ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ມຸງຄຸນທີ່  7 ຄວາມເປັນພະຫູສູຕ

ການສົນໃຈ ໄຄວ່ຄວ້າ ຊອກຫາຄວາມຮູ້

ໃຫ້ເປັນຜູ່ ແກ່ຮຽນ ພຽນສຶກສາ

ມີສິລທັມ ສະຕິໝັ້ນ  ມີປັນຍາ

ຍ່ອມນຳພາ ຕົວເຮົາ ກ້າວໜ້າເອີຽ
..............................................

ມຸງຄຸນທີ່  8  ການຮອບຮູ້ໃນສິລປະ
ສິລປະ ຫຼາຽຢ່າງ ທາງອາຊີພ

ຄວນເລ່ງຮີບ ຮຽນຮູ້ ຊູສັກສີ

ມີບາງຄົນ ອັປຈົນ ກັບມັ່ງມີ

ສຼາດດີ ມີສິລປະ ຫາກິນໄດ້.
...............................................

ມຸງຄຸນທີ່  9 ມີວິນັຍດີ
ວິນັຍ ເປັນລະບຽບ ຄວາມຮຽບຮ້ຽ

ຄົນໃຫ່ຽນ້ຽ ປຶ້ມປິຕິ ດີໜັກໜາ

ວິນັຍສ້າງ ຄວາມດີເຂົ້າ ເຂົາສັທາ

ເພາະຮັກສາ ກະຕິກາ ພາຮ່ວມມື

ບໍ່ເວົ້າຕົວະ ເວົ້າສຽດສີ ຢຽດຫຽາມກັນ

ຫັນລໍາບາກ ສ້າງຄວາມດີ ສາມະຄີ

ເປັນຄົນດີ ບໍ່ຖາງຖາກ ຈົ່ງຢຶດຖື

ມີຊື່ສັຈ ມີວິນັຍ ໃຫ້ຄົນຊົມ ແດ່ເດີ.

................................................

ມຸງຄຸນທີ່  10 ກ່າວວາຈາຕາມສຸພາສິດ
ເປັ່ງວາຈີ ສັຈະ ສຽງນຸ່ມນວນ

ເວົ້າເກັ້ຽກ່ອມ ດອມຫູ ກາຣເໝາະສົມ

ເຈືອປໂຫຽດ ພ້ອມເມຕາ ພານິຍົມ

ຊື່ນອາລົມ ຜູ່ໄດ້ຟັງ ດັ່ງສຽງທອງ.

.................................................

ມຸງຄຸນທີ່  11 ການເບິ່ງແຍງພໍ່ແມ່
ໃຫ້ທ່ານຫາ ທີ່ໃດ ຫາບໍ່ໄດ້

ເພາະວ່າໃນ ໂລກນີ້ ມີພຽງສອງ

ຄືພໍ່ແມ່ ເກີດເກົ້າ ເຫຼົ່າລູກຕ້ອງ

ຕອບສນອງ ພຣະຄຸນ ພໍ່ແມ່ເອີ່ຽ.
.................................................

ມຸງຄຸນທີ່  12 ການເບິ່ງແຍງລູກ

ເປັນບິດາ ມາດາ ເຮັດໜ້າທີ່

ໃຫ້ບຸຕມີ ບ່ອນປັກ ເປັນຫຼັກແຫຼ່ງ

ສົ່ງເສີມບຸຕ ທິດາຕົນ ກຸສົນແຮງ

ຍ່ອມສ່ອງແສງ ເພີ່ມພູນ ຕະກູລສົ່ງ.

Delicious Digg Fark Twitter