![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມິ.ຖ.. 13, 2012
| ມີ
3 ຄຳເຫັນ
ແລະ
0 trackback(s)
ມຸງຄຸນທີ່ 1 ບໍ່ພົບຄົນພາລ
ຢ່າພົບມິຕ ທີ່ພາລ ສັນດານຊົ່ວ
ຈະພາຕົວເໜົ່າເໝັນ ບໍ່ເວັ້ນວາຽ
ຢ່າໄດ້ໝາຽ ເປັນມິຕ ຄົນຄິດຊົ່ວ
ຈົ່ງເອົາຕົວ ລີກລ້ຽງ ໄປຫ່າງໄກ ທ່ານເອີຽ!
........................................
ມຸງຄຸນທີ່ 2 ການຄົບບັນດິທ
ໃຫ້ຄົບຫາ ບັນດິທ ເປັນມິຕໄວ້
ຈະຊ່ຽໃຫ້ ພົ້ນທຸຂ ພົບສຸຂສັລ
ຄວາມຄິດດີ ເລີດລ້ຳ ຍິ່ງສຳຄັນ
ຄວນພົບກັນ ຢ່າໄດ້ຫ່າງ ທຸກເວລາ ດີໃດ!
.........................................
ມຸງຄຸນທີ່ 3 ຄວນບູຊາໃນສິ່ງທີ່ຄວນບູຊາ
ຄວນບູຊາ ໓ສິ່ງຢ່າງ ໃນໂລກນີ້
ມີຄຸນແກ້ວ ໓ປະການ ເໜືອເກສາ
ຄຸນພຣະ ຄຸນພໍ່ແມ່ ຄຣູອາຈາຣ
ຂັນບຸຜາ ຍໍເໜືອຫົວ ໃຫ້ທ່ານ ດີໜັກແລ
..........................................
ມຸງຄຸນທີ່ 4ການຢູ່ໃນທີ່ອັນຄວນຢູ່
ເປັນເມືອງຫຼວງ ທ້ອງທົ່ານາ ຫຼືປ່າໃຫ່ຽ
ໄປມາຫາສູ່ ຄົບສູ່ຢ່າງ ທັຣຍາຫານ
ເສຖກິດດີ ມີສຖານສຶກສາ ມີໂຮງພຽາບາລ
ປອດພັຍພາລ ຄວນຢູ່ກິນ ຖິ່ນນັ້ນດີແລ
...........................................
ມຸງຄຸນທີ່ 5ຕ້ອງໝັ່ນທຳບຸນ
ກຸສົລບຸນ ທີ່ທຳໄວ້ ບຸນເຫຼືອຫຼາຽ
ຈະສົ່ງໃຫ້ ທ່ານທຸກຄົນ ພົ້ນເດັ່ນ
ທັງຊັພ ຍົສ ໄມຕຣີ ມິເຢັນແດ
ດ້ວຽກະແສ ບຸນທີ່ເລີສ ປຣະເສີດໜັກ
............................................
ມຸງຄຸນທີ່ 6 ຢູ່ດ້ວຽຄວາມຖືກຕ້ອງ
ຕ້ອງຕັ້ງຕົນ ກາຽແລະໃຈ ໃນທາງຖືກ
ໃຫ້ຝັງປູກ ຕົນໄວ້ ຢູ່ໃນຫຼັກ
ໃຫ້ຕົນເອງ ເປັນທີ່ຮັກ ຊົນທັງຝອງ
ຕ້ອງປອງດອງ ພິທັກສິລ ໃຫ້ງົດງາມ
(ຍັງມີຕໍ່ ພາກ ສອງ)