ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ສະຖິຕິ
ປະເພດ:ສະມາຊິກທົ່ວໄປ
ເຄືອຂ່າຍ:Default
ຄົນຜູ້ນີ້ຄື:ພົນລະເມືອງພັນລາວ
ຄົນອ່ານ:590 ຄັ້ງທີ່ມີຄົນອ່ານ
ໝູ່:7 ຄົນ
ອັບເດດ:15 ປີກ່ອນ
ເຂົ້າຮ່ວມເມື່ອ:ກ.ລ.. 6, 2008
ຊັບສົມບັດ
ອັນດັບ: ຍັງບໍ່ມີອັນດັບ
ຖານະຂອງຂ້ອຍ: ຄົນຕາດຳ ໆ
ເງິນທີ່ຫາມາໄດ້: 0 ພັນລາວ.
ໂປຣໄຟລ໌
ໝູ່
ຄຳເຫັນ
 
ຂໍ້ມູນສ່ວນຕົວ
ຊື່:
ຊື່ຫຼິ້ນ:
ບັກຫຳນ້ອຍ
ເພດ:
ບ້ານ:
ບ້ານດ່ານຄຳ
ເມືອງ:
ແຂວງ:
ປະເທດ:
ສ່ວນສູງ:
ນ້ຳໜັກ:
ແນະນຳຕົວເອງ:

ກຳລັງຫາເມັຍມາລ້ຽງຢູ່
ຂໍ້ມູນອື່ນ ໆ
ສະຖານະ:
ຄວາມສາມາດພິເສດ:
ຫາວຽກຢູ່
ທັກສະຄອມຯ:
ອາຊີບ:
ຮູ້ຈັກພັນລາວຈາກ?:
ອ້າຍ
ຄວາມສົນໃຈ
ເປົ້າຫມາຍຂອງຊີວິດ:
ເບິ່ງຫາຍັງບໍ່ພົບເທື່ອ
ຄະຕິປະຈຳໃຈ:
ແດ່ນ້ອງນັກຮຽນ
* ມື້ນີ້ ຄິດໄຄ່ແຕ້ມ ສຳນວນວາດບົດກະວີ
ເປັນຄຳ ກອນວອນເຖິງ ນ້ອງນັກຮຽນຊາວເຊື້ອ
ທີ່ກຳລັງທົນສູ້ ການສຶກສາແຕ່ລະແຫ່ງ
ແຂ່ງຂັນເດີພວກນ້ອງ ເພື່ອເຖິງເປົ້າບ່ອນຫມາຍ
* ພັກ-ລັດ ເພິ່ນຮຽກຮ້ອງ ຂອດຫນຶ່ງໃນແຜນງານ
ເອີ້ນວ່າ ການສຶກສາ ໃຫ້ດຸ່ງເດີນບໍ່ຢຸດຢັ້ງ
ເພື່ອນຳເອົາຄວາມຮູ້ ວິຊາຮຽນທຸກຢ່າງ
ສ້າງສາເມືອງມິ່ງບ້ານ ສາທານີ້ຮຸ່ງຈະເລີນ
* ປະເທດຊາດຍິ່ງຮຽກເອີ້ນ ນ້ອຍຫນຸ່ມເຍົາວະຊົນ ລາວນີ້
ໃຫ້ອົດທົນພຽນສຶກສາ ສືບຕໍ່ໄປເລີງເລື້ອຍ
ຢ່າໄດ້ເມົາເຟືອຍຂ້ອງ ຫລືເສເພເລາະທ່ຽວ
ຕັ້ງໃຈຄິດຄົ້ນຄວ້າ ຫາຄວາມຮູ້ໃສ່ຕົນ
* ຕາມທີ່ເຫັນພົບພໍ້ ເວົ້າສະເພາະບາງບຸກຄົນ
ອອກເຮືອນໄປໂຮງຮຽນ ແຕ່ເຈີດເລີຍໄປຫລິ້ນ
