ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 4, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 -   ສັທາ ດັ່ງມືໄມ້ ໄວ້ຢິບຈັບ

ຄນານັບ ອຣິຍະຊັພ ພ້ອມສ້າງຢູ່

ເໝືອນກັບຂາ ເດີນພາໄປ ທາງຢາງປູ

ພາໄປຮູ້ ພາໄປຮັບ ເອົາທັມມະ

<!--[if !supportLists]-->-       -  ຂາດສັທາ ເໝືອນແຂນຂາ ທີ່ຂາດດ້ວນ

ຈົນໝົດລ້ວນ ທຸກໂອກາສ ຈະດື່ມດ່ຳ

ທັມມະຫາກ ມີຢູ່ພ້ອມ ບໍ່ນ້ອມນຳ

ໄປທາງໃດ ຖໄລຖຼຳ ໄປນອກທາງ ບໍ່ດີແລ

<!--[if !supportLists]-->-   -        <!--[endif]-->ຫາກວ່າ ມີປັນຍາ ກໍ່ດັ່ງຕາ ທີ່ມອງເຫັນ

ໄຈ້ແຍກເປັນ ຊົ່ວແລະດີ ມີຮອບຂ້າງ

ຂາດປັນຍາ ເໝືອນຂາດຕາ ບໍ່ເຫັນທາງ

ຍ່າງລົງຂຸມ ຍ່າງຢຽບໄຟ ໃນໂລກີ ຫັ້ນແລ້ວ

<!--[if !supportLists]-->-   -     <!--[endif]-->ຖ້າຂາດທັງ ສັທາໜຶ່ງ ສອງປັນຍາ

ເໝືອນຂາດຕາ ແຂນແລະຂາ ເປັນຄົນດວ້ນ

ກໍ່ສົມຄວນ ເກືອກກິ້ງໄປ ໃນວິຖີ

ອະເວຈີ ທຸກວິນາທີ ຂອງຊີວິດ ຄົນຊົ່ວຊາມ.

Delicious Digg Fark Twitter