ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2018 | ມີ 0 ຄຳເຫັນ ແລະ 0 trackback(s)

ໂລກອ້ອມຕົວ

ວິຊາໂລກອ້ອມຕົວ

  1. ອະໄວຍະວະຮັບຄວາມຮູ້ສຶກຂອງຄົນເຮົາມີຫຍັງແດ່?

ຕອບ: ອະໄວຍະວະຮັບຄວາມຮູ້ສຶກຂອງຄົນເຮົາລວມມີ: ຫູ,ຕາ,ດັງ,ລີ້ນ ແລະ ຜິວໜັງ ຫຼື ເອີ້ນວ່າ ອິນຊີທັງຫ້າ.

  1. ໂຄງປະກອບສ້າງຂອງຕາມີຫຍັງແດ່?

ຕອບ: ໂຄງປະກອບສ້າງຂອງຕາມີ: ນ້ຳລ້ຽງໜ່ວຍຕາ, ຕາດຳ, ແກ້ວຕາ, ກະຈົກຕາ, ຊັ້ນນອກ, ຊັ້ນກາງ, ຊັ້ນໃນ ແລະ ເສັ້ນປະສາດຕາ.

  1. ໜ້າທີ່ຂອງຕາມີຫຍັງແດ່?

ຕອບ:ຕາແມ່ນອະໄວຍະວະສຳຜັດທີ່ສຳຄັນຂອງຮ່າງກາຍ,ມັນຊ່ວຍໃຫ້ເຮົາເຫັນສິ່ງຕ່າງໆໄດ້, ຊ່ວຍໃຫ້ອະໄວຍະວະ ອື່ນໆເຄື່ອນໄຫວໄດ້ດີ ແລະ ປອດໄພຈາກອັນຕະລາຍຕ່າງໆ.

  1. ເຮົາມີວິທີຮັກສາຕາແນວໃດ?

ຕອບ:  ເຮົາມີວິທີຮັກສາຕາຄືດັ່ງນີ້:

– ອ່ານໜັງສືຫ່າງຈາກປື້ມປະມານ 30 ຊັງຕີແມັດ ແລະ ມີແສງສະຫວ່າງຢ່າງພຽງພໍ.

–    ຄວນເບິ່ງໂທລະທັດໃຫ້ໄກຈາກໜ້າຈໍປະມານ 3 – 5 ແມັດ

–    ເມື່ອມີແມງໄມ້ເຂົ້າຕາບໍ່ຄວນສີຕາ ຫຼື ສາດນ້ຳໃສ່ຕາ.

–    ຄວນກິນຜັກ ແລະ ໝາກໄມ້ທີ່ມີສີເຫຼືອງເພື່ອບຳລຸງສາຍຕາ.

  1. ພະຍາດຕາແດງມີອາການແນວໃດ?

ຕອບ: ຜູ້ທີ່ເລີ່ມເປັນພະຍາດຕາແດງຈະຮູ້ສຶກຄັນ,ນ້ຳຕາໄຫຼ,ຕາມີສີແດງ ແລະ ມີຂີ້ຕາຫຼາຍ.

  1. ພະຍາດຕາແດງຕິດຕໍ່ກັນໄດ້ແນວໃດ?

ຕອບ:ພະຍາດຕາແດງຕິດຕໍ່ກັນໄດ້ໂດຍທາງກົງແລະ ທາງອ້ອມ,ເມື່ອຕາເບື້ອງໜຶ່ງຕິດແລ້ວ ມັກຈະຕິດໃສ່ອີກເບື້ອງ ໜຶ່ງ ແລະ ຕິດຈາກຜູ້ໜຶ່ງໄປຫາຜູ້ອື່ນຢ່າງໄວ.

  1. ການປ້ອງກັນ ແລະ ປິ່ນປົວພະຍາດຕາແດງຄວນເຮັດແນວໃດ?

ຕອບ: – ບໍ່ໃຫ້ເອົາມືສີຕາ

–    ບໍ່ໃຊ້ຜ້າເຊັດໜ້າຮ່ວມກັບຄົນເປັນຕາແດງ

–    ຖ້າເປັນຕາແດງຕ້ອງໄປຫາແພດເພື່ອປິ່ນປົວ

–    ວິທີຢອດຢາທີ່ຖືກຕ້ອງໃຫ້ເປີດໜັງຕາເບື້ອງລຸ່ມແລ້ວຢອດຢາໃສ່

  1. ໂຄງປະກອບຂອງຫູມີຫຍັງແດ່?

