ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 12, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


<!--[if gte mso 9]><![endif]--><!--[if gte mso 9]>Normal0falsefalsefalseEN-USZH-TWTH<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

Yeh-shin ສາວນ້ອຍຫົວໃຈທໍລະນົງ

  ເລື່ອງ​​​​​ເລົ່າເທບນິຍາຍນີ້​ເປັນ​ເລື່ອງທີ່​ໄດ້ເກີດຂຶ້ນກ່ອນເລື່ອງເລົ່າທີ່ພວກເຈົ້າໄດ້ປະຈັກໃນແບບສະບັບຂອງຊາວ​​ຕາເວັນຕົກແລະ ມັນເປັນເລື່ອງທີ່ມີ​​ໄດ້ຮັບຄວາມນິຍົມຫລາຍໃນກຸ່ມຄົນເອເຊຍເຮົາ​, ຊາວອາເມລິກາ​. ຕະ ຫລອດເຖິງວິລະບຸລຸດແລະ ວິລະສັດຕີໃນເລື່ອງນີ້, ຄົນໜຸ່ມສາວເອເຊຍເຮົາ  ອາເມລິກາ ສາມາດຖ່າຍທອດຄວາມ​ຜູກ​ພັນໃນການຢູ່ຮ່ວມກັນຂອງຄອບຄົວແລະ ການໃຫ້ກຽດແກ່ພໍ່ແມ່ຜູ້ລ້ຽງດູເຮົາ. ​​ເຊິ່ງເລື່ອງ ຊິນເດເລລ່າຈີນເປັນແບບຢ່າງທີ່ດີ.

  ທັງຫມົດນີ້ຂ້ອຍຈະບອກໃຫ້ເຈົ້າຮູ້ກ່ຽວກັບເລື່ອງທີ່ເກີດຂຶ້ນນານມາແລ້ວ ນານກ່ອນເວລາທີ່ພວກເຮົາໄດ້ຂຽນລົງຜ່ານ ແຕ່ລະຊ່ວງເວລາ​​ຂອງແຕ່ລະປີເມື່ອ​​ຄົນຈີນສ່ວນໃຫຍ່ທີ່ດຳລົງຊີວິດຢູ່ໃນຖ້ຳ. ມີຊາຍຄົນໜຶ່ງຊື່ ວູເຊິ່ງເປັນຫົວໜ້າຖ້ຳເຊິ່ງ ອາໄສຢູ່ທາງພາກຕາເວັນຕົກຂອງງຈີນກັບເມຍສອງຄົນ, ​​​ເມຍແຕ່ລະຄົນຂອງວູໄດ້ໃຫ້ກຳເນີດລູກສາວຜູ້ລະຄົນ

  ແຕ່ວ່າ ຕໍ່ມາເມຍຄົນຫນຶ່ງຂອງລາວ​​ເປັນໄຂ້ແລະໄດ້ເສຍຊີວິດແບບກະທັນຫັນ,  ຫັງຈາກໄດ້ກຳເນີດລູກສາວລາວຊື່ຶເຢ່ເຊັນແລະ ໃນຊ່ວງເວລາບໍ່ດົນລາວກໍ່ໄດ້ເປັນລູກກຳພ້າເມື່ອພໍ່ລາວໄດ້ເປັນໄຂ້ແລະກໍ່ຕາຍ. ດັ່ງນັ້ນເຢ່ເຊັນຈຶ່ງໄດ້ອາາໄສຢູ່ນຳເຮືອນຂອງແມ່ລ້ຽງແລະ ລາວກໍ່ໄດ້ເຕີບໃຫຍ່ຂຶ້ນເປັນສາວທີ່ງົດງາມຫລາຍ ກັບ ດວງຕາທີ່ດຳຄືນິນ (​ແກ້ວມະນີ) ຜິວຂາວດັ່ງຄຣີມ. ​ແມ່ລ້ຽງຂອງເຢເຊັນ​​ເບິ່ງແຍງລູກຂອງຕົນເອງເປັນຢ່າງດີແລະ ສ່ວນການລ້ຽງເຢເຊັນແມ່ນລ້ຽງແບບຕົບຕີຢ່າງໂຫດຮ້າຍປ່າເຖື່ອນແລະໃຫ້ລາວເຮັດວຽກບ້ານທຸກຢ່າງບໍ່ວ່າວຽກຫນັກຫລືເບົາ.

