ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 23, 2013 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

         ຖ້າວ່າເຈົ້າມັກດາລາຕ່າງປະເທດຄົນໜື່ງແບບມັກແຮງໆ ເຖິງຂະນາດວ່າບ້າຄັ່ງເລີຍ , ແລະ ມື້ໜື່ງຄືສະຫວັນເປັນໃຈ ເຮັດໃຫ້ເຈົ້າໄດ້ພົບກັບເຂົາທາງອິນເຕີເນັດ ແລະໄດ້ຮູ້ວ່າເຂົາກໍ່ໂສດ ,ເຈົາສຸດແສນຈະຫວັງໄວ້ວ່າມື້ໃດມື້ໜຶ່ງຈະມີໂອກາດ ໄດ້ໄປປະເທດຂອງລາວ ແລະໄດ້ໄປທ່ຽວທຳລາວແບບໂຣແມນຕິກ ສອງຕໍ່ສອງ, ແຕ່ເຈົາກໍ່ບໍ່ເຄີຍຫວັງວ່າລາວຈະມາຫາເຈົ້າ ເພາະລົມກັນ ມີແຕ່ເຈົ້າເປັນຄົນມັກລາວ  ແລະ ເຄີຍຊວນລາວມາຫຼີ້ນນຳເຢູ່ລາວ ແຕ່ລາວກໍ່ບອກວ່າ ເຄີຍມາແຖວນີ້ແລ້ວບໍ່ຢາກມາ ເຈົ້າກະເລີຍເຊົາຫວັງໃຫ້ລາວມາ ມີແຕ່ຄິດວ່າຈະໄປຫາລາວ , ວິດີໂອໂທຫາກັນຫຼາຍເທື່ອແລ້ວ, ເຫັນໜ້າກັນແລ້ວ ແຕ່ບໍ່ເຄີຍໄປຫຼີ້ນນຳກັນໂຕຈິງຈັກເທື່ອ. . ລົມກັນມາໄດ້ ຫົກ ເຈັດເດືອນລາວກໍ່ບອກວ່າຈະມາລາວມາຫຼີ້ນນຳເຈົ້າ ແລ້ວ ລາວຈະພາພໍ່ກັບແມ່ມານຳ ຫຼັງຈາກຄອບຄົວລາວກັບ ລາວຈະຢູ່ຕໍ່ຫຼີ້ນນຳເຈົ້າ , ຄວາມຝັນທີ່ເຈົ້າເຄີຍຫວັງໄວ້ວ່າຈະໄດ້ໄປທ່ຽວນຳກັນ ແບບໂຣແມນຕິກ ສອງຕໍສອງກຳລັງຈະເປັນຈິງແລ້ວ . ແຕ່ສິ່ງທີ່ເກີດຂື້ນຕອນນີກຳລັງສັບສົນຢູ່ ລາວມານີ້ກໍ່ຈິງ ພວກເຮົາຈະໄດ້ເຈິກັນຄັງແລກ ໄປຫຼີ້ນໄປທ່ຽວນຳກັນ ແຕ່ຫຼັງຈາກນັ້ນທີ່ລາວກັບແລ້ວ ຄວາມສຳພັນຂອງພວກເຮົາຈະເປັນແນວໃດ ອີກດົນປານໃດຈະມີໂອກາດເຈິກັນອີກ ແລະ ມັນຈະເປັນໄປໄດ້ບໍ່ , ເຮົາຄວນຈະໄປຫຼີ້ນນຳກັນໃຫ້ມ່ວນໃຊ້ເວລາທີ່ມີນຳກັນຊ່ວງອາທີດ1 ໃຫ້ມີຄວາມສຸກ ຫຼີ ເຮັດໂຕເສີຍໆ ບໍ່ດີໃຈ ບໍ່ມ່ວນຈົນເກີນໄປ ເພາະຖ້າເຂົາກັບໄປລະບໍ່ຕິດຕໍ່ກັບມາເຮົາຈະເຈັບ ຈະເຮັດແນວໃດດີຫວາ ເລີ່ມສັບສົນແລ້ວ

Delicious Digg Fark Twitter