ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
  1. ທານ=ໃຫ້ແບ່ງປັນສິ່ງຂອງໆຕົນແກ່ຄົນທີ່ຄວນໃຫ້
  2. ປິຍະວາຈາ=ເວົ້າຖ້ອຍຄຳທີ່ອ່ອນຫວານ
  3. ອັດຖະຈະຣິຍາ=ປະພຶດຕົນໃຫ້ເປັນປະໂຫຍດແກ່ຜູ້ອື່ນ
  4. ສະມານັດຕະຕາ=ເປັນຄົນບໍ່ຖືເນື້ອຖືຕົວວ່າຍິ່ງໃຫຍ່ມີຄວາມຮູ້ມີຖານະ

ທານ= ໄດ້ແກ່ການໃຫ້ແບ່ງປັນສິ່ງຂອງຂອງຕົນແກ່ຄົນທີ່ຄວນໃຫ້ ແບ່ງປັນຕາມກາລະສະໄໝເຊັ່ນ: ຍາດມິດຂອງເຮົາເຂົາຂັດສົນເຄື່ອງໃຊ້ສອຍ ເຊິ່ງເປັນຂອງທີ່ເຮົາມີຢູ່ກໍ່ໃຫ້ແກ່ເຂົາໄປ ເພື່ອປົດເປື້ອງຄວາມຂັດສົນຂອງເຂົາ

ປິຍະວາຈາ= ໃນເວລາໃດສົງເຄາະດ້ວຍວາຈາທີ່ອ່ອນຫວານ ເຊັ່ນ: ໃນເວລາທີ່ພົບພໍ້ຍາດ ຫລື ມິດສະຫາຍທີ່ມາຈາກທາງໄກ ເພິ່ງທັກທາຍປາໄສ ດ້ວຍວາຈາທີ່ອ່ອນຫວານໃຫ້ສົມແກ່ຖານະຂອງຜູ້ຟັງ ເປັນຜູ້ໃຫຍ່ກໍ່ເພິ່ງກ່າວທັກທາຍປາໄສຕໍ່ຜູ້ນ້ອຍກ່ອນ ແລະ ໃຫ້ໂອວາດສັ່ງສອນຕາມສົມຄວນ ຖ້າເຂົາຖາມເຖິງກິດຈະການຕ່າງໆກໍ່ຄວນຕອບໃຫ້ເປັນທີ່ເຂົ້າໃຈ ດັ່ງນີ້ເປັນຕົ້ນ

ອັດຖະຈະຣິຍາ= ປະພຶດຕົນໃຫ້ເປັນປະໂຫຍດແກ່ຜູ້ອື່ນຄື: ປະພຶດກາຍ ວາຈາ ອັນປະກອບດ້ວຍເມຕຕາ ຕາມຖານະຂອງຜູ້ໃຫຍ່ ເອົາໃຈໃສ່ຕໍ່ໝູ່ເພື່ອນ ທີ່ຢູ່ຮ່ວມກັນບ້ານໃກ້ເຮືອນຄຽງ ຊ່ວຍກິດຈະການງານທີ່ເກີດຂຶ້ນ ຕາມໂອກາດ ທີ່ພໍຈະຊ່ວຍເຫລືອໄດ້ ເປັນຕົ້ນ

ສະມານັດຕະຕາ= ເປັນຄົນບໍ່ຖືຕົວ ວາງທ່າທີໃຫ້ສະເໝີແກ່ຖານະ ຖ້າເປັນຜູ້ໃຫຍ່ກໍ່ບໍ່ຖືອຳນາດ ແລະ ຍົດສັກເກີນໄປ ຈົນຜູ້ນ້ອຍເຂົ້າຫາບໍ່ໄດ້ ຄັນແມ່ນຜູ້ນ້ອຍກໍ່ສະແດງຄວາມເຄົາລົບນົບນ້ອມຕໍ່ຜູ້ໃຫຍ່ ຢ່າເປັນຄົນແຂງກະດ້າງ ບໍ່ຮູ້ຈັກຖານະຂອງຕົນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ມີການປະພຶດຢ່າງໜຶ່ງທີ່ຄົນຄົນບາງຄົນມັກເຮັດຄືການປັ້ນນ້ຳເປັນໂຕ ໄດ້ແກ່ປັ້ນເລື່ອງຂຶ້ນມາເພື່ອປະໂຫຍດບາງຢ່າງ ເຊັ່ນເພື່ອຍົກຕົວເອງ ເພື່ອທຳລາຍຄົນອື່ນ ຫລື ເພື່ອໃຫ້ຄົນອື່ນແຕກແຍກກັນ ເຊິ່ງເລື່ອງເຫລົ່ານີ້ເປັນເລື່ອງທີ່ບໍ່ຈິງ ບໍ່ເປັນໄປຕາມຄວາມຈິງ ແຕ່ຜູ້ເວົ້ານັ້ນມີວິທີການເວົ້າຊັກຈູງໃຫ້ຄົນອື່ນເຊື່ອຖືດີ ຫລື ບາງຄັ້ງຜູ້ປັ້ນເລື່ອງນັ້ນເປັນຄົນມີຖານະ(ຍົດ) ຈິ່ງເຮັດໃຫ້ຄຳເວົ້ານັ້ນມີນ້ຳໜັກໜ້າເຊື່ອຖືໄດ້ ທັ້ງໆທີ່ເລື່ອງນັ້ນບໍ່ອາດພິສູດ ຫລື ໜ້າເຊື່ອຖືໄດ້ວ່າເປັນເລື່ອງຈິງ ກາຍເປັນວ່າຜູ້ຮັບຟັງເຊື່ອຄົນເວົ້າເປັນສຳຄັນ ເມື່ອເຊື່ອຄົນເວົ້າແລ້ວ ເລື່ອງທີ່ເຂົາເວົ້າອອກມາກໍ່ພອຍເປັນໜ້າເຊື່ອຖືໄປນຳ(ຜູ້ໃຫຍ່ເວົ້າຫຍັງກໍ່ຄື) ການປັ້ນນ້ຳໃຫ້ເປັນໂຕນີ້ໄດ້ທຳລາຍຄົນມາຫລາຍຕໍ່ຫລາຍແລ້ວ ໝູ່ສະໜິດຕ້ອງແຕກກັນ ສາມີພັນລະຍາຕ້ອງມາຜິດຖຽງກັນ ຫລື ແຍກທາງກັນໄປ ເຈົ້ານາຍກັບລູກນ້ອງຕ້ອງບດໝາງກິນໃຈກັນ ຄົນຢູ່ນຳກັນເບິ່ງໜ້າກັນບໍ່ໄດ້ ເຫລົ່ານີ້ສ່ວນໜຶ່ງກໍ່ມາຈາກການປັ້ນນຳ້ໃຫ້ເປັນໂຕນີ້ເອງ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

6. ກຽດຊັງ ແລະ ຫີຼກເວັ້ນຈາກຄວາມຊົ່ວ

ເວັ້ນຈາກການດື່ມສິ່ງມືນເມົາເສບຕິດ

ບໍ່ເບື່ອໜ່າຍໃນການປະຕິບັດດີ ນີ້ເປັນມຸງຄຸລອັນຍິ່ງໃຫຍ່

7. ມີຄວາມເຄົາຣົບແລະຮູ້ຈັກອ່ອນນ້ອມຖ່ອມຕົວ

ມີຄວາມສັນໂດດ ແລະ ກະຕັນຍູ

ຟັງທັມຕາມກາລ ນີ້ເປັນມຸງຄຸລອັນປະເສີດ

8.ມີຄວາມອົດທັນ ແລະ ເປັນຜູ້ວ່າງ່າຍສອນງ່າຍ

ພົບປະເຂົ້າຫາທ່ານຜູ້ສະຫງົບ

ສົນທະນາທັມຕາມກາລ ນີເ້ປັນມຸງຄຸລອັນປະເສີດ

9. ເມື່ອຖືກກະທົບຈາກການປ່ຽນແປງການຜັນຜວນຂອງຊີວິດຈິດໃຈກໍ່ຢ່າຫວັ່ນໄຫວ

ຈິດໃຈທີ່ປາສະຈາກຄວາມເສົ້າ ແລະ ອາລົມຮັກ ໂລບ ໂກດ ຫລົງ ຈິດທີ່ໝັ້ນຄົງ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເທວະດາມີ 3 ປະເພດດັ່ງຕໍ່ໄປນີ້:

1. ເທວະດາໂດຍສົມມຸດ ໂດຍການນັດໝາຍກັນຮັບຮູ້ ຫລື ສົມມຸດຕິເທວະດາໝາຍເຖິງ ພຣະມະຫາກະສັດແລະ ພຣະຣາຊວົງ

2. ເທວະດາໂໂດຍກຳເນີດຜູ້ເກີດມາໃນຖານະນັ້ນໂລດ

3. ເທວະດາໂດຍຄວາມບໍລິສຸດຢ່າງສົມບູນ ໝາຍເຖິງພຣະພຸດທະເຈົ້າແລະ ພຣະອະຣະຫັນຜູ້ດັບກິເລດທີ່ມາທຳລາຍຈິດໃຈໃຫ້ເສົ້າໝອງໄດ້ຢ່າງສິ້ນເຊີງ ເທວະດາປະເພດທີ່ສາມນີ້ຈັດວ່າສູງສຸດ”ມີພຣະພຸດທະພົດກ່າວໄວ້ວ່າ”ຜູ້ສົມບູນດ້ວຍຄວາມຮູ້ດີ ແລະ ປະພຶດດີ ເປັນຜູ້ປະເສີດສຸດ

ຄຳວ່າ”ຄວາມຮູ້” ໃນທີ່ນີ້ໝາຍເຖິງ ປັນຍາທີ່ເຮັດໃຫ້ຄວາມທຸກສິ້ນໄປ ສວ່ນຄຳວ່າ ”ຄວາມປະພຶດດີ” ໝາຍເຖິງ ມາດຖານຊັ້ນສູງແຫ່ງການປະຕິບັດທາງສີລທັມ ແລະ ຈິດໃຈ

ທັມທີ່ເຮັດໃຫ້ເປັນເທວະດາ

1. ປະກອບດ້ວຍ

  • ຄວາມລະອາຍຕໍ່ຄວາມຊົ່ວ(ຫິຣິ)
  • ຄວາມເກງກົວ(ຢ້ານ)ຕໍ່ຄວາມຊົ່ວ(ໂອຕຕຕັບປະ)

2. ປະກອບດ້ວຍ

  • ຄວາມເຊື່ອຢ່າງມີເຫດຜົນ(ສັດທາ)
  • ຄວາມປະພຶດດີງາມ(ສີລ)
  • ການສະດັບຮັບຟັງ ຫລື ການຮຽນຮູ້(ສຸຕະ)
  • ການເອື້ອເຟື້ອ(ຈາຄະ)
  • ຄວາມສະຫລາດ(ປັນຍາ)

