ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

1​.ຄວາມ​ຄິດ​ດີ​ໆເປັນ​ທີ່​ມາ​ແຫ່ງ​ຄວາມສຸກ: ແນ່ນອນ​ວ່າ​ເມື່ອ​ເຮົາ​ມີ​ຄວາມ​ຄິດ​ດີໆ​ໂລກ​ກໍ່​ຈະ​ດີ​ຕາມ​ທີ່​ເຮົາ​ຄິດ ​ດັ່ງຜູ້​ຮູ້​ທ່ານ​ໜື່ງກ່າວ​ໄວ້​ວ່າ “​ໂລກ​ເປັນ​ແນວ​ໃດ​ຂື້ນ​ຢູ່​ກັບ​ເຮົາຫາກ​ເຮົາ​ເບີ່​ງ​ໂລກ​ໃນ​ແງ່​ດີ​ຊີວິດ​ກໍ່​ຈະ​ມີ​ແຕ່​ສິ່ງ​ດີໆ ຫາກ​ເບີ່ງ​ໂລກ​ໃນ​ແງ່​ຮ້າຍຊີວິດ​ກໍ່​ຈະ​ມີ​ແຕ່​ຄວາມ​ວຸ່ນວາຍ​ແລະ​ທຸກທໍລະ ມານ​

2.ປັນຍາ​ດີ​ຍ່ອມ​ມີ​ຄວາມສຸກ: ຄົນ​ມີ​ປັນຍາ​ຍ່ອມ​ໄຊ້ປັນຍາ​ໃນ​ການ​ແກ້ຫາ​​ບັນເພື່ອ​​​ໃຫ້​ພົ້ນທຸກ ​ດັ່ງ​ນັ້ນສຳລັບ​ຄົນ​ມີ​ປັນຍາວິ​ກິດ​ຢູ່​ທີ່​ໃດ​ປັນຍາ​ຢູ່​ທີ່​ນັ້ນສ່ວນ​ຄົນ​ດ້ອຍ​ບັນຍາ​ໂອກາດ​ຢູ່​ທີ່​ໃດວິ​ກິດ​ຢູ່​ທີ່​ນັ້ນ ຈົ່ງ​ຮຽນ​ຮູ້​ທີ່​ຈະ​ປ່ຽນ​ບັນ ຫາ​​ໃຫ້​ເປັນ​ປັນຍາ ປ່ຽນ​ອຸປະສັກ​ໃຫ້​ເປັນອຸ​ປະກ​ອນ

3​.ຊີວິດ​ຂອງ​ຄົນ​ດີ​ຄື​ຊີວິ​ດທີ່​ມີ​ຄວາມສຸກ: ເຊັ່ນວ່າດອກ​ໄມ້​ຫອມ​ບາງ​ດອກແຕ່ ມະນຸດ​ຫອມ​ໄດ້​ທຸກ​ຄົນ​ຫາກ​ເປັນ​ຄົນ​ດີ ກິ່ນ​ດອກ​ໄມ້​ເຖິງ​ຈະ​ຫອມ​ຂະໜາດ​ໃດ​ກໍ່​ຫອມ​ໄດ້​ຕາມ​ລົມ​ເທົ່າ​ນັ້ນ ສ່ວນ​ກິ່ນ​ຄວາມ​ດີ​ຂອງ​ຄົນ​ນັ້ນຫອມ​ ຫວນ​ທວນ​ລົມກະຈາຍ​​ໄປ​ໃນ​ທິດ​ທັ້ງສີ່ດອກ​ໄມ້​ບານ​ໄປ​ແລ້ວ​ບໍ່​ດົນ​ກໍ່ລ່ວງ ລົ່ນ​ ​ແຕ່​ຄວາມ​ດີ​ຂອງ​ຄົນ​ນັ້ນ​ສະຖິດ​ເປັນ​ນິລັນດອນ​ເໜືອ​ການ​ເວລາ

4​.ປະຕິ​ສຳພັນ​ດີ​ກໍ່​ມີ​ຄວາມສຸກ: ເຊີ່ງ ​ເປັນ​ການ​ເລືອກ​ຄົບ​ມິ​ດ​ໃນ​ໂລກ​ນີ້​ມີ​ຢູ່  3 ປະ​ເພດ​ຄື:

