ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ຕ.ລ.. 19, 2012 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 487 ເທື່ອ
ສະບາຍດີບັນດາທ່ານທັງຫລາຍຂ້າພະເຈົ້າມີບັນຫາເລັກໆນ້ອຍໆຢາກມາໂອ້ລົມສົນທະນາກັບບັນດາ ທ່ານກ່ຽວກັບການຂຽນຂ່າວ,ການລົງຂ່າວ,ທັງຫນ້າຫນັງສືພີມແລະໂທລະພາບເຫດຜົນທີ່ເວົ້າແບບນີ້ກໍ່ເພາະວ່າໃນ ມື້ວານນີ້ມີຜູ້ເຂົ້າຮ່ວມທ່ານຫນື່ງທີ່ໄດ້ເຂົ້າຮ່ວມກອງປະ ຊຸມພາກປະຊາຊົນອາຊີ-ເອີຣົບແລະລາວໄດ້ປະກອບ ຄຳເຫັນກ່ຽວກັບປະເດັນເລື່ອງການສຳປະທານທີ່ດິນ ໃນລາວເຊົ່ງລາວໄດ້ເວົ້າເຖີງບັນທີ່ທີ່ຕາມມາຫລັງຈາກ ທີ່ມີການສຳປະທານທີ່ດິນຫລາຍຢ່າງແຕ່ວ່າເມື່ອນັກ ຂ່າວໄປຂຽນຂ່າວພັດໄປປ່ຽນປີ້ນຄຳເວົ້າຂອງລາວທັງ ຫມົດວ່າລາວເຫັນດີນຳນະໂຍບາຍຂອງລັດຖະບານກ່ຽວ ກັບການສຳປະທານທີ່ດິນເພາະວ່າເຮັດໃຫ້ຊີວິດການ ເປັນຢູ່ຂອງຊາວບ້ານດີຂື້ນ, ສາມາດໄດ້ເງີນຈາກການໄປອອກແຮງງານແລະອີກ ຫລາຍໆເຊີ່ງທັງຫມົດແມ່ນລາວບໍ່ໄດ້ເວົ້າແຕ່ສິ່ງທີ່ລາວ ເວົ້າເຂົາພັດບໍ່ຂຽນຂ້າພະເຈົ້າຂໍຖາມບັນດາທ່ານທັງ ຫລາຍວ່າປະກົດການແບບນີ້ມັນຫມາຍເຖີງຫຍັງ? ເປັນຫຍັງນັກຂ່າວຄືປ່ຽນຄຳເວົ້າຂອງລາວ? ແລະ ຈະແກ້ໄຂແນວໄດໃນເມື່ອຂ່າວນີ້ອອກມາແລ້ວແລະແຜ່ ໄປໃນທົ່ວປະເທດແລະຕ່າງປະເທດ