3. ປະກອບດ້ວຍພົມວິຫານສີ່ປະການຄື

  • ໄມຕຣີຈິດຄິດຈະໃຫ້ເປັນສຸຂ(ເມດຕາ)ກົງກັນຂ້າມກັບພະຍາບາດຫລືຄິດປອງຮ້າຍເອົາປຽບກັນ
  • ອິນດູຫລືສົງສານຄິດຈະຊ່ວຍໃຫ້ພົ້ນທຸກ(ກະລຸນາ)ກົງກັນຂ້າມກັບວິຫິງສາຫລືການບຽດບຽນ
  • ພອຍຍິນດີໃນເມື່ອຜູ້ອື່ນໄດ້ດີ(ມຸທິຕາ)ກົງກັນຂ້າມກັບລິດສະຫຍາ
  • ວາງໃຈເປັນກາງ(ອຸເປກຂາ)ກົງກັນຂ້າມກັບລຳອຽງ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເຊິ່ງຈະຄັດເອົາແຕ່ສວ່ນທີ່ເປັນຂໍ້ປະຕິບັດເບື້ອງຕົ້ນຈະບໍ່ໄດ້ຮວມເອົາຂໍ້ທີ່ເປັນປະຣະມັດ

ເທວະດາອົງໜຶ່ງກ່າວວ່າ: ເທວະດາ ແລະ ມະນຸດຫລວງຫລາຍເຊື່ອໝັ້ນໃນສິ່ງຕ່າງໆ ອັນເປັນຄວາມສຸຂຄວາມຈະເຣີນ ເມື່ອພວກເຂົາປາຖະໜາຫາຄວາມສຸຂ ທ່ານໂປຣດປະກາດຄຸນຄວາມດີອັນສຳຄັນທີ່ສຸດນີ້ໃຫ້ພວກເຮົາຮູ້ແຈ້ງດ້ວຍເຖີດ ພຣະສະມະນະໂຄດົມ(ພຣະພຸທເຈົ້າ)ຕອບວ່າ:

1. ບໍ່ຄົບຄົນພານ

ຄົບແຕ່ບັນດິດ

ບູຊາຄົນທີ່ຄວນບູຊາ ນີ້ເປັນມຸງຄຸລອັນປະເສີດ

2. ຢູ່ໃນຖິ່ນທີ່ມີສິ່ງແວດລ້ອມດີ

ເຮັດຄວາມດີກຽມພ້ອມໄວ້ແຕ້ຕົ້ນ

ຕັ້ງຕົນໄວ້ໃຫ້ຖືກຕ້ອງ(ຄວາມຊອບທຳ) ນີ້ເປັນມຸງຄຸລອັນປະເສີດ

3. ມີຄວາມຮອບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ສຶກສາເລົ່າຮຽນໃຫ້ຫລາຍ

ຮູ້ຈັກບັງຄັບຄວບຄຸມຕົນ ແລະ ວາຈາໜ້າຟັງ

ຮູ້ຈັກໃຊ້ຖ້ອຍຄຳທີ່ກ່າວດີ ນີ້ເປັນມຸງຄຸລອັນປະເສີດ

4. ບຳລຸງພໍ່ແມ່

ຮັກ ແລະ ຄຸ້ມຄອງສາມີພັນລະຍາ ແລະ ບຸຕ(ລູກ)

ປະກອບອາຊີບການງານທີ່ສົ່ງເສີມຄວາມສະຫງົບສຸຂ ນີ້ເປັນມຸງຄຸລອັນປະເສີດ

5. ຮູ້ຈັກໃຫ້ທານ ແລະ ລ້ຽງຊີບຢ່າງຖືກຕ້ອງຖືກຕ້ອງຕາມຄອງທັມ

ສົງເຄາະຍາດພີ່ນ້ອງ

ກະທຳກິດທີ່ບໍ່ສາມາດຈະຖືກຕຳນິຕິສິນນິນທາໄດ້ ນີ້ເປັນມຸງຄຸລອັນປະເສີດ

(ຍັງມີຕໍ່ ຕິດຕາມຕອນຕໍ່ໄປ)

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄັ້ງໜຶ່ງມີຊ່າງຕີເຫລັກຄົນໜຶ່ງມັກຈົ່ມລຳໄລວ່າ ”ຜູ້ຂ້າບໍ່ສະບາຍເລີຍ ແລະ ວຽກທີ່ຜູ້ຂ້າເຮັດກໍ່ຮ້ອນເຫລືອເກີນ ຜ້ຂ້າຢາກເປັນໂງ່ນຫີນເທິງຢູ່ພູເດ໋ ເຊິ່ງທີ່ນັ້ນຕ້ອງເຢັນເນື່ອງຈາກມີລົມພັດແລະມີຕົ້ນໄມ້ຫລາຍຕັ້ນໃຫ້ຮົ່ມເງົາ”

ຜູ້ວິເສດມີອຳນາດເໜືອກວ່າທຸກສິ່ງຕອບວ່າ”ເຈົ້າຈົ່ງເປັນໂງ່ນຫີນເຖີດ”ແລະລາວກໍ່ກາຍເປັນໂງ່ນຫີນດັ່ງສົມປາຖະໜາ

ຕໍ່ມາບັງເອີນຄົນຕັດຫີນເດີນທາງມາທາງນັ້ນພໍດີເຫັນໂງ່ນຫີນເຊິ່ງແມ່ນຊ່າງຕີເຫລັກເປັນນັ້ນ ແລະ ເປັນຫີນທີ່ເຂົາກຳລັງຄົ້ນຫາຢູ່ ແລ້ວຊ່າງຕັດຫີນກໍ່ລົງມືຕັດຫີນນັ້ນ

ໂງ່ນຫີນຈິ່ງຮ້ອງອອກມາວ່າ ”ຢ່າງນີ້ມັນເຈັບເຫລືອເກີນທົນບໍ່ໄຫວ ຂ້າບໍ່ຢາກເປັນຫີນອີກຕໍ່ໄປແລ້ວ ຜູ້ຂ້າຢາກເປັນຄົນຕັດຫີນ ເຊິ່ງຈະເຮັດໃຫ້ລາວມີຄວາມສຸຂໄດ້

ຜູ້ວິເສດເຊິ່ງຕາມໃຈເຂົາກ່າວວ່າ ”ເຈົ້າຈົ່ງເປັນຄົນຕັດຫີນເຖີດ ” ດັ່ງນັ້ນລາວຈຶ່ງກາຍເປັນຄົນຕັດ ແລະ ຂະນະທີ່ທ່ຽວຊອກຫາຫີນທີ່ຖືກໃຈຢູ່ນັ້ນ ລາວຮູ້ສຶກເມື່ອຍລ້າອ່ອນເພຍ ແລະ ເຈັບຂໍ່ຕີນຕີນກໍ່ບວມໄປໝົດ ລາວກໍ່ຄວນຄາງອອກມາວ່າ ” ຜູ້ຂ້າບໍ່ຢາກຕັດຫີນແລ້ວ ຜູ້ຂ້າຢາກເປັນຕາເວັນ ເຊິ່ງຈະເຮັດໃຫ້ຢູ້ຂ້າມີຄວາມສຸຂ”

ຜູ້ວິເສດຈິ່ງອອກຄຳສັ່ງວ່າ” ເຈົ້າຈົ່ງເປັນຕາເວັນເຖີດ ” ແລ້ວລາວກໍ່ເປັນຕາເວັນ

ແຕ່ເມື່ອເປັນຕາເວັນຮ້ອນກວ່າເປັນຊ່າງຕີເຫລັກ ຮ້ອນກວ່າຫີນ ຮ້ອນກວ່າເປັນຄົນຕັດຫີນເສຍອີກ ລາວຈິ່ງລຳພັນວ່າ ຜູ້ຂ້າບໍ່ຢາກເປັນຢ່າງນີ້ອີກ ຜູ້ຂ້າຢາກເປັນດວງເດືອນ ເຊິ່ງເບິ່ງແລ້ວເຢັນສະບາຍດີ

ຜູ້ວິເສດກໍ່ຕອບສະໜອງຕາມຄວາມປະສົງຂອງລາວ

”ນີ້ມັນຍິ່ງຮ້ອນກວ່າຕາເວັນເສຍອີກ “ ລາວຈົ່ມ ”ເພາະແສງຕາເວັນສ່ອງໃສ່ດວງເດືອນຕະຫລອດເວລາ ຜູ້ຂ້າບໍ່ຢາກເປັນດວງເດືອນແລ້ວ ຜູ້ຂ້າຢາກກັບໄປເປັນຊ່າງຕີເຫລັກຄືເກົ່າ ເພາະນັ້ນມັນເປັນຊີວິດທີ່ດີທີ່ສຸດແທ້ໆ”

ແຕ່ຜູ້ວິເສດຕອບວ່າ ” ຂ້ອຍລະເບື່ອແລະເມື່ອຍຕໍ່ການປ່ຽນແປງຂອງເຈົ້າເອົາແທ້ໆແລ້ວ ໃນເມື່ອເຈົ້າຢາກເປັນດວງເດືອນ ເຈົ້າກໍ່ໄດ້ເປັນດັ່ງໃຈປະສົງແລ້ວ ແລະ ເຈົ້າກໍ່ຈົ່ງເປັນດວງເດືອນແບບນີ້ຕໍ່ໄປຊະ”

ແລ້ວລາວກໍ່ຍັງຄົງລ່ອງລອຍຢູ່ເທິງທ້ອງຟ້າຢ່າງນັ້ນຈັນເຖິງທຸກມື້ນີ້

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ທຸກຄົນຍ່ອມເຄີຍໃຝ່ຝັນກັນມາ ໂດຍສະເພາະສະໄໝເປັນເດັກນ້ອຍມັກຈະໃຝ່ຝັນຢາກເປັນນັ້ນເປັນນີ້ ຄວາມໃຝ່ຝັນເປັນເລື່ອງດີ ຄົນທີ່ບໍ່ໃຝ່ຝັນຫຍັງເລີຍຈະບໍ່ຄ່ອຍດີ ຄວາມໃຝ່ຝັນເປັນການຈຸດປະກາຍ ແລະ ແຮງບັນດານໃຫ້ຄົນເຮົາມີຄວາມບຸກບືນບາກບັ່ນ ມີຄວາມມຸ່ງໝັ້ນພະຍາຍາມເພື່ອໃຫ້ຄວາມໃຝ່ຝັນປະກົດຜົນເປັນຈິງ ຄົນທີ່ໃຝ່ຝັນຢ່າງແຮງກ້າມັກຈະເຂັ້ມແຂງແລະເປັນນັກສູ້ຊີວິດທີ່ບໍ່ຍອມທໍ້ຖອຍງ່າຍໆ ຄົນທີ່ໄດ້ຮັບຄວາມສຳເລັດໃນຊີວິດນັ້ນສ່ວນໃຫຍ່ເລີ່ມຕົ້ນມາຈາກຄວາມໃຝ່ຝັນທັງສິ້ນ ກົງກັນຂ້າມ ຄົນທີ່ບໍ່ຄິດບໍ່ໃຝ່ຝັນຫຍັງເລີຍມັກຈະເປັນຄົນເຊື່ອຍຊ້າ ຂາດຊີວິດຊີວາເພາະຂາດແຮງບັນດານໃຈ ເຮັດຫຍັງກໍ່ເຮັດແບບໄຮ້ຈຸດໝາຍປາຍທາງ ໂອກາດທີ່ຈະໄດ້ຮັບຜົນສຳເລັດນັ້ນມີໜ້ອຍກລືອາດບໍ່ມີເລີຍ(ຫລົ້ມເຫລວ) ແຕ່ຄວາມໃຝ່ຝັນຂອງຄົນເຮົານັ້ນກໍ່ມີຂໍ້ຄວນລະວັງຢູ່ ຄືຫາກຄວາມໃຝ່ຝັນນັ້ນເປັນພຽງຄວາມເພີ້ຝັນຫລືທະເຍີທະຍານ ກໍ່ອາດເຮັດໃຫ້ຜິດຫວັງເສຍກຳລັງໃຈເສຍແຮງໄປລ້າໆໄດ້ ຫລືອາດເປັນແຮງກະຕຸ້ນໃຫ້ເຮັດໃນສິ່ງທີ່ຜິດເພື່ອໃຫ້ສຳເລັດໃນສິ່ງທີ່ຕ້ອງການກໍ່ໄດ້