ຕອບ: ຫູຂອງຄົນເຮົາປະກອບມີ ໃບຫູ, ຮູຫູ, ທໍ່ລ່ວງກັບຮູດັງ ແລະ  ຮູຄໍ.

  1. ຫນ້າທີ່ຂອງຫູມີຫຍັງແດ່?

ຕອບ : ຫູເປັນອະໄວຍະວະຮັບຟັງສຽງ,ເຮັດໃຫ້ຄົນເຮົາເຂົ້າໃຈ ແລະ ຮັບຮູ້ສຽງຕ່າງໆໄດ້.

  1. 10.  ພະຍາດທີ່ມັກເກີດກັບຫູມີຫຍັງແດ່?

ຕອບ: ພະຍາດທີ່ມັກເກີດກັບຫູມີ: ຫູໜອງ, ຫູໜວກ, ຫູອັກເສບ ແລະ ອື່ນໆ.

  1. 11.  ເຮົາຄວນບົວລະບັດຮັກສາຫູຂອງພວກເຮົາແນວໃດ?

ຕອບ: ເຮົາຄວນບົວລະບັດຮັກສາຫູຂອງພວກເຮົາດັ່ງນີ້

–    ບໍ່ໃຊ້ວັດຖຸແຂງຄວັດຫູ

–    ເວລາອາບນ້ຳ,ສະຜົມຄວນລະວັງບໍ່ໃຫ້ນ້ຳເຂົ້າຫູ

–    ອັດຫູເວລາມີສຽງດັງແຮງ ແລະ ບໍ່ຄວນຕົບຫູ ຫຼື ຮ້ອງສຽງແຮງໃສ່ຫູກັນ

–    ບໍ່ຄວນສັ່ງນ້ຳມູກແຮງເກີນໄປ

–    ຖ້າມີອາການຜິດປົກກະຕິຄວນໄປຫາແພດ

  1. 12.  ອະໄວຍະວະລະລາຍອາຫານມີຫຍັງແດ່?

ຕອບ ອະໄວຍະວະລະລາຍອາຫານມີ: ປາກ, ທໍ່ອາຫານ, ກະເພາະ, ໄສ້ອ່ອນ, ໄສ້ແກ່ ແລະ ຮູທະວານ.

  1. 13.  ນ້ຳຍ່ອຍຈາກສ່ວນໃດເຮັດໜ້າທີ່ຍ່ອຍທາດຊີ້ນ ແລະ ໄຂມັນ?

ຕອບ ນ້ຳຍ່ອຍຢູ່ໃນກະເພາະເຮັດໜ້າທີ່ຍ່ອຍທາດຊີ້ນ ແລະ ໄຂມັນ.

  1. 14.  ການຍ່ອຍອາຫານສິ້ນສຸດຢູ່ໃສ?

ຕອບ ການຍ່ອຍອາຫານສິ້ນສຸດຢູ່ລຳໄສ້ອ່ອນ.

  1. 15.  ພະຍາດທີ່ມັກເກີດຂື້ນກັບລະບົບລະລາຍອາຫານມີຫຍັງແດ່?

ຕອບ ພະຍາດທີ່ມັກເກີດຂື້ນກັບລະບົບລະລາຍອາຫານມີຫຼາຍຊະນິດເຊັ່ນ: ລິດຊະດວງທະວານໜັກ, ແຜໃນກະເພາະອາຫານ ແລະ ໄສ້ຕິ່ງອັກເສບ.

  1. 16.  ເພື່ອປ້ອງກັນໃຫ້ເປັນໂລກກະເພາະຄວນເຮັດແນວໃດ?

ຕອບ – ຄວນກິນອາຫານໃຫ້ເປັນເວລາ.

–    ພະຍາຍາມຮັກສາອາລົມໃຫ້ດີ ບໍ່ຄຽດ.

–    ຄວນຫຍ້ຳອາຫານໃຫ້ລະອຽດກ່ອນຈຶ່ງກືນ.

–    ບໍ່ຄວນໃຫ້ຕົນເອງຫິວເກີນໄປ.

–    ບໍ່ຄວນກິນອາຫານທີ່ມີລົດເພັດ ຫຼື ເຄັມເກີນໄປ.

