ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ໄທກໍາລັງຕົກຢູ່ພາຍໃຕ້ ຄວາມກົດດັນຮອບດ້ານ

ເວລານີ້ ລັດຖະບານໄທແມ່ນກໍາລົງຕົກຢູ່ພາຍໃຕ້ຄວາມກົດດັນຈາກທຸກໆດ້ານ ເປັນຕົ້ນວ່າ ການກໍ່ການກະບົດຢູ່ໃນເຂດພາກໃຕ້ກໍກໍາລັງເພີ່ມຄວາມຮຸນແຮງຂື້ນອີກ ຂະນະດຽວກັນ ໄທ ກໍກໍາລັງຕໍ່ສູ້ກັບກໍາປູເຈຍ ກ່ຽວກັບອານາເຂດອ້ອມແອ້ມວັດເຂົາພະວິຫານ ແລະພ້ອມດຽວ ກັນ ກໍປະເຊີນກັບການປະທ້ວງຕໍ່ຕ້ານລັດຖະບານ ຈາກພວກປະທ້ວງສອງກຸ່ມ ດ້ວຍກັນ. ພວກນັກວິເຄາະດ້ານການເມືອງໃນຂົງເຂດກ່າວວ່າ ລັດທິຊາດນິຍົມກໍາລັງ ເປັນເຊື້ອໄຟເຮັດ ໃຫ້ຂໍ້ຂັດແຍ້ງກັນຕ່າງໆເຫລົ່ານັ້ນ ທະວີຮ້ອນແຮງຂຶ້ນ ຊຶ່ງໃນບາງກໍລະນີນັ້ນ ແມ່ນເພື່ອຊຸກຍູ້ ການສະໜັບສະໜຸນສໍາລັບການເລືອກຕັ້ງ ທີ່ຄາດວ່າຈະມີຂຶ້ນ ໃນກາງປີນັ້ນ.

ລາຍງານໂດຍ Dara Baccam  03-08-2011

ຮູບຈາກ: REUTERS
ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງໄທ ເກັບກໍາເອົາຫລັກຖານ ຂະນະທີ່ທໍາການສືບສວນເຫດການ ໂຈມຕີດ້ວຍລະເບີດທີ່ຈັງຫວັດຢະລາ ທາງພາກໃຕ້ຂອງໄທ, ວັນທີ 21 ກຸມພາ 2011.
ການສູ້ລົບກັນຢູ່ເຂດຊາຍແດນລະຫວ່າງໄທແລະກໍາປູເຈຍ ປາກົດວ່າ ເບົາບາງລົງໄປ ຫລັງຈາກອິນໂດເນເຊຍໄດ້​ໄກ່
ເກ່ຍຂໍ້ຕົກລົງອັນນຶ່ງໃນອາທິດແລ້ວນີ້ ທີ່ຈະສົ່ງພວກນັກສັງເກດການໄປຍັງເຂດທີ່ເກີດຂໍ້ຂັດແຍ້ງກັນນັ້ນ.ແຕ່ກໍາລັງທະຫານຂອງທັງສອງຝ່າຍ ກໍຍັງຢູ່ໃນທ່າລະວັງ ໄພຢ່າງສູງຢູ່.

ການສູ້ລົບກັນດ້ວຍປືນໃຫຍ່ ແລະປືນນ້ອຍຢູ່ຕາມເຂດຊາຍແດນ ເມື່ອເດືອນຜ່ານມານີ້ ຍັງຜົນໃຫ້ມີຜູ້ເສຍຊີວິດໄປ
ຫລາຍຄົນ ແລະທັງສອງຝ່າຍໄດ້ຖິ້ມໂທດໃສ່ກັນແລະກັນ ວ່າເປັນຜູ້ເລີ່ມຍິງກ່ອນ.

ທ່ານ ຄຣີສ ເບກເກີ ນັກຂຽນແລະນັກວິໄຈການເມືອງໄທ ກ່າວວ່າ ຂໍ້ຂັດແຍ້ງກັນດັ່ງກ່າວ ປາກົດວ່າ ມີ​ເປົ້າ​ໝາຍແນ
ໃສ່​ເພື່ອປຸກ​ປັ່ນຄວາມຮູ້ສຶກຊາດນິຍົມ​ຂຶ້ນ​ມາ ລ່ວງ​ໜ້າການ ເລືອກຕັ້ງໃນປີນີ້.

