ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

 ປ້າສີໄດ້ໄປຂໍເລກນຳນາງທຽມອົງໜື່ງທີ່ບອກເລກເດັດຕະຫຼອດ

ປ້າສີ: ພໍ່ຄຳແດງເອີຍຂະນ້ອຍນີ້ກະທຸກຍາກຫຼາຍ ຜົວກະບໍ່ມີ ຂໍໃຫ້ທ່ານຈົ່ງໂພດຂະນ້ອຍແດ່ທ້ອນ

ນາງທຽມ: ຊັ້ນຂ້ອຍຈະບອກເລກເຈົ້າເດີງວດນີ້   ແລະຈະເປັນງວດສຸດທ້າຍທີ່ຈະບອກເລກໃຫ້ເຈົ້າ

ປ້າສີ: ຊັ້ນແມ່ນເລກຫຍັງລະ

ນາງທຽມ: ເລກທີ່ຈະອອກງວດນີ້ແມ່ນຢູ່ກ້ອງເສົາເຮືອນເຈົ້າເດີ ກັບໄປຊອກເອົາ

ຈາກນັ້ນປ້າສີກະກັບໄປເຮືອນແລ້ວໄປຊອກເລກຢູ່ກ້ອງເສົາເຮືອນ ແຕ່ບໍເຫັນເລກຫຍັງ ເຫັນແຕ່ໝາໂຕດຽວນອນຢູ່ຫັ້ນ ປ້າສີກະຊື້ເລກໝາໝົດຫຼາຍພໍສົມຄວນ ແຕ່ເລກທີອອກມາບໍ່ແມ່ນເລກໝາ ປ້າສີເລີຍກັບໄປຫານາງທຽມອີກ

ປ້າສີ: ພໍ່ຄຳແດງຈັງແມ່ນຕົວະໃຫ້ຜູ້ຂ້ານີ້ທຸກລົງຕື່ມອີກເນາະ ບອກເລກກະບໍ່ຖືກ

ນາງທຽມ: ຊັ້ນເລກອອກຫຍັງລະ

ປ້າສີ: 92 ຂະນ້ອຍ

ນາງທຽມ: (ຫົວຂື້ນ55555)  ເກົ້າສອງ   ກ້ອງເສົາ ກະຖືກແລ້ວເດ ເຈົ້າຫາກບໍ່ຊ່າງຊື້ເອງ ໂທດຂ້ອຍບໍ່ໄດ້ເດີ 

555555555555  ເດັດອິຫຼີ່ 555555555555555555555

Delicious Digg Fark Twitter