  ດັ່ງນັ້ນ ເມື່ອເຮົາຈະໃຝ່ຝັນຫຍັງກໍ່ຄວນມີຂອບເຂດ ເບິ່ງຄວາມເັນໄປໄດ້ ແລະ ເບິ່ງສະຖານະພາບຂອງຕົວເອງຄວບຄູ່ໄປນຳ ຫາກໃຝ່ຝັນຈົນເກີນວິໄສຫລືເກີນພາວະຂອງຕົວເອງກໍ່ອາດຈະກາຍເປັນເລື່ອງເພີ້

ຝັນຫລືຄວາມທະເຍີທະຍານໄປໄດ້ ເມື່ອເປັນເລື່ອງເພີ້ຝັນໂອກາດຈະສົມຫວັງກໍ່ມີໜ້ອຍ ເມື່ອບໍ່ສົມຫວັງກໍ່ອາດເຮັດໃຫ້ເກີດຄວາມທໍ້ແທ້ໃນຊີວິດໄດ້ ເຖິງຢ່າງໃດກໍ່ຕາມເຮົາກໍ່ຄວນສ້າງຄວາມໃຝ່ຝັນໄວ້ ເພາະສິ່ງທີ່ໃຝ່ຝັນໄວ້ນັ້ນຈະປຽບເໝືອນຈຸດໝາຍປາຍທາງໃນການດຳເນີນຊີວິດໃຫ້ເຮົາເປນັເປົ້າໝາຍໃຫ້ເຮົາມຸ່ງໄປຫາ ດີກວ່າເດີນໄປຢ່າງໄຮ້ຈຸດໄຮ້ທິດທາງ ສຳຄັນຢ່າໃຫ້ຄວາມໃຝ່ຝັນກາຍເປັນການເພີ້ຝັນໄປກະແລ້ວກັນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ສິ່ງທີ່ມີຄ່າທີ່ສຸດຄືຊີວິດ ບໍ່ວ່າຊີວິດຂອງເຮົາຫລືຂອງໃຜກໍ່ມີຄ່າທັງນັ້ນ ມີຄ່າທັງປກ່ຕົວເອງແລະແກ່ຄົນອື່ນນຳ  ສະນັ້ນບໍ່ຄວນບຽດບຽນຊີວິດຂອງກັນແລະກັນ ຄວນຮັກສາແລະທະນຸຖະໝອມຊີວິດໃຫ້ດີ ກະຕັນຍູຕໍ່ຕົວເອງ ພະຍາຍາມໃຊ້ຊີວິດໃຫ້ມີຄ່າດ້ວຍການເຮັດສິ່ງທີ່ເປັນປະໂຫຍດທັງແກ່ຕົນເອງແລະຄົນອື່ນໃຫ້ຫລາຍທີ່ສຸດ ແບບນີ້ຈິ່ງຈະເອີ້ນວ່າໃຊ້ຊີວິດຢ່າງກຸ້ມຄ່າ ບໍ່ແມ່ນໃຊ້ຊີວິດແບບຟຸມເຟືອຍ ທ່ຽບເລາະຫາຄວາມສຳລານ ຫາແກ່ນສານຫາສາລະແຫ່ງຊີວິດບໍ່ໄດ້ ແລ້ວບອກວ່າໃຊ້ວຊີວິດກຸ້ມຄ່າ ບໍ່ແມ່ນຢ່າງນັ້ນເລີຍ ການໃຊ້ຊີວິດກຸ້ມຄ່າທີ່ຖືກຕ້ອງຄືການໃຊ້ຊີວິດໄປເພື່ອສ້າງໂຫຍດທາງບວກແກ່ຕົນແລະສັງຄົມຕ່າງຫາກ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 9, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃນຍາມທີ່ຄົນເຮົາໄດ້ຮັບຄວາມຜິດຫວັງ ເກີດຄວາມທໍ້ແທ້ ຫລື ກຳລັງປະເຊີນກັບເຫດການທີ່ໜັກອົກໜັກໃຈ ສິ່ງທີ່ຕ້ອງການຫລາຍທີ່ສຸດໃນຂະນະນັ້ນຄືກຳລັງໃຈຈາກຄົນອື່ນ ໂດຍສະເພາະຄົນໃກ້ຊິດ ກຳລັງໃຈເປັນຢາວິເສດທີ່ສຸດສຳລັບບຳລຸງຈິດໃຈ ເປັນຢາກະຕຸ້ນໃຫ້ຄົນເຮົາເກີດພະລັງໃຈທີ່ຈະຕໍ່ສູ້ຊີດວິດຕໍ່ໄປ ເຮັດໃຫ້ຄວາມທໍ້ແທ້ສິ້ນຫວັງໝົດໄປໄດ້ ເຮົາເອງຍັງຕ້ອງການກຳລັງໃຈຈາກຄົນອື່ນ ແລະ ຄົນອື່ນກໍ່ຕ້ອງການກຳລັງໃຈຈາກເຮົາເຊັ່ນກັນ ສະນັ້ນ ຄົນເຮົາຈຶ່ງຄວນໃຫ້ກຳລັງໃຈແກ່ກັນແລະກັນ ບໍ່ແມ່ນຄອຍແຕ່ຈະຮັບກຳລັງໃຈຈາກຄົນອື່ນ ການໃຫ້ກຳລັງໃຈແກ່ຄົນອື່ນນັ້ນເປັນເລື່ອງດີ ເປັນເລື່ອງທີ່ຄວນເຮັດເປັນຢ່າງຍິ່ງ ຄວນຝຶກເຮັດເປັນປະຈຳຈົນກາຍເປັນຄວາມເຄີຍຊິນໂດຍສະເພາະກັບຄົນໃກ້ຕົວ ຄົນທີ່ເຂົາດີຕໍ່ເຮົາຊ່ວຍເຫລືອເຮົາ ແລະ ມີນຳ້ໃຈຕໍ່ເຮົາ ເຮົາຕ້ອງໃຫ້ກຳລັງໃຈເຂົາຢູ່ຢ່າງສະໝ່ຳສະເໝີ ຢ່າໃຫ້ຂາດ

    ການໃຫ້ກຳລັງໃຈກັນນັ້ນເຮັດໄດ້ຫລາຍຢ່າງເຊັ່ນ: ການໃຫ້ເຄື່ອງໃຊ້ຂອງສອຍ ໃຫ້ຂອງຂວັນລາງວັນ ແຕ່ການໃຫ້ທີ່ສຳຄັນແລະດີທີ່ສຸດກໍ່ຄືຄຳເວົ້າ ການເວົ້າຈາດີ ເວົ້າຊົມເຂີຍຍົກຍ້ອງເມື່ອເຂົາເຮັດດີເຮັດຖືກຕ້ອງຖືວ່າດີທີ່ສຸດ ຫາກເຂົາເຮັດຜິດພາດໄປ ກໍ່ຄວນເວົ້າໃຫ້ໂອກາດແກ່ເຂົາໃໝ່່ ບໍ່ດຸດ່າວ່າເຍີ້ຍຫຍັນໃຫ້ເຂົາອາຍ ແຕ່ແນະນຳວິທີເຮັດທີ່ຖືກຕ້ອງແກ່ເຂົາ ຢ່າງນີ້ຖືໄດ້ວ່າເປັນການໃຫ້ກຳລັງໃຈເໝືອນກັນ ຮວມໄປເຖິງເມື່ອເຂົາເກີດຄວາມຜິດຫວັງທໍ້ແທ້ ເກີດຄວາມເສຍໃຈ ກໍ່ເວົ້າປອບໃຈໃຫ້ກຳລັງໃຈເຂົາ ສະແດງຄວາມເຫັນອົກເຫັນໃຈ ເຮັດຕົວເປັນເພື່ອນທຸກຂອງເຂົາເປັນເຫດໃຫ້ໄດ້ໄມຕຣີຕໍ່ກັນ ເປັນຄູ່ປັບກັບການບັ່ນທອນກຳລັງໃຈຄົນອື່ນດ້ວຍຄຳເວົ້າທີ່ບໍ່ສ້າງສັນຫລືກໍ່ໃຫ້ເກີດສິ່ງດີເລີຍ ມີແຕ່ສ້າງສັດຕູຢ່າງດຽວ ໃຫ້ກຳລັງໃຈຄົນຈິ່ງດີກວ່າການບັ່ນທອນກຳລັງໃຈຄົນເປັນແນ່ແທ້

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 8, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ຄົນເຮົານອກຈາກຄວນດູແລສຸຂະພາບກາຍແລະຈິດໃຫ້ດີແລ້ວ ສິ່ງແວດລ້ອມກໍ່ສຳຄັນທີ່ເຮົາຕ້ອງດູແລແລະໃຫ້ຄວາມສົນໃຈ ເພາະສິ່ງແວດລ້ອມຈະເຮັດໃຫ້ສຸຂະພາບກາຍແລະຈິດຂອງເຮົາດີໄປດ້ວຍ ສິ່ງແວດລ້ອມມີທັງທີ່ມີຢູ່ແລ້ວຕາມທຳມະຊາດເຊັ່ນ: ຕົ້ນໄມ້ ພູຜາ ແມ່ນຳ້ລຳທານ ອາກາດ ແລະ ສິ່ງທີ່ສ້າງຂຶ້ນມາເອງເຊັ່ນ: ທີ່ຢູ່່ອາໄສ ບໍລິເວນເຮືອນ ອາຄານ ສິ່ງປຸກສ້າງ ຖະໜົນຫົນທາງ ສິ່ງແວດລ້ອມເຫລົ່ານີ້ລ້ວນໃຫ້ຄຸນໃຫ້ໂທດແກ່ຄົນເຮົາໄດ້ທັງສອງທາງ ຖ່າເຮົາດູແລຈັດການດີກໍ່ໃຫ້ຄຸນ ຖ້າເຮົາດູແລຈັດການບໍ່ດີກໍ່ໃຫ້ໂທດ

