ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 24, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ຖ້າວ່າຄືນນີ້ເຈົ້ານອນບໍ່ຫລັບ, ເຈົ້າຄວນຄິດເຖິງຫລາຍຄົນຜູ້ທີ່ບໍ່ມີເຮືອນຊານ ແລະ ບໍ່ມີຕຽງນອນເພື່ອພັກຜອ່ນ.

ຖ້າວ່າເຈົ້າຮູ້ສຶກລຳບາກໃນຍາມເຮັດວຽກຢູ່ຫອ້ງການ, ເຈົ້າຄວນຄິດເຖິງຫລາຍຄົນທີ່ກຳລັງວ່າງງານບໍ່ມີວຽກເຮັດງານທຳ.

ຖ້າເຈົ້າຮູ້ສຶກຜິດຫວັງ ຍອ້ນການພົວພັນກັບຄົນທີເຈ້ົາຮັກນັບມື້ເຊື່ອມຖອຍ, ເຈົ້າຄວນຄິດເຖິງຫລາຍຄົນຜູ້ທີ່ຍັງບໍ່ທັນຮູ້ຄວາມຮັກແມ່ນແນວໃດ ?

ຖ້າເຈົ້າຮູ້ສຶກເຫງົາຍອ້ນວັນເສົາ, ວັນອາທິດຜ່ານໄປໄວ ເຈົ້າຄວນຄິດເຖິງຢູ່ບອ່ນໃດບອ່ນ1 ມີແມ່ຍິງຄົນ1ກຳລັງເຮັດວຽກຫມົດມື້ ຫມົດອາທິດ ເພື່ອຈະໄດ້ເງິນພຽງເລັກໜອ້ຍລຽ້ງຄອບຄົວຂອງຕົນ.

ຖ້າວ່າລົດຂອງເຈົ້າເພ ແລະ ຕອ້ງຍ່າງຫລາຍໆກິໂລແມັດ, ເຈົ້າຄວນຄິດເຖິງຫລາຍໆຄົນຜູ້ທີເປັນຄົນພິການຕະຫລອດຊີວິດບໍ່ສາມາດຍ່າງໄປໄດ້ຄືກັນກັບເຈົ້າ.

ຖ້າວ່າເຈົ້າຖືກປາລາໄຊ, ເຈົ້າຄວນຕັ້ງຄຳຖາມຕໍ່ຕົນເອງວ່າ: ຊີວິດນີ້ຍັງມີຄວາມໝາຍຢູ່ເພື່ອຫຍັງ ? ຈຸດປະສົງຂອງເຮົາແມ່ນຫັຍງ ?ເຈົ້າຄວນຮູ້ຫລາຍຄົນຜູ້ທີບໍ່ສາມາດຢູ່ດົນໄດ້ເພື່ອມີໂອກາດຕັ້ງຄຳຖາມຄືເຈົ້າ.

Delicious Digg Fark Twitter