເອົາ”

     ”ຢ່າເຊື່ອໂດຍການຄາດຄະເນ”

     ”ຢ່າເຊື່ອພຽງຕຶກຕອງຄິດໄປຕາມອາການ”

     ”ຢ່າເຊື່ອພຽງເພາະກົງກັບຄວາມຄິດເຫັນຂອງຕົນ”

     ”ຢ່າເຊື່ອພຽງເພາະໜ້າເຊື່ອຖື”

     ”ຢ່າເຊື່ອພຽງເພາະວ່າສະມະນະ(ພຣະ)ຜູ້ນີ້ເປັນຄູຂອງເຮົາ”

ແລະແລ້ວ ພຣະສາດສະດາກໍ່ຊົງສອນຊາວກາລາມະຕໍ່ໄປ ໃຫ້ພິຈາລະນາທຸກສິ່ງດ້ວຍຕົນເອງຢ່າງຖີ່ຖ້ວນດັ່ງນີ້:

”ເມື່ອໃດທ່ານຮູ້ດ້ວຍຕົນເອງວ່າ ສິ່ງເຫລົ່ານີ້ບໍ່ດີ ນັກປາດຕິຕຽນ ເມື່ອຮັບໄວ້ ແລະ ປະຕິບັດແລ້ວ ຈະນຳໄປສູ່ໄພອັນຕະລາຍ ກໍ່ຈົ່ງສະຫລະຖິ້ມເສຍ ໃນທາງກົງກັນຂ້າມ ເມື່ອທ່ານຮູ້ດ້ວຍຕົນເອງວ່າ ສິ່ງເຫລົ່ານີ້ບໍ່ຖືກຕິຕຽນ ນັກປາດສັນລະເສີນ ເມື່ອຮັບເອົາໄວ້ ແລະ ປະຕິບັດແລ້ວ ຈະນຳໄປສູ່ປະໂຫຍດ ແລະ ຄວາມສຸກ ກໍ່ຈົ່ງຮັບໄວ້ປະຕິບັດເຖີດ”

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 22, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ສີລບໍ່ແມ່ນກົດໝາຍ ແຕ່ເປັນຫລັກຂອງການຝຶກຝົນຕົນເອງເພື່ອນຳໄປສູ່ການປະຕິບັດດີ ປະຕິບັດຖືກຕ້ອງຕາມທຳມະ ຄົນເຮົາບໍ່ໄດ້ຢູ່ໂດດດ່ຽວ ການດຳລົງຊີວິດໃນສັງຄົມ ຕ້ອງມີຄວາມສຳນຶກຕົນ ຄວບຄຸມຕົນເອງ ປັບຕົວເອງ ບໍ່ນິຍົມຄວາມຮຸນແຮງ ແລະ ປາຖະໜາດີຕໍ່ກັນ

 ສີລຫ້າຄື ເວັ້ນຈາກການຂ້າ ເວັ້ນຈາກການລັກຊັບ ເວັ້ນຈາກການເສບກາມມາຣົມກັບຄົນອື່ນທີ່ບໍ່ແມ່ນຄູ່ຄອງຂອງຕົນ ເວັ້ນຈາກການເວົ້າທີ່ບໍ່ນຳຜົນດີມາໃຫ້ຕົນແລະຜູ້ອື່ນ ເວັ້ນຈາກການເສບສິ່ງມຶນເມົາ ອັນເປັນທາງແຫ່ງຄວາມປະໝາດ ເຮົາຄວນມີເມດຕາ ຊື່ສັດ ແລະ ມີສະຕິ ສັງຄົມກໍ່ບັນລຸຈຸດໝາຍທີ່ເຮັດໃຫ້ບຸກຄົນຢູ່ຮ່ວມກັນໄດ້ຢ່າງສັນຕິ ແລະ ໄວ້ວາງໃຈເຊິ່ງກັນແລະກັນ

ຖິ້ມທ້າຍຕອບບັນຫາຂ້ອງໃຈກ່ຽວກັບສີລຂໍ້ທີ່ໜຶ່ງ ສາດສະໜາເປັນສາດສະໜາແຫ່ງເຫດຜົນຈົ່ງໃຊ້ປັນຍາຄົ້ນຄິດໃຫ້ເລິກເຊິ່ງ”ຄຳວ່າຫ້າມຂ້າສັດຕັດຊີວິດ”ນີ້ບໍ່ຂໍອະທິບາຍແຕ່ຂໍຝາກເປັນບັນຫາໃຫ້ຄິດກໍ່ແລ້ວກັນເດີ”ໄປຮົບເສິກບໍ່ຍອມລັ່ນໄກປືນເພາະຢ້ານສັດຕູຕາຍ ແລະ ຢ້ານຜິດສີລຄິດຖືກແລ້ວຫລື”

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຜູ້ຂຽນຂໍຕອບເປັນ 2 ປະເດັນດັ່ງນີ້ເນາະ:

