ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ວັນນີ້ ມີບົດເລື່ອງຄວາມຮັກມາສູ່ກັນອ່ານ ມ່ວນບໍ່ ມ່ວນກະສາມາດຕິສົມໄດ້

ໃນເມືອງໃຫຍ່ແຫ່ງນຶ່ງ ຍັງມີຊາຍຜູ້ນຶ່ງທີ່ມີຊີວິດທີ່ ໂດດດຽວ ລາວເປັນຄົນບໍ່ຄ່ອຍສັນໆ ກັບ ຫມູ່ເພືອນ ຊາຍຄົນນັ້ນເປັນພະນັກ Office ຈັນຮອດສຸກ ລາວໄປວຽກຄື ດັ່ງຄົນທົ່ວໄປ 8 ໂມງເຂົ້າການ 5 ໂມງເລີກວຽກ ເສົາ ທິດ ຢູ່ແຕ່ບ້ານ ຊີວິດລາວ ຢູ່ແບບ ໜ້າເບື່ອ ສິນຫວັງ ແລະ ງຽບເຫງົາ  ຈົນມາວັນນຶ່ງ ຊາຍຜູ້ ໂດດດຽວໄດ້ພົບ ຍິງສາວຜູ້ນຶ່ງໂດຍ ບາງເອີນ ທັງສອງ ລົມກັນດ້ວຍຄວາມຖືກຄໍ ແລະ ຕໍ່ມາບໍ່ດົນກໍ່ຄົບກັນເປັນແຟນ ຜູ້ຍິງຄົນນັ້ນເຮັດໃຫ້ຊີວິດລາວ ມີສີສັນ ເກີດຄວາມຫວັງ ແລະ ມີຄວາມສຸກຂື້ນ ທຸກວັນທີ່ໄດ້ຍິນສຽງກໍ່ເຮັດໃຫ້ໂລກສົດໄສແລ້ວ ທັງສອງຄົບກັນລົມກັນທຸກວັນດ້ວຍຮ້ອຍຍີ້ມແຫ່ງຄວາມສຸກ ແຕ່ເວລາ ແຫ່ງຄວາມສຸກນັ້ນຫາກສັ້ນເຫລືອ ຄືດັ່ງກຸລາບທີ່ຖືກຕັດມາໃສ່ໃນໂຖ ພຽງ 30 ວັນ ຄວາມຮັກກໍ່ຈືນຈາງ ຍິງສາວຜູ້ທີ່ລາວຮັກ ກໍ່ ກັບໄປຄົບກັບຄົນຮັກ ເກົ່າ ຂອງລາວ ໃນວັນສຸດທ້າຍ ແຫ່ງຮັກ ຍິງສາວຜູ້ນັ້ນ ກໍ່ໄດ້ບອກຄວາມຈິງ ນຳລາວວ່າ ຂ້ອຍໄດ້ກັບ ມາຄົບກັບແຟນເກົ່າ ຂ້ອຍໆຂໍໂທດເດີ (ຖ້າຜູ້ອ່ານເປັນຊາຍຜູ້ນັ້ນ ທ່ານຈະເຮັດແນວໃດ?) ພໍແຕ່ໄດ້ຍິນລາວແຖບຈະຍືນບໍ່ໄດ້ ໃນໃຈລາວທັງເຈັບ ທັງໂສກເສົ້າ ແຕ່ກໍ່ ຄິດໃນໃຈຫວັງໃຫ້ ຍິງສາວຜູ້ນັ້ນ ມີຄວາມສຸກ ກັບຄົນຮັກເກົ່າຂອງລາວ ເຖິງວ່າຊາຍຄົນນັ້ນຈະ ບໍ່ແມ່ນລາວກໍ່ຕາມ ເມື່ອຄິດໄດ້ແນວນັ້ນ ລາວກໍ່ ກ່າວກັບ ນາງ ວ່າ: ບໍ່ເປັນ ເຈົ້າກະກັບໄປຄົບກັບຊາຍຄົນນັ້ນ ທໍ ຂ້ອຍຂໍພຽງໃຫ້ເຈົ້າມີ ຄວາມສຸກຂ້ອຍ ກໍ່ ດີໃຈແລ້ວ ຮອດຕອນນີ້ ຂ້ອຍຄົງຕ້ອງ ບອກຄຳທີ່ຂ້ອຍບໍ່ຢາກບອກເລີຍ ລາກ່ອນທີ່ຮັກ. ນັບແຕ່ວັນນັ້ນມາຄວາມງຽບກໍ່ກັບມາໃນຊີວິດ ທຸກວັນຢູ່ຢ່າງດຽວດ່າຍອີກຄັ້ງ ແຕ່ທີ່ຕ່າງກໍ່ຄື ນາງຜູ້ນັ້ນຍັງຢູ່ໃນໃຈລາວສະເໜີ ແລະ ເລື່ອງທີ່ເກີດຂື້ນນັ້ນມັນເຮັດໃຫ້ລາວຮູ້ວ່າ ຄວາມຮັກຊາງງົດງາມພຽງ ໃດ ອົບອຸ່ນພຽງໃດ ພໍແຕ່ຄິດຮອດ 30ວັນ ແຫ່ງຮັກກໍ່ຍິ້ນແລ້ວ ແລະ ເມື່ອຜິດຫວັງມາເຈັບປວດພຽງໃດ ຫລັງຜ່ານໄປ 1 ເດືອນຊາຍຜູ້ດຽວດາຍນັ້ນຕັ້ງໜ້າສ້າງຊີວິດຂອງຕົນເອງໃໝ່ ແລະ ເປັນຄົນໃຫມ່ທີ່ດີເທົ່າທີ່ຊາຍຄົນນຶ່ງຈະເປັນໄດ້ ພຽງຫວັງໄວ້ໃນວັນໃດທີ່ລາວພົບຮັກອີກຄັ້ງລາວຈະໃຫ້ຍິງຜູ້ນັ້ນເປັນຄົນທີ່ໂຊດດີທີ່ສຸດໃນໂລກຈະຮັກ ຈະດີ ຕໍ່ນາງ ເພື່ອຈະໄດ້ເປັນຄົນທີ່ນາງຜູ້ນັ້ນຮັກຕະຫລອດໄປ ແລະ ຈະໄດ້ຮັກນາງຕະຫລອດການ........

ຊີວິດຄົນເຮົາອາດຕ້ອງ ພົບ ກັບຄວາມຮັກທີ່ບໍ່ສົມຫວັງ ອາດເຈັບຈົນລຸກບໍ່ຂື້ນ ແຕ່ຂໍໃຫ້ທ່ານພະຍາຍາມລຸກຂື້ນທໍ ແລະ ສ້າງຊີວິດໃຫ້ດີອີກຄັ້ງເພາະຈັກວັນນຶ່ງ ທ່ານ ຈະໄດ້ພົບ ຮັກແທ້ແນ່ນອນ

ຂໍຂອບໃຈ !

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່