ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2013 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃກ້ຈະຮອດ 4 ເດືອນແລ້ວທີ່ເຈົາຂາດຫາຍການຕິດຕໍ່ໄປ ມັນເບິ່ງຄືຜ່ານມາດົນ ແຕ່ຈັງໃດຂ້ອຍກໍ່ຍັງລໍ ຂ້ອຍຍາກຈະໃຫ້ເຈົ້າໄດ້ຮູ້ວ່າຂ້ອຍຮູ້ສຶກແບບໃດ

ຕັ້ງແຕ່ມື້ທີ່ເຈົ້າເລີ່ມຈາກໄປ ໃຈຂ້ອຍກໍ່ເບິ່ງວ່າງໆ ຂ້ອຍຍັງຄົງຢູ່ຄົນດຽວ ໄປຄົນດຽວ ລໍຄອຍ ແລະ ກະຫວັງໃຫ້ເຈົ້າກັບມາ ເຖິງຈະຮູ້ວ່າແທບຈະບໍ່ມີໂອກາດນັ້ນເລີຍກໍ່ຕາມ ແຕ່ຄຳເວົ້າທີ່ປຽບດັ່ງຄຳສັນຍາ ຍັງຄົງຊັດເຈນ ແລະ ແຈ່ມແຈ້ງໃນໃຈຂ້ອຍ  ທຸກໆມື້ທີ່ຂ້ອຍຕື່ນຂື້ນມາ ແນມເຫັນຮູບຂອງເຈົາ ຄວາມຊົງຈຳເກົ່າໆກໍ່ກັບຄືນມາ ຈົນຮູ້ຄິດຢາກໄຫ້ ມັນຮູ້ສຶກ ຫ່ວງຫາ ອາໄລອາວອນຈົນບອກບໍ່ຖືກ , ຂ້ອຍຢາກຂໍໂອກາດອີກຄັ້ງໜື່ງ ຈະເປັນຄັ້ງສຸດທ້າຍກໍ່ຕາມ ແຕ່ຂ້ອຍຈະບໍ່ປ່ອຍໃຫ້ເຈົ້າໄປ ຈະບໍ່ມີມື້ຈາກກັນ  ເພາະເຈົ້າຄືທຸກຢ່າງທີ່ຂ້ອຍຕ້ອງການ ເບິ່ງຄືກັບຂ້ອຍຈະບໍ່ສາມາດຢູ່ໄດ້ ຖ້າຕໍ່ຈາກນີ້ ຈະບໍ່ມີຄວາມຮັກຈາກເຈົ້າ ຄວາມຫ່ວງໃຍ ເອົາໃຈໃສ່ຂອງເຈົ້າ ພຽງເຈົ້າເທົ່ານັ້ນທີ່ຂ້ອຍຕ້ອງການ ຂ້ອຍບໍ່ສາມາດຈະປ່ອຍໃຫ້ມັນຈົບໄດ້

ຢາກໃຫ້ເຈົ້າຊ່ວຍບອກຂ້ອຍແນ່ ວ່າຂ້ອຍຈະເຮັດຫຍັງໄດ້ແນ່ ເພື່ອໃຫ້ເຮົາໄດ້ຮັກກັນ ເບິ່ງຄືຂ້ອຍຖາມຫຼາຍ ແຕ່ຂ້ອຍຢາກຂໍພຽງແຕ່ໄດ້ພົບເຈົາອີກຄັ້ງ ໄດ້ແຕ່ຫວັງວ່າຄວາມຮູ້ສຶກ ທີ່ຂ້ອຍໃຊ້ໃຈສົ່ງໄປຈັກມື້ໜື່ງມັນຈະຮອດເຈົ້າ ຖ້າວ່າເຈົ້າກໍ່ຄິດແບບດຽວກັນ ຂໍໃຫ້ບອກໃຫ້ຂ້ອຍຮູ້ແນ່ ຈັກໜ້ອຍກະດີ  ມັນທໍລະມານຂ້ອຍຫຼາຍທີ່ເຈົາບໍ່ເຄີຍກັບຄືນມາ ແມ້ແຕ່ຄຳທັກທາຍຫຼືຈົດໝາຍ 1ສະບັບ ຍີ່ງເວົ້າກໍ່ຍິ່ງຮູ້ສຶກຄືກັບວ່າ ລົມຫາຍໃຈຄືຄ່ອຍໆຊ້າລົງ ນີ້ແມ່ນຄຳເວົ້າທີ່ອອກມາຈາກຈິດວິນຍານ ຈາກໃຈຂ້ອຍແທ້ໆ ໄດ້ແຕ່ຫວັງວ່າເຈົາຈະຮູ້ສຶກເຖິງມັນໄດ້.

Delicious Digg Fark Twitter