ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2015 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

* ຂ້ອຍແມ່ນປາໂຕນ້ອຍ           ລອຍອວດສີສັນ

  ຢູ່ໃນຫນອງສວຍງາມ           ດັ່ງອິນແປງປັ້ນ

  ທຸກຄືນວັນບໍ່ເຄີຍເສົ້າ           ທັງອາຫານເຕັມອື່ມ

 ເພື່ອນຝຸງແລະພີ່ນ້ອງ           ລອຍຫລີ້ນມ່ວນໃຈ  ແທ້ເດ

* ຫນອງທີ່ຂ້ອຍຢູ່ນີ້               ກວ້າງໃຫຍ່ໄພສານ

  ລ່ອງລອຍສ້າງບັນເທີງ        ແກ່ຄົນຜູ້ເປັນເຈົ້າ

  ຜູ້ທີ່ເຂົາຈັດສ້າງ               ວັງຫລວງກວ້າງໃຫຍ່

  ສຸກໃດປຽບບໍ່ໄດ່               ເມື່ອອົງເຈົ້ານັ່ງແຍງ   ຂ້ອຍນາ

* ມື້ຫນຶ່ງໄດ້ພົບພໍ້                ສາວຫນ້າໃຫມ່ລົງຫນອງ

  ນາງມາຈາກແດນໄກ          ບ່ອນເຮົາບໍ່ເຄີນຮູ້

 ເປັນມະຫາສະມຸດກວ້າງ        ແນມຫາບໍ່ເຫັນຂອບ   ພຸ້ນແລ້ວ

  ຊາຫຍັງຫນອງຊ່ຳນີ້            ເກີນນ້ອຍຂີ້ເລັບມື      ວ່າຊັ້ນ

* ພໍໄດ້ຍິນນາງເວົ້າ              ໃຈເກີດສົງໄສ

  ເປັນໄດ້ຫວະ?ຄວາມຈິງ       ທີ່ແດນເສຣີກວ້າງ

  ບໍ່ຕ້ອງຄອຍເອົາໃຈເຈົ້າ        ຜູ້ສ້າງເຮົາເຕີບໃຫຍ່

  ບໍ່ຕ້ອງກິນ-ດື່ມ-ຫລື້ນ           ພຽງຕາມເຈົ້າສັ່ງການ    ແທ້ບໍ?

ກອນນີ້ຈະບໍ່ແລ້ວສົມບູນ ຖ້າເພື່ອນໆ ບໍ່ຂຽນຕໍ່ເຕີມໃສ່

ສະນັ້ນ ຂໍເຊີນເພື່ອນຂຽນຕໍ່ໄດ້ເລີຍ ຕາມຈິນຕະນາການໃຜມັນເດີ້

ເມື່ອສຳເລັດແລ້ວຈະໄດ້ເປັນເຈົ້າຂອງຮ່ວມກັນ

Delicious Digg Fark Twitter