ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ທາງ​ຄົນ​ຍ່າງ ເປັນ​ທາງ​ລຽບ​ໜ້າ​ທາງ​ແລ່ນ​ລົດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ລົດ ແລະ ຄົນ​ໄປ​ທຽວ​ຮ່ວມ​ກັນ​ບົນ​ພື້ນ​ທີ່​ເດີນ​ລົດ ແລ້ວ​ຈະ​ພາ­ໃຫ້​ເກີດ​ອຸ­ປະ­ຕິ­ເຫດ ທາງ​ຄົນ​ຍ່າງ​ນີ້​ຄົນ​ໃນ​ເມືອງ​ຈຳ­ນວນ​ໜຶ່ງ ຮ້ອງ​ຕາມ​ຝຣັ່ງ​ວ່າ: ຕຣົດ​ຕົວ ຫຼື ອັງ­ກິດ​ວ່າ: ຟຸດ​ບາດ ແຕ່​ເອີ້ນ​ອັນ​ໃດ​ກໍ​ບໍ່​ສຳ­ຄັນ​ເທົ່າ​ຄວາມ​ລາວ​ວ່າ: ທາງ​ຄົນ​ຍ່າງ ນັ້ນ​ຄັກ​ດີ ທາງ​ບ່ອນ​ໃຊ້​ຄົນ​ຍ່າງ​ບາງ​ສາຍ ກໍ​ເຮັດ​ໃຫຍ່​ສົມ­ສ່ວນ​ກັບ​ຄົນ​ທຽວ ແຕ່​ບາງ​ບ່ອນ​ກໍ​ນ້ອຍ​ພຽງ​ແຕ່​ແມັດ​ປາຍ ຈົນ​ເຈົ້າ​ຂອງ​ດິນ​ແຄມ​ທາງ​ທີ່​ຈົ່ງ​ໄວ້​ໃຫ້​ເຮັດ​ທາງ​ນັ້ນ ຈຳ​ໃຈ​ຫຍັບ​ຮົ້ວ​ອອກ​ໃຫ້​ຈຳ​ບ່ອນ​ຄົນ​ຍ່າງ ທີ່​ທາງ​ການ​ເຮັດ​ຮອດ​ພຽງ​ນັ້ນ... ບັນ­ດາ​ກິດ­ຈະ­ການ​ທີ່​ເຮັດ​ເທິງ​ບ່ອນ​ຄົນ​ຍ່າງ ທັງໆ​ທີ່​ຈຸດ­ປະ­ສົງ​ຫຼັກ​ເອົາ​ໄວ້​ສະ­ເພາະ​ຍ່າງ​ນັ້ນ​ມີ:

1. ຕັ້ງ​ປ້າຍ​ນ້ອຍ​ໂຄ­ສະ­ນາ​ໜ້າ​ຮ້ານ.

2. ຂາຍ­ເຄື່ອງ​ປະ­ເພດ​ຍູ້​ລໍ້.

3. ຈອດ​ລົດ­ຈັກ-ລົດ­ຖີບ.

4. ບາງ​ບ່ອນ​ຂາຍ​ກາ­ເຟ ແປງ​ລົດ­ຈັກ-ລົດ­ຖີບ.

5. ຂາຍ​ຫວຍ.

ນອກ­ຈາກ​ນີ້​ຍັງ​ມີ​ກິດ­ຈະ­ກຳ​ອື່ນໆ ທີ່​ເຈົ້າ​ຂອງ​ເຮືອນ​ເຮັດ​ລົ້ນ​ອອກ​ມາ ແລ້ວ​ເກີດ​ການ​ກີດ­ຂວາງ​ຄົນ​ຍ່າງ​ໄປ​ມາ ເຮັດ​ໃຫ້​ຄົນ​ຍ່າງ​ຕ້ອງ​ບ້ຽນ​ໄປ​ຍ່າງ​ພື້ນ​ຜິວ​ຈະ­ລາ­ຈອນ​ແທນ ສ່ວນ​ການ​ແລ່ນ​ລົດ​ໃນ​ເມືອງ​ເວ­ລາ​ນີ້ ຖ້າ​ບໍ່​ຢ້ານ​ຜິດ​ກົດ­ໝາຍ​ແດ່ ປານ​ນີ້​ເຂົາ​ຄົງ​ຢຽບ​ຊະ­ຊາຍ​ແລ້ວ ເບິ່ງ​ທາງ​ນອກ​ປະ­ກົດ​ວ່າ ຜູ້​ໃຊ້​ລົດ​ບາງ​ຄົນ​ເອົາ​ແຕ່​ໃຈ​ຕົນ​ເອງ ບໍ່​ໃຫ້​ກຽດ​ຜູ້​ອື່ນ ສຳ­ຄັນ​ຂັບ​ໄວ ບໍ່​ຂັບ​ຕາມ​ກຳ­ນົດ​ຂອງ​ເຂດ​ເທດ­ສະ­ບານ ວ່າ​ຈະ​ຊ້າ​ໄວ​ເທົ່າ­ໃດ ທັງ​ຈອດ ແລະ ຂັບ​ກໍ​ບໍ່​ສົນ­ໃຈ​ປ້າຍ​ຈະ­ລາ­ຈອນ.