 ດ່ັງໄທເຮົາເຈົ້າຂ້ອຍຄວນດູແລຈັດການສິ່ງແວດລ້ອມໃຫ້ດີເພື່ອປະໂຫຍດແກ່ເຮົາເອງແລະຄົນອ້ອມຂ້າງ ໂດຍເລີ່ມຕັ້ງແຕ່ທີ່ຢູ່ອາໄສ ຫ້ອງນອນ ເຮືອນຄົວ ຫ້ອງນ້ຳ ຈັດການດູແລໃຫ້ສະອາດປາສະຈາກກິ່ນອັບ ຢ່າໃຫ້ຮົກລຸງລັງເປັນແຫລ່ງແຜ່ເຊື້ອໂລກ ບໍລິເວນເຮືອນກໍ່ດູແລໃຫ້ສະອາດ ປູກຕົ້ນໄມ້ ດອກໄມ້ ໄວ້ໃຫ້ຮົ່ມຊຸ່ມຊື່ນ ກຳຈັດແຫລ່ງທີ່ເປັນທີ່ອາໄສຂອງຍຸງ ຖິ້ມຂີ້ເຫຍື້ອໃຫ້ເປັນທີ່ເປັນທາງ ບໍ່ຖິ້ມຂີ້ເຫຍື້ອ ເສດອາຫານ ແລະ ສິ່ງສົກກະປົກລົງໃນແມ່ນຳ້ລຳຄອງ ບໍ່ຕັດຕົ້ນໄມ້ທຳລາຍປ່າ ຮວມໄປເຖິງການບໍ່ເຮັດສິ່ງທີ່ເຮັດໃຫ້ເກີດມົນລະພິດຄືເກີດຝຸ່ນເກີດຄວັນ ເກີດສຽງດັງ ຫລືເກີດກິ່ນເໝັນໃຫ້ເປັນທີ່ເດືອດຮ້ອນຂອງຄົນອື່ນ ການດູແລຮັກສາ ການປັບປຸງສິ່ງແວດລ້ອມໃຫ້ດີ ແລະ ບໍ່ທຳລາຍສິ່ງແວດລ້ອມໃຫ້ເສຍຫາຍລ້ວນແຕ່ເປັນປະໂຫຍດໃຫ້ແກ່ຕົວເຮົາເອງທັງນັ້ນ ເມື່ອຈັດການສິ່ງແວດລ້ອມດີ ເຮືອນຊານບ້ານຊ່ອງກໍ່ໜ້າຢູ່ ບໍ່ລິເວນເຮືອນກໍ່ຈະສວຍງາມ ຖະໜົນຫົນທາງກໍ່ຮົ່ມເຢັນຊຸ່ມຊື່ນ ແມ່ນຳ້ລຳຄອງກໍ່ສະອາດ ບ້ານເມືອງກ່ຈະປອດມົນລະພິດທັງປວງເປັນເລື່ອງດີທັງນັ້ນ ກົງກັນຂ້າມຖ້າເຮົາບໍ່ດູແລຈັດການສິ່ງແວດລ້ອມໃຫ້ດີ ມີແຕ່ທຳລາຍສິ່ງແວດລ້ອມທີ່ດີລົງທຸກມື້ມຸກວັນ ຄົນທີ່ເດືອດຮ້ອນກໍ່ຄືເຮົາ ເພາະຖືກສິ່ງແວດລ້ອມລົງໂທດ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

  ເມື່ອເວົ້າເຖິງສຸຂະພາບ ເຮົາມັກນຶກເຖິງແຕ່ສຸຂະພາບກາຍ ນຶກເຖິງແຕ່ຄວາມແຂງແຮງ ຄວາມບໍ່ມີໂລຄາພະຍາດບຽດບຽນທາງຮ່າງກາຍ ຄວາມຈິງສຸຂະພາບຈິດກໍ່ເປັນເລື່ອງສຳຄັນຄືກັນກັບສຸຂະພາບ

ຮ່າງກາຍ ຈິດໃຈທີ່ມີສຸຂະພາບດີກໍ່ຈະປອດໂປ່ງ ແຈ່ມໃສ ບໍ່ຂຸ່ນມົວ ບໍ່ຫງຸດຫງິດແລະຟຸ້ງຊ່ານ ເຊິ່ງສະໄໝນີ້ເຂົາເອີ້ນວ່າບໍ່ຄຽດ ການຮັກສາສຸຂະພາບຈິດໃຫ້ດີຈິ່ງຈຳເປັນຫລາຍ

      ສຸຂະພາບຈິດຈະດີໄດ້ກໍ້ດ້ວຍການຮັກສາອາລົມໃຫ້ດີ ຢ່າງໃຫ້ອາລົມເສຍ ສິ່ງທີ່ຈະເຮັດໃຫ້ອາລົມເສຍນັ້ນມີຫລາຍ ຜ່ານທາງຕາແດ່ ທາງຫູແດ່ ທາງຄວາມຄິດແດ່ ວັນໜຶ່ງໆຄົນເຮົາມັກຈະຮັບອາລົມ

ຮ້າຍໆ ຮ້ອນໆ ເຂົ້າໄປໄວ້ໃນຈິດໃຈຢ່າງຫລວງຫລາຍ ແລ້ວກໍ່ເກັບສະສົມໄວ້ເລື່ອຍໆ ຈົນກາຍເປັນກອງຂີ້ເຫຍື້ອອາລົມຢູ່ໃນຈິດໃຈ ຄົນທີ່ມີກອງຂີ້ເຫຍື້ອອາລົມຢູ່ໃນຈິດໃຈຫລາຍສຸຂະພາບຈິດກໍ່ຈະເສຍ

ໄປຫລາຍ ຄົນທີ່ມີສຸຂະພາບຈິດເສຍຫລາຍກໍ່ມັກຈະອາລົມເສຍເລື້ອຍໆ ຫງຸດຫງິດງ່າຍ ກາຍເປັນຄົນເຈົ້າອາລົມໄປໂດຍບໍ່ຮູ້ຕົວ

      ວິທີປ້ອງກັນບໍ່ໃຫ້ສຸຂະພາບຈິດເສຍກໍ່ຄືຢ່າໄປຮັບຮູ້ເລື່ອງພາຍນອກໃຫ້ຫລາຍເກີນໄປ ຫາກຈຳເປັນຕ້ອງຮູ້ກໍ່ຢ່າໄປຮັບມາເກັບເປັນອາລົມທັງໝົດ ຮູ້ກໍ່ເຮັດເປັນບໍ່ຮູ້ ເຫັນກໍ່ເຮັດເປັນບໍ່ເຫັນສາແດ່ ເອົາຫູໄປນາເອົາຕາໄປໄຮ່ ເຮັດແບບຄຳເພິ່ນສອນໄວ້”ປິດຕາທັງຄູ່ ປິດຫູສອງເບື້ອງ ປິດປາກໄວ້ແດ່ ຈະນອນຫລັບສະບາຍ” ເຮັດໄດ້ດັ່ງນີ້ຈິດໃຈກໍ່ຈະປອດໂປ່ງເພາະປອດມົນລະພິດ ອາລົມພາຍນອກໍ່ເຮັດຫຍັງບໍ່ໄດ້ເພາະເຮົາບໍ່ໃສ່ໃຈເກັບເອົາມາເປັນອາລົມ ສຸຂະພາບຈິດກໍ່ຈະດີເພາະບໍ່ຄຽດ ບໍ່ວິຕົກກັງວົນຫຍັງ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຄົນເຮົາເຖິງຮູບຈະບໍ່ງາມກໍ່ຢ່າເສຍໃຈ ເພາະຮູບຮ່າງເປັນເລື່ອງເໜືອອຳນາດຂອງເຮົາ ເກີດມາເປັນຢ່າງໃດກໍ່ເປັນຢ່າງນັ້ນປ່ຽນແປງໄດ້ຍາກ ເຖິງຈະຕົບແຕ່ງເພີ່ມເຕີມຢ່າງໃດກໍ່ເອົາດີຕາມຕ້ອງການບໍ່ໄດ້ ເມື່ອຮູບບໍ່ງາມເຮົາກໍ່ສາມາດສ້າງງາມອີກຢ່າງໜຶ່ງຂຶ້ນມາທົດແທນໄດ້ ຄືການສ້າງໃຈໃຫ້ງາມເພາະງາມມີ 2 ຢ່າງຄື: ງາມນອກກັບງາມໃນ ງາມນອກຄືຮູບງາມ ງາມໃນຄືໃຈງາມ ຮູບງາມເປັນເລື່ອງຂອງບຸນເກົ່າ ສວ່ນໃຈງາມເປັນເລື່ອງຂອງບຸນໃໝ່ເຮົາສາມາດເຮັດໃຫ້ເກີດຂຶ້ນໄດ້ເອງ

      ເກີດເປັນຄົນເຖິງແມ່ນວ່າຮູບຈະບໍ່ງາມກໍ່ຢ່າເປັນຄົນໃຈບໍ່ງາມຕາມໄປດ້ວຍ ຈະບໍ່ມີຫຍັງດີເລີຍ ເຮັດຕົວໃຫ້ເປັນຄົນໃຈງາມເຂົ້າໄວ້ນັ້ນແຫລະດີ ຄົນໃຈງາມກໍ່ຄືຄົນມີນ້ຳໃຈ ມີຈິດໃຈອ່ອນໂຍນ ເປັນອົກເຫັນໃຈຄົນອື່ນ ບໍ່ຖືຊາເມື່ອຜູ້ອື່ນຜິດພາດ ບໍ່ໂກດເຄືອງເມື່ອຜູ້ອື່ນລ່ວງເກີນ ບໍ່ເກຫບເລື່ອງໄຮ້ສາລະມາເປັນອາລົມ ປ່ອຍວາງໄດ້ ບໍ່ຄິດອາຄາດມາດຮ້າຍ ແລະ ບໍ່ນຳເລື່ອງບໍ່ດີຂອງຄົນອື່ນມານິນທາວ່າຮ້າຍໃຫ້ເຂົາເສຍຫາຍ ເວົ້າລວມກໍ່ຄືເປັນຄົນມີຄວາມລະອາຍໃຈ ຢ້ານກົວຕໍ່ບາບ(ຄວາມຊົ່ວ) ມີຄວາມອົດທົນ ສະຫງົບສະຫງຽ່ມຈຽມຕົວ ຈຽມໃຈ ຄົນໃຈງາມແບບນີ້ເຖິງແມ່ນຮູບຮ່າງຈະບໍ່ງາມ ເຖິງແມ່ນຈະມີຍົດນ້ອຍດ້ອຍສັກ ກໍ່ເປັນຄົນງາມຄົນເດັ່ນພໍທີ່ຈະຄົບຫາສະມາຄົມ ແລະ ເຄົາລົບນັບຖືໄດ້ສະໜິດໃຈ ຂໍໃຫ້ຮູ້ໄວ້ວ່າ ຮູບຮ່າງດຶງດູດຕາ ໃຈງາມດຶງດູດຈິດ ຮູບງາມຢູ່ໄດ້ຊົ່ວຄາວ ໃຈງາມຢູ່ໄດ້ຕະຫລອດການ ທັງນີ້ເື່ອຈະໄດ້ປັບແຕ່ງຕົວເອງໃຫ້ເປັນຄົນໃຈງາມຄວບຄູ່ກັນໄປກັບການແຕ່ງໃຫ້ຮູບງາມ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຫລັກທັມເພື່ອເຮັດໃຫ້ເກີດປະໂຫຍດໃນປັດຈຸບັນ 4 ຢ່າງ