ນັ່ງຊຸມແຊວເລີຍຈ້ອຍ ບໍ່ສົນໃຈຮຽນຮ່ຳ
ຍາມຄ່ຳກັບຕ່າວໂຄ້ງ ມາເຖິງບ້ານພໍ່ແມ່ຊົມ
* ຄິດວ່າ ລູກອ່ອນຫລ້າ ກັບມາແຕ່ໂຮງຮຽນ
ພໍ່ແມ່ ພຽນແພງຮັກ ດັ່ງຫນ່ວຍຕາສອງເບື້ອງ
ຫວັງເພິ່ງ ບຸດຕີນ້ອຍ ພາຍລຸນຊິເຕີບໃຫຍ່
ຮອດຍາມເຖົ້າແກ່ແລ້ວ ພໍໄດ້ຊວັນຊ່ວຍຊູ
* ຄວາມຫວັງສິ່ງເຫລົ່ານັ້ນ ນ້ອງນຸ່ງນັກຮຽນເຮົາ
ຈົ່ງໃຊ້ໃຈຕຶກຕອງ ເພື່ອຮ່ຳຮຽນໃຫ້ເດີນກ້າວ
ປະສາ ສ່ວນຄວາມເມົາມົວຫລິ້ນ ໄປໂຮງຮຽນພັດໄປທ່ຽວ
ຕັ້ງໃຈ ຮຽນຄົ້ນຄວ້າ ພາຍຊ້ອຍຊິຮຸ່ງເຮືອງ ນ້ອງເອີຍ! ສີຈັນ ແກ້ວທອງວັນ
ເຕືອນໃຈໄວໜຸ່ມ
* ຊາວຫນຸ່ມລາວ ກ້າວຫນ້າ ຜ່ານຜ່າອຸປະສັກ
ຫນັກ ຫລື ເບົາ ບໍ່ເຄີຍຖອຍ ໂຍບຍອມຈຳນົນແພ້
ທຸກບັນຫາ ອາສາສູ້ ບຸກບືນບໍ່ຫວາດຫວັ່ນ
ທັງຂະຫຍັນ ຫມັ່ນພ້ອມ ປະສານຕ້ອມຮ່ວມໃຈ
* ທ່ານໄກສອນ ກ່າວໄວ້ ປະກາດຊື່ຂະຫນານນາມ
ຊາວຫນຸ່ມ ປຽບດັ່ງສັງສິນໄຊ ຍຸກສະໄຫມເມືອງບ້ານ
ຕົບຕ່ອຍ ຕີຕາມຕ້ານ ກຸມພັນໂຕຍັກໃຫຍ່
ນຳເອົາ ສຸມົນທາແກ່ນໄທ້ ຄືນໂຄ້ງຕ່າວນະຄອນ
* ອັນຫນຶ່ງ ຊາວຫນຸ່ມລາວປຽບໄດ້ ນາມຊື່ "ນົກອິນຊີ" ພຸ້ນແລ້ວ
ພືປີກກາງເວຫາ ບໍ່ຫວັ່ນກົວລົມຕ້ອງ
ບິນເບີ່ນເຫາະເຫີນຟ້າ ສາຍລົມແດງຕຳຕ່ອຍ
ສາຍຝົນ ເທທັ່ງຍ້ອຍ ບໍ່ກົວຢ້ານຫມູ່ມານ
* ດຽວນີ້ ຊາວຫນຸ່ມທຸກກຸ່ມບ້ານ ປະກອບສ່ວນມະຫາສານ
ເດີນຕາມທວນໄຟພັກ ລັດຖະບານເຍືອງຊີ້
ເພື່ອສັກສີເມືອງບ້ານ ອຸດົມການຈົດຈໍ່
ບໍ່ຟັງຄຳຫລອກລໍ້ ສັດຕູຮ້າຍລ່າຍລວງ ແທ້ນາ
* ຊົມເຊີຍ ໄວຫນຸ່ມຊຸມກ້າວຫນ້າ ສຶກສາຮ່ຳຮຽນສິນ
ບໍ່ດື່ມກິນ ຟຸມເຟືອຍ ເອື່ອຍອີງຊິງປຸ້ນ