- ບາບ​ນິມິດ ​ເພື່ອນ​ຊົ່ວ​ຈົ່ງ​ຢ່າ​ຄົບ

- ກັລຍາ​ນິມິດເພື່ອນ​ດີ​ຈົ່ງ​ຄົບ

- ພັນທະ​ມິດ ​ເພື່ອນ​ທີ່​ຜູກ​ພັນ​ກັນ​ດ້ວຍ​ປະ​​ໂຫຍ​ດຈົ່ງ​ລະວັງ

5.ກະທຳ​ດີ​ກໍ່​ມີ​ຄວາມສຸກ: ຄົນ​ຈຳນວນ​ຫຼວງ​ຫຼາຍ​ເປັນ​ທຸກ​ຄະນະ​ທີ່​ເຮັວຽກ ເຮັດ​ງານ ​ແຕ່​ເບີກ​ບານ​ສະ​ເພາະເສົາ - ອາທິດ ຈົ່ງ​ເປັນ​ສຸກ​ຂະນະ​ເຮັດ​ວຽກ​ເຮັດ​ງານ ຈົ່ງ​ເບີກບານ​ທຸກ​ລົມ​ຫາຍ​ໃຈຈົ່ງດີໃຈເທີດທີ່ມີວຽກມີງານໃຫ້ເຮັດ ໃຫ້ທຳທ່ານຄິດເບີ່ງຄົນຈຳນວນຫຼວງຫຼາຍບໍ່ມີວຽກເຮັດງານທຳເຂົາເຈົ້າຍັງມີຄວາມສຸກໄດ້ຫາລ້ຽງຄອບຄົວໄດ້ ແລ້ວທ່ານເດເຮັດໄດ້ບໍ

 

 

6.ເບີ່​ງ​ໂລກ​ໃນ​ແງ່​ດີ​ຊີວິດ​ມີ​ຄວາມສຸກ: ດັ່ງຜູ້​ຮູ້​ທ່ານ​ໜື່ງກ່າວ​ໄວ້​ວ່າ ທຸກ​ສີ່ງທຸກ​ຢ່າງ​ໃນ​ໂລກ​ນີ້​ມັນ​ຖຶກຢູ່​ແລ້ວ​ ມີ​ແຕ່​ຄຳ​ເຫັນ​ຂອງ​ເຮົາ​ທີ່​ຜິດ ຖ້າ​ໃຜ​​ເຂົ້າ​ໃຈ​ໃນ​ຄຳ​ທີ່​ກ່າວ​ມາ​ນີ້​ຄົນ​ນັ້ນ​ຈະ​ບໍ່​ມີ​ທຸກແລະຈະ​ບໍ່​ຫວັ່ນ​ໃຫວ​ໃນ​ຄວາມແປ​ຜັນ​ຂອງ​ຊີວິດ

 

7.ຄອບຄົວ​ດີ​ເພີ່ມ​ທະ​ວີຄວາມສຸກ: ຄອບ​ຄົວ​ພື້ນຖານ​ສຳຄັນ​ຂອງ​ຊີວິດຄື:​ຫາກພໍ່​ແມ່​ດີ​ລູກ​ກໍ່​ຈະ​ດີ​ຕາມຫາກ​ພໍ່​ແມ່​ຊົ່ວ​ລູກ​ກໍ່​ຈະ​ຊົ່ວ​ນຳ ສະນັ້ນການປະ ພຶດຫຼືກະທຳຂອງພໍ່ແມ່ຄວນເປັນແບບຢ່າງທີ່ດີໃຫ້ແກ່ລູກ ສ່ວນລູກກໍ່ຄວນ ຈະກະທຳແຕ່ສິ່ງທີ່ດີໄຫ້ພໍ່ແມ່ເຊື່ອຟັງພໍ່ແມ່ ຖ້າເຮັດໄດ້ແບບນີ້ຄວບຄົວກໍ່ ຈະມີແຕ່ຄວາມສຸກມີແຕ່ຮອຍຍີ້ມດີໆໃຫ້ກັນ

 


Delicious Digg Fark Twitter