ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

ມີຄອບຄົວໜຶ່ງມີລູກສາວກຳລັງເປັນສາວສອງຄົນ, ນາງໜຶ່ງຊື່ ຜອງ, ນາງສອງຊື່ ຜາງ. ພວກຜູ່ບ່າວໃນບ້ານພາກັນມາຫົຼງຮັກແລະກໍ່ຢາກລົມທີ່ສຸດ, ແຕ່ພໍ່ຂອງສອງສາວນີ້ເປັນຄົນຫວງລູກສາວທີ່ສຸດ. ສະນັ້ນພວກຜູ່ບາວທີ່ມາລົມກະເລີຽມີແຕ່ສອງຄົນ, ຜູ່ໜຶ່ງເກັ່ງເລື່ອງແຄນ, ຜູ່ສອງເກັ່ງເລື່ອງຂຸ່ຽ ແລະແຕ່ລະແຕ່ລະວັນສອງບ່າວກໍ່ສັບປ່ຽນກັນມາລົມ ຜູ່ແຄນ ລົມສາວຜອງ ຜູ່ຂຸ່ຽ ລົມສາວ ຜາງ. ເວລາຜ່ານໄປໄດ້ເດືອນກວ່າໆ ມື້ນັ້ນ ໄດ້ຍິນທັງແຄນແລະຂຸ່ຽດັງຂຶ້ນ, ສອງນ້ອງເອື້ອຍກໍ່ຖຽງກັນຊິໄປລົງເຮືອນໄປລົມບ່າວເພາະໃຜກໍ່ວ່າແຟນໃຜມາ, ແຕ່ໃນທີ່ສຸດພໍ່ກໍ່ໄລ່ລູກສາວທັງສອງໄປນອນ. ຝ່າຽຜູ່ບ່າວເສັຽໃຈແຮງເລີຽລັກຂຶ້ນໄປເທິງເຮືອນແລ້ວຂີ້ໃສ່ເຕົາໄຟແລະກໍ່ລົງເຮືອນໄປ.

ຮຸ່ງເຊົ້າມາເວລາຊິດັງໄຟໜຶ້ງເຂົ້າ ເຫັນຂີ້ໃນຫັ້ນ ສອງເອື້ອຽ ກໍ່ຖຽງກັນບໍ່ຢາກມ້ຽນແລະກໍ່ໂຍນຄວາມຜິດໃສ່ຜູ່ບ່າວຂອງອີກຝ່າຽເປັນຜູ່ຂີ້. ເຫັນເປັນແນວນັ້ນພໍ່ກໍ່ເລີຽເອົາຂຽງມາວາງແລ້ວເອົາຂີ້ມາຢອງແລະກໍ່ເອົາພ້າຟັນລົງຢ່າງແຮງແລະບອກວ່າ: ອີ່ຜອງມ້ຽນຂີ້ຂ້າງຂວາ, ອີ່ຜອງມ້ຽນຂີ້ຂ້າງຊ້າຽ, ອີແມ່ເອົາຂຽງໄປລ້າງ ແລະ ອີພໍ່ຊິລ້າງພ້າ ນີ້ຄືຄວາມເປັນທັມ............ສູໄດ້ຍິນບໍ?

Delicious Digg Fark Twitter