1. ການສູດພຣະພຸດທະມົນເປັນພາສາບາລີນັ້ນ ກໍ່ເພາະວ່າມົນນັ້ນເປັນຄຳສັ່ງສອນຂອງພຣະພຸດທະເຈົ້າ ເຊິ່ງພຮະອົງຊົງສັ່ງສອນເປັນພາສາບາລີ ເມື່ອເຮົານຳເອົາມົນ ຊຶ່ງຈຳໄວ້ດ້ວຍເປັນພາສາບາລີນັ້ນມາສູດ ກໍ່ເປັນທຳມະດາຢູ່ແລ້ວທີ່ເຮົາຈະຕ້ອງສູດເປັນພາສາບາລີຕາມຮູບແບບເດີມ ເໝືອນກັບເຮົານຳເອົາພາສາອັງກິດມາໃຊ້ໃນພາສາລາວກັບຄົນລາວ ເຮົາກໍ່ຍັງຄົງຕອ້ງເວົ້າພາສາອັງກິດຄືກັບພາສາແມ່ທຸກປະການ ຢ່າງໃດກໍ່ຕາມ ປະຈຸບັນນີ້ ບົດສູດທີ່ຮັບການແປເປັນພາສາລາວກໍ່ມີຢູ່ແຜ່ຫລາຍຄືກັນ

2. ການສູດພຣະພຸດທະມົນ ເປັນການເຂົ້າເຝົ້າພຣະພຸດທະເຈົ້າ ບູຊາພຣະລັດຕະນະໄຕຣ ສະແດງຄວາມເຄົາລົບຕໍ່ພຣະທຳ ຫລືເວົ້າອີກຢ່າງກໍ່ຄືການໄຫວ້ຄູ ຄືກັນກັບເຮົາເຫັນໂດຍທົ່ວໄປຕົວຢ່າງ ນັກມວຍນະ ກ່ອນຈະທຳການຊົກກັນກໍ່ຕ້ອງໄຫວ້ຄູດ້ວຍການຟ້ອນລີລາທ່າທາງຕ່າງໆ ອັນນັ້ນກໍ່ເປັນຮູບແບບພາສາທີ່ເຂົາໃຊ້ກັນ ການສູດກໍ່ເຊັ່ນ ເມື່ອພຣະບໍລົມມະຄູເພິ່ນໃຊ້ພາສາບາລີເຮົາກໍ່ຈຳເປັນໄດ້ໃຊ້

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ໃນແຕ່ລະວັດ ເຮົາຈະເຫັນພຣະພຸດທະຮູບເປັນຈຳນວນຫລວງຫລາຍປະດິດສະຖານຢູ່ໃນສິມ ໃນວິຫານ ຮວມຕະຫລອດຮອດສາລາໂຮງທຳ

 ການສ້າງພຣະພຸດທະຮູບເປັນວິທີທຳບຸນວິທີໜຶ່ງ ທີ່ຊາວພຸດຄົນລາວເຮົານິຍົມກັນຫລາຍ ຈົນບາງວັດມີພຣະພຸດທະຮູບຢາຍເຕັມກາງວັດ

 ເມື່ອເຮົາເຂົ້າໄປໃນສິມກໍ່ຈະໄປຂາບທີ່ຕໍ່ໜ້າພຣະປະທານເສຍກ່ອນ ເປັນອັນດັບທຳອິດຄືກັບການທັກທາຍລາຍງານຕົວຕໍ່ໜ້າພຣະພຸດທະເຈົ້າວ່າ”ຂ້າພຣະພຸດທະເຈົ້າມາຂາບຢູ່ຕໍ່ໜ້າພຣະອົງແລ້ວ” ຄົນຕ່າງປະເທດເຂົາບໍເຂົ້າໃຈ ເຄີຍມາເລົ່າໃຫ້ຟັງວ່າເຂົາເຫັນຄົນໄປນັ່ງສູດອ້ອນວອນ(pray) ຕໍ່ໜ້າພຣະພຸດທະຮູບເປັນຈຳນວນຫລາຍທຸກວັນ ຄົນເຫລົ່ານັ້ນໄປຂໍຫຍັງກັບພຣະພຸດທະຮູບ ພຣະພຸດທະຮູບໃຫ້ຫຍັງເຂົາໄດ້ຫລື ຫລືວ່າຂໍກັບພຣະພຸດທະເຈົ້າ?

