ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2019 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

1 ອ້າຍນີ້ ຢາກຂໍຄວາມຂອດໝັ້ນ ຄວາມສຳພັນໃຫ້ໝັ້ນແກ່ນ

ຢາກຄວງແຂນນວນນາງ ແມ່ແອວບາງຜູ້ຄົນໂກ້

ງາມພະໂລ້ແທ້ນໍຫລ້າ ແກ້ວຕາຜູ້ດີເດັ່ນ

ຫົວໃຈອ້າຍມັນສັ່ນເຊັນ ເຫັນນ້ອງຍິ້ມງາມກ້ຽງ

2ຢາກເດ ຢາກຟັງສຽງນວນນ້ອງ ຮູບຄ່ອງອິນປັ້ນແຕ່ງ

ຍາມມື້ແລງພໍຝັນເຫັນ ນາດນ້ອຍທະນົງສີ

ລູກຄົນດີມີຫນ້າ ເປັນສາວຊ່າໃນເມືອງຄົນ

ອ້າຍຄົນຈົນໆແບບນີ້ ມີຫວັງພໍໄດ້ລັກແນມ ສາບໍ?

ຂໍໂທດເດີຖ້າລ່ວງເກີນນ້ອງ ຍ້ອນຫົວໃຈ4ຫ້ອງແອບຮັກນ້ອງແຕ່ຜູ້ດຽວ ສາແລ້ວ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2019 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ຄິດວ່າຜິດບໍ? ສີແລະທອງເປັນສ່ຽວຮັກແພງ

ມີມື້ໜຶ່ງທ້າວທອງໄດ້ຮັກຜູ້ສາວແລ້ວເຂົ້າໄປຈີບແຕ່ບໍ່ຕິດ

ກໍເລີຍໃຫ້ທ້າວສີມາຈີບເປັນແຟນແລ້ວເຮັດໃຫ້ຜູ້ສາວອົກຫັກ

ທ້າວທອງຈິ່ງຂັນອາສາໄປດູແລເພື່ອໃຫ້ໄດ້ຫົວໃຈ

ພວກເພື່ອນໆໃນພັນລາວຄິດວ່າຜິດບໍ? ໃຫ້ອະທິບາຍແດ່

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2019 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ຂໍວິທີຈີບສາວໆແດ່ ເຮັດແນວໃດເຂົາຈິງຮັກເຮົາ

ຜູ້ຍິງແລະຜູ້ຊາຍມາຕອບໃຫ້ແດ່ເດີ

( ເຮົາເອງເປັນຄົນບໍ່ຫຼໍ່ ພໍ່ບໍ່ລວບ ຄາລົມບໍ່ເກັ່ງ

ແຕ່ຮັກຈິງຫວັງແຕ່ງ )