  1. ອຸດຖານະສັມປະທາ=ມີຄວາມດຸໝັ່ນລຸກຂຶ້ນເຮັດວຽກງານ ຫາລ້ຽງຊີວິດຂອງຕົນເອງ ແລະ ຄອບຄົວກໍ່ດີ ດຸໝັ່ນໃນການສຶກສາຮ່ຳຮຽນກໍ່ດີ
  2. ອາຣັກຂາສັມປະທາ=ເປັນຜູ້ຮູ້ຈັກັຮກສາຊັບທີ່ຫາມາໄດ້ໄວ້ໃຫ້ດີ ແລະ ຮັກສາໜ້າທີ່ວຽກງານຂອງຕົນໄວ້ໃຫ້ດີດ້ວຍ
  3. ກັນລະຍານະມິດຕະຕາ=ຄົບຫາສະມາຄົມໝູ່ເພື່ອນທີ່ເປັນຄົນດີໄວ້ເປັນມິດສະຫາຍ ເວັ້ນຈາກຄົບຄົນພານບໍ່ດີ ເຊິ່ງຈະນຳຄວາມເສຍຫາຍມາສູ່ຕົນ
  4. ສັມມາຊີວິຕາ=ຮູ້ຈັກລ້ຽງຊີວິດຕາມສົມຄວນແກ່ກຳລັງຊັບທີ່ຫາມາໄດ້ ບໍ່ໃຫ້ຝືດເຄືອງຫລາຍ ບໍ່ໃຫ້ຟຸມເຟືອຍ ໃຊ້ຈ່າຍເກີນກວ່າລາຍໄດ້ຂອງຕົນ

ທັມ 4 ປະການນີ້ເປັນຄຸນນະທັມທີ່ພາໃຫ້ບຸກຄົນຜູ້ປະພຶດໄດ້ບັນລຸຜົນຄື: ລາບ ຍົດ ສັນລະເສີນ ສຸຂ ແລະ ໄມຕຣີຈິດ ມິດຕະພາບ ເຊິ່ງເປັນປະໂຫຍດປັດຈຸບັນ ເຖິງແມ່ນວ່າ ຜູ້ໃດຕ້ອງການຄວາມສຸຂຢ່າງອື່ນໆນອກຈາກທີ່ກ່າວມາ ຄຸນນະທັມນີ້ກໍ່ມີທາງກໍ່ຈະຊ່ວຍໃຫ້ສຸຂອື່ນໆ ນັ້ນໄດ້ປະສົບຜົນຕາມຄວາມປາຖະນາ ເພາະວ່າຄຸນນະທັມ 4 ປະການນີ້ເປັນເຄື່ອງພາເກີດຄວາມສຳເລັດ ຄວາມປະສົງໃນໂລກນີ້ທຸກປະການ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

”ຍາມຢູ່ໃຫ້ເຂົາຮັກ.....................ຍາມຈາກໃຫ້ເຂົາອາໄລ

ຍາມຢູ່ໃຫ້ເຂົາໄວ້ໃຈ...................ຍາມໄປໃຫ້ເຂົາຄິດຮອດ”

ຄຳເວົ້າເລີ່ມຕົ້ນນີ້ເປັນຄາຖາມະຫາສະເໜ່ ສຳລັບສ້າງຄວາມປະທັບໃຈໃຫ້ແກ່ຄົນທົ່ວໄປ

 ເຮົາຈະຢູ່ນະທີ່ແຫ່ງໃດ ຢູ່ກັບໃຜ ເຮັດວຽກທີ່ໃດ ເຮັດວຽກກັບໃຜ ຈະດົນ ຫລື ບໍ່ດົນກໍ່ຕາມ ສິ່ງທຳອິດທີ່ເຮົາຄວນເຮັດຄືສ້າງຄວາມປະທັບໃຈໄວ້ ຢ່າສ້າງຄວາມບາດໝາງ ຢ່າສ້າງຄວາມໜັກໃຈໄວ້ໃຫ້ຄົນທີ່ເຮົາໄປພັກ ຫລື ໄປເຮັດວຽກນຳ ຖ້າເຮົາສ້າງຄວາມປະທັບໃຈໄວ້ໃຫ້ເຂົາໄດ້ ເຮົາຈະຢູ່ຢ່າງສະບາຍ ຈະມີແຕ່ຄົນຮັກ ມີແຕ່ມິດ ບໍ່ມີສັດຕູ ກົງກັນຂ້າມຖ້າເຮົາສ້າງຄວາມໜັກໃຈໄວ້ໃຫ້ເຂົາ ກໍ່ຈະມີແຕ່ຄົນລັງກຽດ ຢູ່ບໍ່ເປັນສຸຂ.

   ວິທີສ້າງຄວາມປະທັບໃຈກໍ່ຄືຄວາມເສຍສະລະບໍ່ເຫັນແກ່ໄດ້ ເວົ້າຈາໃຫ້ດີເອົາໄວ້ ຊ່ວຍເຫລືອເຂົາ ເປັນກັນເອງກັບທຸກຄົນ ບໍ່ຖືເນື້ອຖືຕົວ ສະຫງຽມຈຽມຕົວ ມີກິຣິຍາມາລະຍາດຮຽບຮ້ອຍ ຮັກສາສົມບັດຜູ້ດີ ເຮັດໄດ້ຢ່າງນີ້ຢູ່ແມ່ນຈະຢູ່່ບ່ອນໃດກໍ່ສະບາຍ ເຮັດວຽກຢູ່ໃສກໍ່ເຮັດວຽກໄດ້ສະບາຍ ເຖິງຄາວຕ້ອງຈາກກັນ ເຂົາກໍ່ຈະອາໄລແລະຄິດເຖິງ ເຂົ້າກັບຄຳເວົ້າທີ່ວ່າ”ຢູ່ໃຫ້ສ້າງຄວາມດີ ໜີໃຫ້ເພິ່ນຄິດຮອດ” ສຳຄັນກໍ່ຄືເຮົາຈະໄດ້ພັກພວກໄດ້ໝູ່ເພື່ອນທີ່ມີຄວາມຈິງໃຈຫລາຍຂຶ້ນ ຫາກເຮົາເປັນຄົນໃຈແຄບ ບໍ່ເສຍສະລະ ເຮົາກໍ່ຈະຢູ່ລຳບາກ ຂາດພັກພວກຂາດໝູ່ເພື່ອນທີ່ຮັກທີ່ໄວ້ໃຈ ຈຳຄາຖາມະຫາສະເໜ່ຂ້າງຕົ້ນໄວ້ແລ້ວເຮັດໃຫ້ໄດ້ ເຮົາກໍ່ຈະກາຍເປັນຄົນມີສະເໜ່ໄປໂດຍປະລິຍາຍ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ຄົນທີ່ຈະຮັກເຮົາຈິງຫລືບໍ່ນັ້ນ ຢ່າເບິ່ງພຽງແຕ່ຄຳເວົ້າຂອງເຂົາເທົ່ານັ້ນ ຄຳເວົ້າເປັນພຽງລົມປາກເຊິ່ງອາດຜັນຜວນປ່ຽນແປງໄດ້ ຄົນທີ່ລຳພັນວ່າຮັກເຮົາເຫັນອົກເຫັນໃຈເຮົາ ຫລືເຄົາລົບນັບຖືເຮົານັ້ນ ອາດເປັນພຽງລົມປາກຫລືຢາຫອມທີ່ໂຊຍພັດມາໃຫ້ເຮົາຊື່ນໃຈເທົ່ານັ້ນ ໃຈຈິງເຂົາອາດຊັງເຮົາອິດສາເຮົາກໍ່ໄດ້ ແຕ່ເພື່ອປະໂຫຍດບາງທີ່ເຂົາຢາກໄດ້ນຳເຮົາຈິ່ງເຮັດໃຫ້ເຂົາເວົ້າ ຫລື ສະແດງຢ່າງນັ້ນ ຄົນທີ່ບໍ່ເຄີຍເວົ້າວ່າຮັກເຮົາເລີຍຈັກຄັ້ງບໍ່ເຄີຍຊົມເຮົາເລີຍຈັກຫົນ ເຂົາອາດເປັນຄົນທີ່ຮັກເຮົາຈິງ ຊື່ສັດຕໍ່ເຮົາແທ້ກໍ່ໄດ້ເຊັ່ນກັນ ແຕ່ກໍ່ບໍ່ໄດ້ແປວ່າຄົນທີ່ບອກວ່າຮັກເຮົາຈະບໍ່ໄດ້ຮັກເຮົາຈິງ ຫລື ຄົນທີ່ບໍ່ເຄີຍບອກວ່າຮັກເຮົາຈະຮັກເຮົາຈິງ ພຽງແຕ່ຕ້ອງການບອກໃຫ້ຮູ້ວ່າໃຜຈະຮັກເຮົາ ຫລື ບໍ່ຮັກເຮົາບໍ່ແມ່ນຢູ່ທີ່ຄຳເວົ້າ ບໍ່ແມ່ນເບິ່ງກັນພຽງແຕ່ລົມປາກ ແຕ່ຢູ່ທີ່ການກະທຳຢູ່ທີ່ການະສແດງອອກຂອງເຂົານຳ ຕ້ອງເບິ່ງຄວບຄູ່ກັນໄປທັງຄຳເວົ້າແລະການກະທຳ