ທ່ານ​ເບ​ກ​ເກີ້ ກ່າວຕໍ່ໄປວ່າ ກອງທັບແລະວົງການທຸລະກິດພາກັນຢ້ານກົວວ່າ ຖ້າ​ບໍ່​ເຮັດ​ເຊ່ນ​
ນັ້ນ​ແລ້ວ ພວກສະໜັບສະໜຸນອະດີດນາຍົກລັດຖະມົນຕີທັກສິນ ຊິນນະວັດ ທີ່ຖືກໂຄ່ນລົ້ມ
ໄປນັ້ນ ກໍອາດຖືກເລືອກຕັ້ງຄືນມາ ກໍາອໍານາດອີກຕໍ່ໄປໄດ້. ທ່ານ​ເບ​ກ​ເກີເວົ້າ​ວ່າ:

"ພວກເຂົາເຈົ້າບໍ່ຕ້ອງການໃຫ້ກໍາລັງທີ່ນິຍົມທ່ານທັກສິນຊະນະການເລືອກຕັ້ງ
ແລ້ວກໍ​ຕ້ອງ​ໄດ້ຈັດການ​ຮັບ​ມື​ກັບ​ຜົນ​ທີ່​ຕິດຕາມມາ​ພາຍຫລັງ ​ເພາະວ່າຖ້າ​ຈະ​ເວົ້າ​
ໄປ​ແລ້ວ ພວກເຂົາເຈົ້າກໍໄດ້ໂຄ່ນລົ້ມລັດຖະບານ​ທີ່ໄດ້ຮັບເລືອກຕັ້ງໄປ​ແລ້ວສອງ
ຊຸດ ແລະການ​ໂຄ່ນ​ລົ້ມ​ລັດຖະບານ​ສາມຊຸດລຽນຕິດ ​ແມ່ນບໍ່​ເປັນ​ການດີ​ແນ່ນອນ.
ດັ່ງນັ້ນ ບາງທີ ພວກເຂົາເຈົ້າຕ້ອງການໃຫ້ເກີດວິກິດການ​ແນວ​ໃດ​ແນວ​ນຶ່ງ.”

ຄວາມເຄັ່ງຕຶງໄດ້ລຸກເປັນໄຟຂື້ນໃນເດືອນທັນວາປີຜ່ານມາ ເວລາພວກເຈົ້າໜ້າທີ່ກໍາປູເຈຍໄດ້
ຈັບກຸມຊາວໄທຫົວຊາດນິຍົມກຸ່ມນຶ່ງ ຫລັງຈາກພວກເຂົາເຈົ້າໄດ້ເຂົ້າໄປໃນອານາເຂດທີ່ເປັນຂໍ້ ຂັດແຍ້ງກັນນັ້ນ.

ພວກ​ຄົນ​ໄທທີ່ຖືກຈັບນັ້ນ ສ່ວນໃຫຍ່ໄດ້ຖືກປ່ອຍຕົວໃນເວລາຕໍ່ມາ ແຕ່ກໍາປູເຈຍໄດ້ຕັດສິນ
ຈໍາຄຸກພວກຜູ້ນໍາກຸ່ມສອງຄົນ ຊຶ່ງ​ໄດ້ສ້າງຄວາມໂກດແຄ້ນ ​ໃຫ້​ແກ່ພວກຊາດນິຍົມໄທ ທີ່ເປັນ
ຝ່າຍກຸ່ມພັນທະມິດປະຊາຊົນ​ເພື່ອ​ປະຊາທິ ປະ​ໄຕ ຫລືທີ່​ເອີ້ນ​ກັນວ່າ ກຸ່ມເສື້ອເຫລືອງນັ້ນ.

