ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ຊາຍ

.........ຄັນວ່າອ້າຍໄດ້ເຈົ້າ......................ບໍ່ໄຫ້ວ່າອິຫຍັງກະຂໍເປັນ

ບໍ່ເຫັນເຫັນເລີຍຄວາມທຸກ...................ທີ່ຈະດວນເຖີງນວນແກ້ວ

ຈະບໍ່ໄລລາແລ້ວ..................................ປະຖີ້ມເຈົ້າໄປເປັນອື່ນ

ເດືອນຍັງຫງາຍກາງຄືນ.......................ອ້າຍບໍ່ແປຜັນປີ້ນຄືດ້າມດັ່ງກັນ.....ແທ້ນາ

..........ແມ່ນ້ຳຂອງບໍ່ກັ້ນ......................ກາຍເປັນບວກຄວາຍນອນ

ວຽງຈັນເປັນດົງດອນ............................ບ່ອນຂວຍຈີ່ນາຍໂມ້

ໜອງສະໂນບໍ່ທັນເສົ້າ...........................ເມືອງເຮົາຍັງມີເຈົ້າຄອງນັ່ງ

ລາດສະວັງບໍ່ເປັນປ່າໄມ້ປ້ອງ..................ບໍ່ວ່າງນ້ອງໃຫ້ແກ່ໃຜ

ໄກ່ບໍ່ເຂ່ຍໄປທາງໜ້າ............................ມ້າບໍ່ປົ່ງເປັນເຂົາ

ໝາກກະເລົາບໍ່ຫູ້ມກົ້ນ.........................ຄົນບໍ່ຍ່າງຄືໝູ

ພູບໍ່ເປັນດີນພຽງ..................................ອ້າຍບໍ່ລືມພະນາງໄດ້

ໄໝບໍ່ກາຍເປັນຝ້າຍ............................ຫາກວ່າຊາຍບໍ່ຕາຍບໍ່ວ່າງນ້ອງເປັນອື່ນ

ເດືອນຍັງຫງາຍກາງຄືນ........................ອ້າຍບໍ່ແປຜັນປີ້ນຄືນດ້າມດັງກັນ....ແທ້ແລ້ວ

......ຄັນວ່ານາງເປັນມັນ........................ໂຕອ້າຍກໍ່ຈະເປັນຊຽງໝ້ຽງ

ຈອບກົ່ນເອົາມັນມາໝົກ.....................ນາງເປັນກົກຈະເປັນປາຍ

ໄຕ່ຕາມໄປນຳກົ້ນ................................ຈະນຳວົນນຳກ້ຽວນຳທ່ຽວນຳແວ່

ນຳລຳນຳແລ່ຕໍ່ແລແຍ່ຂ້າງ...................ຄືຊ້າງຄ້ຽວຫຍ້ຳບົງ..ຕວາລະນາ

ຍີງ

........ເຊົາເຊົາທ້ອນ............................ຢ່າເອົາຄຳຫວານມາເວົ້າອ່ອຍ

ຫວານເປັນບັ້ງນ້ຳອ້ອຍ.......................ຂ້ອຍຢ້ານໃຈສົ້ມດັ່ງໝົດແດງ

ຂ້ອຍບໍ່ເຊື່ອເຈົ້າແລ້ວ.........................ແນວຜູ້ຊາຍເວົ້າງາຍ

ຮັກຢູ່ປາຍປາກລີ້ນ.............................ຂ້ອຍຢ້ານໃຈເຈົ້າບໍ່ອວຍນຳ...ແມ່ນບໍ່

.........ຄົນໂບຮານເພີ່ນແຮງເວົ້າ...........ວ່າສັດຈະຜູ້ຊາຍນີ້ຄືກັບກວຍກະຕ່າຮ້າງ

ແມ່ນໂຍນຖີ້ໃສນ້ຳ..............................ນ້ຳໄຫຼເຂົ້າທຸກຕາ

ບໍ່ຄືສັດຈະແມ່ຍີງນີ້..............................ຄືກັບຫີນນັບໝື່ນ

ເຖີງຈະໂຍນໃສ່ນ້ຳ................................ກໍຈົມມີ້ງແມ່ນບໍ່ຟູ

ຜູ້ໃດຈຫຼຽວເຫັນໄສ້..............................ນໍຫົວໃຈນົກຂີ້ຖີ່

ລາງເທື່ອຝັງແກ້ວໄວ້............................ໃນຫັ້ນຕັ້ງໝື່ນດວງ....ຊິຮູ້ບໍ່

ຊາຍ

.........ເວົ້າແນວໃດກໍ່ຄືແລ້ວ..................ແນວຄົນບໍ່ມັກບໍ່ຮັກກັນ

ຄິດຢາກອາຍຮ້າຍ................................ໃຈຊາຍແມ່ນຄິດແນວໃດ

ວ່າຜູ້ສາວຮັກເຈົ້ຂອງ...........................ຈື່ງຕັ້ງໜ້າຂ້າມຂອງມາ

ບາດວ່າຂ້າມມາແລ້ວ...........................ເຂົາປ່ອຍໃຫ້ລອຍລົມ

ຊິໃຫ້ງົມນ້ຳໜອງ.................................ແມ່ນ້ຳລຳຄອງມັນແສນກ້ວາງ

ນາງເອີຍຈັງແມ່ນຕົວະໃຫ້ອ້າຍ..............ພ່າຍເຮືອຄືນົກເຈົ່າ

ຟ້ານມືດເສົ້າຝົນບໍ່ຍ້ອຍ.......................ນ້ຳຕາອ້າຍໄຫຼລົງ....ນໍຫຼ້າ

ຮື້ໆໆໆ..........ເສົ້າແລ້ວແມ່ນບໍ່.... ຕິດຕາມຕອນຕໍ່ໄປເດີວ່າມັນຈະເປັນແນວໃດ 

Delicious Digg Fark Twitter