ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

       ກຸບເລືອດ ເອ (A)

ເປັນຄົນທີ່ລະບຽບໃນຊີວິດ ມີຄວາມຄິດເປັນລະບົບຄືລິ້ນຊັກ ມີຄວາມຮັບຜິດຊອບສູງ ແລະ ມັກຄິດ ວ່າເລື່ອງຂອງຄົນອື່ນ ຄືວຽກຂອງຕົນເອງ ທີ່ສຳຄັນຕິດຫລົງຕົນເອງໜ້ອຍນຶ່ງພໍນ່າຮັກ.

ນິໃນການເງິນຄົນເລືອດກຸບເອ ເປັນກຸບທີເກັບເງິນໄດ້ເກັ່ງ ມີເງິນເຫລືອເລັກໆນ້ອຍໆກາເອົາເຂົ້າ ບັນຊີ ແຕ່ທະວ່າພໍຮອດຄາວທີ່ຈະຕ້ອງໃຊ້ກາມັກຈະເທອອກມາໝົດໜ້າຕັກໂລດ ຈົນບໍ່ເຫລືອໃນກະເປົ່າ ທີ່ສຳຄັນຄົນເລືອດກຸບເອນີ້ມັກເຊື່ອວ່າຕົນເອງນັ້ນຮູ້ໂຕດີວ່າກຳລັງເຮັດຫຍັງຢູ່ແຕ່ບາງເທື່ອ ທິຖິມານະຄວນເອົາໄປໃຊ້ໃຫ້ຖູກທາງ ນອກຈາກນັ້ນເວລາໄປ ຊ໊ອບປິ້ງ ຄົນເລືອດກຸບເອຈະມີລົດສະນິ ຍົມສູງ ແລະ ມັກຂອງແບຣນເນມ ແຕ່ພໍເປີດຕູ້ເຄື່ອງເບິ່ງແລ້ວ ມັກຈະມີຈະເສື້ອຜ້າທີຄ້າຍໆ ກັນໝົດ.

     - ກຸບເລືອດ ບີ (B)

ຍິງໃສຫົວໃຈສິນລະປິນ ຍິງຄົນນີ້ໃຊ້ອາລົມເໜືອເຫດຜົນທັງປວງ ກະທັ້ງວ່າຈະໄປຫຼິ້ນກັນດິບດີ ແລ້ວ ລາວກາອາດຈະບໍ່ໄປຊະງັ້ນ ສ່ວນຂໍ້ດີຂອງຍິງຄົນຄື ການເປັນນັກສ້າງສັນທີ່ຫາໂຕຈັບໄດ້ຍາກ ແລະ ເວົ້າຕົງຈົນໃຜໆກາຢ້ານ

ນິໃສການເງິນຄົນກຸບເລືອດບີ ເນື່ອງຈາກຍິງຄົນນີ້ໃຊ້ອາລົມໃນການຕັດສິນໃຈ ບາງຄັ້ງກາປະຫຍັດຈົນ ໄສ້ກິ່ວ ແຕ່ບາງຄັ້ງກາຊື້ຂອງຫຼູຫຼາ ໄດ້ຢ່າງບໍ່ເສຍດາຍເງິນ ເພາະວ່າຢາກໄດ້ເທົ່ານັ້ນເອງ ແລະບາງ ເທື່ອເລື່ອງຜິດພາດທາງການເງິນງ່າຍໆ ປະເພດເສຍນ້ອຍເສຍຫຼາຍ ເສຍງ່າຍ ເປັນປະຈຳ ສ່ວນໃຫຍ່ຈະເກັບ ເງິນໄດ້ດີ ຍາມທີ່ມີກົດຂໍ້ບັງຄັບ ເຊັ່ນ ຝາກປະຈຳ ຫຼິ້ນຫວຍ.

      - ກຸບເລືອດໂອ  (O)

ຍິງຄົນນີ້ມີໝູ່ຫຼາຍ ມີຄວາມຍືດຫຍຸ່ນສູງລວມກັບຄວາມໂລເລ ເດບາງຄັ້ງ ຄ່ອນຂ້າງຈະຖະໝອມນ້ຳໃຈ ຄົນອື່ນໆ ຫຼາຍກວ່າທີ່ຈະກ່າວໄປຕົງໆ ແຕ່ເມື່ອລະເບີດລົງແລ້ວໃຜໆກໍ່ຫ້າມບໍ່ຢູ່

ນິໃສ ການເງິນຄົນກຸບເລືອດໂອ ແມ່ນບໍ່ມີຫຍັງໂຜງຜາງອອກຈະເປັນຄົນເລື່ອຍໆຫຼາຍກວ່າ ດັງນັ້ນ ເລື່ອງການເງິນຈະຄ່ອນຂ້າງມີລະບຽບວິໃນກວ່າຄົນກຸບເລືອດອື່ນໆ ແຕ່ມັກໄປເສຍເງິນເລື່ອງເລັກໆ ນ້ອຍໆ  ເຊັ່ນ ໜັງສືກາຕູນ ກະເປົ່າໃບນ້ອຍ ຫຼື ແມ້ແຕ່ຈິບໜີບຜົມ ທີ່ສຳຄັນຄົນກຸບເລືອດນີ້ ມັກມີເງິນແອບເກັບມ້ຽນກ້ອນໃຫຍ່ໄວ້ສະເໜີຈິ່ງມັກບໍ່ຄ່ອຍມີປັນຫາເລື່ອງເງິນທອງ

     - ກຸບເລືອ ເອ ບີ (AB)

ເປັນຍິງທີ່ຄິດອີ່ຫຍັງບໍ່ຄືໃຜ ມັກເອົາຕົນເອງໄປຜູກພັນກັບຄວາມຮູ້ສຶກ ຂອງຄົນອື່ນ ແຕ່ມັກ ສ້າງເກາະກຳບັງຕົວເອງບໍ່ມັກເປີດໃຈໃຫ້ແກ່ໃຜ ເຮັດໃຫ້ລາວເປັນຄົນທີ່ມີ ໝູ່ໜ້ອຍ

ນິໃສການເງິນຄົນກຸບເລືອດ ເອບີ ດ້ວຍລັກສະນະນິໃສທີ່ເປັນຄົນທີຄິດຫຼາຍ ເວລາໃຜມາຊວນເຮັດປະກັນ ຊີວິດຫຼືກອງທຸນຕ່າງໆ ມັກຈະປະຕິເສດຫລືບໍໃຫ້ຄຳຕອບ ແຖມຄວາມຄິດຫຼາຍນັ້ນ ບໍ່ຄ່ອຍອອກມາ ເປັນຮູບປະທຳປານໃດ ມັກຄິດແລ້ວກໍຫລົງລືມໄປ ປ່ອຍໃຫ້ເປັນປັນຫາຄາລາຄາຊັງຢູ່ຫັນແລະ ແຕ່ຄົນ ກຸບເລືອດນີ້ ບາງຄົນກາເປັນສຸດຍອດໃນການໝຸນເງິນທີ່ຫາໂຕຈັບຍາກ

   ຈາກ teenee.com

Delicious Digg Fark Twitter