 ຄົນໄຫວ້ພຣະພຸດທະຮູບຢ່າງຖືກຕ້ອງ ບໍ່ໄດ້ໄຫວ້ດິນຈີ່ ຊີເມັນ ຫລື ໂລຫະ ທີ່ມີຜູ້ສ້າງຂຶ້ນເປັນອໄງພຣະ ແຕ່ໄຫວ້ໃນຖານະສິ່ງສໄມມຸດແທນອົງພຣະສຳມາສຳພຸດທະເຈົ້າ

 ການປະນົມມືໄຫວ້ ແລະ ຂາບພ້ອມກັບການກ່າວຄຳບາລີ ເຊິ່ງບາງຄົນກໍ່ອອກສຽງບາງຄົນກໍ່ກ່າງໃນໃຈ ຄຳກ່າວບໍ່ແມ່ນການອ້ອນວອນຂໍຮ້ອງ ແຕ່ເປັນການກ່າວສັນລະເສີນຄຸນຂອງພຣະພຸດທະເຈົ້າ ກ່າວສະແດງຄວາມເຄົາລົບພຣະທຳ ແລະ ພຣະສົງສາວົກ ຄຳກ່າວເຫລົ່ານັ້ນຊ່ວຍຢ້ຳເຕືອນໃຫ້ຜູ້ກ່າວເອງໄດ້ລຳລຶກເຖິງພຣະພຸດທະຄຸນ ລຳລຶກເຖິງພຣະທຳ ແລະ ພຣະສົງ ບໍ່ໄດ້ເປັນການກ່່າວເພື່ອຈະເອົາໃຈຜູ້ຖືກສັນລະເສີນວ່າຖ້າສັນລະເສີນຖືກຕ້ອງ ຈະໄດຮັບການຕອບແທນໃນສິ່ງທີ່ຂໍ ເພາະບໍ່ມີການຂໍ ແລະ ບໍ່ມີຜູ້ບັນດານໃຫ້

 ພຣະພຸດທະເຈົ້າສະເດັດດັບຂັນປະຣິນິບພານໄປນານແລ້ວ ມໍລະດົກທີ່ພຣະພຸດທະອົງມອບໄວ້ໃຫ້ກໍ່ຄື ພຣະທຳຄຳສອນນັ້ນເອງ ຖ້າເຮົາປະຕິບັດຕາມດ້ວຍຄວາມເຫລື້ອມໃສສັດທາ ແລະ ປະຕິບັດຢ່າງຈິງຈັງ ຍ່ອມນຳຜົນດີມາສູ່ຜູ້ປະບັດຢ່າງແນ່ນອນ

 ສາດສະໜາພຸດບໍ່ໄດ້ແມ່ນສາດສະໜາແຫ່ງການຂໍວອນ ຫລື ເອົາອົກເອົາໃຈພຣະພຸດທະເຈົ້າເພື່ອວ່າ ພຣະພຸດທະເຈົ້າຈະສະແດງລິດອຳນາດໃຫ້ຄຸນໃຫ້ໂທດແກ່ຜູ້ໃດ

 ສາດສະໜາພຸດສອນໃຫ້ທຸກຄົນພະຍາຍາມລິຂິດຊີວິດຂອງຕົນເອງ ຖ້າເຮັດດີຜົນອອກມາກໍ່ຍ່ອມດີ

ຊາວສວນປູກຕົ້ນໄມ້ຊະນິດໃດ ຍ່ອມໄດ້ຜົນເຊັ່ນນັ້ນ ປູກຕົ້ນໝາກມ່ວງຈະໄດ້ຜົນອອກມາເປັນໝາກກ້ຽງ ແມ່ນເປັນໄປບໍ່ໄດ້ ແລະ ດີທີ່ສຸດກໍ່ຄືເຮັດດີໂດຍບໍ່ຫວັງຜົນຕອບແທນກັບມາ ຫວັງພຽງຄວາມປອດໂປ່ງໃຈ ເບົາໃຈ ເພາະກິເລດ ຄວາມຢາກຕ່າງໆເບົາລົງ

 ໄຫວ້ພຣະພຸດທະຮູບໃຫ້ຖືກຕ້ອງຄື: ໄຫວ້ດ້ວຍໃຈທີ່ເຖິງພຣະພຸດທະເຈົ້າ ແລະ ພຣະທຳຄຳສັ່ງສອນ ນຶກໄວ້ວ່າ ໄຫວ້ພຣະຄັ້ງໃດປຽບດັ່ງໄດ້ເຂົ້າເຝົ້າພຣະພຸດທະເຈົ້າຄັ້ງນັ້ນ

 ພຸດທະສາສະນິກະຊົນທີ່ເຂົ້າວັດທຳບຸນຈຶ່ງແຕ່ງກາຍຮຽບຮ້ອຍ ສັງຮວມວາຈາ ເພື່ອສະແດງຄວາມເຄົາລົບຕໍ່ຕົວແທນພຣະສາດສະດາ 3 ປະການຄື ພຣະພຸດທະຮູບ(ແທນພຣະພຸດທະເຈົ້າ ພຣະທຳຄຳສັ່ງສອນຂອງພຣະສາດສະດາ ແລະ ພຣະພິກຂຸ(ຕົວແທນຂອງພຣະສາວົກ)