ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2013 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຄີຍຄິດທີ່ວ່າຢາກມີຄວາມຮັກ ຢາກມີແຟນບໍ່ ແລະ ເຮົາກໍ່ເປີດໂອກາດໃຫ້ໂຕເອງຕະຫຼອດ ຄິດຢາກມີຄວາມຮັກແບບທີ່ໂຣແມນຕິກ ເຫັນໃຜຮັກເປັນຄູ່ກັນໄປ ກໍ່ແອບອິດສາ ຍີ້ມທຸກຄັ້ງທີ່ເຫັນເຂົາມີຄວາມຮັກ, ແຕ່ພໍຮອດທີ່ເຮົາມີ ພັດບໍ່ມີຫຍັງທີ່ເຮົາຄິດໄ ວ້ເລີຍ   ບໍ່ຮູ້ດ້ວຍຊຳ້ວ່າຕົກລົງຄວາມສຳພັນນີ້ແມ່ນຫຍັງ ຕົກລົງເປັນແຟນກັນຕອນໃດ ແລະພວກເຮົາຮັກກັນຫຼືບໍ່ ເບິ່ງຈັງໜື່ງ ກະຄືຮັກກັນ ເບິ່ງຈັງໜື່ງກະຄືບໍ່ໄດ້ຮັກກັນ  , ຂະໜາດຢູ່ໄກກັນ ລົມກັນກໍ່ຍັງຜິດກັນ ຖຽງກັນຢູ່ທຸກມື້ ຖ້າຢູ່ໄກ້ກັນຊິບໍ່ຕີກັນ ຕາຍບໍ່ ຫຼືຍ້ອນຄວາມທີ່ວ່າຢູ່ໄກກັນ ແລະເຮົາຍາກໃຫ້ເຂົາມາຢູ່ໄກ້ໆຈື່ງມີເລື່ອງ ຜິດກັນຫວາ  ຈື່ງຫາເລື່ອງຜິດກັນ ທີ່ຈະຂື້ນຕົ້ນດ້ວຍຄຳຖາມຂອງເຮົາ ແລະຄຳຕອບຂອງລາວທີ່ເຮັດໃຫ້ເຮົາບໍ່ແນ່ໃຈ ແລະ ບໍ່ຮູ້ວ່າລາວຕັ້ງຊື່ຫຼືແກ້ງ ຄືຄົນບໍ່ມີ ປະສົບການດ້ານຄວາມຮັກມາກ່ອນເລີຍ ທັ້ງໆທີ່ເຄີຍມີຢູ່ ອາຍຸກະບໍ່ແມ່ນໜ້ອຍ  ຢາກເຈິທຸກມື້ ຢາກລົມກັນທຸກມື້ ແລະສຸດທ້ານ ກະອາລົມເສຍ ຢາກຮ້າຍທຸກມື້ທີ່ລົມກັນຈົນບໍ່ຢາກເຫັນໜ້າ ແຕ່ອອນສະກາຍມື້ໃດກໍ່ຕັ້ງໃຈຕັ້ງຕາລໍຄອຍວ່າເຂົາຈະ ອອນຕອນໃດ ພໍບໍ່ເຫັນກໍ່ຮູ້ສຶກນ້ອຍໃຈ . ເວລາທີ່ຜິດກັນມີເລື່ອງທີ່ຂ້ອຍເສຍໃຈ ແຕ່ລາວບໍ່ເຂົ້າໃຈ ລາວກໍ່ຈະຖາມວ່າແລ້ວຂ້ອຍຄວນຈະເຮັດແບບ ໃດບອກຂ້ອຍແນ່ມັນກໍ່ເຮັດໃຫ້ເຮົາຮູ້ສຶກວ່າຢ່າງໜ້ອຍເຂົາກໍ່ຍັງຢາກເຮັດຫຍັງເພື່ອເຮົາຢູ່.  ແຕ່ມັນກໍ່ຍັງມີຫຼາຍຢ່າງທີ່ເຮັດ ໃຫ້ຂ້ອຍຍັງບໍ່ທັນແນ່ໃຈວ່າ ລາວຮັກຂ້ອຍຫຼືບໍ່ , ໃຜທີ່ໄດ້ອ່ານເລື່ອງນີ້່ຊ່ວຍແນະນຳຂ້ອຍແນ່ວ່າຂ້ອຍຄວນຈະເຮັດແນວໃດ ໃຫ້ຖາມກົງໆຄືຈະເປັນໄປບໍ່ໄດ້ ເພາະບໍ່ກ້າຂະໜາດນັ້ນ

Delicious Digg Fark Twitter