ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 8, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

1. ເຫດໃດທ່ານຈຶ່ງມີເສື້ອຜ້າອາພອນທີ່ງົດງາມໃສ່ຢ່າງຫຼວງຫຼາຍ

ເພາະຊາດກ່ອນ ທ່ານເຄີຍຖວາຍ ຈີວອນແດ່ພຣະສົງ

2. ເຫດໃດຊາດນີ້ ທ່ານມີອາຫານດີດີຮັບປະທານຢູ່ສະເໝີ

ເພາະຊາດກ່ອນ ທ່ານເຄີຍເຮັດອາຫານທານໃຫ້ແກ່ຄົນທຸກຍາກ

3. ເຫດໃດຊາດນີ້ ທ່ານອົດຢາກ ຍາກຈົນ ບໍ່ມີເສື້ອຜ້າດີດີສວມໃສ່

ເພາະທ່ານຂີ້ຖີ່ຂີ້ໜຽວ ບໍ່ຍອມທຳທານແກ່ຄົນຍາກຈົນ ໃນຊາດກ່ອນ

4. ເຫດໃດຊາດນີ້ ທ່ານມີບ້ານເຮືອນໃຫຍ່ໂຕ

ເພາະທ່ານເຄີຍຖວາຍເຂົ້າສານໃຫ້ແກ່ວັດໃນຊາດກ່ອນ

5. ເຫດໃດຊາດນີ້ ທ່ານມີຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກຫຼວງຫຼາຍ

ເພາະທ່ານເຄີຍຖວາຍເງິນສ້າງວັດໃນຊາດກ່ອນ

6. ເຫດໃດຊາດນີ້ ທ່ານເປັນຄົນສວຍສົດງົດງາມ

ເພາະທ່ານເຄີຍຖວາຍດອກໄມ້ສົດບູຊາພຣະດ້ວຍຄວາມເຄົາລົບໃນຊາດກ່ອນ

7. ເຫດໃດຊາດນີ້ ທ່ານເປັນຄົນສະຫຼາດ ຫຼັກແຫຼມ ມີປັນຍາດີ

ເພາະທ່ານເປັນພຸດທະມາກະ (ຊາວພຸດ) ແລະ ກິນມັງສະວິລັດໃນຊາດກ່ອນ

8. ເຫດໃດຊາດນີ້ ທ່ານເປັນທີ່ຮັກຂອງທຸກໆຄົນ ແລະ ມີໝູ່ຫຼວງຫຼາຍ

ເພາະທ່ານເຄີຍສ້າງມະນຸດສຳພັນທີ່ດີຕໍ່ທຸກຄົນໃນຊາດກ່ອນ

9. ເຫດໃດຊາດນີ້ ທ່ານມີພໍ່ແມ່ຢູ່ພ້ອມໜ້າ

ເພາະທ່ານເຄົາລົບ ແລະ ໃຫ້ຄວາມຊ່ວຍເຫຼືອບໍ່ດູແຄນຄົນທຸກໄຮ້ຂາດຍາດມິດໃນຊາດກ່ອນ

10. ເຫດໃດຊາດນີ້ ທ່ານເປັນເດັກກຳພ້າ

ເພາະທ່ານເຄີຍຍິງນົກ ຕຶກປາ ແລະ ພາກສັດໃນຊາດກ່ອນ

11. ເຫດໃດຊາດນີ້ ທ່ານມີອາຍຸຍືນ ແຂງແຮງ

ເພາະທ່ານເຄີຍປ່ອຍນົກ ປ່ອຍປາ ແລະ ສິ່ງທີ່ມີຊີວິດໃນຊາດກ່ອນ

12. ເຫດໃດຊາດນີ້ ທ່ານມີອາຍຸສັ້ນ

ເພາະຊາດກ່ອນທ່ານເຄີຍຂ້າສັດຢ່າງຫຼວງຫຼາຍ

13. ເຫດໃດຊາດນີ້ ທ່ານເປັນຄົນຮັບໃຊ້

ເພາະຊາດກ່ອນທ່ານເຄີຍດູຖູກຢຽດຢາມຄົນທຸກ

14. ເຫດໃດຊາດນີ້ ທ່ານມີດວງຕາທີ່ສົດໃສ

ເພາະຊາດກ່ອນ ທ່ານເຄີຍຕື່ມນ້ຳມັນຕະກຽງ ແລະ ຈຸດໄຟບູຊາພຣະ

15. ເຫດໃດຊາດນີ້ ທ່ານໂງ່ປັນຍາອ່ອນ ແລະ ຫູໜວກ

ເພາະຊາດກ່ອນ ທ່ານເຄີຍດ່າວ່າ ແລະ ຫຍາບຄາຍຕໍ່ໜ້າພໍ່ແມ່

16. ເຫດໃດຊາດນີ້ ທ່ານຕ້ອງຕາຍເພາະຢາພິດ

ເພາະຊາດກ່ອນທ່ານເຈດຕະນາວາງຢາໃນຫ້ວຍນ້ຳລຳທານໃຫ້ເປັນພິດ

17. ເຫດໃດຊາດນີ້ ທ່ານຈຶ່ງແຂວນຄໍຕາຍ

ເພາະຊາດກ່ອນ ທ່ານໃຊ້ຕາຂ່າຍລ່າ ແລະ ດັກຈັບສັດ

18. ຖ້າຊາດນີ້ທ່ານຂ້າຄົນ

ຊາດໜ້າເຂົາກໍ່ຈະຂ້າທ່ານ ແລະ ຈະຂ້າກັນໄປຂ້າກັນມາ ບໍ່ມີມື້ສິ້ນສຸດ

(ແປຈາກ Forward Mail)

Delicious Digg Fark Twitter