 ເຢເຊັນ​​ໄດ້ມີເພື່ອນຫນຶ່ງຄົນທີ່ເຊິ່ງເຕີບໂຕມາພ້ອມລາວ, ​ເປັນປາທີ່ມີສີຄຳເຫລື້ອມເປັນຕາຮັກທີ່ໄດ້ອາໄສຢູ່ໃນຫນອງນ້ຳໃກ້ກັນແລະ ປານັ້ນກໍ່ໄດ້ລໍຖ້າເຢເຊັນມາຢ້ຽມເປັນປະຈຳ. ​ເຢເຊັນມັກ​​ແອບລັກອອກຈາກເຮືອນແມ່ລ້ຽງຂອງລາວເພື່ອ​​ແບ່ງອາຫານຂອງຕົນໃຫ້ປາກິນນຳ, ​ແລະ ປານັ້ນກໍ່ໃຫຍ່ຂຶ້ນຫລາຍ.

  ບໍ່ມີໃຜຮູ້ເລີຍວ່າແມ່ລ້ຽງຂອງລາວ​​ໄດ້ຮູ້ກ່ຽວກັບຄວາມລັບຂອງປາ (ລະວ່າງປາກັບເຢເຊັນ) ມັນກໍ່ອາດເປັນໄປໄດ້ທີ່ເອື້ອຍລ້ຽງຂອງເຢເຊັນເປັນຜູ້ບອກ ແຕ່ວ່ານາງກໍ່ໄດ້ຍ່າງລົງໄປຫນອງດ້ວຍຄວາມໃຈຮ້າຍ, ​ແລະ ໄດ້ອອກອຸບາຍເອີ້ນປາຂຶ້ນມາຫນ້ານ້ຳດ້ວຍການໃຫ້ເສດອາຫານ, ທັນໃດນັ້ນປາກໍ່ຂຶ້ນມາ ແລະ ລາວກໍ່ໄດ້ໃຊ້ມີດນ້ອຍທີ່ລາວຈັບມານັ້ນແທງປາ​ ​ແລ້ວລາວກໍ່​​ໄດ້ເອົາມັນກັບບ້ານ ​​ແລ້ວກໍ່ເອົາປາຖິ້ມໃສ່ໃນຫມໍ້ນ້ຳທີ່ກຳລັງຟົດຢູ່

  ຫລັງຈາກມື້ນັ້ນມາ, ​ເຢເຊັນກໍ່ໄປຊອກຫາເພື່ອນ​ (ປາ) ຂອງລາວ ປະກົດວ່າມັນໄດ້ຫາຍໄປແລ້ວແລະ ນາງກໍ່ລົ້ມຟຸມລົງຂ້າງແຄມຫນອງດັ່ງກ່າວດ້ວຍຄວາມເສຍໃຈ ທັນໃດນັ້ນນາງກໍ່ໄດ້ງິນສຽງ

  ສຽງນັ້ນໄດ້ດັງຂຶ້ນວ່າຂໍໂທດນາງ” ​ເຢເຊັນຫລຽວເບິ່ງ ເຫັນຊາຍແກ່ຄົນໜຶ່ງທີ່ຢູ່ໃກ້ໆລາວ. ລາວນຸ່ງເສື້ອຄຸມຂົນສັດ​​ຫນາໆ, ​ແລະມີຫນວດຍາວລາມລົງຮອດຫົວເຂົ່າລາວ