ປັດຈຸບັນນີ້ ພວກປະທ້ວງເສື້ອເຫລືອງພາກັນທໍາການປະທ້ວງເປັນປະຈໍາຢູ່ ນອກທໍານຽບ
ລັດຖະບານ ຮຽກຮ້ອງໃຫ້ລັດຖະບານຈີກສັນຍາຊາຍແດນກັບ ກໍາປູເຈຍນັ້ນ ແລະຢຸດໃຫ້
ຄວາມຮ່ວມມືກັບອົງການວັດທະນະທໍາຂອງສະຫະປະຊາຊາດ ກ່ຽວກັບວັດຮິນ​ດູໂບຮານ
ຫລືວັດເຂົາພະວິຫານ ທີ່ຢູ່​ໃກ້ອານາເຂດຂັດແຍ້ງກັນນັ້ນ.

ແຕ່ຝ່າຍລັດຖະບານບໍ່ຍອມຮັບຄໍາຮຽກຮ້ອງດັ່ງກ່າວນັ້ນ ແລະໄດ້ສູນເສຍການສະໜັບສະໜຸນ
ຈາກກຸ່ມພັນທະມິດປະຊາຊົນ​ເພື່ອປະຊາທິປະໄຕ ຫລື PAD ຊຶ່ງຄັ້ງນຶ່ງເຄີຍເປັນພັນທະມິດທີ່ ສໍາຄັນກຸ່ມນຶ່ງ.

ທ່ານ ສຸຣາດ ຫໍຣະໄຊກຸນ ອາຈານສອນວິຊາລັດຖະສາດການເມືອງ ປະຈໍາມະຫາວິທະຍາ
ໄລຈຸລາລົງກອນ ກ່າວວ່າ ຖ້າຫາກການປະ​ເຊີນ​ໜ້າ​ກັນ​ຍັງດໍາເນີນຢູ່ຕໍ່ໄປ ກໍອາດຈະເກີດ
ການປະທ້ວງເພີ່ມຂື້ນໄດ້. ທ່ານສຸຣາດ ກ່າວຕໍ່ໄປວ່າ

“ຖ້າຫາກວ່າ ລັດຖະບານບໍ່ສາມາດທໍາການແກ້ໄຂ ລະຫວ່າງຕົນກັບຝ່າຍເສື້ອ
ເຫລືອງໄດ້ແລ້ວ ກໍແນ່ນອນວ່າ ພວກເສື້ອເຫລືອງກໍຈະອອກ​ມາລະບາຍແບບນີ້​
ແຫລະ ເນຶ່ອງຈາກວ່າ ພວກເຂົາເຈົ້າຈະພະຍາຍາມຮຽກຮ້ອງເອົາ ໃນສິ່ງທີ່ພວກ
ເຂົາເຈົ້າຕ້ອງການ ຖ້າຫາກວ່າລັດຖະບານບໍ່ຍອມຕອບສະໜອງໃດໆແລ້ວ ທ່ານ
ກໍຮູ້ວ່າ ພວກເຂົາເຈົ້າຈະ​ລະດົມພົນເພີ່ມຕື່ມອີກ.”

 

Anti-government demonstrators stage a peaceful protest at Democracy Monument lighting candles and singing songs in honor of comrades killed by security forces in May. Bankok, 10 Oct 2010.
AP
ການປະທ້ວງປະຈໍາເດືອນບັ້ນນຶ່ງຂອງ ພວກເສື້ອແດງ ທີ່ບາງກອກ ເມື່ອວັນທີ 10 ຕຸລາ 2010.

ນອກນີ້ແລ້ວ ກຸ່ມປະທ້ວງອີກກຸ່ມນຶ່ງ ກໍຄືກຸ່ມ
ພວກເສື້ອແດງນັ້ນ ກໍກໍາລັງ​ເພີ່ມ​ທະວີຄວາມ
ກົດດັນຕໍ່ລັດຖະບານຄື​ກັນ ໂດຍຈັດການປະ ທ້ວງປະຈໍາເດືອນຂຶ້ນ.

ເມື່ອປີກາຍນີ້ ພວກເສື້ອແດງໄດ້ຍຶດຄອງຍ່ານການຄ້າໃນໃຈກາງນະຄອນຫລວງບາງກອກ ເປັນເວລາສິບອາທິດ ຮຽກຮ້ອງໃຫ້ມີການເລືອກຕັ້ງໃໝ່ ໂດຍອ້າງວ່າລັດຖະບານຊຸດ
ປັດຈຸບັນນີ້ ແມ່ນຖືກຕັ້ງຂື້ນມາຢ່າງຜິດກົດໝາຍ ຫລັງ​ຈາກ​ທີ່ສານ​ໄດ້ຕັດສິນ​ໃຫ້ຍຸບລັດຖະບານສອງຊຸດກ່ອນທີ່ສະໜັບສະໜຸນໂດຍ ພວກເສື້ອແດງນັ້ນ.