    ຄົນທີ່ດີຕໍ່ເຮົາທັງຕໍ່ໜ້າແລະລັບຫລັງ ຄອຍຊ່ວຍເຫລືອເຮົາ ສະໜັບສະໜູນເຮົາ ປົກປ້ອງເຮົາ ແລະ ຍົກຍ້ອງເຮົາທັງຕໍ່ໜ້າແລະລັບຫລັງ ບໍ່ວ່າຈະເປັນຢ່າງໃດເຂົາກໍ່ສະເໝີຕົ້ນສະເໝີປາຍ ນັ້ນແຫລະເອີ້ນວ່າຮັກເຮົາຈິງ ເຂົາຈະເວົ້າວ່າຮັກເຮົາຫລືບໍ່ເວົ້ານັ້ນບໍ່ສຳຄັນ ສ່ວນຄົນທີ່ດີແຕ່ຕໍ່ໜ້າລັບຫລັງນິນທາເຮົາບໍ່ສະໜັບສະໜູນຍົກຍ້ອງເຮົາຈິງ ເວົ້າຈາດີຕໍ່ເຮົາພຽງເພື່ອຈະໃຊ້ເຮົາ ພຽງເພື່ອຫວັງປະໂຫຍດຈາກເຮົາເທົ່ານັ້ນ ປະເພດປາກຢ່າງໃຈຢ່າງ ປາກກັບໃຈບໍ່ກົງກັນ ນັ້ນແຫລະຄືຜູ້ທີ່ບໍ່ຮັກເຮົາຈິງ ເຖິງປາກຈະບອກວ່າຮັກເຮົາຈິງຢ່າງນັ້ນຢ່າງນີ້ກໍ່ເຊື່ອບໍ່ໄດ້ ໃນເລື່ອງນີ້ເຮົາຕ້ອງລະວັງໃຈຂອງເຮົາເອງ ຢ່າຫລົງໄຫລໄປປື້ມໃຈກັບຄາລົມຂອງໃຜງ່າຍໆ ດຽວຈະເສຍແຮງ ເສຍໃຈໄປລ້າໆໆໆໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຜູ້ຊາຍຈີນຄົນໜຶ່ງ ໄດ້ໄປໃຊ້ຊີວິດທີ່ອາເມລິກາ ແລະ ກໍ່ໄດ້ຄົບກັບສາວອາເມລິກາຄົນໜຶ່ງເປັນແຟນ ມື້ໜຶ່ງລາວກັບແຟນສາວ ພວມຍ່າງເພື່ອຈະຂ້າມທາງແຕ່ພໍຈະຂ້າມກໍ່ພໍດີໄຟຂຽວຂຶ້ນ ແຕ່ບັນດາລົດຍັງບໍ່ທັນ

ອອກໂຕເທື່ອ ຊາຍຄົນນີ້ຈິ່ງຮີບຟ້າວຈັບແຂນແຟນຕົນແລ່ນຂ້າມທາງມ້າລາຍໄປ ຕໍ່ມາພາຍຫລັງດ້ວຍຜົນຂອງການຂ້າມທາງໃນຄັ້ງນັ້ນ ເປັນເຫດໃຫ້ແຟນສາວຂອງລາວຕ້ອງເລີກຄົບກັບລາວ ຍ້ອນແຟນສາວ

ຜູ້ນີ້ເັຫນວ່າລາວບໍ່ເຄົາລົບຕໍ່ກົດລະບຽບບ້ານເມືອງ(ບໍ່ຊື່ສັດ)ຖ້າຄົບກໍ່ເປັນທີ່ໄວ້ໃຈບໍ່ໄດ້

    ຫລັງຈາກນັ້ນ   ຊາຍຄົນນີ້ກໍ່ໄດ້ກັບຄືນສູ່ປະເທດຂອງຕົນແລ້ວກໍ່ຄົບກັບແຟນຄົນໃໝ່ຊຶ່ງເປັນຄົນຈີນຄືກັນ     ແລະແລ້ວລາວກໍ່ໄດ້ພົບກັບເຫດການແບບເກົ່ານັ້ນອີກ ແຕ່ຄັ້ງນີ້ລາວບໍ່ໄດ້ເຮັດຄືກັບເຫດການໃນ

ອະດີດນັ້ນອີກແລ້ວ ລາວພາແຟນສາວຄົນໃໝ່ຢູ່ລໍຖ້າຈົນກວ່າໄຟຈາລະຈອນອະນຸຍາດແລ້ວຈິ່ງພາແຟນສາວຂ້າມ ເພາະລາວຖືເອົາເຫດການໃນຄັ້ງກ່ອນເປັນບົດຮຽນ ແຕ່ແລ້ວ ແຟນຄົນໃໝ່ນີ້ກໍ່ມາເລີກຄົບກັບ

ລາວອີກ ຍ້ອນເຫັນວ່າລາວບໍ່ມີຄວາມມຸ່ງໝັ້ນ ບໍ່ກ້າສ່ຽງໄພ ຄົບໄປກໍ່ຍາກທີ່ຈະປະສົບຜົນສຳເລັດໄດ້

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມສຸຂຈາກກາມນັ້ນ ເປັນຄວາມສຸຂທີ່ມີຄວາມທຸກເຄືອບແຝງ

ການລິ້ມຣົສກາມນັ້ນ ບໍ່ຕ່າງຫຍັງກັບການເລຍນ້ຳເຜິ້ງທີ່ແສນຫວານເທິງປາຍມີດແຖ(ໂກນ) ກ່າວຄື ມີຄວາມສຸຂ ແຕ່ກໍ່ມີຄວາມສ່ຽງ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 29, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄຳວ່າ”ເມດຕາ”ມີຮາກສັບມາຈາກຄຳດຽວກັບຄຳວ່າ”ມິຕຕະ” ຫລື ”ມິຕ” ນັ້ນເອງ ໃນພາສາລາວເຮົາກໍ່ມີໃຊ້ກັນຢູ່ຄື”ນ້ຳໃຈໄມຕຼີ” ຫລື ບາງເທື່ອກໍ່ໃຊ້ຄຳວ່າ ”ມິດຕະພາບ” (friendship) ເມຕຕາຈຶ່ງແປງ່າຍໆວ່າ ”ຄວາມຮູ້ສຶກເປັນມິດຕໍກັນແລະກັນ ຫລື ຄວາມຮູ້ສຶກມີເຍື້ອໃຍໄມຕຣີຕໍ່ກັນສັນມິດ” ເພາະສະນັ້ນ ການທີ່ເຮົາແຜ່ເມຕຕາໃຫ້ໃຜຕໍ່ໃຜກໍ່ໝຍຄວາມວ່າເຮົາຍອມຮັບນັບເອົາຄົນໆນັ້ນວ່າ ເປັນມິດທີ່ຮັກຂອງເຮົານັ້ນເອງ

  ໃນທາງພຸດທະສາດສະໜາ ພຣະພຸດທະເຈົ້າຊົງສອນໃຫ້ພຸດທະສາສະນິກະຊົນເປັນມິດກັບຄົນທຸກຄົນແລະ ກັບສັບພະສັດທົ່ວທັງສາກົນຈັກກະວານເລີຍແຫລະ ທ່ານເຄີຍໄດ້ຍິນຄຳແຜ່ເມຕຕາທີ່ວ່າ ”ສັພເພ ສັຕຕາ........”ບໍ່??? ຄຳວ່າ ”ສັດທັງຫລາຍທັງປວງ” ໃນທີ່ນີ້ຈະມີຄວາມໝາຍກວ້າງຂວາງຂະໜາດສຸດຂອບຟ້າມະຫາສະໝຸດເລີຍແຫລະ ຖ້າທ່ານບໍ່ໝັ້ນໃຈ ຜູ້ຂຽນຈະຂໍຄັດເອົາບົດແຜ່ເມຕຕາຈາກກະລະນີຍະເມຕຕະສູຕມາໃຫ້ທ່ານອ່ານ ເພື່ອທ່ານຈະໄດ້ເຂົ້າໃຈດ້ວຍຕົນເອງວ່າ ຄວາມໝາຍແລະຂອບເຂດຂອງເມຕຕາ ຫລື ມິດຕະພາບໃນພຸດທະສາດສະໜານັ້ນກວ້າງຂວາງໄຮ້ພົມແດນພຽງໃດ

ກະຣະນີຍະເມຕຕສູຕ(ພຣະສູດວ່າດ້ວຍເມຕຕາເປັນກິດຈະທີ່ຄວນເຮັດ)

”......ຂໍສັດທັງຫລາຍທັງປວງຈົ່ງເປັນຜູ້ມີຄວາມສຸກກາຍ ສຸກໃຈ ປອດຈາກໄພທັງປວງເຖີດ

ສັດທັງຫລາຍທີ່ມີຄວາມຫວາດກົວກໍ່ດີ ທີ່ບໍ່ຫວາດກົວກໍ່ດີທັງໝົດ ທັງທີ່ມີກາຍຍາວ ໃຫຍ່ ປານກາງ ສັ້ນ ລະອຽດ ຫລື ຫຍາບ ທີ່ເຄີຍເຫັນຫລືບໍ່ເຄີຍເຫັນ ຢູ່ໄກຫລື ຢູ່ໃກ້

ທີ່ເກີດມາແລ້ວຫລືຍັງສະແຫວງຫາທີ່ເກີດຢູ່ ຂໍໃຫ້ສັດທັງຫລາຍທັງປວງເຫລົ່ານັ້ນຈົ່ງມີຄວາມສຸກກາຍ ສຸກໃຈເຖີດ

ບຸກຄົນບໍ່ເພິ່ງຫລອກລວງກັນ ບໍ່ເພິ່ງດູໝິ່ນກັນບໍ່ວ່າຈະດ້ວຍເຫດຜົນໃດກໍ່ຕາມ ບໍ່ເພິ່ງປາຖະໜາໃຫ້ມີຄວາມທຸກໄປຕົກຕ້ອງເຊ່ິງກັນແລະກັນ

ດ້ວຍການມຸ່ງຮ້າຍ ຫລື ດ້ວຍການຄິດຮ້າຍ

ມານດາຖະໜອມຮັກສາລູກຄົນດຽວຂອງຕົນດ້ວຍຊີວິດສັນໃດ ບຸກຄົນເພິ່ງຈະເລີນເມຕຕາຈິຕບໍ່ມີປະມານໃນສັດທັງປວງສັນນັ້ນ

ບຸກຄົນເພິ່ງຈະເລີນເມຕຕາຈິຕອັນບໍ່ມີພົມແດນ ບໍ່ມີເວນ ບໍ່ມີສັດຕູ ໃນສັດໂລກທັງປວງ

ທັງໃນອະຮູບພູມເບື້ອງເທິງ(ບ່ອນຢູ່ຂອງສັດທີ່ບໍ່ມີຮູບຮ່າງ) ຮູບພູມເບື້ອງກາງ ແລະ ກາມາວະຈອນເບື້ອງຕ່ຳ

ເມື່ອຢືນ ຍ່າງ ນັ່ງ ນອນ ເພິ່ງເປັນຜູ້ປາສະຈາກຄວາມງ້ວງ ເພິ່ງຕັ້ງສະຕິໄວ້ຢ່າງນີ້ແລ ພຣະພຸດທະເຈົ້າທັງຫລາຍຕັດການປະຕິບັດເຊັ່ນນີ້ວ່າ ເປັນຄວາມປະພຶດອັນປະເສີດໃນພຣະສາດສະນານີ້......”