ຮູ້ບຸນຄຸນ ຄອງຄ້ຳ ສິນທຳທານທົງທອດ
ຈິດໃຈຂາວປອດແຈ້ງ ແພງຕຸ້ມເຜົ່າຕະກຸນ ລາວນາ
* ຕຳຫນິ ໄວຫນຸ່ມຊຸມກຸ່ມແກ້ງ ແຊງຊ່ວງກວນເມືອງ
ຂີ່ລົດ ເປັນພຶງແພ ແຫ່ຖະຫນົນເຕັມຕຶ້ງ
ບາງພ່ອງ ຊິງແຊງປຸ້ນ ດຶງກະເປົາຂະໂມຍລອບ
ຝືນຝ່າ ກົດລະບຽບບ້ານ ເປັນມານຮ້າຍກຸ່ມໂຈນ
* ບາງພ່ອງ ເຂົ້າຮ້ານເຫລົ້າ ກິນດື່ມມຶນເມົາ
ເດິກດື່ນ ຜິດຖຽງກັນ ຕ່ອຍຕີຕົບປ້ຳ
ໃຜບໍ່ຍິນຍອມແພ້ ໂວຍວາຍອາລະວາດ
ຈົນວ່າເຈັບປວດຊ້ຳ ກຳຮ້າຍຊິໄລ່ຕາມ ເຈົ້າແລ້ວ
* ເປັນຫ່ວງ ຮຽມຈິ່ງຂຽນຂີດແຕ້ມ ແຊມສອດກະວີສອນ
ບັນຍາຍເປັນບົດກອນ ກ່າວເຕືອນຊຸມນ້ອງ
ເພື່ອເປັນແສງທຽນໃຕ້ ເປັນແສງໄຟເຍືອງສ່ອງ
ເດີນຕາມຄອງພໍ່ແມ່ເວົ້າ ຕົວເຈົ້າຊິພ່ອງໃສ ແທ້ແລ້ວ.ສົມບູນ ລິດສະໄໝ
ສີທີ່ມັກ:
Hobby:
ເບິ່ງສາວອາບນ້ຳຢູ່ແຄມໝອງ
ດາລາໃນດວງໃຈ:
ຕົວເອງເປັນເຈົ້າຂອງແຫ່ງຂີວິດ
ນັກຮ້ອງ:
ດາວເຕັ້ນຢູ່ລາວໄອເຕ໊ກທຸກຄົນ
ເພງທີ່ມັກ:
ປິ້ງຄັນຄາກ ປິ້ງອຽນ ປິ້ງໝູ
ນັກກິລາ:
ວາຍນ້ຳ
ອາຫານທີ່ມັກ:
ປາແດກ , ໂຕ໊ະຍະໂກະອໍຄືຕົ້ມກົບນ້ອຍ ເອາະຫລາມຫລວງພຮະບາງ
ອື່ນ ໆ:
ຊະນະໃຈ ຄືຊະນະທັງປວງ
* ຊະນະອື່ນ ຫມື່ນແສນ ແມ່ນຮ້ອຍຄັ້ງ
ແຕ່ຖ້າຍັງ ແພ້ກິເລດ ແລະເຫດຜົນ
ບໍ່ຍິ່ງໃຫຍ່ ໄປກ່ວາ ປັນຍາຊົນ
ຜູ້ຮູ້ຕົນ ນຳສຸກ ທຸກນາທີ
* ເປັນບູລຸດ ຫລືສະຕີ ມິສຳຄັນ
ຈັນຍາບັນ ຄົນດີ ມີຄວາມຮັກ
ຖ້າຊະນະ ຫົວໃຈ ໄດ້ສົມມັກ
ບໍ່ເສຍຫລັກ ເກີດມາ ພາສຸກສັນ
* ຖ້າຫາກຫມັ່ນ ເຝົ້າດູ ພຶດຕິກຳ
ຖ້າຫາກທຳ ຄວາມພ້ອມ ນ້ອມດວງໃຈ
ແລະຊະນະ ຕົນເອງ ເລັ່ງການໄກ
ບໍ່ມີສິ່ງໃດ ຈະເປັນສຸກ ທຸກເວລາ