ແຕ່ລັດຖະບານໄດ້ສັ່ງໃຫ້ທະຫານເຂົ້າໄປຂັບໄລ່ພວກປະທ້ວງ​ເສື້ອ​ແດງໃຫ້ສະຫລາຍຕົວຊຶ່ງ​ໄດ້ກໍ່ໃຫ້ເກີດການປະທະກັນ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດໄປ 90 ຄົນໃນຄັ້ງນັ້ນ.

ພວກເສື້ອແດງຫລາຍໆຄົນແມ່ນໄດ້ລົງຄະແນນສຽງເອົາທ່ານທັກສິນເຂົ້າມາກໍາອໍານາດແລະຮູ້ສຶກວ່າການໂຄ່ນລົ້ມທ່ານທັກສິນໂດຍຝ່າຍທະຫານໃນປີ 2006 ນັ້ນ ແມ່ນ​ໄດ້​ຖືກ​ຈັດ​ແຈງ​
ຂຶ້ນໂດຍພວກຫົວກະທິໃນບາງກອກທັງຫລາຍ ທີ່ໜຸນຫລັງໂດຍພວກເສື້ອເຫລືອງທີ່ຢ້ານອິດທິພົນ ຂອງທ່ານທັກສິນນັ້ນ.

ພວກທີ່ວິຈານທ່ານທັກສິນ ກ່າວວ່າທ່ານປຸກລະດົມ​ຄວາມຮູ້ສຶກຂອງປະຊາຊົນເພື່ອ​ປະ​ໂຫຍ​ດສ່ວນ​ໂຕ ​ໃຊ້ອໍານາດຜະ​ເດັດ​ການ ແລະສໍ້ລາດບັງຫລວງ.

ໃນຂະນະທີ່ການສະແດງທ່າທີທາງການເມືອງ ແລະຄວາມກົດດັນກໍ່​ໂຕຢູ່ໃນນະຄອນຫລວງບາງກອກນັ້ນ ການກໍ່ຄວາມຮຸນແຮງກໍໄດ້ເພີ່ມທະວີຂື້ນຢູ່ໃນເຂດພາກໃຕ້ຂອງໄທ ບ່ອນທີ່
ພວກຊົນເຜົ່າມາເລມຸສລິມຢາກແຍກໂຕອອກເປັນ​ເອກ​ກະລາດ ຈາກການປົກຄອງຂອງໄທ ທີ່ຖືສາສະໜາພຸດນັ້ນ.

ໃນ​ໄລຍະບໍ່ເທົ່າໃດອາທິດຜ່ານມານີ້ ການຍິງກັນແລະການວາງລະເບີດ ທີ່ຖິ້ມໂທດໃສ່ພວກກະບົດນັ້ນ ໄດ້ກາຍມາເປັນ​ເຫດ​ການທີ່ເກີດຂື້ນ ເກືອບແທບທຸກມື້ ແລະການໂຈມຕີຕໍ່ກໍາລັງ
ທະຫານໄທ ທີ່​ປະ​ຈໍາ​ການ​ຢູ່​ທີ່​ນັ້ນ​ເປັນຈໍານວນ​ຫລວງຫລາຍ ກໍ​ໄດ້​ມີ​ຂຶ້ນ​ຢ່າງ​ກ້າຫານ​ຫລາຍ​ຂຶ້ນ.