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ສິ່ງທີ່ຈະເຮັດໃຫ້ພໍ່ແມ່ສະບາຍໃຈທີ່ສຸດ ກໍ່ຄືການທີ່ເຫັນລູກໆ ມາພ້ອມໜ້າພ້ອມຕາກັນ ມານັ່ງລົມກັນ ມາກິນເຂົ້ານຳກັນ ມີຫຍັງກໍ່ປຶກສາຫາລືກັນ ແຕ່ເລື່ອງທີ່ເຮດໃຫ້ພໍ່ແມ່ສະເທືອນໃຈ ແລະ ບໍ່ສະບາຍໃຈທີ່ສຸດກໍ່ຄືການທີ່ລູກໆ ບໍ່ຖືກກັນ ບໍ່ເວົ້າຈານຳກັນ ຫ່າງເຫີນເມີນໝາງຕໍ່ກັນ ຍິ່ງໄປກວ່ານັ້ນ ຖ້າລູກໆອິດສາລິດສະຫຍາກັນ ທະເລາະກັນ ຫລື ເຖິງຂັ້ນຟ້ອງຮ້ອງກັນຂຶ້ນໂຮງຂຶ້ນສານເພື່ອເອົາຊະນະກັນ ກໍ່ຍິ່ງເຮັດໃຫ້ພໍ່ແມ່ນອນສະອື້ນໃຈທຸກຄືນ ເມື່ອລູກໆຍັງນ້ອຍກັນຢູ່ ລູກອາດເຄີຍຜິດຖຽງກັນ ຕົບຕີກັນ ເມື່ອພໍ່ແມ່ເຫັນເຖິງວ່າຈະບໍ່ສະບາຍໃຈແຕ່ກໍ່ພໍທົນໄດ້ ເພາະບຶດດຽວກໍ່ຄືນດີກັນແລ້ວ ລືມເລື່ອງທີ່ຜິດກັນແລ້ວກໍ່ຫລິ້ນນຳກັນອີກ ເລື່ອງຂອງໄວເດັກມັນກໍ່ເປັນແບບນີ້ແຫລະ ບໍ່ເກັບເອົາມາຄິດເປັນອາລົມດົນແຕ່ ເມື່ອເຮົາໃຫຍ່ແລ້ວມາຜິດກັນ ມັນດີກັນຄືນບໍ່ໄດ້ໄວຄືກັບຕອນຍັງນ້ອຍ ພໍ່ແມ່ຈະເສຍໃຈຫລາຍຫາກລູກໆເປັນຢ່າງນັ້ນ

 ພໍ່ກັບແມ່ຫວັງວ່າລູກຄົງຈະເຂົ້າໃຈຫົວອົກຂອງພໍ່ແມ່ໃນຂໍ້ນີ້ດີ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ລູກຮັກ..........

ຄຳວ່າ ”ຄອບຄົວ” ເປັນຄຳທີ່ມີຄວາມໝາຍສຳຄັນຫລາຍ(ເປັນສະຖາບັນພື້ນຖານຂອງການພັດທະນາສັງຄົມ) ຄືໝາຍເຖິງຄວາມຮັກ ຄວາມອົບອຸ່ນ ຄວາມເປັນອັນດຽວກັນ ຕອນເຮົາຍັງເປັນເດັກ ເຮົາຢູ່ຮ່ວມກັນເປັນຄອບຄົວ ມີສຽງຫົວຢອກໄຍກັນຢ່າງສະໜຸກສະໜານ ມີການແລ່ນຫລິ້ນໄລ່ກັນກັນ ໄດ້ກິນເຂົ້າຮ່ວມກັນ ໄດ້ເຮັດກິດຈະກຳຕ່າງໆຮ່ວມກັນ ນຶກພາບຂຶ້ນມາແລ້ວມັນຄືວ່າມີຊີວິດຊີວາ ເຖິງວ່າພໍ່ກັບແມ່ຈະເຮັດວຽກມາເມື່ອຍ ພໍເຫັນໜ້າລູກໆ ມາຄອຍຕ້ອນຮັບຢູ່ທີ່ໜ້າປະຕູ ຖາມວ່າເມື່ອຍບໍ່???ແລ້ວຊ່ວຍຫີ້ວກະເປົາຖືເຄື່ອງຂອງໃຫ້ ເທົ່ານີ້ກໍ່ຫາຍເມື່ອຍແລ້ວ ເຫັນລູກກິນໄດ້ນອນຫລັບມີອາລົມມວ່ນຊື່ນ ພໍ່ແມ່ກໍ່ສະບາຍໃຈ ນີ້ແຫລະຄຳວ່າຄອບຄົວອົບອຸ່ນ ຕອນນີ້ບັນດາລູກໆກໍ່ໃຫຍ່ກັນແລ້ວ ຫາກສາມາດເສກເປົ່າໄດ້ ພໍ່ກັບແມ່ກໍ່ຢາກເສກເປົ່າໃຫ້ຄອບຄົວຂອງເປັນຄອບຄົວທີ່ອົບອຸ່ນ ພ້ອມໜ້າພ້ອມຕາກັນຄືຕອນຍັງນ້ອຍ ເຖິງແມ່ນວ່າຈະດົນໆມີຄັ້ງໜຶ່ງກໍ່ຍັງດີ ເຫັນໜ້າເຫັນຕາກັນ ເຫັນໜ້າເຫັນຕາກັນກິນເຂົ້ານຳກັນ ຖາມໄຖ່ສຸກທຸກຂອງກັນແລະກັນ ເທົ່ານີ້ກໍ່ຊ່ວຍຢືດອາຍຸໃຫ້ພໍ່ແມ່ໄດ້ອີກຫລາຍປີແລ້ວລູກເອີຍ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
  1. ລ້ຽງດູພໍ່ແມ່
  2. ອ່ອນນ້ອມຕໍ່ຜູ້ໃຫຍ່ໃນຕະກຸນ
  3. ເວົ້າຈາອ່ອນຫວານ
  4. ເວັ້ນຈາກການເວົ້າຍຸຍົງ ຫລື ສໍ້ສຽດໃຫ້ແຕກລ້າວ
  5. ກຳຈັດຄວາມຖະນີ່(ຂີ້ຖີ່)
  6. ມີສັຈຈະ
  7. ລະງັບ ຫລືຄວບຄຸມຄວາມໂກດ(ໂມໂຫໃຈຮ້ອນ)
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 23, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຣະສາດສະດາ ເຊິ່ງເປັນຜູ້ຕັດສະຮູ້ສັດຈະທຳ ພຣະອົງຊົງຄົ້ນພົບຄວາມຈິງອັນສູງສຸດ ແລະ ບໍ່ໄດ້ຊົງບັງຄັບໃດໃຫ້ເຊື່ອຢ່າງງົມງວາຍໃນຄຳສອນຂອງພຣະອົງ ຄວາມມີເຫດຜົນຂອງພຣະທຳຄຳສອນຂອງເພິ່ນ ຢູ່ທີ່ການເປີດໂອກາດໃຫ້ມີການສອບສວນຢ່າງຖີ່ຖ້ວນໃນທຸກຂັ້ນແຫ່ງວິຖີທາງໄປສູ່ການເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ເພື່ອທີ່ຈະເຂົ້າໃຈສະພາບແຫ່ງປະກົດການທັງປວງ ຈຳເປັນຕ້ອງອາໄສປັນຍາຍານກຳກັບຕະຫລອດສາຍ

 ກາລະຄັ້ງໜຶ່ງພຣະສາດສະດາ ຊົງສັ່ງສອນຊາວກາລາມະ ເຖິງທ່າທີອັນເໝາະສົມກ່ຽວກັບຄວາມເຊື່ອທາງສາດສະໜາ ພຣະອົງໄດ້ກ່າວວ່າ

     ”ຢ່າເຊື່ອ ຫລື ຖືເອົາສິ່ງໃດໆພຽງການຟັງຕາມໆກັນມາ”

     ”ຢ່າເຊື່ອພຽງແຕ່ຖືສືບກັນມາ”

     ”ຢ່າເຊື່ອພຽງຂ່າວລື”

     ”ຢ່າເຊື່ອໂດຍອ້າງຕຳລາ”

     ”ຢ່າເຊື່ອໂດຍນຶກເດົາເອົາ”

     ”ຢ່າເຊື່ອໂດຍການຄາດຄະເນ”

     ”ຢ່າເຊື່ອພຽງຕຶກຕອງຄິດໄປຕາມອາການ”

     ”ຢ່າເຊື່ອພຽງເພາະກົງກັບຄວາມຄິດເຫັນຂອງຕົນ”

     ”ຢ່າເຊື່ອພຽງເພາະໜ້າເຊື່ອຖື”

     ”ຢ່າເຊື່ອພຽງເພາະວ່າສະມະນະ(ພຣະ)ຜູ້ນີ້ເປັນຄູຂອງເຮົາ”

ແລະແລ້ວ ພຣະສາດສະດາກໍ່ຊົງສອນຊາວກາລາມະຕໍ່ໄປ ໃຫ້ພິຈາລະນາທຸກສິ່ງດ້ວຍຕົນເອງຢ່າງຖີ່ຖ້ວນດັ່ງນີ້:

”ເມື່ອໃດທ່ານຮູ້ດ້ວຍຕົນເອງວ່າ ສິ່ງເຫລົ່ານີ້ບໍ່ດີ ນັກປາດຕິຕຽນ ເມື່ອຮັບໄວ້ ແລະ ປະຕິບັດແລ້ວ ຈະນຳໄປສູ່ໄພອັນຕະລາຍ ກໍ່ຈົ່ງສະຫລະຖິ້ມເສຍ ໃນທາງກົງກັນຂ້າມ ເມື່ອທ່ານຮູ້ດ້ວຍຕົນເອງວ່າ ສິ່ງເຫລົ່ານີ້ບໍ່ຖືກຕິຕຽນ ນັກປາດສັນລະເສີນ ເມື່ອຮັບເອົາໄວ້ ແລະ ປະຕິບັດແລ້ວ ຈະນຳໄປສູ່ປະໂຫຍດ ແລະ ຄວາມສຸກ ກໍ່ຈົ່ງຮັບໄວ້ປະຕິບັດເຖີດ”

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 22, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ສີລບໍ່ແມ່ນກົດໝາຍ ແຕ່ເປັນຫລັກຂອງການຝຶກຝົນຕົນເອງເພື່ອນຳໄປສູ່ການປະຕິບັດດີ ປະຕິບັດຖືກຕ້ອງຕາມທຳມະ ຄົນເຮົາບໍ່ໄດ້ຢູ່ໂດດດ່ຽວ ການດຳລົງຊີວິດໃນສັງຄົມ ຕ້ອງມີຄວາມສຳນຶກຕົນ ຄວບຄຸມຕົນເອງ ປັບຕົວເອງ ບໍ່ນິຍົມຄວາມຮຸນແຮງ ແລະ ປາຖະໜາດີຕໍ່ກັນ

 ສີລຫ້າຄື ເວັ້ນຈາກການຂ້າ ເວັ້ນຈາກການລັກຊັບ ເວັ້ນຈາກການເສບກາມມາຣົມກັບຄົນອື່ນທີ່ບໍ່ແມ່ນຄູ່ຄອງຂອງຕົນ ເວັ້ນຈາກການເວົ້າທີ່ບໍ່ນຳຜົນດີມາໃຫ້ຕົນແລະຜູ້ອື່ນ ເວັ້ນຈາກການເສບສິ່ງມຶນເມົາ ອັນເປັນທາງແຫ່ງຄວາມປະໝາດ ເຮົາຄວນມີເມດຕາ ຊື່ສັດ ແລະ ມີສະຕິ ສັງຄົມກໍ່ບັນລຸຈຸດໝາຍທີ່ເຮັດໃຫ້ບຸກຄົນຢູ່ຮ່ວມກັນໄດ້ຢ່າງສັນຕິ ແລະ ໄວ້ວາງໃຈເຊິ່ງກັນແລະກັນ

