ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄຳວ່າ ກິເລສ ອ່ານອອກສຽງ ກິເຫຼດ ມາຈາກພາສາປາລີ ກິເລສະ . ສະນັ້ນ, ເວລາຂຽນໄດ້ປື້ມທັມມະທົ່ວໄປ ພຣະສົງເພິ່ນມັກຂຽນເປັນ ກິເລສ ເຊິ່ງມີຄວາມໝາຍວ່າ ສິ່ງທີ່ເຮັດໃຫ້ຈິດໃຈເສົ້າໝອງປຽບເໝືອນເມກໝອກທີ່ປິດບັງດວງຈັນບໍ່ໃຫ້ສ່ອງແສງໃນຍາມຣາຕີ. ໃນນີ້, ສິ່ງທີ່ເຮັດໃຫ້ຈິດໃຈເສົ້າໝອງນັ້ນ ກໍເຫັນຈະໄດ້ແກ່ ອະກຸສົລມູນ ເຊັ່ນ : ຄວາມໂລພ, ຄວາມໂກທ, ຄວາມຫຼົງ, ວິປະຣິຕຕະນະສິກາຣ, ອະຫິຣິກະ(ຄວາມບໍ່ຮູ້ຈັກຢາກອາຍເວລາເຮັດຄວາມຊົ່ວ), ອະໂນຕຕັປປະ(ບໍ່ຮູ້ຈັກຢ້ານບາບ), ຖີນະ(ຄວາມງ້ວງເຫງົາຫາວນອນ), ມິທທະ(ຄວາມຊືມເສົ້າ), ຯລຯ.

ກິເລສນັ້ນ ເພິ່ນມັກກ່າວວ່າ ກິເລສ 1500 ຕັນຫາ 108 ຕາມລັກສະນະອາການທີ່ລະອຽດ. ເວົ້າຄວາມຈິງ, ກິເລສ ນີ້ ມີຫຼາຍຂັ້ນ ຄື : ຂັ້ນຫຍາບ, ຂັ້ນກາງ, ແລະຂັ້ນລະອຽດ ຫຼື ຂັ້ນບໍ່ດີ, ຂັ້ນປານກາງ ແລະຂັ້ນປານີດ. ຖ້າກິເລສຂັ້ນຫຍາບ ກໍຄື ຄວາມຢາກໄດ້, ຄວາມໂລພທີ່ປະກອບດ້ວຍຈິດທີ່ບໍ່ມີປັນຍາໃນທາງທີ່ດີ ມົວແຕ່ຢາກໄດ້ ຈົນເຮັດໃຫ້ຫາວິທີທາງໄດ້ມາໃນທາງທີ່ຜິດທຳນອງຄອງທັມ, ຖ້າຂັ້ນກາງ ເມື່ອຢາກໄດ້ແລ້ວ ກໍຫາວິທີເອົາມາດ້ວຍຄວາມດຸໝັ່ນຂະຫຍັນພຽນເປັນຕົ້ນ. ແຕ່ສຳລັບຂັ້ນສຸດທ້າຍນັ້ນ ເປັນເລື່ອງຂອງຄວາມລະອຽດ ປະນີດ ເຊັ່ນ : ຄວາມຢາກໄດ້ໃນບຸນກຸສົນ, ຢາກສ້າງບຸນ, ຢາກພ່ຳເພັງພາວະນາ, ຢາກຫຼຸດພົ້ນອອກຈາກກິເລສ ເພິ່ນກໍເອີ້ນວ່າກິເລສເຊັ່ນກັນ. ການໃຊ້ກິເລສ ເພື່ອສະແຫວງຫາຫົນທາງອອກຈາກກິເລສ ເປັນສິ່ງທີ່ປະເສີດ.

ສະນັ້ນ, ທັມມະ ໃນພຸດທະສາສນານີ້ ຈິ່ງມີຫຼາຍຂັ້ນ ເໝາະສຳລັບທຸກລະດັບຈິດຂອງຄົນ ແລ້ວແຕ່ຈະໃຊ້ໃຫ້ເກີດປະໂຫຍດ. ເພື່ອການສ້າງສາພັດທະນາປະເທດຊາດ ແລະຖານະຊີວິດຂອງຕົນໃນສັງຄົມແລ້ວ ແນ່ນອນກໍຕ້ອງມີກິເລສ ຖ້າຂາດຄວາມຕ້ອງການ ຄວາມຢາກໄດ້ ກໍບໍ່ແມ່ນຄົນທຳມະດາ. ພຣະພຸດທະສາສນາ ບໍ່ໄດ້ສອນໃຫ້ຄົນໃຫ້ເຫັນດ້ານລົບແລ້ວທໍ້ຖອຍໃນການດຳເນີນຊີວິດ ແຕ່ສອນໃຫ້ຮູ້ຈັກເລືອກເອົາໃນສິ່ງທີ່ດີ ທີ່ບໍ່ເປັນໂທດ ຄືບໍ່ເປັນເວຣເປັນໄພ ຫຼື ການກໍ່ເວຣ ແລະເພື່ອການຮູ້ຈັກຄວບຄຸມຕົນເອງໃຫ້ຮູ້ຈັກຄວາມພໍດີ ແລະດຳລົງຊີວິດຢູ່ດ້ວຍສະຕິປັນຍາ ດ້ວຍວິທີທາງທີ່ສຸດຈະຣິຕ ນຳພາຊີວິດໃຫ້ຢູ່ເໜືອກິເລສຂອງຕົນ.

Delicious Digg Fark Twitter