ເຫດ­ການ​ທີ່​ພົບ​ເຫັນ ແລະ ສ້າງ​ຄວາມ​ລຳ­ບາກ​ໃຈ ກໍ​ລອງ​ພິ­ສູດ​ຕາມ​ທາງ​ເສັ້ນ​ປາງ​ຄຳ ບໍ­ລິ­ເວນ​ນ້ຳ­ພຸ ທາງ​ເສດ​ຖາ ສາມ​ແສນ​ໄທ ຄູ​ວຽງ ສະ­ຫວ່າງ ໂພນ​ຕ້ອງ-ດົງ​ໂດກ ແລະ ອື່ນໆ ເຊິ່ງ​ຜ່ານ​ມາ ໜັງ­ສື­ພິມ​ວຽງ​ຈັນ​ໃໝ່​ເຄີຍ​ສ່ອງ​ແສງ​ລາຍ​ງານ​ໄປ​ແລ້ວ ເວົ້າ​ສະ­ເພາະ​ເສັ້ນ­ທາງ​ຜ່ານ​ໜ້າ​ຕະ­ຫຼາດ​ໂພນ​ສະ­ຫວ່າງ ໂຮງ­ໝໍ 150 ຕຽງ ຮອດ​ດົງ​ໂດກ ໂດຍ​ສະ­ເພາະ​ຍາມ​ເລີກ​ການ ທາງ​ຍ່າງ​ກໍ​ໄປ​ຍາກ ລົດ​ໃຫຍ່-ລົດ­ຈັກ​ກໍ​ຍາກ ຄົນ​ຍ່າງ​ກໍ​ຍາກ ເວົ້າ​ສະ­ເພາະ​ທາງ​ຄົນ​ຍ່າງ​ບໍ­ລິ­ເວນ​ນີ້ ຖືກ​ຢຶດ​ເປັນ​ບ່ອນ​ຂາຍ​ເລກ​ຂາຍ​ຫວຍ ບ່ອນ​ຕັ້ງ​ປ້າຍ​ໂຄ­ສະ­ນາ​ນ້ອຍ ບ່ອນ​ຂາຍ­ເຄື່ອງ ອັນ​ເຮັດ​ໃຫ້​ຄົນ​ຍ່າງ​ຂອບ​ທາງ​ລຳ­ບາກ​ໃຈ ເພາະ​ເວ­ລາ​ດັ່ງ­ກ່າວ ຈະ​ບ້ຽນ​ໄປ​ພື້ນ​ຜິວ​ຈະ­ລາ­ຈອນ​ກໍ​ຍາກ ແຖມ​ຊ້ຳ​ເວ­ລາ​ຂາຍ​ແລ້ວ ຍັງ​ເອົາ​ໂຕະ​ຕັ່ງ​ທີ່​ນັ່ງ​ຂາຍ­ເຄື່ອງ​ນັ້ນ ຕັ້ງ​ວາງ­ສະ­ແດງ​ກວນ​ສາຍ​ຫູ​ສາຍ­ຕາ ແລະ ປະ​ຂີ້​ເຫຍື້ອ​ໄວ້​ຈຳ­ນວນ​ໜຶ່ງ​ອີກ​ດ້ວຍ ເຮັດ​ແນວ​ນີ້​ໃຫ້​ໄປ​ເວົ້າ​ຢູ່​ໃສ​ກໍ​ບໍ່​ຖືກ ຄື​ບໍ່​ເປັນ​ລະ­ບຽບ ຜິດ​ລະ­ບຽບ ບໍ່​ຮ່ວມ​ມື​ການ​ປະ­ຕິ­ບັດ 6 ສ ຕໍ່​ທາງ​ອອກ​ນີ້ ຄວນ​ຈະ​ເປັນ​ໜ້າ­ທີ່​ຂອງ​ຄະ­ນະ​ບ້ານ​ທີ່​ລຽບ­ທາງ​ນັ້ນ ຈັດ­ການ​ບອກ­ສອນ ຕັກ­ເຕືອນ ອີກ​ມາດ​ຕະ­ການ​ໜຶ່ງ​ນັ້ນ ປັດ­ຈຸ­ບັນ ນະ­ຄອນ­ຫຼວງ​ວຽງ​ຈັນ ພວມ​ກວດ­ກາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ 6 ສ ຂໍ​ສະ­ເໜີ​ໃຫ້​ຄະ­ນະ​ດັ່ງ­ກ່າວ ກວດ­ກາ​ນຳ​ອີກ​ຍິ່ງ​ຈະ​ເປັນ​ການ​ດີ.

Delicious Digg Fark Twitter