–    ຄວນຂັບຖ່າຍອາຈົມທຸກເຊົ້າ ປະມານ 5 – 7 ໂມງ ຈະເປັນການດີທີ່ສຸດ.

  1. 17.  ພະຍາດຖອກທ້ອງມີອາການແນວໃດ?

ຕອບ ຜູ້ທີ່ເປັນພະຍາດຖອກທ້ອງຈະທຽວຖ່າຍຫຼາຍເທື່ອ, ອາຈົມເປັນສີເຫຼືອງ ຫຼື ສີກະເບົາ, ບາງເທື່ອມີມູກປົນເລືອດອອກມານຳ. ເຮັດໃຫ້ຮ່າງກາຍເສຍນ້ຳຫຼາຍ, ອ່ອນເພຍໄວ,ບາງຄົນອາດເປັນໄຂ້ນຳ,ຖ້າປົວບໍ່ທັນອາດເປັນຊັກຈົນບໍ່ຮູ້ເມື່ອຄີງ ຫຼື ຕາຍຢ່າງກະທັນຫັນໄດ້.

  1. 18.  ພະຍາດທ້ອງຂີ້ຮາກມີອາການແນວໃດ?

ຕອບ ຜູ້ທີ່ເປັນພະຍາດທ້ອງຂີ້ຮາກທີ່ບໍ່ທັນຮ້າຍແຮງ ອາດຈະຄືພະຍາດຖອກທ້ອງທົ່ວໄປ, ສຳລັບຜູ້ເປັນຮ້າຍແຮງ ອາຈົມຈະແຫຼວ, ເປັນສີຂາວຂຸ້ນຄື ນ້ຳມວກ, ເວລາປວດຖ່າຍຈະກັ້ນບໍ່ຢູ່ ແລະ ມີຮາກນຳ, ເຮັດໃຫ້ຮ່າງກາຍຂາດນຳຢ່າງຮຸນແຮງ ເຖິງຂັ້ນເສຍຊີວິດໄດ້.

  1. 19.  ພະຍາດທ້ອງບິດມີອາການແນວໃດ?

ຕອບ  ຄົນທີ່ເປັນທ້ອງບິດຈະມີອາການເຈັບທ້ອງ, ທຽວຖ່າຍເລື້ອຍໆ ປະມານ 10-50ເທື່ອ; ຖ່າຍແຕ່ລະເທື່ອອາຈົມຈະອອກໜ້ອຍດຽວ, ບາງຕ່ອນເປັນກ້ອນແຂງ ຫຼື ມີມູກປົນເລືອດ. ເມື່ອຖ່າຍແລ້ວບໍ່ດົນຈະປວດອີກ. ອາດມີໄຂ້ນຳ ຖ້າເປັນໜັກອາດຕາຍພາຍໃນ48ຊົ່ວໂມງ.

  1. 20.  ຈະມີວິທີປ້ອງກັນພະຍາດຖອກທ້ອງ, ທ້ອງຂີ້ຮາກ ແລະ ທ້ອງບິດໄດ້ແນວໃດ?

ຕອບ ເພື່ອປ້ອງກັນໃຫ້ປະຕິບັດດັ່ງນີ້:

–    ດື່ມນ້ຳສະອາດທີ່ຕົ້ມສຸກເປັນປະຈຳ

–    ຖ່າຍໃສ່ວິດ(ບໍ່ຖ່ານຊະຊາຍ)

–    ກິນອາຫານສຸກ,ສະອາດ ແລະ ບໍ່ບູດເນົ່າ

–    ລ້າງມືກ່ອນຈັບກິນອາຫານ

–    ຮັກສາອະນາໄມຮ່າງກາຍ ແລະ ສິ່ງແວດລ້ອມໃຫ້ສະອາດ

–    ເດັດເກີດໃໝ່ຄວນໃຫ້ກິນນົມແມ່ຈະເປັນການດີທີ່ສຸດ

21. ວິທີ່ປຸງແຕ່ງນ້ຳເກືອແຮ່ເຮັດແນວໃດ?

ຕອບ  ເອົານ້ຳຕົ້ມສະອາດ 1 ລິດປະສົມກັບເກືອ1ບ່ວງ ແລະ ນ້ຳຕານ2ບ່ວງກາເຟລະລາຍໃຫ້ເຂົ້າກັນ.

22. ພະຍາດໃບໄມ້ໃນຕັບມີລັກສະນະເປັນແນວໃດ?

