ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ສະບາຍໝູ່ເພື່ອນທຸກໆຄົນຂ້າພະເຈົ້າຊື່ ຄານ. ທີ່ມີຄວາມໝາຍວ່າເຈົ້າຊີວິດ, ຫຼືຈະເອີ້ນວ່າ ກະຊັດກະໄດ້ (ໃນພາສາ Pakistan, India ແລະ Mongkol) ທີ່ຈິງແລ້ວຊື່ນີ້ເປັນຊື່ຂອງຕະກູນ ຂອງພວກເຮົາໄດ້ປົກຄອງ ແຂກພາກຕາເວັນຕົກເໜືອຂອງ India ໃນສະໃໝກ່ອນ1930 (ປະຈຸບັນເປັນປະເທດ Pakistan ແລະ Afganistan) ແລະບັນພະບູລຸດເຮົາໄດ້ຖືກມອບໝາຍ ໃຫ້ຄຸມ ຄ່ອງເຂດນັ້ນເປັນຫຼາຍຣ້ອຍປີ ແລະ ໃນຕະກູນນີ້ກໍ່ໄດ້ແບ່ງ ຫຼາຍຊັ້ນເພື່ອໃຫ້ຜູ້ເປັນ ຫົວໜ້າແລະ ກະຊັດ, ໃນສະໃໝນັັ້ນກະຊັດກໍ່ແຕ່ງຕັ້ງຜູ້ຄົນຈຳນວນໜື່ງທີ່ມີຄວາມສາມາດ ທີ່ຈະເຮັດໃຫ້ຜູ້ຄົນໃນເຂດຂອງ ຕົນເຊື່ອຝັງແລະຕິດຕາມ ແລະ ໃນນັ້ນກໍມີຄອບຄົວທີ່ອຸດົມສົມບູນທາງດ້ານ ຊັບຊິນປັນຍາແລະ ຄວາມສາມາດໃນການ ຄຸ່ມຄອງເຂດຂອງຕົນ ທີ່ເກ່ງທີ່ສຸດຄື ຄອບຄົວຕະກູນ ”ຄານ” ຈື່ງເຮັດໃຫ້ກະຊັດໃນສະໝັຍນັ້ນຫັນມາສົນໃຈຄຶບຄົວ ນັ້ນຢ່າງຈິງຈັງ ແລະກໍ່ແຕ່ງໃຫ້ເຂົາເປັນຜູ້ຄຸ່ມຄອງເຂົດທາງຕອນເໜືອຕາເວັນຕົກ ຂອງອິນເດຍໃຫ້ຢູ່ໃນກຳມືຂອງພວກເຂົາ ແລະ ກໍ່ອະນຸຍາດໃຫ້ເຂົາສາມາດອອກ ຄຳສັ່ງແທນ ກະຊັດໄດ້!

ກະຊັດຍິນຍ່ອມກໍ່ເພາະວ່າຄົນໃນເຂດນັ້ນເປັນຜູ້ຄົນທີ່ເກ່ງໃນດ້ານການປົກປ້ອງ ເຂດ (ປະເທດ) ຂອງຕົນ. ແມ້ແຕ່ກະຊັດໃນສະໃໝນັ້ນ ໄດ້ສະບາຍໃຈກັບການບໍລິຫານຂອງ ພວກເຂົາແລະ ບໍ່ໄດ້ມີເລື່ອງໃຫ້ກະຊັດໄດ້ຍຸ້ງຍາກໃດໆ, ຈົນໄດ້ເຮັດໃຫ້ກະຊັດແຕ່ງຕັ້ງ ຄອບຄົວ ”ຄານ” ນັ້ນຕັ້ງຊື່ໃໝ່ ນັ້ນກໍ່ຄື ”Malik ຫຼືຈະເອີ້ນເປັນລາວ ຄື ມາລິກ” ທີ່ແປຄວາມມາກໍ່ຄື ”ເຈົ້າເຂດ”. ແລະມາລິກຄົນແຮກ ກໍ່ໄດ້ມີລູກຫຼາຍສິບຄົນ ແລະ ເຂົາກໍ່ໄດ້ສົ່ງລູກຂອງຕົນໄປປົກຄ່ອງເຂດຕ່າງໆ ທີ່ຜູ້ເປັນພໍ່ປົກຄອງຢູ່.

ແລະມາລິກໄດ້ມີອຳນາດຈົນຖືງກະຊັດອົງສຸ້ດທ້າຍຂອງອິນເດຍ ກ່ອນຈະພວກອັງກິດຈະມາປົກຄອງທົ່ວດິນແດນຂອງອິນເດຍ. ແມ້ກະທັ່ງພວກອັງກິດເອງກໍ່ຢາກໄດ້ດິນແດນຂອງພວກ ມາລິກ. ແຕ່ພວກອັງກິດລືມແລະບໍ່ໄດ້ສົນໃຈເລື່ອງປະຫວັດຂອງ ມາລິກ ວ່າເປັນຜູ້ກຸ່ມຄົນແບບ ໃດ?

ຈົນພວກມາລິກໄດ້ແຍກຕົວອອກຈາກອິນເດຍແລະຢຶດຕໍ່ການຕໍ່ສູ້ກັບອັງກິດມາໂດຍຕະຫຼອດແລະ ແຍກເປັນແຂ້ວນໃໝ່ທີ່ ຕັ້ງຊື່ແຂ້ວນນັ້ນ ວ່າ ”ອັຟຄານິສ໌ຖານ”(Afganistan). ມາເຖີງເວລາທີ່ອັງກິດຈະອອກຈາກອິນເດຍ ແລະ ປະຊາຊົນກໍ່ໄດ້ທັ່ວອິນເດຍເປັນ 2 ປະເທດປະຈຸບັນກໍ່ເປັນ Pakistan  ແລະ  India. 

ຈະຂຽນຕໍ່ມືອື່ນ.........

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່