ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ນີ້ແມ່ນກວານຂອງໄມ່ຕ້າວ  ເປັນກອນເລົ່າແບບເລື່ອງ ເປັນເລື່ອງມີແຕ່ບໍ່ມີຄວາມ  ເຂົ້າເລື່ອງເລີຍເນາະ

ພ້າບໍ່ມີມີດ   ຂູດຂີດເຫຼົາປືນ   ໄຟບໍ່ມີຟືນ  ລົ່ນປືນແລະໜ້າ  ແກ້ສົ້ງຜ້າເອົາພ້າເນັບແອວ

ເບັດຊື່ຕື້ງຄືຫາງໝາງໍ   ຜ້າກ້ອມນ້ອຍຄືກ່ຽວຫາງໄກ່  ຈັບໜ້າໄປເຂົ້າປ່າເລາະນ້ຳ

ຍ່າງຂື້ນຫ້ວຍນ້ຳຕຳເອັນນ່ອງ  ຍ່າງລ່ອງຫ້ວຍນ້ຳຕຳຫົວເຂົ່າ ຍີ່ງຢູ່ບ່ອນເກົ່າກະຍີ່ງໄປ

ເຫັນນົກອ້ຽງກີນໝາກໂພໄຊ  ແຊ່ວໆສຽງແຕ່ບໍ່ມີໂຕຮ້ອງ

ໂຕຈັບງ່າທາງກ້ອງກົ້ມຫົວກີນໝາກຢູ່ງ່າທາງເທີ່ງ ໂຕຈັບງ່າທາງເທີງແງນຄໍກີນໝາກງ່າທາງລູ່ມ

ພໍທ້າວເຫັນກະຈັບໜ້າສາຍຂາດມາກົ່ງຍີ່ງກົ່ງຍີ່ງ

ແນ່ໃສ່ກົ້ນພັດຖືກບວງຕາ ຕົກລົງມາຮ້ອງອີ່ອ້ຽງອີ່ອ້ຽງ

ຕົກໃສ່ນ້ຳສຽງດັງສະລາວ  ຕົກໃສ່ປ່າຫຍ້າຄາສຽງດັງຈູມ

ທ້າວຈະເຂົ້າໄປເອົາ  ນົກພັດແລ່ນເຂົ້າຮູ່ປູ  ບາດໄປເບີ່ງພັດແມ່ນຮູ່ຂຽດ

ທ້າວເອົາອິຫຍັງແຍ່ກະບໍ່ເຖີງ  ໄປຕັດເອົາຫວາຍຢູ່ໃນປ່າ20ວາ ມາແຍ່ກະບໍ່ເຖີງ

ຈື່ງຕັດສີນໃຈ ເອົາພ້າທີເນັບແອວມາແຍ່  ໄດ້ຍີນສຽງດັງຄອດແຄດຄອດແຄດ

ທາ້ວເວົ້າບໍ່ແມ່ນແຮດກະແມ່ນກະທີ່ງ  ທ້າວເລີຍເອົາສົ້ນຕີນອັດໄວ້

ແລ້ວແລ່ນໄປຫາຍືມສຽມມາຂຸດ  ພໍໄປຮອດບ້ານຮ້າງ ກະໄດ້ຍີນສຽງໄກ່ຮ້ອງດັ່ງຝົດສະໜັນ

ຍ່າງລຽບເຮືອນທາງນອກ  ຊອກເຂົ້າຝາເຮືອນທາງໃນ  ເຫັນອ້າຍຊຽງຊິກໃຫມ່

ນອນຫຼັບແຕ່ບໍ່ຫຼັບຕາ  ແລ້ວດືງຕັ້ງເກົ້າອ້າຍຊຽງຊິກໃຫມ່ຂື້ນມາແລ້ວເວົ້າວ່າ

ອ້າຍຊຽງອ້າຍຊຽງເຈົ້າຊິກເມື່ອໃດ ອ້າຍຊຽງຕອບຂ້ອຍຊິກມື້ອື່ນ

ອ້າຍຊຽງຂ້ອຍຂໍຍືມສຽມເຈົ້າແດ່  ສຽມມີແຕ່ດ້າມບໍ່ມີມາກ  ຢູຂາກພື້ນເຮືອນ

ທ້າວໄດ້ສຽມກະຝ້າວກັບໄປ  ແລ້ວຖອດສົ້ນຕີນອອກ  ພ້ອມທັງຂຸດ

ພໍຂຸດໄປກະເຫັນ ໝູລອງເຕາະ  ອອກລູກ9ໂຕ

ຕີຕາຍ6ໂຕ ແລ່ນໜີ3ໂຕ ໄດ້ກັບໄປເຮືອນ 12ໂຕ

ເອົາໃຫ້ເມຍແຕ່ງກິນ  ເຮັດແກງສົ້ມພັດໃສນ້ຳຕານ ເຮັດແກງຫວານພັດໃສ່ໝາກສົ້ມຜ່ອງ

ຜູ້ມັກກີນໝົດຖ້ວຍດຽວ ຜູ້ບໍ່ມັກກີນໝົດ7ຖ້ວຍ ກີນອີ່ມແລ້ວຮູ້ສຶກວ່າເຈັບທ້ອງ

ຂີ້ກະເດັນອອກ3ວາກັບ7ແຫ່ງ ໄມ້ແກ້ງອີກ7ກຳ  ຫາຢາປົວຢູ່ໃສກະບໍ່ໄດ້

ເລີຍແຕ່ງທູບທຽນດອກໄມ້ໃສ່ໜ້າຕັ່ງໄປຂໍນຳຍ່າພໍ່ຢູ່ວັດ

ຍ່າພໍ່ວ່າຢາດີກະມີຢູ່ດອກ   ມັນມີ ໝາກຫຳຫອຍ  ໝອຍຄັນຄາກ ຮາກຂັ້ນເສົ້າ ແລະກະເກົ້າຜົມອ້າຍຈົວ

ໄດຢາສີ່ເມັດນີ້ພະຍາດອິຫຍັງກະຫາຍດີ   ຈົບເທົ່ານີ້

ທຸກໆຄໍ່າເວົ້າເຖີງຈະບໍ່ມີຄວາມຈີ່ງແຕ່ກະມີຄວາມໝາຍ  ຈະເແປໃຫ້ຟັງຕອນໜື່ງເດີ

ຜູ້ມັກກີນໝົດຖ້ວຍດຽວ ຜູ້ບໍ່ມັກກີນໝົດ7ຖ້ວຍ  ໝາຍເຖີງ ຢາກໄດ້ຫຼາຍໄດກີນທໍ່ກ້ອຍຢາກໄດ້ນ້ອຍໄດ້ກີນທໍ່ໂປ້ມື

ແລະ ຢາດີສີ່ເມັດ ໝາກຫຳຫອຍ  ໝອຍຄັນຄາກ ຮາກຂັ້ນເສົ້າ ແລະກະເກົ້າຜົມອ້າຍຈົວ  ນັ້ນໝາຍເຖີງ

ຄວາມພະຍາຍາມ ຄວາມດຸໝັ່ນ  ປະຍັດ  ແລະ  ອົດທົນ

ຂຽນແປອອກພາສາລາວບໍ່ຄ່ອງປານໃດ  ຄັນແມ່ນພາສາທ້ອງຖີ່ນເກາະກ່າຍກັນດີຂະໜາດໄດນິ

 

Delicious Digg Fark Twitter