ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2009 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

 ບົດທີ14


ຄຳແນະນຳ: ບົດຄວາມບົດນີ້ ຂ້ອນຂ້າງມີເນື້ອໃນຈິງຂ້ອນຂ້າງໜັກ ແລະ ອາດຈະກະທົບໃຜບາງຄົນ ແຕ່ທັງນີ້ກໍມີຈຸດປະສົງ ຫວັງດີ ແລະ ຢາກເຮັດໃຫ້ມັນມີໂຕຕົນຫຼາຍກວ່າຄວາມຄິດເ ທົ່ານັ້ນ :) 


ທີ່ແຕ່ງມາແບບນີ້ ບໍ່ໄດ້ຫວັງ ຊິເຮັດໃຫ້ໃຜຊັງ ຫຼື ຮັກ ເຮົາຫຼາຍຂຶ້ນ ທັງໝົດແມ່ນເພື່ອສ່ວນລວມ ແລະ ຂ້າພະເຈົ້າເອງຮູ້ສຶກພູມໃຈທີ່ໄດ້ມີສ່ວນຮ່ວມ ປະກອບສ່ວນໃນອຸດົມການ(ຂອງໂຕເອງ) (ເຖິງມັນຈະເປັນພຽງສ່ວນນ້ອຍໆ)


ເພາະວ່າທີ່ແຕ່ງກອນຫຼີ້ນໆ ໄຮ້ສາລະມາຫຼວງຫຼາຍ ກະຍັງເຮັດມາແລ້ວ ເລີຍຄິດຢາກເຮັດຫຍັງທີ່ມັນມີເ ນື້ອໃນຈິງຈັງມັງມໍ ແລະ ມີຄວາມໝາຍກວ່າທີ່ຄວນຈະເປັນ ແລະ ບົ່ງບອກເຖິງແນວຄິດຂອງເຮົາເອງ


ຄິດວ່າທັງໝົດນີ້ ກະຄືຊິມີສ່ວນໃນການປ່ຽນແປງພຶດຕິກຳບາງຢ່າງກ່ຽວກັບການໃຊ້ພາສາລາວ ບໍ່ຫຼາຍກໍໜ້ອຍ ແລະ ຫວັງວ່າ ຄົງເຂົ້າໃຈເຖິງບັນຍາກາດດີ.... ຂອບໃຈ

 

 