ສາສດາຈານ Duncan McCargo ສອນວິຊາການເມືອງ​ແຫ່ງຂົງເຂດເອເຊຍຕາເວັນອອກສຽງໃຕ້ ປະຈໍາມະຫາວິທະຍາໄຍ Leeds ໃນປະເທດອັງກິດ  ກ່າວວ່າ ພວກກະບົດ ແລະ
ພວກເສື້ອແດງນັ້ນ ​ເຖິງ​ແມ່ນ​ຈະ​ມີ​ລັກສະນະ​ແຕກ​ຕ່າງ​ກັນ ​ແຕ່ກໍມີຄວາມຈົ່ມທຸກອັນ​ດຽວ​ກັນ ຊຶ່ງ​ທ່ານ​ອະທິບາຍ​ວ່າ:

“ໃນແກນກາງ​ແລ້ວ ກໍ​ແມ່ນບັນຫາອັນດຽວກັນ ກໍ​ຄື​ວ່າອໍານາດ​ປົກ​ຄອງ​ຢູ່​ໃນບາງ
ກອກນັ້ນ ແມ່ນຮູ້ດີທີ່ສຸດ ຮູ້​ດີ​ກ່ວາ​ໝູ່ ​ແລະ​​ແທ້ໆ​ແລ້ວ ກໍບໍ່ໄວ້ໃຈພວກປະຊາຊົນຢູ່
ໃນເຂດຕ່າງໆວ່າ ຈະ​ສາມາດ​ບໍລິຫານກິດຈະການຂອງພວກເຂົາເຈົ້າເອງ​ໄດ້ແລະ
ຮູ້ສຶກວ່າ ພວກເຂົາເຈົ້າຍັງບໍ່ພ້ອມທີ່​ຈະມີລະບອບປະຊາທິປະໄຕ ຄືຍັງບໍ່ພ້ອມທີ່ຈະ
ຮັບເອົງຄວາມຮັບຜິດຊອບ​ໃນການຈັດການ ຫລື​ແກ້​ໄຂບັນຫາຕ່າງໆຂອງຕົນ​ເອງ​ ໄດ້.

ການກໍ່ກະບົດໄດ້ເອົາຊີວິດຜູ້ຄົນໄປຫລາຍກວ່າ 4,000 ຄົນ ນັບຕັ້ງແຕ່ປີ 2004 ​ເປັນ​ຕົ້ນ​ມາ.

ທ່ານແມກຄາໂກກ່າວວ່າ ຖ້າບາງກອກອະນຸຍາດໃຫ້ມີການເລືອກຕັ້ງເອົາຜູ້ວ່າຫລື​ເຈົ້າ​ແຂວງ
ແລະສະພາຂົງເຂດໄດ້ ມັນກໍອາດຈະຊ່ວຍ​ໄດ້​ຫລາຍ ​ໃນ​ການ​ສະໜອງ​ຄວາມຮຽກຮ້ອງຕ້ອງ
ການຂອງ​ປະຊາຊົນ ໃຫ້ມີຜູ້ແທນ ຕາງໜ້​ານັ້ນ.

ແຕ່ພວກນັກວິເຄາະການເມືອງອືນໆ ໂຕ້ແຍ້ງວ່າ ການກະຈາຍອໍານາດອອກ​ໄປ ອາດຈະ​ເຮັດໃຫ້ມີການສໍ້ລາດບັງຫລວງ​ ໃນລະດັບທ້ອງຖິ່ນເພີ່ມຂຶ້ນ

ແລະໃຊ້ອໍານາດໄປໃນທາງທີ່ ບໍ່ຖືກບໍ່ຕ້ອງນັ້ນໄດ້.ນອກຈາກ​ໃນ​ເຂດບາງກອກແລ້ວ ພວກຜູ້ວ່າການຈັງຫວັດຂອງໄທ ແມ່ນຖືກແຕ່ງຕັ້ງໂດຍລັດ ຖະບານ.

ປະເທດໄທຮອດ​ກໍາ​ນົດທີ່​ຈະຕ້ອງຈັດໃຫ້ມີການເລືອກຕັ້ງໃນປີນີ້​ແລ້ວ ແລະນາຍົກລັດ​ຖະມົນຕີ ທ່ານອະພິສິດ ເວດຊາຊີວະ ກໍໄດ້ກ່າວ​ວ່າ ທ່ານຄາດວ່າຈະ

ຈັດການເລືອກຕັ້ງຂຶ້ນໃນຣາວ ເດືອນມິຖຸນາປີນີ້.

http://www.voanews.com/lao/news/Thailand-Pressure-Election-8Mar-2011-117574933.html

Delicious Digg Fark Twitter