  ຊາຍແກ່ຄົນນັ້ນບອກວ່ານີ້ເປັນຊ່ວງເວລາທີ່ເຈົ້າເສົ້າຫມອງທີ່ສຸດ” ​“ແມ່ລ້ຽງເຈົ້າເປັນຜູ້ຂ້າເພື່ອນຂອງເຈົ້າແລະ ນາງກໍ່ໄດ້ເອົາໄປເຮັດແກງກິນ​. ​ແຕ່ວ່າປາຂອງເຈົ້າຍັງມີພະລັງທີ່ມະຫັດສະຈັນຢູ່ແລະ ພະລັງເລົ່ານັ້ນກໍ່ຍັງຄົງຢູ່ໃນກ້າງປາ. ​ເມື່ອໃດກໍ່ຕາມທີ່ເຈົ້າຈຳເປັນແທ້ໆ, ​ເຈົ້າສາມາດນັ່ງຂຸເຂົ່າແລ້ວອະທິຖານຕໍ່ກ້າງປານັ້ນຕາມທີ່ໃຈເຈົ້າຕ້ອງການ ຊາຍ​​ແກ່ຄົນນັ້ນທັງຍິ້ມແລ້ວເວົ້າອີກວ່າ “​ ແມ້ແຕ່ສິ່ງນີ້ກໍ່ບໍ່ສາມາດຢູ່ນຳເຈົ້າໄດ້ຕະຫລອດແຕ່ວ່າມັນບໍ່ໄດ້ຫາຍໄປໃສນີ້ເປັນຂອງຂວັນຈາກປາ” ​ແລະ​​ແລ້ວຊາຍແກ່ຄົນນັ້ນກໍ່ໄດ້ຫາຍຕົວໄປ.

  ດຽວນີ້, ນ້ຳກຳລັງຟົດ ຊີ້ນປາກໍ່ໄດ້ເປື່ອຍອອກຈາກກ້າງປາແລະແມ່ລ້ຽງຂອງລາວກໍ່ໄດ້​​ຖິ້ມກ້າງປາອອກຈາກປະຕູເຮືອນຄົວໃສ່ກອງ​​ເສດຂີ້ເຫຍື້, ​ເຢຊິນກໍ່ໄດ້ຮີບໂຮມເອົາກ້າງປາເລົ່ານັ້ນໄວ້ໃນບ່ອນທີ່ປອດໄພ (ບ່ອນທີ່ເປັນຄວາມລັບຂອງລາວ). ​ໃນບາງເວລານາງກໍ່ໄດ້ໄປຫາກ້າງປາແລະລົມກັບກ້າງປານັ້ນທັງເລື່ອງຄວາມເສຍໃຈແລະຄວາມຫວັງຂອງລາວ, ​ແຕ່ວ່າ​​ເຢເຊັນກໍ່ບໍ່ເຄີຍຖາມ, ຂໍຂອງຂວັນແລະສິ່ງທີ່ລາວມັກຕໍ່ກ້າງປານັ້ນເລີຍ​.

  ເມື່ອລະດູຫນາວຜ່ານໄປລະດູໃບໄມ້ປົ່ງກໍ່​​ໄດ້ມາຮອດ, ​ແລະ​​ເວລານີ້ເອງກໍ່ເປັນຊ່ວງການສະເຫີລມສະຫລອງບຸນເມື່ອຜູ້ຄົນກໍ່ໄດ້ອອກມາປຸງແຕ່ງອາຫານແລະ ນຸ່ງເຄື່ອງງາມໆອອກມາຍ່າງເລາະຫລິ້ນ​, ຟັງເພງຮ່ວມສະ ຫລອງງານບຸນດັ່ງກ່າວ, ທຳມະດາມັນເປັນງານທີ່ເຊິ່ງຄົນຫນຸ່ມສາວອອກມາຊອກຫາຄົນທີ່ຕົນເອງຈະເອົາເປັນເນື້ອຄູ່ (​ແຕ່ງານ). ຍ້ອນສາເຫດນີ້ເອງແມ່ລ້ຽງຂອງເຢເຊັນບໍ່ຕ້ອງການໃຫ້ຜູ້ຊາຍມາເຫັນຄວາມງາມຂອງເຢຊິນແລະ ມາປຽບທຽບກັນລູກຂອງລາວ, ດັ່ງນັ້ນ ນາງຈຶ່ງສັ່ງໃຫ້ເຢເຊັນຢູ່ເຮີອນແລະ ​​ເບິ່ງແຍງ(​ເຝົ້າ)ບ້ານ

  ​ເມື່ອ​ນາງ​ຢູ່​ຄົນ​ດຽວ ​ເຢ​ເຊັນ​ກໍ່​ຍ່າງ​ໄປ​​ບ່ອນ​ທີ່​ລາວ​ເກັບ​ກ້າງປາ​ໄວ້​ແລະ​ເວົ້າ​ຕໍ່​ກ້າງປາ​.