ຕອບພະຍາດໃບໄມ້ໃນຕັບເກີດມາຈາກເຊື້ອພະຍາດະນິດໜຶ່ງທີ່ມີຮູບຮ່າງຄໃບໄມ້ມັນຈະທຳລາຍຕັບເຮັດໃຫ້ຕັບອັກ

ເສບ ແລະ ເປັນອັນຕະລາຍແກ່ຊີວິດ.

  1. 23.  ພະຍາດໃບໄມໃນຕັບມີສາເຫດມາຈາກໃສ?

ຕອບ ພະຍາດໃບໄມ້ໃນຕັບມີສາເຫດມາຈາກການກິນອາຫານດິບເຊັ່ນ: ກຸ້ງ,ປາ,ຫອຍ ແລະ ພືດນ້ຳຕ່າງໆ .

24. ເພື່ອບໍ່ໃຫ້ເປັນພະຍາດໃບໄມ້ໃນຕັບຈະມີວິທີປ້ອງກັນແນວໃດ?

ຕອບ – ບໍ່ກິນອາຫານດິບ ຫຼື ອາຫານສຸກໆດິບໆ.

–    ດື່ມນ້ຳສະອາດທີ່ຕົ້ມສຸກ

–    ກິນຜັກ ແລະ ໝາກໄມ້ທີ່ລ້າງສະອາດດີ

–    ຖ້າມີອາການສົງໄສໃຫ້ໄປຫາແພດເພື່ອປິ່ນປົວ.

25. ໜ້າທີ່ຂອງໝາກໄຂ່ຫຼັງແມ່ນຫຍັງ?

ຕອບ ໜ້າທີ່ສຳຄັນຂອງໝາກໄຂ່ຫຼຼັງແມ່ນເຮັດໜ້າທີ່ຕອງສິ່ງເສດເຫືອຈາກເລືອດແລ້ວຂັບຖ່າຍອອກນອກຮ່າງກາຍເປັນນ້ຳຍ່ຽວນັ້ນເອງ.

26 ລະບົບຖ່າຍເທສິ່ງເສດເຫຼືອປະກອບມີຫຍັງແດ່?

ຕອບ ລະບົບຖ່າຍເທປະກອບມີ: ໝາກໄຂ່ຫຼັງ, ພົກຍ່ຽວ, ຜິວໜັງ,ປອດ ແລະ ລຳໄສ້ໃຫຍ່.

27 ອາຫານປະເພດໃດຊ່ວຍໃນການຂັບຖ່າຍສະດວກ?

ຕອບ ອາຫານປະເພດຜັກ ແລະ ໝາກໄມ້ຊ່ວຍໃນການຂັບຖ່າຍສະດວກ.

28 ນັກຮຽນຄວນເຝິກຕົນເອງຂັບຖ່າຍຍາມໃດດີທີ່ສຸດ?    ຕອບ  ຕອນເຊົ້າ

29 ໃນລະບົບປະສາດຂອງຄົນເຮົາລວີຫຍັງແດ່?

ຕອບ ລະບົບປະສາດໃນຮ່າງກາຍຂອງຄົນເຮົາລວມມີ: ເສັ້ນປະສາດ,ອອກແອກສັນຫຼັງ ແລະ ສະໝອງ

30 ວິທີການບົວລະບັດສະໝອງທີດີຄວນເຮັດແນວໃດ?

ຕອບ  ການກິນ,ການນອນ,ຮຽນ,ເຮັດວຽກ,ຜັກຜ່ອນ,ການຫຼິ້ນກິດຈະກຳຂອງຄົນເຮົາ . ບໍ່ໃຈຮ້າຍ ແລະ ບໍ່ເສບສິ່ງເສບຕິດ ສິ່ງດັ່ງກ່າວເປັນການບົວລະບັດສະໝອງທີດີທີ່ສຸດ

31  ຈຸລັງສືບພັນເພດຍິງ ແລະ ເພດຊາຍເອີ້ນຊື່ວ່າແນວໃດ?

ຕອບ  – ຈຸລັງສືບພັນເພດຍິງເອີ້ນວ່າໄຂ່

–    ຈຸລັງສືບພັນເພດຊາຍເອີ້ນວ່າອະສຸຈິ

32 ເອດແມ່ນຫຍັງ?

