ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 18, 2013 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ກ່ອນທີ່ຈະໄດ້ພົບກັນ ຂ້ອຍກໍ່ກັງວົນຫຼາຍໆຢ່າງ ຄິດໄປຕ່າງໆນາໆ  ຂະໜາດຮອດເວລາໄປຮັບຢູ່ສະໜາມບິນຍັງຕື່ນເຕັ້ນ ຈົນໂຕສັ່ນ ກຽມຄຳເວົ້າຄຳທັກທາຍ ໄວ້ໝົດວ່າຈະເວົ້າຫຍັງແນ່ ແຕ່ຂໍ້ມູນຖ້ຽວບິນຜິດພາດ ພໍຂ້ອຍໄປແຕ່ງໂຕຢູ່ຫ້ອງນ້ຳ ອອກມາກໍ່ເຈິ ເຈົ້າພໍດີເຖິງຈະຕົກໃຈແລະຕື່ນເຕັ້ນຂ້ອຍກໍ່ເອີ່ຍຊື່ເຈົ້າອອກໄປ ເຈົ້າກໍ່ເອີ່ຍຊື່ຂ້ອຍກັບມາ, ຄວາມທີ່ວ່າຂ້ອຍອາຍແຮງ ຈົນກາຍເປັນບໍ່ເວົ້າເລີຍຕະຫຼອດທາງ ທີ່ພາເຈົ້າແລະຄອບຄົວມາໂຮງແຮມ  ຄຳເວົ້າທຸກຢ່າງທີ່ຈະຖາມໄຖ່ທຸກສຸກ ສະແດງການຕ້ອນຮັບ ສູ່ປະເທດລາວຄັ້ງທຳອິດກໍ່ລືມໝົດ ຂ້ອຍເວົ້າພຽງແຕ່ໜ້ອຍດຽວ ຈົນຄິດຢາກຮ້າຍໂຕເອງ, ຮອດໂຮງແຮມແລ້ວກໍ່ພາກັນໄປກິນເຂົ້າ ຂ້ອຍກໍ່ຮູ້ສຶກຢູ່ວ່າເຈົ້າ ກໍ່ພະຍາຍາມຈະເວົ້ານຳຂ້ອຍຢູ່ ແຕ່ເຈົາກະຕ້ອງເອົາໃຈໃສ່ພໍ່ແມ່ຂອງເຈົ້ານຳ ສະຫຼຸບຕະຫຼອດເວລາ 5ມື້ທີ່ພໍ່ແມ່ເຈົ້າຢູ່ນຳ ເຮົາແທບຈະບໍ່ໄດ້ເວົ້າລົມກັນເລີຍ ຂ້ອຍກະໜ້ອຍໃຈຢູ່ ແຕ່ກະບໍ່ເຖິງຂະໜາດວ່າ ບໍ່ເວົ້ານຳກັນ ເລີຍດອກ ແຄ່ບໍ່ໄດ້ລົມເລື່ອງສ່ວນຕົວເພາະພໍ່ແມ່ຢູ່ນຳຕະຫຼອດເວລາ ແລະ ໂຕຂ້ອຍເອງກໍ່ອາຍເກີນໄປ, ຕອນຂີ່ລົດກັບຈາກກນເຂົ້າ ລ່ອງເຮືອແພ ຂ້ອຍໄດ້ຖາມກ່ຽວກັບສ່ງທີ່ເຈົ້າສົນໃຈ ວ່າແມ່ນຫຍັງ ເພາະເຈົ້າບໍ່ສົນໃຈແຫຼ່ງທ່ອງທ່ຽວ ບໍ່ສົນໃຈທີ່ຈະໄປທ່ຽວເລີຍ ເຈົາກະບອກຂ້ອຍວ່າເຈົາມັກແຕ່ ດື່ມເບຍ, ລົງສະລອຍນ້ຳ ແລະກະນອນ ອໍ້ຍັງມີອີກ ລະກະເຈົ້າທີ່ຂ້ອຍມັກ ເຈົhາເຂົ້າໃຈຂ້ອຍເວົ້າພໍ ນີ້ເປັນຄັ້ງທຳອິດທີ່ລາວເວົ້າແບບນີ້ກັບຂ້ອຍ ,. ມີຄັ້ງໜື່ງທີ່ໄປຢ່າງຫຼີ້ນ ຢູ່ແຄມຂອງນຳກັນ ຂ້ອຍຖາມເຈົ້າວ່າ ຂ້ອຍຄືກັບ ຢູ່ໃນສະກາຍເວລາ ລົມກັນບໍ່  ເຈົ້າກໍ່ບອກວ່າຄືກັນ ຍີ້ມຫົວຕະຫຼອດເວລາ ແລະນ້ຳສຽງ ຫວານໃສຕະຫຼອດ  ແຕ່ໂຕຈິງແລ້ວໜ້າຮັກ ກວ່າທີ່ ຄາດໄວ້ ໄດ້ຍິນແລ້ວຂ້ອຍກໍ່ຍີ້ມແບບບໍ່ຫຸບເລີຍ ຕອນຢ່າງກັບເຈົ້າຢ້ານບໍ່ກ້າ ຂ້າມທາງຈົນຂ້ອຍໄດ້ດຶງແຂນ ເຈົ້າຂ້າມ ແລ້ວເຈົ້າ ກໍ່ຈັບມືຂ້ອຍໄວ້ແໜ້ນບໍ່ຍອມປ່ອຍ ບອກວ່າຂ້ອຍຂ້າມທາງເປັນຕາ ຢ້ານຫຼາຍ ຊິດຶງຂ້ອຍໄວ້ ຂ້ອຍຈົນອາຍໂຕເອງເພາະ ມືລູກຊາວນາຄືຂ້ອຍ ທັງແຂັງ ທັງດ້ານ ກົງກັນຂ້າມກັບເຈົ້າທີ່ມືທັງນີ້ມທັງນວນ ເປັນຄັງ ແລກທີ່ເຮົາໄດ້ສຳພັດກັນ ມັນກໍ່ເຮັດໃຫ້ຂ້ອຍຕື່ນເຕັ້ນ ເຖິງຈະພຽງແຕ່ຈັບມືກັນກໍ່ຕາມ. ຫຼັງຈາກພໍ່ແມ່ກັບມັນ ກໍ່ເປັນເວ ລາຂອງເຮົາຂອງຄົນ ເຖິງເຈົ້າຈະນິໃສເຢັນຊາແລະ ເບ່ງຄືບໍ່ຄ່ອຍເປັນມິດກັບໃຜ ຕາມນໃສແບບປະເທດທີ່ເຈົ້າເຄີຍໃຊ້ຊີວດ ແບບອາເມຣິກາ ແຕ່ເຈົ້າກໍ່ຍັງມີນິໃສຢີ່ປຸ່ນ ທີ່ ເຢັນຊາຢູ່ກໍ່ຕາມ ແຕ່ຂ້ອຍກໍ່ຮູ້ສຶກວ່າເຈົ້າເອົາໃຈໃສ່ຂ້ອຍເປັນພິເສດ ແລະກະ ຫ່ວງໃຍຄອຍ ດູແລຂ້ອຍ ເຊີ່ງໂຕຈິງຂອງເຈົ້ານັ້ນ ອ່ອນຫວານກວ່າເວລາເຮົາລົມກັນທາງເນັດຫຼາຍ ຈົນຫາວ່າຂ້ອຍເຢັນຊາ ກະແນວ ຂ້ອຍບໍ່ແມ່ນ ແມ່ຍິງ ຄົນບ້ານເຈົ້ານໍ ຂ້ອຍກໍ່ບໍ່ຮູ້ ວ່າມັນຈະຕ່າງກັນຂະໜາດນີ້  ຂ້ອຍກໍ່ບໍ່ຮູ້ວ່າຜູ້ຍິງ ບ້ານເຈົາເປັນ ແບບໃດ ຂ້ອຍກໍ່ພະຍາຍາມ ເຮັດດີທີ່ສຸດທີ່ ຂ້ອຍສາມາດ ໃຫ້ເຈົາໄດ້  ແຕ່ຂ້ອຍເອງກໍ່ບໍ່ແນ່ໃຈວ່າຕອນນີ້ເຮົາເປັນຫຍັງກັນ ຂ້ອຍເລີຍກັ້ນໃຈຖາມວ່າ ແຕ່ກີ້ ເຈົາ ວ່າ ເຮົາເປັນໝູ່ ລົມກັນທາງເນັດຊື່ໆ  ແລ້ວຕອ ນນີ້ເດເຮົາເປັນຫຍັງກັນ ເຈົ້າກະບອກວ່າ ຕອນນີ້ເປັນຫຼາຍກວ່ານັ້ນແຕ່ວ່າ ແລ້ວເຈົ້າກໍ່ບໍເວົ້າ ຕໍ່ເຈົ້າບອກວ່າຈະບອກນຳຫຼັງ, ແລ້ວເຈົ້າກໍ່ວ່າຂ້ອຍເຢັນຊາກັບເຈົ້າຫຼາຍ ເບິ່ງຄືຂ້ອຍຮັກເຈົາ ແລ້ວກະ ເບິ່ງຄືບໍ່ໄດ້ຮັກ ເຈົ້າ ວ່າຂ້ອຍເຂົ້າໃຈຢາກ  ຂ້ອຍລະງົງເລີຍ ແຕ່ເຈົ້າເຫັນຂ້ອຍຢາກໄດ້ຕຸກກະຕາໝີໂຕໃຫຍ່ ສຳ່ກັບຂ້ອຍ ເຈົ້າກໍ່ຈະ ຊື້ໃຫ້ ແຕ່ຂ້ອຍກໍ່ບອກ ວ່າບໍ່ ຕ້ອງກະໄດ້ , ພໍຂ້ອຍລອງເວົ້າຢອກເຈົ້າວ່າເຮົາເບິ່ງຄືແຟນກັນເລີຍ ເຮົາເປັນແຟນກັນ5ມື້ນໍ ຫຼັງຈາກ ເຈົາກັບກໍ່ແຢກກັນ ເຈົ້າກໍ່ເຮັດໜ້າຕາຕົກໃຈ ແລະຖາມວ່າເປັນຫຍັງຄືມີແຕ່5ມື້ແລ້ວເລີກ ເປັນຫຍັງຄືບໍ່ເປັນຕະຫຼອດໄປ  ຕອນນັ້ນຂ້ອຍຈຶ່ງໄດ້ຮູ້ວ່າ ເຈົ້າຕ້ອງການຄົບກັບຂ້ອຍ 4ມື້ທີ່ຜ່ານມາມັນເປັນຊ່ວງເວລາທີ່ດີຫຼາຍໃນຊີວyດຂ້ອຍ ເຖິງວ່າຈະມີ ເລື່ອງ ໃຫ້ເຮົາ ຕ້ອງຜິດ ກັນຕະ ຫຼອດ ແຕ່ກະເຮັດໃຫ້ເຮົາເຂົ້າໃຈກັນຫຼາຍຂື້ນ ເຮັດໃຫ້ເຈົ້າຄ່ອຍໆຮຽນຮູ້ວັດທະນະທຳ ສັງຄົມຂ້ອຍ ຫຼາຍຂ້ອຍ ຂ້ອຍເຂົາໃຈເຈົາຫຼາຍ ຂື້ນ, ແຕ່ເວລາມັນຊ່າງໜ້ອຍເຫຼືອເກີນ ໃນທີ່ສຸດກໍ່ຮອດມື້ທີ່ຕ້ອງຈາກ ແລະ ບໍ່ຮູ້ວ່າເມື່ອ ໃດຈະໄດ້ພົບກັນອີກ  , ເຈົາຊື້ຂອງຂວັນໃຫ້ຂ້ອຍສິ່ງໜື່ງ ຂ້ອຍເລີຍເລືອກເອົາສິ່ງທີ່ຂ້ອຍຈະພົກຕິດໂຕໄປໄດ້ຕະຫຼອດເປັນສັນຍະລັກ ຄວາມສຳພັນລະຫວ່າງເຮົາ ທີ່ຂ້ອຍບໍ່ເວົ້າຄວາມຮັກ ເພາະຂ້ອຍຍັງບໍ່ແນ່ໃຈວ່າເຈົ້າຮັກຂ້ອຍແລ້ວຫຼືຍັງ ແຫວນວົງນີ້ເຖິງເຈົ້າ ຈະບໍ່ໄດ້ເຫັນຄ່າຄວາມສຳຄັນຂອງມັນ ແຕ່ມັນເປັນສ່ງດຽວທີ່ມາຈາກເຈົ້າແທນໃຈຂອງເຈົ້າໄດ້ ຂ້ອຍຈະເກັບຮັກສາມັນໄວ້ ກວ່າມື້ທີ່ເຮົາ ຈະໄດ້ ພົບກັນອີກຄັ້ງ ຫຼືກໍ່ຈົນກວ່າຄວາມຮູ້ສຶກທີ່ເຄີຍມີໄດ້ຈາງຫາຍໄປ.

                                                                                                    Happy Ending


 

Delicious Digg Fark Twitter