ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 18, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕໍ່ຈາກໄດອາຣີສະບັບກ່ອນເດີ ທີວ່າ ພັດທະນາການຂອງຄວາມຮັກ

ແຕ່ໃນຕອນນີ້ເຮົາຈະມາເວົ້າກຽ່ວກັນຄວາມຮັກຂອງຍີງໜື່ງຊາຍສອງ ກະຄືກັບວ່າຍີງຮັກຫຼາຍຄົນຫັ້ນນາ ເອົາມາເຂົ້າເນື້ອເລື່ອງກັນເລີຍ ເລື່ອງມີຢູ່ວ່າ

ມີຊາຍຄົນໜື່ງແອບຮັກຍີ່ງອີກຄົນໜື່ງໂດຍບໍ່ຮູ້ວ່າເຂົາມີແຟນຢູ່ແລ້ວ ລາວກະໃຊ້ທຸກວິທີ່ທາງທີ່ຈະເຮັດໃຫ້ຍີ່ງຄົນນັ້ນສົນໃຈ ບໍ່ວ່າຈະເປັນການລົມໂທລະສັບ ການຊວນໄປກີນເຂົ້າເບີ່ງໜັງຕ່າງໆສາລະພັດ.... ມີມື້ໜື່ງເປັນມື້ທີ່ຄົນທົ່ວໂລກແບ່ງປັນຄວາມຮັກໃຫ້ເຊີ່ງກັນແລະກັນ ນັ້ນກະຄືວັນວາເລນໄທນ໌ ຊາຍຄົນນັ້ນໄດ້ຊື້ດອກໄມ້ໃຫ້ຍີ່ງຄົນທີ່ລາວຕາມຈີບນີ້ແລ້ວ ດ້ວຍການໃຊ້ຄຳຫວານໆໆ ແສນຈະໂລເມັນຕິກ ບອກໃຫ້ຍີ່ງຮັບຮູ້ວ່າຕົນເອງຮັກເຂົາ ພ້ອມທັງໃຊ້ເປັນຄຳກອນ ທັງສຽງເພງ ຈົນເຮັດໃຫ້ນາງຄັງໄຄ້ຫຼົງໄຫຼ ແລ້ວສຸດທ້າຍນາງກະຕອບຮັກລາວທັງໆໆທີຮູ້ຢູ່ວ່າຕົນເອງມີແຟນແລ້ວ ແລະຍັງບໍ່ບອກເຂົາອີກວ່າຕົນເອງມີແຟນ (ປັນຈັງໃດຖ້າລຸ້ນຢູ່ແມ່ນບໍ່ເອົາລະບໍ່ເວົ້າຍາວໄປອ່ານກັນຕໍ່ເລີຍ) ຕໍ່ມາຍີ່ງຄົນນັ້ນໄດ້ຢູ່ກັບໝູ່ຂອງລາວ ແລ້ວ ເຂົາກະແຊວກັນຕາມພາສາໝູ່ໆໆ ບາງ ນາງເປັນຄົນມີສະເໜ່ມີຄົນມາຮັກຫຼາຍ ບາງກະວ່ານາງງາມເລືອກໄດ້ ບາງກະວ່ານາງເຮັດແບບນີ້ແລ້ວແຟນເດຈະຮູ້ສຶກແນວໃດ ແຕ່ນາງຕອບວ່າ ເຮົາກະຄົບໄປຊື່ໆໆ ຄົບໄປແບບຫົວໆໆຊື່ໆໆ  ແລ້ວເລື່ອງທີ່ນາງຄິດມັນບໍ່ເປັນທີ່ນາງຄິດ ມີໝູ່ຂອງນາງອີກຄົນໜື່ງຢ່າງມາບອກນາງວ່າ ແຟນຂອງໂຕຝາກເຮົາມາບອກວ່າເຮົາເລີກກັນເນາະ ເຮົາບໍ່ມັກຄົນຫຼາຍໃຈ ພໍ່ນາງໄດ້ຍິນນາງກະຮ້ອງໄຫ້ຄັບທີບ ແຕ່ເຫດບັງເອີນ ຊາຍທີ່ຂໍນາງເປັນແຟນໃຫມ່ນັ້ນພັດມາພໍ້ເຫັນແທ່ນທີ່ຈະປອບໃຈ ຍີ່ງເວົ້າໄປຕື່ມອີກວ່າຂ້ອຍກັບເຈົ້າເລີກກັນເນາະ ເພາະຂ້ອຍບໍ່ມັກຄົນຂີ້ຕົວະແລ້ວກະຍ່າງໜີ ນາງເສຍໃຈແຮງ ທັງຮ້ອງໄຫ້ທັງຄິດກິນແໜງທີ່ຕົວເອງຈັບປາສອງມືແຕ່ສຸດທ້າຍບໍ່ໄດ້ຈັກໂຕເລີຍ....... ນາງເສຍໃຈແຮງຈົນຄິດຈະຂ້າຕົວຕາຍແຕ່ກະມີໝູ່ຊ່ວຍ ອ່ານແລ້ວຫ້າມໄຫ້ເດີ     ພໍ່ເທົ່ານີ້ກ່ອນເນາະ ແລ້ວຖ້າກຽມອ່ານໃນສະບັບຕໍ່ໄປວ່ານາງຈະເຮັດແບບໃດແລະເປັນໄປແນວໃດ  ສະບັບໜ້າມີຮາາາາາາາ

Delicious Digg Fark Twitter