ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2011 | ມີ 22 ຄຳເຫັນ ແລະ 0 trackback(s)

ມະຫາວິທະຍາໄລໄທ ຂໍໂທດລາວ ຕໍ່ກໍລະນີວີດິໂອ ນັກສຶກສາໄທ ດູຖູກຄົນລາວ

ຜູ້ຕາງໜ້າຂອງມະຫາວິທະຍາໄລທໍາມະສາດ ຍື່ນໜັງສືຕໍ່ເອກອັກຄະລັດຖະທູດລາວ ປະຈໍາ ບາງກອກ ເພື່ອຂໍໂທດຕໍ່

ກໍລະນີວີດິໂອຂອງນັກສຶກສາໄທທີ່ມີເນື້ອຫາເປັນການດູໝິ່ນຕໍ່ປະຊາ ຊົນລາວ.

ລາຍງານໂດຍ ຊົງຣິດ ໂພນເງິນ | ບາງກອກ  04-05-2011

ຮູບຈາກ: Songrit Pongern

ຜູ້ຕາງໜ້າຂອງມະຫາວິທະຍາໄລທໍາມະສາດ ຍື່ນໜັງສືຕໍ່ເອກອັກຄະລັດຖະທູດລາວປະຈໍາບາງກອກ ເພື່ອຂໍໂທດ

ຕໍ່ກໍລະນີວີດິໂອຂອງນັກສຶກສາໄທທີ່ມີການດູໝິ່ນຕໍ່ຄົນລາວ.

ດຣ. ປະຣິນຍາ ​ເທວາ​ນະລຶມິດ​ກຸນ ຮອງ​ອະທິການ​ບໍດີ​ຝ່າຍ​ກິດຈະການ​ສຶກສາ ມະຫາວິທະຍາ​ໄລ​ທໍາ​ມະ​ສາດໄດ້
ຍື່ນໜັງສື​ຕໍ່ທ່ານ​ອ້ວນ ພົມມະ​ຈັກ ​ເອກ​ອັກຄະ​ລັດຖະທູດ​ລາວ​ປະ​ຈໍາ​ບາງກອກ ຢ່າງ​ເປັນ​ທາງ​ການ​ເມື່ອທ້າຍ​ເດືອນ​

ມີນາ​ທີ່​ຜ່ານ​ມານີ້ ​ເພື່ອ​ເປັນ​ການສະ​ແດງ​ການ​ຂໍ​ໂທດ​ຕໍ່ ກໍລະນີ​ທີ່​ນັກ​ສຶກສາ ມະຫາວິທະຍາ​ໄລ​ດັ່ງກ່າວ ​ໄດ້​ຈັດ​ທຳ

ລາຍ​ງານ​ການ​ສໍາ​ຫລວດ​ຄວາມ​ຄິດ​ເຫັນ​ຂອງ​ນັກ​ສຶກສາ​ດ້ວຍ​ກັນ​ທີ່ ​ມີ​ຕໍ່ຄໍາ​ວ່າ​ລາວ.

ທັງ​ນີ້ກໍ​ເນື່ອງ​ຈາກ​ວ່າ ລາຍ​ງານ​ດັ່ງກ່າວ​ໄດ້​ຖ່າຍ​ທໍາ​ເປັນ​ວີ​ດິ​ໂອ ​ແລະ​ໄດ້​ມີ​ການ​ເຜີຍ​ແຜ່​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັກ​

ອີກ​ດ້ວຍ​ນັ້ນ ມີ​ເນື້ອຫາ​ສ່ວນ​ໃຫຍ່​ເປັນ​ການ​ດູໝິ່ນ ​ແລະ​ດູ​ຖູ​ກຄົນ​ລາວ ​ແລະ​ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ປະຊາຊົນລາວ

​ເກີດ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ ກວ້າງຂວາງ​ອີກ​ດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຄະນະ​ຜູ້​ບໍລິຫານມະຫາວິທະຍາ​ໄລ​ທຳ​ມະ​ສາດ​ຕ້ອງ​

ໄດ້​ອອກ​ມາສະ​ ແດງ​ການ​ຂໍ​ໂທດ​ໃນ​ຄັ້ງນີ້.

