ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2010 | ມີ 22 ຄຳເຫັນ ແລະ 0 trackback(s)

ມີຜົວເມຍຄູ່ໜື່ງ ເອົາກັນມາດົນແລ້ວ..ອ້າຍຜົວລະຮ້ອງແຕ່ເມຍ ວ່າ ອີແຫລ້ ອີ່ດຳ ຕະຫລອດ

 

ມີມື້ໜືງ ອ້າຍຜົວລະຊວນ ໝູ່ຊວນຄູ່ ມາກິນເຫຼົ້າຢູ່ເຮືອນໂອະ..ລະບອກເມຍຈືນໄຂ່ ເປັນຂອງແກ້ມ

 

ເມຍກະຈືນໄຂ່ ຢູ່ ສ່ວນຜົວ ກະເຕັ້ນ ທັງຈັບ ແກ້ວເຫຼົ້າ ລະຮ້ອງມາໃສ່ວ່າ” ອີ່ແຫຼ້ ເອີ້ຍ ເອົາຂອງແກ້ມມາແກ້ມດູ”

 

ເມຍ ໄດ້ຍິນລະໃຈຮ້າຍ ຍາມໃດ ກະຮ້ອງແຕ່ແຫຼ້ຕະຫຼອດ ທັງມຶນ ທັງ  ຈັບຈັບຂອງແກ້ມໄປໃຫ້ ບັງເອີນ ໄປເຕະ ກະຕໍ ພໍດີ ໄຂ່ຂ້ວມ ໝົດ

 

ອ້າຍຜົວເຫັນເລີຍຮ້ອງມາໃສ່” ບ່າ....ອີແຫຼ້ ມືງນີ້ຕັ້ງບໍ່ໄດ້ເລືອງຫຍັງເນາະ

 

ເມຍໃຈຮ້າຍເລີຍ ເກັບເອົາໄຂ່ ຢູ່ ພື້ນ ແລ້ວ ດຶກໃສ່ ໜ້າຜົວ

 

ອ້າຍຜົວໃຈຮ້າຍ ເລີຍ ຮ້ອງໃສ່ວ່າ” ຈັງແມ່ນມືງເຮັດຂາຍໜ້າກູເນາະ ກູຈະປະມືງ ໄປ ຫ້ອງການບ້ານກັບກູດຽວນີ້”

 

”ເອີ ໄປກະໄປ” ເວົ້າແລ້ວ ກະພາກັນຢ່າງໄປຫ້ອງການບ້ານ

 

ໄປຮອດນາຍບ້ານກະຖາມ

 

”ພວກເຈົ້າພາກັນມາຫຍັງນິ”

”ໂອ້ຍ ຂ້ອຍຊິປະອີແຫຼ້ ນິເດ”

”ຊິປະກັນຫຍັງເດ ເອົາກັນມາຈົນປານນີ້ ແລ້ວ“

”ຫ້ວຍແນວມັນດຶກໄຂ່ ໃສ່ໜ້າຂ້ອຍເນາະ”

 

ເມຍເລີຍເວົ້າອອກມາວ່າ ” ໂອ້ຍ ທີ່ມັນ ຟາດ ໄຂ່ 2 ໜ່ວຍ ໃສ່ ດາກຂ້ອຍ ທຸກຄືນ ທູກຄືນ ຂ້ອຍກະບໍ່ໄດ້ວ່າຫຍັງ”

 

      ຈົບ...ທີ່ມາ” ນິທານກ້ອມ ພື້ນເມືອງລາວ”

 

 

Delicious Digg Fark Twitter