ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ກິລາບານເຕະ ກັບ ກິລາເຕະບານ(ປັບປຸງໃໝ່)
ສ້າງເມື່ອ ກ.ຍ.. 11, 2011 10 ຄົນໂຫວດ, 10 ຄຳເຫັນ, ອ່ານ 2802 ເທື່ອ
ະຫລອດເວລາກໍ່ໄດ້ຍິນຍິນແຕ່ວ່າກິລາບານເຕະໃຜຮູ້ເຫດຜົນພາສາລາວກ່ຽວກັບເລື່ອງນີແດ່ນຳມາບອກແດ່ເດີວ່າເປັນຫຍັງເພິ່ນຈິ່ງຮ້ອງວ່າບານເຕະ ໂດຍສ່ວນຕົວແລ້ວຄິດວ່າແມ່ນເຕະບານຖືກເພາະວ່າຄົນເຮົາເຕະບານບໍ່ແມ່ນບານເຕະເຮົາ ຄັນວ່າບານເຕະກໍ່ສະແດງວ່າບານເຕະຄົນແມ່ນບໍ່
................................................................
ຫລາຍຄົນໃຫ້ຄຳເຫັນວ່າບານເຕະເປັນຄຳນາມແຕ່ຂໍໃຫ້ຂໍ້ສັງເກດດັ່ງນີ້:ທີ່ຈິງມັນເປັນຄຳປະສົມລະຫວ່າງ ເຕະ(ກຳມະ) ແລະ ບານ(ໜ່ວຍບານ ຫລື ໝາກບານ) ສອງຄຳນີ້ມາປະສົມກັນຈິ່ງອອກມາເປັນຄຳວ່າ ເຕະບານ ສະນັ້ນຖ້າອີງໃສ່ພາບຕົວຈິງຫລື ອີງໃສ່ເກມການຫລິ້ນເປັນຫລັກກໍ່ຈະເປັນການເຕະບານ=ກິລາເຕະບານ
ແຕ່ຖ້າອີງໃສ່ລູກບານ(ໜ່ວຍໝາກບານ)ເປັນຫລັກກໍ່ຈະໄດ້ຄຳວ່າບານເຕະ=ໝາກບານນີ້ໃຊ້ສຳລັບເຕະ ນີ້ເປັນທັດສະນະຂອງຂ້າພະເຈົ້າຄົນອື່ນເດເປັນຈັ່ງຊ່ວຍບອກດ້ວຍນະ