* ມີບັນຫາ ຮ້ອຍພັນ ມະຫັນຢ່າງ
ຢູ່ຄຽງຂ້າງ ກໍວາງໄດ້ ມະໄລກັນ
ເພາະທຸກຢ່າງ ພຽບພ້ອມ ນ້ອມໃສ່ກັນ
ມີຫມື່ນພັນ ກໍສູ້ໄດ້ ເພາະໃຈສຸກ
* ທຸກສິ່ງຢ່າງ ໃນໂລກ ບໍ່ໂສກສັນ
ເພາະສິ່ງນັ້ນ ຄືນອກກາຍ ສະຫລາຍໄດ້
ຈະນຳມາ ຄວາມເຢັນ ເປັນສຸກໃຈ
ເພາະເຮົາໄດ້ ຝຶກໃຈ ໃຫ້ສຸກສັນ
* ມັນສຳຄັນ ຢູ່ທີ່ໃຈ ໃຝ່ສ້າງສັນ
ໄພມະຫັນ ອ້ອມກາຍ ກໍພ່າຍໄດ້
ເພາະທຸກສິ່ງ ເອົາຊະນະ ໄດ້ດ້ວຍໃຈ
ບໍ່ມີສິ່ງໃດ ມີຄວາມສຸກ ເທົ່າໃຈເອີຍ!. ກຸຫຼາບໄຮ້ໜາມ
ຈຳປາມາລາ
* ຈຳປາເປັນດອກໄມ້ ປະຈຳຊາດລາວເຮົາ
ຈຳປາເປັນມາລາຫອມ ຄູ່ລາວແຕ່ນານແລ້ວ
ຈຳປາເປັນມາລາແກ້ວ ແນວຫອມບໍ່ເຫີຍກິ່ນ
ຈຳປາເກີດຄູ່ດິນລ້ານຊ້າງ ຄຽງຂ້າງຊາວລາວ ນີ້ແລ້ວ!
* ຫອມກິ່ນຈຳປານີ້ ເປັນທີ່ຊວນຊົມ
ຫອມກິ່ນຈຳປາທົນ ອ່ອນລະມຸນຊວນຊຶ້ງ
ຫອມກິ່ນຈຳປາເທົ້າ ນານແສນນານບໍ່ເຫີຍກິນ
ຫອມກິ່ນຈຳປາແສນຊາບຊຶ້ງ ບໍ່ມີມື້ຊື່ຈືດຈາງ ໄດ້ແລ້ວ!
* ຈຳປາປຽບດັ່ງນາງນາດນ້ອງ ຜູ້ຜຸດຜ່ອງສາວລາວ
ຈຳປາຂາວ ເຫລືອງ ບົວ ແດງ ກໍປຽບປຸນພົງເຊື້ອ
ຈຳປາ ເຫນືອ ກາງ ໃຕ້ ເຫມືອນດວງໃຈທຸກຊົນເຜົ່າ
ຈຳປາບານອາບເອ້ ສະຖິດຫມັ້ນຄູ່ລາວ ນີ້ແລ້ວ!
* ເວົ້າເຖິງດວງດອກໄມ້ ຫ້າກີບຈຳປາຫອມ
ເຫມືອນດັ່ງຄົນລາວໄປ ຢູ່ທົ່ວໂລກາກວ້າງ
ດ້ວຍເຫດຜົນຫລາຍດ້ານ ກະຈາຍໄປຫ້າທະວີບ
ແຕ່ກໍຍັງຮັກຫໍ່ຫຸ້ມ ຈຳປາກຸ້ມກິ່ນກວມ ນີ້ແລ້ວ!
* ຂໍຊັກຊວນເຊີດໄວ້ ຊູຊໍ່ຈຳປາລາວ
ເຫມືອນດັ່ງເດືອນກັບດາວ ຄູ່ຄຽງນະພາກວ້າງ
ປວງປະຊາຊົນເຊື້ອ ສາມັກຄີຮັກຫໍ່
ພາກັນຮັກສາຮາກ ແລະ ເຫງົ້າ ກໍກ້ານກິ່ງໃບ ໄວ້ເນ່! ຄຳອອນ ເພັດດາວເຮືອງ