ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 13, 2013 | ມີ 5 ຄຳເຫັນ ແລະ 0 trackback(s)

                                                      

ມີຄຳສັ່ງແນະນຳຈາກເຈົ້າຄອງນະຄອນຫລວງວຽງຈັນ. ຫ້າມລ້າໆບໍ່ພໍ ຕ້ອງມີມາດຕະການເຂັ້ມງວດໃສ່ໂທດຜູ້ປະກອບການທີ່ລະເມີດກົດລະບຽບ, ແລະ ມີການຕັກເຕືອນເດັກນ້ອຍທີ່ພົບເຫັນເຂົ້າໃຊ້ບໍລິການຮ້ານກິນດື່ມພ້ອມ ສົ່ງຂ່າວເຖິງຜູ້ປົກຄອງ ແລະ ອື່ນໆ. ຊ່ວຍກັນພັດທະນາ.


ຄຳສັ່ງແນະນຳ:

1. ຫ້າມບໍ່ໃຫ້ເປີດບໍລິການກາຍ 23:30 ໂມງ (ສຳລັບຕອນຄ່ຳວັນສຸກ, ວັນເສົາ ແລະ ວັນອາທິດ ແມ່ນບໍ່ໃຫ້ກາຍ 24:30 ໂມງ) ຢ່າງເດັດຂາດ.

2. ໃຫ້ຫົວໜ່ວຍທຸລະກິດ ວັດທະນະທຳ-ທ່ອງທ່ຽວທຸກປະເພດທີ່ນຳໃຊ້ເຄື່ອງຂະຫຍາຍສຽງຕ້ອງຖືເປັນສຳຄັນໃນການປັບປຸງສ້ອມແປງສະຖານທີ່ບໍລິການໃຫ້ຖືກຕ້ອງຕາມມາດຕະຖານທີ່ວາງໄວ້ ເພື່ອບໍ່ໃຫ້ມີສຽງດັງລົບກວນສັງຄົມອ້ອມຂ້າງຢ່າງເດັດຂາດ.

3. ຜູ້ປະກອບການວົງດົນຕີເສບປະຈຳຮ້ານ, ເສບເຄື່ອນທີ່, ເອເລັກໂທນທີ່ເຄື່ອນໄຫວຮັບໃຊ້ໃນງານບຸນປະເພນີຕ່າງໆ ຕະຫລອດການນຳໃຊ້ເຄື່ອງສຽງທຸກປະເພດຕ້ອງປະຕິ ບັດລະບຽບໃນການນຳໃຊ້ເພງ ຮ້ອງ, ຂັບລຳທ້ອງຖິ່ນຂອງລາວເປັນຕົ້ນຕໍ ແນໃສ່ຮັກສາ ແລະ ສົ່ງເສີມມູນເຊື້ອສິລະປະວັນນະຄະດີຂອງຊາດລາວເຮົາ.

4. ຫ້າມເດັດ ຂາດບໍ່ໃຫ້ສວຍໃຊ້ສະຖານທີ່ບັນເທີງ, ຮ້ານກິນດື່ມ, ຮ້ານອາຫານ, ຮ້ານອົບນວດ, ຮ້ານເສີມຄວາມ ງາມທຸກປະເພດເປັນບ່ອນມົ້ວສຸມສິ່ງເສບຕິດ ແລະການຄ້າປະເວນີ.

5. ເຈົ້າຂອງເຮືອນພັກ, ໂຮງແຮມ ທຸກລະດັບຕ້ອງເອົາໃຈໃສ່ປະຕິບັດລະບຽບການຄຸ້ມຄອງດຳເນີນທຸລະກິດຢ່າງເຂັ້ມງວດ, ເອົາໃຈໃສ່ກວດກາຕິດຕາມຄົນພັກເຊົາໃຫ້ລະອຽດ ເພື່ອຫລີກເວັ້ນການສວຍໂອກາດເປັນບ່ອນຊຸກເຊື່ອງ ແລະ ເຄື່ອນໄຫວສິ່ງທີ່ຜິດກົດໝາຍ, ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ຜູ້ມາໃຊ້ບໍລິການ.

6. ຜູ້ປະກອບການທຸລະກິດ ວັດ ທະນະທຳ ແລະ ທ່ອງທ່ຽວທຸກປະເພດ ຕ້ອງເປັນເຈົ້າການແນະນຳເຈົ້າໜ້າທີ່ປ້ອງກັນຄວາມສະ ຫງົບໃນຮ້ານຂອງຕົນໃຫ້ເອົາໃຈໃສ່ກວດກາຄວາມເປັນລະບຽບຮຽບຮ້ອຍ, ຕິດຕາມຄົນເຂົ້າ- ອອກ, ບໍ່ອະນຸຍາດໃຫ້ເດັກທີ່ບໍ່ເຖິງ 18 ປີ ເຂົ້າໃຊ້ບໍລິການຢູ່ຕາມຮ້ານບັນເທີງ, ຫ້າມຜູ້ທີ່ບໍ່ມີໜ້າທີ່ກ່ຽວຂ້ອງຖືອາວຸດ ຫລື ຂອງແຫລມຄົມເຂົ້າໄປໃນສະຖານທີ່ບໍລິການຕ່າງໆຢ່າງເດັດຂາດ.

7. ຜູ້ປະກອບການທຸລະກິດ ວັດທະ ນະທຳ-ທ່ອງທ່ຽວຕ້ອງເອົາໃຈໃສ່ປັບປຸງທຸລະກິດຂອງຕົນໃຫ້ຖືກຕາມມາດຖານວາງໄວ້ ພ້ອມທັງຕັດສິນໃຈແກ້ໄຂຈຸດອ່ອນໃຫ້ທັນເວລາ, ໃຫ້ການຮ່ວມມືໃນການຕິດຕາມກວດກາຂອງເຈົ້າໜ້າທີ່ເປັນຢ່າງດີ.


ຈາກ "ໜັງສືພິມ ລາວພັດທະນາ"

Delicious Digg Fark Twitter