  ​ເພື່ອນ​ທີ່ແສນດີ​ຂອງ​ຂ້ອຍ, ຂ້ອຍ​ມີ​ແຕ່​ເຈົ້າ​ຄົນ​ຄົນ​ດຽວ, ຂ້ອຍ​ຈະ​ໄປ​ງານ​ບຸນ​ໄດ້​ແນວ​ໃດ

  ​ແຕ່​ວ່າ ​ຍິ່ງໄປ​ກວ່າ​ນັ້ນ ຖ້າວ່າ​ຂ້ອຍ​​ເປັນ​ຄົນ​ທີ່ບໍ່​ເຊື່ອຟັງ​, ຂ້ອຍກໍ່​ບໍ່​ສາມາດ​ນຸ່ງ​ເຄື່ອງນີ້ໄປໄດ້ ນີ້​ແມ່ນ​ແຕ່​ຜ້າຂາດ

  ນາງ​​ເບິ່ງລົງພີ້ນດ້ວຍຄວາມຫມົດຫວັງ, ​ແທນທີ່ຊຸດຜ້າຂາດນັ້ນນາງກໍ່ໄດ້ນຸ່ງ​​ເຄື່ອງທີ່ພົ້ນອອກມາເປັນຊຸດຜ້າໄຫມສີຟ້າຫຍິບແຊ່ວດ້ວຍໄຫມຄຳແລະທີ່ຕີນຂອງລາວເປັນເກີບຄີບ (​ແຕະ) ສີຄຳອ່ອນໆຢ່າງປານີດເປັນປະ ກາຍແສງລະຍິບລະຍັບແວວວາວ ຄືກັບເກັດປາ

ເຢຊິນອ້າປາກຄ້າງດ້ວຍຄວາມຕົກໃຈ “​ໂອ້”, ​ແລະນາງຄິດວ່ານາງໄດ້ຍິນສຽງ, ຄືກັບວ່າກ້າງປາໄດ້ບອກລາວ

ສຽງນັ້ນໄດ້ບອກວ່າ “​ບໍ່ຕ້ອງຫ່ວງເກີບເຈົ້າບໍ່ໄດ້ຫາຍໄປ​​ດອກ ດຽວນີ້ເຈົ້າໄປງານບຸນໄດ້ແລ້ວ

  ນີ້ເປັນຄວາມປິຕິຍິນດີ ປຶ້ມໃຈຂອງລາວ, ​ເຢເຊັນໄດ້ແລ່ນອອກໄປໃນງານທີ່ມີຜູ້ຄົນຈຳນວນຫລາຍ. ທຸກຄົນຫັນຫນ້າມາຈ້ອງທີ່​​ເຢເຊັນ. ບໍ່ມີຜູ້ໃດເຄີຍເຫັນສາວງາມຂະຫນາດນີ້ຈັກເທື່ອ, ​ນາງເປັນຄົນທີ່ງາມກວ່າຄົນອື່ນໆ​. ​ແມ່ຍິງຄົນອື່ນໆ ກໍ່ຈ້ອງເບິ່ງດ້ວຍຄວາມອິດສາຄວາມງົດງາມຂອງລາວເທົ່າທີ່ໄດ້ພົບມາແລະ ກໍ່ມີສຽງວົນແຊວແລະມີການຈັດແຕ່ງຕົວໃຫ້ຮຽບຮ້ອຍ. ຜູ້ຄົນໄດ້ກະຊິບກັນ: “ນັ້ນແມ່ນຜູ້ໃດຫວາ

