ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

 

ຄູ່ຮັກ:ພົບກັນໃນງານລ້ຽງເດີ

ຄູ່ແຕ່ງ:ເຈົ້າຢູ່ເຮືອນເດີ! ຂ້ອຍຊິໄປງານລ້ຽງ

ຄູ່ຮັກ:ບໍ່ພະຍາຍາມຄິດເຖິງເລື່ອງຜິດກັນ

ຄູ່ແຕ່ງ:ພະຍາຍາມຄິດເຖິງຕອນເປັນໂສດ

ຄູ່ຮັກ:ສົນໃຈທຸກເລື່ອງນຳກັນ

ຄູ່ແຕ່ງ:ສົນໃຈເງີນຢູ່ໃນບັນຊີທະນາຄານຮ່ວມກັນ

ຄູ່ຮັກ: ໂລກນີ້ເປັນຂອງເຮົາສອງຄົນ

ຄູ່ແຕ່ງ:ເລື່ອງທັງໂລກກາຍເປັນເລື່ອງລະຫ່ວາງເຮົາສອງຄົນ

ຄູ່ຮັກ:ໂທລະສັບຫາເຈົ້າເພື່ອບອກວ່າ ຂ້ອຍຮັກເຈົ້າຫຼາຍ

ຄູ່ແຕ່ງ:ໂທລະສັບຫາເຈົ້າເພື່ອຖາມວ່າ ເຈົ້າຢູ່ໃສ,ຢູ່ກັບໃຜ? ຫຼື ມື້ນີ້ຂ້ອຍຊິກັບເດິກເດີ ບໍ່ຕ້ອງຖ້າ!

ຄູ່ຮັກ:ແມ່ນແຕ່ຢູ່ກາງທາງ ຍັງສົບຕາກັນ

ຄູ່ແຕ່ງ:ແມ່ນແຕ່ຢູ່ບ່ອນນອນຍັງປິ່ນຫຼັງໃສ່ກັນ

ຄູ່ຮັກ:ກ່າວຄຳອຳລາວ່າ ຮັກເຈົ້າ

ຄູ່ແຕ່ງ:ກ່າວຄຳອຳລາວ່າ ຊັກເຄື່ອງໃຫ້ແດ່

ຄູ່ຮັກ: ສົນໃຈຂະໜາດນິ້ວໃສ່ແຫວນ

ຄູ່ແຕ່ງ:ສົນໃຈແຕ່ຮອຍລິບສະຕິກຢູ່ເສື້ອ

( ຄັດລອກຈາກອັບເດດເດີ...........)  ຖ້າລົງຊ້ຳກາຂໍໂທດເດີ

Delicious Digg Fark Twitter