ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2008 | ມີ 22 ຄຳເຫັນ ແລະ 0 trackback(s)

    ຫລາຍຄົນຄິດວ່າການທີ່ໄດ້ໄປສຶກສາຢູ່ຕ່າງປະເທດນັ້ນເປັນສິ່ງທີ່ີໜ້າພູມໃນໃຈ, ຂ້ອຍເອງກໍ່ຄິດວ່າມັນໜ້າຈະເປັນແບບນັ້ນຄືກັນ. ແລະແລ້ວກໍ່ໄດ້ມີໂອກາດມາສຶກສາທີ່ຍີ່ປຸ່ນ. ດີໃຈ ແລະ ພູມໃຈຫລາຍທີ່ໄດ້ຮັບໂອກາດດີໆແບບນີ້.

    ພໍມາຮອດຍີ່ປຸ່ນກໍ່ຮູ້ສຶກຕື່ນຕາຕື່ນໃຈ ທີ່ໄດ້ມາສຶກສາທີ່ປະເທດທີ່ມີການພັດທະນາທາງດ້ານເທັກໂນໂລຍີ ແລະ ມີວັດທະນະທຳອັນໜ້າສົນໃຈ.

    ຢູ່ມາໄດ້ປະມາ 5-6 ເດືອນກໍ່ເລື້ມຮູ້ສຶກວ່າການທີ່ໄປສຶກສາຢູ່ຕ່າງປະເທດນັ້ນເປັນສິງທີ່ໜ້າເບື່ອໜ່າຍຫລາຍຕ່າງກັບຢູ່ບ້ານເກີດເຮົາ ເພາະວ່າເຫງົາ ຄິດຮອດບ້ານ ຢາກກັບ້ານແລ້ວ. ແຕ່ຢ່າງໃດກໍ່ຕ້ອງໃດ້ຕັ້ງໃຈຮຽນໃຫ້ປະສົບຜົນສຳເລັດ ເພື່ອຈະໄດ້ກັນໄປພັດທະນາບ້ານເຮົາ.

ຄິດວ່າໝູ່ເພື່ອນຫລາຍຄົນອາດຈະຄິດຄືກັນແມ່ນບໍ່................

alt

 

ຄິດຮອດບ້ານ  ຄິດຮອດບ້ານ  ຄິດຮອດບ້ານ ຄິດຮອດບ້ານ    ຄິດຮອດບ້ານ  ຄິດຮອດບ້ານ  ຄິດຮອດບ້ານ ເພາະວ່າຊິຢູ່ບ່ອນໃດມັນກະບໍ່ຄືຢູ່ບ່ານເຮົາ

Delicious Digg Fark Twitter