  ເຢເຊັນໄດ້ຢືນຂຶ້ນແລ້ວເປັນແສງສ່ອງປະກາຍ​​ໃນກາງບໍລິເວນນັ້ນເມື່ອ​​ນາງໄດ້ຍິນສຽງຂອງເອື້ອຍລ້ຽງລາວ

“ ​ແມ່, ນັ້ນບໍ່ແມ່ນເຢຊິນບໍ? ” ​ເອື້ອຍລ້ຽງລາວເວົ້າທັງເຮັດສຽງຮື (ຄາງ) “​ເຢຊິນເຮັດໄດ້ແນວໃດ…..” ນາງຕົກໃຈ, ​ເຢຊິນໄດ້ແລ່ນອອກຈາກເວທີນັ້ນແລະລາວຫມອບລົງຂ້າງໆໂຕະງານລ້ຽງ​​ອອກໄປຄະນະ​ນັ້ນ ລາວສະ ດຸດແລ້ວເກີບກິ່ງໜຶ່ງກໍ່ອອກຈາກຕີນ​​ເບື້ອງຊ້າຍຂອງລາວໄປ…​ແລະເສື້ອຜ້າຂອງລາວກໍ່ເປັນຜ້າຂາດຄືເກົ່າ! ຊຸດສີຟ້າກໍ່ໄດ້ຫາຍໄປ. ນາງໄດ້ແລ່ນເຂົ້າເຮືອ ນ້ຳຕາແຫ່ງຄວາມອັບອາຍກໍ່ໄດ້ໄຫລລົງແກ້ມຂອງລາວ, ​ແລະລາວກໍ່ຍ່າງໄປທີ່ບ່ອນລາວເກັນບກ້າງປາໄວ້ແລ້ວລົມໃຫ້ກ້າງປາຟັງກ່ຽວກັບສິ່ງທີ່ເກີດຂຶ້ນແລະລາວສັນຍາວ່າລາວຈະຫາເກີບອີກກິ່ງໜຶ່ງໃຫ້ໄດ້.

  ກ້າງປານັ້ນກໍ່​​ງຽບຢູ່ ແລະກໍ່ເຮັດເສີຍຢູ່ແລະຍຸບລົງຢູ່ທີ່ນັ້ນແລະແລ້ວຮ່ອງຮອຍສຸດທ້າຍຂອງເພື່ອນລາວກໍ່ໄດ້ຫາຍໄປ, ​ແລະສິ່ງນັ້ນມັນເຮັດໃຫ້ຄວາມຫວັງ, ຄວາມຝັນຂອງເຢເຊັນໄດ້ພັງທະລາຍລົງ ລາວຫມູບລົງພື້ນພ້ອມກັບຮ້ອງໄຫ້​​ແລ້ວກໍ່ຫລັບໄປ

  ແມ່ລ້ຽງຂອງລາວກໍ່ໄດ້ແອບລັກກັບບ້ານແລະ ທີ່ເຢເຊັນໄດ້ຕົວະລາວກັບເລື່ອງຊຸດຜ້າຂາດ​. ​ແລະ​ແລ້ວ​ແມ່ລ້ຽງ​ກໍ່ໄດ້ກັບຄືໄປທີ່ງານລ້ຽງແລະໄດ້ພົບກັນລູກສາວຂອງລາວ

 ລາວເວົ້າວ່າ” ​ໃຜກໍ່ຕາມທີ່ເຮັດແນວນັ້ນ” “ມັນບໍ່ແມ່ນເອື້ອຍລ້ຽງຂອງເຈົ້າດຽວນີ້ພະຍາຍາມເບິ່ງໂຕເອງໃຫ້ດີຂຶ້ນເຈົ້າເຮັດໄດ້ບໍ? ຢຸດສັ່ນໄດ້ແລ້ວແລະ ເຮັດໃຫ້ຕົນເອງເປັນປະໂຫຍ ບໍ່ດຸດ່າໃຜຕໍ່ໄປ​ ​​ເມື່ອຊາຍຫນຸ່ມກ່າວທັກທາຍກໍ່ຄວນຍິ້ມຫນ້ອຍຫນຶ່ງແລ້ວກົ້ມຫົວລົງ

  ເອື້ອຍລ້ຽງຂອງໄດ້ເຮັດໃຫ້ໂຕເອງເປັນຄົນທີ່ດີທີ່ສຸດ. ​ແຕ່ວ່າຜູ້ຊາຍສ່ວນໃຫຍ່ບໍ່ຄ່ອຍມັກລາວເລີຍ ​​ເຂົ້າເຈົ້າຮູ້ຈັກລາວເປັນຄົນທີ່ມັກດຸດ່າແລມັກເວົ້າສຽດສີຜູ້ອື່ນສະເຫມີຕັ້ງແຕ່ນ້ອຍຈົນໃຫຍ່, ​ຄະນະດຽວກັນນັ້ນ ຊາວ ບ້ານຄົນໜຶ່ງໄດ້​​ເຫັນເກີບກິ່ງໜຶ່ງຂອງເຢເຊັນຢູ່ກ້ອງພຸ່ມໄມ້ແລະລາວຮີບຟ້າວນຳໄປຂາຍໃຫ້ພໍ່ຄ້າ ​​ເນື່ອງຈາກ ພໍ່ຄ້າຈະເອົາໄປສະເຫນີໃຫ້ພະລາຊາເພື່ອເປັນການປະຈົບປະແຈງ

  ພະລາຊາໄດ້ຍ່າງເຂົ້າໄປໃນ. ມັນເປັນເກີບທີ່ມີຄວາມປານີດ ງາມຫລາຍ ມີແສງລະຍິບລະຍັບເປັນແສງສີຄຳ. ລາວຕັດສິນໃຈທີ່ຈະຊອກຫາເຈົ້າຂອງເກີບ ມັນເປັນເກີບທີ່ງົດງາມຫລາຍລາວໄດ້ສັ່ງໃຫ້​​ແມ່ຍິງທີ່ເປັນບໍລິວານຂອງລາວພະຍາຍາມໃສ່ເກີບດັ່ງກ່າວແຕ່ວ່າມັນນ້ອຍໂພດສຳລັບພວກເຂົາ, ລາວໄດ້ສັ່ງໃຫ້ສືບຕໍ່ຄົ້ນຫາເຈົ້າຂອງເກີບດັ່ງກ່າວໄປໃນທີ່ທົ່ງນາໄກລວມທັງ​​ແມ່ຍິງທີ່ຢູ່ໃນຖ້ຳໃນເຂດຊົນນະບົດຫ່າງໄກສອກຫລີກ

 ເສນາອາມາດສະເຫນີວ່າ: ​ໃນ​​ເຂດພູສູງນີ້ມີແມ່ຍິງຫລາຍພັນຄົນທີ່ດຳລົງຊີວິດຢູ່ໃນອານາຈັກແຫ່ງນີ້ແລະມັນກໍ່ຈະໃຊ້ເວລາເປັນປີໃນການຄົ້ນຫາ

ບັນດາເສນາອາມາດໄດ້ວາງເກີບໃນສາລາແຫ່ງໜຶ່ງໃກ້ກັບທີ່ພັກຂອງພໍ່ຄ້າແລ້ວກໍ່ມີຄຳປະກາດຈາກພະລາຊາໄດ້ປະກາດວ່າ ໃຜເປັນເຈົ້າຂອງເກີບທີ່ແທ້ຈິງໃຫ້ກັບຄືນມາເອົາ

  ຄົນຂອງພະລາຊາໄດ້ເຮັດຕາມຄຳສັ່ງຂອງພະລາຊາແລະການຕິດຕາມຂອງລາວກໍ່ໄດ້ໃຫ້ປິດເປັນຄວາມລັບ ຜ່ານຫລາຍມື້ຕໍ່ມາມີຜູ້ຍິງທີ່ຢູ່ໃນຖ້ຳເກືອບຮ້ອຍກວ່າຄົນໄດ້ອອກມາຂ້າງນອກເພື່ອລອງໃສ່ເກີບດັ່ງກ່າວ ແລະເອື້ອຍລ້ຽງຂອງເຢຊິນກໍ່ເປັນໜຶ່ງໃນນັ້ນ

