ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຍາມເມື່ອ             ເດືອນສາມຄອ້ຍ      ລົມພັດລ່ວງ

ຫຼ່ຽວເບິ່ງ              ດວງດອກໄມ້            ຫຼາຍເຊື້ອຕ່າງກັນ

ສີສັນ                   ເຮືອງເຮື່ອຕົ້ນ           ແມ່ນດອກຝາງແດງ

ເປັນຍອຍ            ຍາວສີເຫຼືອງ             ດອກຄູນແຄມຮົ້ວ

ສີຂາວ                 ເຫຼືອງແຄມບ້ານ       ຈຳປາບານເຮືອງເຮື່ອ

ຫຼຽວເມືອ            ທົ່ງນາກວ້າງ              ແດງເຂັ້ມແມ່ນດອກຈານ

ໃນປ່າ                  ມີມາກລົ້ນ                ພັນດອກຫຼາຍຊະນິດ

ດອກຈິກ              ຈີຈູມງາມ                 ຢູ່ສູງກາຍຢື້

ດອກຮັງ              ບານລົມຕ້ອງ            ລະອອງກາຍຫອມອອ່ນ

ໜ້າສະອອນ       ພູ່ເຜິ້ງ                       ຊົມກົ້ວກິ່ນລະອອງ  ແທ້ເດ.

 

ມາຈາກ: ແບບຮຽນ ພາສາລາວ ປ.2

Delicious Digg Fark Twitter