ຕອບ  ເອດແມ່ນພະຍາດທີ່ເກີດຈາກເຊື້ອໄວຣັດຊະນິດໜຶ່ງ ຊື່ HIV ມັນເຂົ້າໄປທຳລາຍຮ່າງກາຍຂອງຄົນ,ເຮັດໃຫ້ພູຕ້ານທານຕ່ຳ ເຮັດໃຫ້ຕິດເຊື້ອພະຍາດຕ່າງໆໄດ້ງ່າຍ.

33 ໃຜແດ່ສາມາດຕິດເຊື້ອເອດໄດ້? ຕອບ  ໝົດທຸກຄົນສາມາດຕິດເຊື້ອເອດໄດ້ຖ້າບໍ່ມີການລະວັງ ແລະ ປ້ອງກັນ.

34 ພະຍາດເອດມີຜົນສະທ້ອນຕໍ່ຄອບຄົວ ແລະ ສັງຄົມແນວໃດ?       ຕອບ

ຕໍ່ຕອບຄົວ : ຂາດແຮງງານ, ສິ້ນເປືອງຄ່າໃຊ້ຈ່າຍ, ເປັນພາລະໃຫ້ແກ່ຄອບຄົວ.

ຕໍ່ສັງຄົມ ແລະ ປະເທດຊາດ : ເກີດມີເດັກກຳພ້າ, ສັງຄົມຕ້ອງໄດ້ຮັບພາລະ ແລະ ຄ່າໃຊ້ຈ່າຍອື່ນໆ,ຂາດກຳລັງແຮງໃນການສ້າງສາປະເທດຊາດ.

35 ຈະປະຕິບັດຕົນແນວໃດຕໍ່ຜູ້ຕິດເຊື້ອເອດ?

–    ໃຫ້ກຳລັງໃຈ ແລະ ຊ່ວຍເຫຼືອເຂົາເຈົ້າ

–    ບໍ່ລັງກຽດຄົນເປັນເອດ ແລະ ຄອບຄົວຂອງເຂົາເຈົ້າ

–    ໃຫ້ໂອກາດປະກອບສ່ວນວຽກງານຄອບຄົວ ແລະ ສັງຄົມ

–    ແນະນຳໃຫ້ເຂົາຮັກສາສຸຂະພາບ

36 ຖ້າເອົາດອກເປັນເກນໃນການຈຳແນກ ພືດມີຈັກປະເພດ?ຄືປະເພດໃດແດ່?

ຕອບ  ພືດມີ 2 ປະເພດຄື ພືດມີດອກ ແລະ ພືດບໍ່ມີດອກ.

37 ພືດແນວໃດ ຈຶ່ງເອີ້ນວ່າພືດມີດອກ ແລະ ພືດແນວໃດຈຶ່ງເອີ້ນວ່າພືດບໍ່ມີດອກ?

–    ພືດບາງຊະນິດ ມີ ຮາກ,ລຳ,ໃບ,ດອກ ແລະ ໝາກ ເພີ່ນເອີ້ນວ່າ ພືດມີດອກ ເຊັ່ນ ຕົ້ນມີ້,ຕົ້ນມ່ວງ….

–    ພືດບາງຊະນິດມີສ່ວນປະກອບບໍ່ຄົບຖ້ວນໂດຍສະເພາະແມ່ນດອກ ເພີ່ນເອີ້ນວ່າພືດບໍ່ມີດອກ.

38 ຍົກຕົວຢ່າງພືດທີ່ມີສີຂຽວແຕ່ບໍ່ມີດອກມາເບິ່ງ?

ຕອບ   ພືດທີ່ມີສີຂຽວແຕ່ບໍ່ມີດອກມີ ແໜ,ໄຄ,ເທົາ…..

39 ພືດທີ່ບໍ່ມີດອກທຸກຊະນິດສາມາດສ້າງອາຫານໄດ້ເອງບໍ່?ເພາະເຫດໃດ?

–    ພືດບໍ່ມີດອກບາງຊະນິດທີ່ມີສີຂຽວສາມາດສ້າງອາຫານເອງໄດ້ ເຊັ່ນ ແໜ,ໄຄ,ເທົາ ແຕ່ມີບາງຈຳພວກບໍ່ມີສີຂຽວມັນບໍ່ສາມາດສ້າອາຫານກິນເອງໄດ້ ເຊັ່ນ ໂໝກ,ເຫັດ

Delicious Digg Fark Twitter