 

Songrit Pongern
ທ່ານ ອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວ ປະຈໍາປະເທດໄທ

ໜັງສື​ການສະ​ແດງ​ການ​ຂໍ​ໂທດດັ່ງກ່າວ ​ເປັນ​ການ​ລົງ​ນາມ​ໂດຍ​ສາດສະດາຈານ ສົມ​ຄິດ ​ເລີດ
ໄພທູນ, ອະທິການ​ບໍດີ ມະຫາວິທະຍາ​ໄລທຳ​ມະ​ສາດ ຊຶ່ງໄດ້​ລະບຸ​ວ່າ ​ໃນ​ຄວາມ​ເປັນ​ຈິງແລ້ວ ​ເຖິງ​ແມ່ນ​ວ່າ​ນັກ​ສຶກສາ
ກຸ່ມ​ນີ້ຈະ​ມີ​ເຈດ​ຕະນາ​ດີ ກໍ​ຄື​ການ​ຊັກ​ຊວນ​ຫລື ລະດົມ​ໃຫ້ປະຊາຊົນ​ຄົນ​ໄທ​ຢຸດ​​ເຊົາ​ທັດສະນະ​ຄະຕິ​ເປັນ​ການ​ດູໝິ່ນ
ຫລື ດູ​ຖູ​ກຕໍ່ຄົນ​ລາວໃນ​ຖານະ
ເປັນ​ມະນຸດ​ທີ່​ມີ​ສະຖານະ​​ເທົ່າ​ທຽມກັບ​ຄົນ​ໄທ​ກໍ​ຕາມ ຫາກ​ແຕ່​ວ່າ ຍ້ອນ​ການນຳ​ສ​ະ​ເໜີທີ່​ບໍ່​ເໝາະສົມ​ຢ່າງ​ຍິ່ງ​ດັ່ງ​ເນື້ອຫາ​

ຕອນໜຶ່ງ​ໃນ​ວີ​ ດິ​ໂອ ທີ່​ເປັນ​ການສະ​ແດງ​ທັດສະນະ​ຂອງ​ນັກ​ສຶກສາ​ໄທ​ຄົນໜຶ່ງວ່າ:

“ຄໍາ​ວ່າ​ລາວ​ນີ້ຈະ​ໃຊ້​ໃນ​ກໍລະນີ​ທີ່​ບອກ​ວ່າ​ມັນ​​​ເຫີ່​ຍ (​ເຊີຍ) ມາກ ຫລື​ຖ້າ​ເປັນ​ຄໍ​າດ່າ​ກໍ​ແບບ​ປະມານ​ວ່າ ອີ່​ລາວ ຈັ່ງຊີ້

ແຕ່​ດຽວນີ້ບໍ່​ໄດ້​ໃຊ້​ແລ້ວ ​ເພາະ​ມັນຊອຟ​ໄປ​ສໍາລັບ​ຄວາມ​ຮູ້ສຶກ​ຕົວ​ເອງ​ນະ ​ແລະ​ກໍ​ມີ​ຄໍາ​ອື່ນ​ມາ​ດ່າ​ແທນ​ແລ້ວ ຢ່າງ​ອີ​ໂຈ້​ອະໄຣ​

ເປັນຕົ້ນ. ​ແຕ່​ວ່າ​ຄໍາ​ທີ່​ມັນ​​ແຮງ​ກວ່າ​ນີ້ກໍ​ມີ ​ແຕ່​ບໍ່ສາມາດ​ຈະ​ອອກ​ຊື່ໄດ້”

ຊຶ່ງ​ດ້ວຍ​ການນໍາ​ສະ​ເໜີລາຍ​ງານ​ທີ່​ເນື້ອຫາ​​ໃນ​ລັກສະນະ​ດັ່ງກ່າວ​ນັ້ນ ກໍ​ຍັງ​ໄດ້​ເປັນ​ຜົນ​ເຮັດ​ໃຫ້
ເກີດ​ການ​ຕອບ​ໂຕ້ຈາກ​ຄົນ​ລາວ​ອີກດ້ວຍ​ການສະ​ແດງ​ທັດສະນະ​ຄວາມ​ເຫັນ​ທີ່​ມີ​ຕໍ່ຄົນ​ໄທ
ໂດຍຖ່າຍ​ທໍາ​ເປັນ​ວີ​ດິ​ໂອ ​ແລະ​ເຜີຍ​​ແຜ່​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ເຊັ່ນ​ດຽວກັນ ຊຶ່ງ​ມີ​ເນື້ອຫາ
ຕອນ​ນຶ່ງ​ວ່າ:

“ສິ່ງ​ທີ່​ພວກ​ຄົນ​ໄທ​ເວົ້າຫັ້ນນະ ​ເຂົາ​ບໍ່ຄິດ​ໃສ່ເລີຍ​ບໍ່ວ່າສັນດານ ຫລື​ກໍາ​ພືດ​ຂອງ​ພວກ​ເຂົາ​ຫັ້ນນະ ມັນຕໍ່າກວ່າ ຄົນ​ລາວ​ສໍ່າ​ໃດ

ທີ່​ອອກ​ມາ​ເວົ້າຈັ່ງຊັ້ນ ​ແລ້ວ​ຕົວ​ເອງກໍ​ຍັງ​ມີໜ້າມາບ​ອກວ່າ​ເປັນ​ປະ​ເທດ ທີ່​ຈະ​ເລີ​ນກວ່າ ຫລື​ວ່າ​ມີ​ອີ່​ຫຍັງ​ທີ່​ລໍ້າ
ໜ້າກວ່າ​ ແລ້ວຍັງ​ມາ​ເຮັດ​ໂຕ​ຕໍ່າໆ ​ແບບ​ບໍ່ມີ​ການ​ສຶກສາຫັ້ນນະ ບໍ່ໜ້າ​ເລີຍ​ທີ່
ສິມາເຮັດ​ຈັ່ງຊີ້”

ລາຍ​ງານຂອງ​ນັກ​ສຶກສາມະຫາວິທະຍາ​ໄລ​ທຳ​ມະ​ສາດ​ດັ່ງກ່າວ​ນີ້ ​ບໍ່ພຽງ​ແຕ່​ຈະ​ກໍ່​ໃຫ້​ເກີດ​ຄວາມ​ບໍ່ພໍ​ໃຈ ​ໃນ​ກຸ່ມ​ຄົນ​ລາວທີ່​ມີ​ໂອກາດ​

ໄດ້​ຮັບ​ຮູ້​ເນື້ອຫາ​ທີ່​ນໍາ​ສະ​ເໜີດັ່ງກ່າວ​ ເທົ່າ​ນັ້ນ ຫາກ​ແຕ່​ມັນ​ຍັງກໍ່​ໃຫ້​ເກີດ​ການ​ວິພາກ​ວິຈານ​ເຖິງ​ຄວາມ​ບໍ່​ເໝາະສົມ​ ດັ່ງກ່າວ​ໃນ​ສັງຄົມ​ໄທ

ຢ່າງ​ກວ້າງຂວາງ​ອີກ​ດ້ວຍ​ເຊັ່ນ​ກັນ. ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການມະຫາວິທະຍາ​ໄລ​ທຳ​ມະ​ສາດ​ຕ້ອງ​ໄດ້​ອອກ​ມາສະ​ແດງ​ຄວາມ​

ຮັບຜິດຊອບ​ດ້ວຍ​ການ​ຍື່ນໜັງສື​ຂໍ​ໂທດ​ຕໍ່ ​ເອກ​ອັກຄະ​ລັດຖະທູດ​ລາວ​ປະ​ຈໍາ​ບາງກອກ ດັ່ງກ່າວ.

ພ້ອມ​ກັນນີ້ ທາງມະຫາວິທະຍາ​ໄລ​ທຳ​ມະ​ສາດຍັງ​ໄດ້​ໃຫ້ການ​ຢືນຢັນ​ຕໍ່​ເອກ​ອັກຄະ​ລັດຖະ
ທູດ​ລາວ​ປະ​ຈໍາ​ບາງກອກອີກ​ດ້ວຍ​ວ່າ ຈະບໍ່ຍອມ​ໃຫ້​ມີ​ເຫດການ​ໃນ​ລັກສະນະ​ດຽວກັນນີ້
ເກີດ​ຂຶ້ນອີກ​ຢ່າງ​ເດັດຂາດ. ທັງ​ຍັງ​ຈະສະ​ແດງ​ບົດບາດ​ໃນ​ການ​ສົ່ງ​ເສີມ​ຄວາມ​ສຳພັນ​ອັນ​ດີ​
ລະຫວ່າງ​ລາວ-​ໄທ​ໃຫ້ໝັ້ນ​ແກ່ນ​ຂຶ້ນອີກ​ດ້ວຍ.

Delicious Digg Fark Twitter