ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 ຊີວິດ ແລະ ຄວາມສຸຂ

ອຸປະ­ສັກ ­ຄື­ຂັ້ນ­ໄດ ຂອງຊີວິດ

ສຖິດ ເປັນຂັ້ນ ແຕ່ຕ່ຳຫາສູງ

ສ້າງຄວາມຫຽຸ້ງ ໃຫ້ຄົນ ໄດ້ປິ່ນໄຕ່

ກ້າວຂຶ້ນ ໄປຕາມຂັ້ນ ເຖິງສຸຂແທ້ ແນ່ນອນ.


ຄວາມ­ສຸຂ ­ບໍ່່­ໄດ້­ຢູ່ ກັບ­ຄົນ­ລວຍ­ທຸກ­ຄົນ

ຄວາມທຸຂ ກະບໍ່ຢູ່ ນຳແຕ່ຄົນຈົນໆ

ຄວາມສຸຂ ຄວາມທຸຂ ມີຢູ່ປະປົນ

ທັງຄົນຈົນ ຄົນລວຽ ລ້ວນໄດ້ຜ່ານ

ຟັງໃຫ້ດີ ທຸກທ່ານ ຈະບອກໃຫ້ທາງແກ້

ຢາກພົ້ນທຸຂ ຕ້ອງໃຫ້ໝັ່ນ ສຶກສາ

ສ້າງສະຕິ ແລະປັນຍາ ຮິບໂຮມເອົາໄວ້

ແລ້ວກໍ່ ເອົາມາໃຊ້ ຈະພົບສຸຂທ່ານເອີຽ.

ຮູ້ບໍວ່າ ຄົນເກີດມາ ຕາມທັມຊາຕ

ຍັງສອາດ ແລະບໍຣິສຸທ ຕອນນ້ຽ

ໃຫ່ຽຂຶ້ນມາ ພຽໄດ້ ຮັບເອົາສາຣພິດ

ເຮັດໃຫ້ ກາຽແລະຈິຕ ຕິດພິດຕິດພັຍ

ຕ້ອງຄືນ ໃຫ້ກັບໃຈ ຄວາມບໍຣິສຸທ

ດ້ວຽສຶກສາ ຖື ສຕິ ແລະປັນຍາ

ເປັນພາຫະ ກັ້ນທຸຂ ສຸຂນັ້ນຈະມີ ທ່ານເອີຽ.

ອີກຢ່າງ ບອກໃຫ້ຮູ້ ຕ້ອງຝຶກໃຈໃຫ້ໄດ້ເພິ່ງ

ມອງເບິ່ງ ໄປຂ້າງໜ້າ ເຫັນອຸປະສັກ

ຈົ່ງຢ່າໄດ້ ຈົມປັກ ຈິດໃຈໄຫວຫວັ່ນ

ມົວແຕ່ ສທົກສທ້ານ ຕົວເຈົ້າຈະເພິ່ງໃຜ

ໃຫ້ຕັ້ງ ຕົນເອົາໄວ້ ສ້າງໃຫ້ໃຈແຂງກ້າ

ເພາະເກີດ ໃຕ້ລຸ່ມຟ້າ ບໍ່ມີຫັຽງຈັກຢ່າງ

ຄົງມີແຕ່ ເຮືອນຮ່າງ ທີ່ບໍ່ອັມຕະ

ມີຈິດໃຈ ທໍ່ນັ້ນລະ ເປັນທີ່ເພິ່ງຖາວອນ.

Delicious Digg Fark Twitter