ຖິ້ມທ້າຍຕອບບັນຫາຂ້ອງໃຈກ່ຽວກັບສີລຂໍ້ທີ່ໜຶ່ງ ສາດສະໜາເປັນສາດສະໜາແຫ່ງເຫດຜົນຈົ່ງໃຊ້ປັນຍາຄົ້ນຄິດໃຫ້ເລິກເຊິ່ງ”ຄຳວ່າຫ້າມຂ້າສັດຕັດຊີວິດ”ນີ້ບໍ່ຂໍອະທິບາຍແຕ່ຂໍຝາກເປັນບັນຫາໃຫ້ຄິດກໍ່ແລ້ວກັນເດີ”ໄປຮົບເສິກບໍ່ຍອມລັ່ນໄກປືນເພາະຢ້ານສັດຕູຕາຍ ແລະ ຢ້ານຜິດສີລຄິດຖືກແລ້ວຫລື”

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຜູ້ຂຽນຂໍຕອບເປັນ 2 ປະເດັນດັ່ງນີ້ເນາະ:

1. ການສູດພຣະພຸດທະມົນເປັນພາສາບາລີນັ້ນ ກໍ່ເພາະວ່າມົນນັ້ນເປັນຄຳສັ່ງສອນຂອງພຣະພຸດທະເຈົ້າ ເຊິ່ງພຮະອົງຊົງສັ່ງສອນເປັນພາສາບາລີ ເມື່ອເຮົານຳເອົາມົນ ຊຶ່ງຈຳໄວ້ດ້ວຍເປັນພາສາບາລີນັ້ນມາສູດ ກໍ່ເປັນທຳມະດາຢູ່ແລ້ວທີ່ເຮົາຈະຕ້ອງສູດເປັນພາສາບາລີຕາມຮູບແບບເດີມ ເໝືອນກັບເຮົານຳເອົາພາສາອັງກິດມາໃຊ້ໃນພາສາລາວກັບຄົນລາວ ເຮົາກໍ່ຍັງຄົງຕອ້ງເວົ້າພາສາອັງກິດຄືກັບພາສາແມ່ທຸກປະການ ຢ່າງໃດກໍ່ຕາມ ປະຈຸບັນນີ້ ບົດສູດທີ່ຮັບການແປເປັນພາສາລາວກໍ່ມີຢູ່ແຜ່ຫລາຍຄືກັນ

2. ການສູດພຣະພຸດທະມົນ ເປັນການເຂົ້າເຝົ້າພຣະພຸດທະເຈົ້າ ບູຊາພຣະລັດຕະນະໄຕຣ ສະແດງຄວາມເຄົາລົບຕໍ່ພຣະທຳ ຫລືເວົ້າອີກຢ່າງກໍ່ຄືການໄຫວ້ຄູ ຄືກັນກັບເຮົາເຫັນໂດຍທົ່ວໄປຕົວຢ່າງ ນັກມວຍນະ ກ່ອນຈະທຳການຊົກກັນກໍ່ຕ້ອງໄຫວ້ຄູດ້ວຍການຟ້ອນລີລາທ່າທາງຕ່າງໆ ອັນນັ້ນກໍ່ເປັນຮູບແບບພາສາທີ່ເຂົາໃຊ້ກັນ ການສູດກໍ່ເຊັ່ນ ເມື່ອພຣະບໍລົມມະຄູເພິ່ນໃຊ້ພາສາບາລີເຮົາກໍ່ຈຳເປັນໄດ້ໃຊ້

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ໃນແຕ່ລະວັດ ເຮົາຈະເຫັນພຣະພຸດທະຮູບເປັນຈຳນວນຫລວງຫລາຍປະດິດສະຖານຢູ່ໃນສິມ ໃນວິຫານ ຮວມຕະຫລອດຮອດສາລາໂຮງທຳ

 ການສ້າງພຣະພຸດທະຮູບເປັນວິທີທຳບຸນວິທີໜຶ່ງ ທີ່ຊາວພຸດຄົນລາວເຮົານິຍົມກັນຫລາຍ ຈົນບາງວັດມີພຣະພຸດທະຮູບຢາຍເຕັມກາງວັດ

 ເມື່ອເຮົາເຂົ້າໄປໃນສິມກໍ່ຈະໄປຂາບທີ່ຕໍ່ໜ້າພຣະປະທານເສຍກ່ອນ ເປັນອັນດັບທຳອິດຄືກັບການທັກທາຍລາຍງານຕົວຕໍ່ໜ້າພຣະພຸດທະເຈົ້າວ່າ”ຂ້າພຣະພຸດທະເຈົ້າມາຂາບຢູ່ຕໍ່ໜ້າພຣະອົງແລ້ວ” ຄົນຕ່າງປະເທດເຂົາບໍເຂົ້າໃຈ ເຄີຍມາເລົ່າໃຫ້ຟັງວ່າເຂົາເຫັນຄົນໄປນັ່ງສູດອ້ອນວອນ(pray) ຕໍ່ໜ້າພຣະພຸດທະຮູບເປັນຈຳນວນຫລາຍທຸກວັນ ຄົນເຫລົ່ານັ້ນໄປຂໍຫຍັງກັບພຣະພຸດທະຮູບ ພຣະພຸດທະຮູບໃຫ້ຫຍັງເຂົາໄດ້ຫລື ຫລືວ່າຂໍກັບພຣະພຸດທະເຈົ້າ?

 ຄົນໄຫວ້ພຣະພຸດທະຮູບຢ່າງຖືກຕ້ອງ ບໍ່ໄດ້ໄຫວ້ດິນຈີ່ ຊີເມັນ ຫລື ໂລຫະ ທີ່ມີຜູ້ສ້າງຂຶ້ນເປັນອໄງພຣະ ແຕ່ໄຫວ້ໃນຖານະສິ່ງສໄມມຸດແທນອົງພຣະສຳມາສຳພຸດທະເຈົ້າ

 ການປະນົມມືໄຫວ້ ແລະ ຂາບພ້ອມກັບການກ່າວຄຳບາລີ ເຊິ່ງບາງຄົນກໍ່ອອກສຽງບາງຄົນກໍ່ກ່າງໃນໃຈ ຄຳກ່າວບໍ່ແມ່ນການອ້ອນວອນຂໍຮ້ອງ ແຕ່ເປັນການກ່າວສັນລະເສີນຄຸນຂອງພຣະພຸດທະເຈົ້າ ກ່າວສະແດງຄວາມເຄົາລົບພຣະທຳ ແລະ ພຣະສົງສາວົກ ຄຳກ່າວເຫລົ່ານັ້ນຊ່ວຍຢ້ຳເຕືອນໃຫ້ຜູ້ກ່າວເອງໄດ້ລຳລຶກເຖິງພຣະພຸດທະຄຸນ ລຳລຶກເຖິງພຣະທຳ ແລະ ພຣະສົງ ບໍ່ໄດ້ເປັນການກ່່າວເພື່ອຈະເອົາໃຈຜູ້ຖືກສັນລະເສີນວ່າຖ້າສັນລະເສີນຖືກຕ້ອງ ຈະໄດຮັບການຕອບແທນໃນສິ່ງທີ່ຂໍ ເພາະບໍ່ມີການຂໍ ແລະ ບໍ່ມີຜູ້ບັນດານໃຫ້

 ພຣະພຸດທະເຈົ້າສະເດັດດັບຂັນປະຣິນິບພານໄປນານແລ້ວ ມໍລະດົກທີ່ພຣະພຸດທະອົງມອບໄວ້ໃຫ້ກໍ່ຄື ພຣະທຳຄຳສອນນັ້ນເອງ ຖ້າເຮົາປະຕິບັດຕາມດ້ວຍຄວາມເຫລື້ອມໃສສັດທາ ແລະ ປະຕິບັດຢ່າງຈິງຈັງ ຍ່ອມນຳຜົນດີມາສູ່ຜູ້ປະບັດຢ່າງແນ່ນອນ

 ສາດສະໜາພຸດບໍ່ໄດ້ແມ່ນສາດສະໜາແຫ່ງການຂໍວອນ ຫລື ເອົາອົກເອົາໃຈພຣະພຸດທະເຈົ້າເພື່ອວ່າ ພຣະພຸດທະເຈົ້າຈະສະແດງລິດອຳນາດໃຫ້ຄຸນໃຫ້ໂທດແກ່ຜູ້ໃດ

 ສາດສະໜາພຸດສອນໃຫ້ທຸກຄົນພະຍາຍາມລິຂິດຊີວິດຂອງຕົນເອງ ຖ້າເຮັດດີຜົນອອກມາກໍ່ຍ່ອມດີ

ຊາວສວນປູກຕົ້ນໄມ້ຊະນິດໃດ ຍ່ອມໄດ້ຜົນເຊັ່ນນັ້ນ ປູກຕົ້ນໝາກມ່ວງຈະໄດ້ຜົນອອກມາເປັນໝາກກ້ຽງ ແມ່ນເປັນໄປບໍ່ໄດ້ ແລະ ດີທີ່ສຸດກໍ່ຄືເຮັດດີໂດຍບໍ່ຫວັງຜົນຕອບແທນກັບມາ ຫວັງພຽງຄວາມປອດໂປ່ງໃຈ ເບົາໃຈ ເພາະກິເລດ ຄວາມຢາກຕ່າງໆເບົາລົງ

 ໄຫວ້ພຣະພຸດທະຮູບໃຫ້ຖືກຕ້ອງຄື: ໄຫວ້ດ້ວຍໃຈທີ່ເຖິງພຣະພຸດທະເຈົ້າ ແລະ ພຣະທຳຄຳສັ່ງສອນ ນຶກໄວ້ວ່າ ໄຫວ້ພຣະຄັ້ງໃດປຽບດັ່ງໄດ້ເຂົ້າເຝົ້າພຣະພຸດທະເຈົ້າຄັ້ງນັ້ນ

 ພຸດທະສາສະນິກະຊົນທີ່ເຂົ້າວັດທຳບຸນຈຶ່ງແຕ່ງກາຍຮຽບຮ້ອຍ ສັງຮວມວາຈາ ເພື່ອສະແດງຄວາມເຄົາລົບຕໍ່ຕົວແທນພຣະສາດສະດາ 3 ປະການຄື ພຣະພຸດທະຮູບ(ແທນພຣະພຸດທະເຈົ້າ ພຣະທຳຄຳສັ່ງສອນຂອງພຣະສາດສະດາ ແລະ ພຣະພິກຂຸ(ຕົວແທນຂອງພຣະສາວົກ)