ຕອນ:  ພາສາແມ່


ບໍ່ແມ່ນເວົ້າເອົາເທ້          ພາສາແມ່ທີ່ເຈົ້າເຫັນ

ຂຽນພິມເປັນຄຳລາວ      ອ່ານເຂົ້າໃຈ ຄວາມໝາຍພ້ອມ

ຍອມໃຫ້ໃຜບໍ່ໄດ້            ເອົາໄປກວນຕາມໃຈເພິ່ນ

ເອີ້ນມາທາງພີ້ເດີ້            ຊິເຕືອນເຈົ້າກ່າວເປັນກອນ


ເຂົ້າປະເດັນເລີຍເດີ້               ສະຫາຍເພື່ອນຍິງແລະຊາຍ

ອາຍກັນໄປເຮັດຫຍັງ             ບອກກັນກົງໆໂລດ

ມັນບໍ່ໂພດດອກເດີ້                ເລື່ອງການພິມໃຫ້ຖືກແດ່

ພາສາແມ່ແທ້ໆ                     ຢ່າອໍ້ແອ້ເປັນຫຼີ້ນໄປ


ເພາະຄັນຖ້າວ່າແລ້ວ             ບໍ່ແມ່ນວ່າ ຂ້ອຍລ່ຳໄລ

ບອກຈາກໃຈອີ່ຫຼີ                   ເຕືອນສະຕິ ຫວັງດີເດີ້

ພິມລາວແຕ່ລະຄັ້ງ                ຕັ້ງໃຈກັບມັນແດ່

ເພາະວ່າຂ້ອຍເວົ້າແທ້            ຢ່າລໍ້ແລ້ຂ້ອຍຈິງຈັງ


ເລື່ອງມັນເປັນຈັ່ງຊີ້             ມີບາງທ່ານເລີ່ມອອກລາຍ

ໃຊ້ຄຳລາວດັດແປງ            ແຕ່ງກວນຕາມໃຈລ້ວນ

ຊວນໃຫ້ອ່ານແລ້ວເວີ້          ສະກົດຜິດໄປກັນໃຫຍ່

ສະຫຼະໃອໄມ້ມ້ວນ              ພັດໄປໃຊ້ໄອໄມ້ມາຍ


ຂ້ອຍເຂົ້າໃຈຢູ່ເດີ້                 ບໍ່ແມ່ນວ່າເວົ້າກວນຕີນ

ບາງເທື່ອມືມັນໄວ                 ຟ້າວພິມໄປເລີຍຫຼົງຊ້ຳ

ໄອໄມ້ມາຍ ໃອໄມ້ມ້ວນ       ຫຼົງກັນກະຍັງວ່າ

ຢ່າມັນຈື່ໄວ້ເດີ້                     ເທື່ອໜ້າຫັ້ນຢ່າຫຼົງ


ເຫັນຂ້ອຍເວົ້າຈັ່ງຊີ້             ເຕັມແຕ່ຄົນຊິຊັງ

ຍັງຫຍັງທີ່ຕ້ອງເສຍ             ບອກໄປເລີຍຂ້ອຍບໍ່ງໍ້

ຂໍຢ່າເຮັດແບບນີ້              ພາສາລາວພາສາແມ່

ຮຽນມາຕັ້ງແຕ່ນ້ອຍ         ຢ່າໃຫ້ມ້ອຍຜິດພ້ຽນໄປ


ຍັງມີບາງເທື່ອເດີ້              ຈັກໂຕຫຍໍຫຼືໂຕຍໍ

ສໍ ແ ລະ ຊໍ ເ ຊັ່ນກັນ        ຖືເບົາຫຼາຍກະເລີຍລຶ້ງ

ທັນໂຕໃດກົດໂຕນັ້ນ       ຢ່າມັນບໍ່ສົນເທື່ອ

ຂໍແຕ່ມັນອ່ານໄດ້             ເຈົ້າກະເວົ້າວ່າບໍ່ສົນ


ຂ້ອຍກະຜູ້ໜຶ່ງເດີ້             ໄວໜຸ່ມຂ້ອຍເຂົ້າໃຈ

ເຫັນຂ້ອຍໄບ່ເປັນກອນ     ບໍ່ແມ່ນເຖົ້າເກີນພວກເຈົ້າ

ເວົ້າເປັນກອນແບບນີ້        ມັນສະໃຈຫຼາຍກວ່າ

ບໍ່ແມ່ນວ່າຫ່າວມົ້ວ            ຕິເຈົ້າຫ່າວວ່າຂຽນ...


ຂ້ອຍຍອມຮັບວັນນີ້          ຂ້ອຍບໍ່ແມ່ນນັກກະວີ

ມີບາງເທື່ອພິມຜິດ            ຫຼົງລືມຄຳທັງບໍ່ຮູ້

ແຕ່ວ່າມີສະຕິຕັ້ງ              ກັບຄຳລາວພາສາແມ່

ພວກເຮົາລາວໂດຍແທ້     ຢ່າລືມເດີ້ຊ່ວຍໆກັນ....





ເອົາລະເດີ້   ຈົບເທົ່ານີ້ກ່ອນສະ ຍາວຫຼາຍໄປກວ່ານີ້ຄືຊິພາກັນຄ້ານອ່ານ :)  

 

 

ໃຈແທ້ກະຢາກແຕ່ງໃຫ້ຫຼາຍກວ່ານີ້ ຫັ້ນລະ..... ຢາກນອນແລ້ວ   ມີໂອກາດຊິເວົ້າຕໍ່

 

 

ເພາະວ່າ ກະອີງໃສ່ທາງອຸດົມການຂອງທາງເວັບພັນລາວ ແລະ ຄວາມຮູ້ສຶກສ່ວນໂຕແດ່ຫັ້ນລະ

 

ເພາະເຮົາ(ທັງຫຼາຍ)ມີເງື່ອນໄຂໄດ້ພິມພາສາລາວແລ້ວ ກໍຢາກໃຫ້ມີສະຕິນຳກັນຕື່ມໜ້ອຍໜຶ່ງ 

 

ກະບໍ່ແມ່ນວ່າ ອີ່ຫຍັງກະໃຫ້ຖືກໄປຫມົດດອກ ຜິດພາດເລັກໆນ້ອຍໆ ກະບໍ່ວ່າ ກັນ ພຽງແຕ່ວ່າ ບໍ່ຢາກໃຫ້ຖືກເບົາ ໃນການສະກົດຄຳເວົ້າໃນພາສາລາວ(ຂອງເຮົາເອງ)


ເຮົາເອງບາງເທື່ອກະຫຼົງພິມຜິດ ຄືກັນ ແຕ່ກະຢາກເຕື່ອນໝູ່ຄູ່ນຳກັນຫັ້ນລະ ພາສາລາວ ຄົນລາວ ກໍຕ້ອງສົ່ງເສີມ ການໃຊ້ພາສາລາວ(ທີ່ຖືກຕ້ອງ)   ແມ່ນຕວ໋າ!!!


ຝອຍຍາວລ້າໆ  ທັງໝົດທີ່ຢາກບອກ ແມ່ນ

 

ຊ່ວຍກັນຮັກພາສາລາວ ພາສາແມ່ເຮົາ ບໍ່ໃຫ້ມັນຜິດພ້ຽນໄປຫຼາຍກວ່ານີ້

 


ໂອ້ຍປະເດັນນີ້ ຍັງຍາວ ດຽວມື້ໜ້າຊິມາຕໍ່ພາກສອງເດີ້.....

ເຂົ້າໃຈນຳກັນແນ່ເດີ້  ບໍ່ແມ່ນເຮົາອວດສະຫຼາດດອກ  ພຽງຢາກໃຫ້ ມີສະຕິຊ່ວຍກັນ(ຊາດນິຍົມເດີ້ ເລື່ອງແບບນີ້ ເຮົາຕ້ອງຊ່ວຍກັນ)

 

Delicious Digg Fark Twitter