  ເອື້ອຍລ້ຽງຂອງເຢຊິນເວົ້າດ້ວຍສຽງຮ້າຍໆຂອງລາວວ່າ ແມ່ນແລ້ວນີ້ແມ່ນພໍດີກັບຕີນຂ້ອຍເລີຍແລະມັນຕ້ອງເປັນຂອງຂ້ອຍ..​ແມ່ນນະແມ່……!!!!

  ແຕ່ຍ້ອນເກີບເກືອບພໍດີກັບຕີນຂອງລາວນິ້ວຕີນຂອງລາວກາຍແລະຕີນຂອງລາວກໍ່ເປັນຕາເບິ່ງ

ແມ່ລາວຮ້ອງໃສ່ດ້ວຍຄວາມລຳຄານ ນາງໄດ້ຮ້ອງວ່າ” ​ໃຫ້ຂ້ອຍລອງໃສ່ມັນເບິ່ງດູ!!!!!! ​ແຕ່ວ່າເກີບນັ້ນມັນຊ້ຳພັດນ້ອຍເກີນໄປສຳລັບລາວ

  ຫລັງຈາກນັ້ນພະລາຊາໄດ້ເຊື່ອງມັນໄວ້ ດ້ວຍຄວາມສະບາຍໃຈແລະໄດ້ເຝົ້າເບິ່ງມັນໄວ້ຕະຫລອດຄືນ

  ເຢຊິນໄດ້ງິນວ່າມີເກີບຢູ່ໃນສາລາແລະລາວກໍ່ຄິດວ່າມັນຕ້ອງເປັນເກີບຂອງລາວຖ້າວ່າມັນແມ່ນແທ້​​ເຢຊິນກໍ່ຈະໄປເອົາມັນຄືນມາເພື່ອໃຫ້ມັນເປັນຄູ່ກັນດັ່ງເດີມແລະບາງທີ່ເພື່ອນ (ປາ) ຂອງລາວກໍ່ອາດຈະກັບຄືນມາມີຊິວິດເປັນກ້າງປາຄືເກົ່າອີກຄັ້ງຫນຶ່ງ

  ອີກປະມານ 1 ຊົ່ງໂມງຂ້ອນຊິແຈ້ງນາງກໍ່ໄດ້ຄ່ອຍຢ່ອງຂຶ້ນໄປສາລາລະແນມຫາເກີບຢ່າງລະມັດລະວັງເມື່ອເບິ່ງແລ້ວມັນຄ້າຍກັບເກີບກິ່ງໜຶ່ງຂອງລາວທີ່ເສຍໄປ! ນາງໄດ້ຢືນຢູ່ຕໍ່ຫນ້າເກີບນັ້ນແລະເຮັດໃຫ້ຫົວໃຈລາວເຕັ້ນແຮງຫລາຍ

  ພະລາຊາໄດ້ເຫັນຜູ້ຍິງທີ່ໃສ່ຊຸດຜ້າຂາດທີ່ໄດ້ຈັບເອົາເກີບ, ຄິດວ່ານາງເປັນໂຈນທຳມະດາ ພະລາຊາກໍ່ໄດ້ສັ່ງໃຫ້ເສນາອາມາດໄລ່ລາວໜີໄປບ່ອນອື່ນແຕ່ວ່າ ພະລາຊາໄດ້ສັງເກດເຫັນໃບໜ້າອັນງົດງາມແລະທ່າທີອັນອ່ອນຊ້ອຍນິ້ມນວນຂອງນາງ

  ພະລາຊາໄດ້ເຫັນອີກວ່ານາງໄດ້ເອົາຕີນຂອງລາວຊຸບໃສ່ເກີບລາວເບິ່ງຄືວ່າມັນພໍດີ ເພິ່ນໄດ້ສັ່ງໃຫ້ຄົນນຳໄປ

ຊອກຫາວ່ານາງ​​ແມ່ນຜູ້ໃດແລະ ນາງຢູ່ໃສ” ​ເຢຮູ້ວ່າບໍ່ມີໃຜເຫັນແລ້ວ, ລາວກໍ່ຍ່າງລົງໄປເຮືອນແລະກໍ່ໄດ້ເຊື່ອງເກີບຂອງລາວທັງສອງກິ່ງໄວ້ໃນຕຽງຂອງລາວ ທັນໃດນັ້ນລາວກໍ່ໄດ້ງິນສຽງເຄາະປະຕູ ​​ແລະເຮັດໃຫ້ລາວຕົກໃຈຫລາຍທີ່ໄດ້ເຫັນພະລາຊາມາດ້ວຍຕົວຂອງເພິ່ນເອງ ນາງກໍ່ໄດ້ກົ້ມຫົວຄຳນັບແລະພະລາຊາກໍ່ໄດ້ຖາມນາງດ້ວຍຄວາມສຸພາແບບເປັນມິດວ່າເຈົ້າຄືບໍ່ໃສ່ເກີບຄູ່ນັ້ນແລະ​​ເຢຊິນກໍ່ໄດ້ເຮັດຄືຕອນທີ່ລາວລົມກັບເພື່ອນ ​(ກ້າງປາ) ຂອງລາວແວບຫນຶ່ງ!!!! ນາງກໍ່ໄດ້ໃສ່ຊຸດຜ້າໄຫມສີຟ້າທີ່ຫຍິບ​​ແຊ່ວ​​ແລະ ປະດັບປະດາດ້ວຍໄຫມຄຳ

ພະລາຊາອ້າປາກຄ້າງທີ່​​ໄດ້ເຫັນຄວາມງາມຂອງນາງແລະຈັບແຂນຂອງເຢຊິນດ້ວຍມືທັງສອງຂອງລາວ ແລະຈາກນັ້ນຫລາຍໆມື້ຜ່ານໄປ ພະລາຊາກໍ່ໄດ້ມາຂໍແຕ່ງງານກັບເຢຊິນ ທົ່ວທຸກຫົນທຸກແຫ່ງໃນອານາຈັກແຫ່ງນີ້ກໍ່ໄດ້ມີການຈັດງານສະເຫລີມສະຫລອງ. ປະກອບດ້ວຍການຈັດງານກິນລ້ຽງ, ​ເຕັ້ນລຳຮ້ອງລຳທຳເພງ, ​ແຕ່ວ່າພະລາຊາກໍ່ຮູ້ວ່າແມ່ລ້ຽງແລະເອື້ອຍລ້ຽງຂອງເຢຊິນໄດ້ໃຊ້ຄວາມໂຫດຮ້າຍປ່າເຖື່ອນ ທໍລະມານເຢຊິນຕະຫລອດເວລາ; ພະລາຊາຈຶ່ງບໍ່ອະນຸຍາດໃຫ້ພວກເຂົາທັງສອງເຂົ້າຮ່ວມການສະຫລອງດັ່ງກ່າວ​, ​ແທນທີ່ພວກເຂົາຈະຖືກເນລະເທດອອກຈາກຖ້ຳໄປໃນທີ່ໄກແສນໄກໃນໝູ່ບ້ານທີ່ທຸກຍາກເຕັມໄປດ້ວຍເຊື້ອໂລກແລະອີກບໍ່ດົນຫລັງຖັດຈາກນັ້ນມາ ພວກເຂົາທັງສອງກໍ່ໄດ້ສູນຫາຍໄປ. ບາງຄົນເວົ້າວ່າພວກເຂົາຖືກມັງກອນກິນ ບາງພ່ອງກໍ່ເວົ້າວ່າຕາຍຍ້ອນຖ້ຳຖະຫລົ່ມແຕ່ວ່າບໍ່ມີໃຜຮູ້ຄວາມຈິງເລີຍ.

ແປມາຈາກປຶ້ມ :

 

Delicious Digg Fark Twitter